ໜີ້ສິນສາທາລະນະຂອງພາກພື້ນນຳໃຊ້ສະກຸນເງິນເອີໂຣຍັງສູງເກີນກຳນົດ

ໜີ້ສິນສາທາລະນະຂອງພາກພື້ນນຳໃຊ້ສະກຸນເງິນເອີໂຣຍັງສູງເກີນກຳນົດ - ảnh 1
ພາບປະກອບ

(vovworld) – ວັນ​ທີ 22/1, ອົງການ​ສະຖິຕິ ​ເອີ​ລົບ (Eurostat) ​ໃຫ້​ຮູ້​ວ່າ: ໜີ້​ສິນ​ສາທາລະນະ​ຂອງ​ພາກ​ພື້ນ​ນຳ​ໃຊ້​ສະກຸນ​ເງິນ ​ເອີ​ໂຣ ​ໄດ້​ຫລຸດ​ລົງ​ແຕ່​ຍັງ​ຄົງ​ສູງ​ກ່ວາ​ເມື່ອ​ທຽບ​ໃສ່​ລະດັບ​ເພດານ​ຕາມ​ຂໍ້​ກຳນົດ​ຂອງ​ສະຫະພາບ​ເອີ​ລົບ (ອີ​ຢູ).

    ນີ້​ເປັນ​ຄັ້ງ​ທຳ​ອິດ, ທີ່ໜີ້​ສິນ​ສາທາລະນະ​ຂອງ​ພາກ​ພື້ນ​ນຳ​ໃຊ້​ສະກຸນ​ເງິນ ​ເອີ​​ໂຣ ​ໄດ້​ຫລຸດລົງນັບ​ແຕ່​​ໄຕ​ມາດ 4/2007, ​ເຊິ່ງ​ແມ່ນຈຸດ​ເວລາ​ເລີ່​ມ​ເກີດ​​ວິ​ກິດ​ການ​ການ​ເງິນ​ທົ່ວ​ໂລກ ​ເຮັດ​ໃຫ້​ເກີດ​ວິ​ກິດ​ການ​ໜີ້​ສິນ​ສາທາລະນະ​ໃນ​ພາກ​ພື້ນ​ນຳ​ໃຊ້​ສະກຸນ​ເງິນ​ເອີ​ໂຣລວມ.

    ບັນດາ​ປະ​ເທດ​ທີ່​ມີລະດັບ​ໜີ້​ສິນ​ສາທາລະນະ​ສູງສຸດ​ເມື່ອ​ໄລ່​ຮອດ​ທ້າຍໄຕ​ມາ​ດທີ 3/2013 ລວມມີ ​ເກັຼກ (171,8%), ອີ​ຕາ​ລີ (132,9%).​.​.​ ​ປອກຕຸຍການ (128,7%) ​ແລະ ອາຍ​ແລນ (124,8%).

ຂ່າວ/ບົດ​ອື່ນ