ບ້ານ ລ່ຽນ - ສະຖານທີ່ທ່ອງທ່ຽວເປັນໜ້າປະທັບໃຈ

(VOVWORLD) -ໂດຍນອນຢູ່ຫ່າງຈາກໃຈກາງເທດສະບານ ບັກຮ່າ ທີ່ເມືເອງ ບັກຮ່າ ແຂວງ ລ່າວກາຍ ປະມານ 30 ກິໂລແມັດ ບ້ານ ລ່ຽນ ແມ່ນຕາແສງທີີ່ມຊາວເຜົ່າໄຕ່ກວມເປັນສ່ວນຫຼາຍ ແຕ່ຍັງຄົງສາມາດຮັກສາຄຸນຄ່າວັດທະນະທຳດັ້ງເດີມຢູ່ເຂດ ເຕິຍບັກ. ນີ້ແມ່ນສະຖານທີ່ທ່ອງທ່ຽວທີ່ດູດດື່ມສຳລັບແຂກທ່ອງທ່ຽວ ເມື່ອມີໂອກາດມາທ່ຽວຢູ່ເຂດພູພຽງ ບັກຮ່າ. ບ້ານ ລ່ຽນຖືກທຳມະຊາດດົນບັນດານທັດຊະນີຍະພາທີ່ສວຍງາມເປັນໜ້າຈັບໃຈ ຢູ່ທີ່ນີ້ມີອາກາດເຢັນສະບາຍປອດໂປ່ງ. ພິເສດແມ່ນຈຸດວັດທະນະທຳທີ່ເປັນເອກະລັກຂອງຊາວເຜົ່າໄຕ່ ອັນໄດ້ເຮັດໃຫ້ບ້ານ ລ່ຽນ ກາຍເປັນສະຖານທີ່ທ່ອງທ່ຽວທີ່ລຽບງ່າຍ ແຕ່ພັດມີຄວາມດູດດື່ມ
ບ້ານ ລ່ຽນ - ສະຖານທີ່ທ່ອງທ່ຽວເປັນໜ້າປະທັບໃຈ - ảnh 1ບ້ານ ລ່ຽນ ຍັງຄົງຮັກສາຄວາມຮົກເຮື້ອ

     ບັນດາເຮືອນຮ້ານຖືກປົກຫຸ້ມດ້ວຍໄຄຫີນ, ບັນດາໂນນຊາຖືກປົກຄຸມໄປດ້ວຍແຖວຕົ້ນປານສູງກວ່າ 10 ແມັດ ມຸ່ງສາຍຕາໄປທາງໄກ ແມ່ນບັນດາເນື້ອທີ່ນາຂັ້ນໄດ, ບັນດາເຮືອນຮ້ານມຸງຫຍ້າ ແລະ ພິເສດຊາວບ້ານ ລ່ຽນຍັງຄົງຮັກສາສີສັນປະເພນີທີ່ມີມາແຕ່ດົນນານ. ຕາມທ່ານ ບຸ່ຍວັນວິງ ຫົວໜ້າແໜງວັດທະນະທຳ ຖະແຫຼງຂ່າວ ເມືອງ ບັກຮ່າ ແຂວງ ລ່າວກາຍ ແລ້ວ ນອກຈາກໄປຢ້ຽມຊົມທັດສະນະສຶກສາຢູ່ບັນດາສະຖານທີ່ປະຫວັດສາດ ທິວທັດທຳມະຊາດ ຢູ່ເທດສະບານ ບັກຮ່າ ແລ້ວ ແຂກທ່ອງທ່ຽວບໍ່ຄວນພາດໂອກາດແວ່ຢາມບ້ານ ລ່ຽນ ເພື່ອຊອກຮູ້ກ່ຽວກັບຊາວເຜົ່າໄຕ່ບູຮານ. ທ່ານ ວິງ ໃຫ້ຮູ້ວ່າ:

   “ຜູ້ໃດຢາກມາຫາກົກເຄົ້າເຫງົ້າກໍຂອງຊາວເຜົ່າໄຕ່ນັ້ນ ຈົ່ງແວ່ຢາມບ້ານ ລ່ຽນ. ຈາກການກິນການຢູ່ການຮ່ວມຊີວິດ ການໄປມາ ເຂົ້າເຈົ້າກໍ່ລ້ວນແຕ່ນຸ່ງຊຸດອາພອນປະຈຳເຜົ່າ. ແຂກທ່ອງທ່ຽວມານີ້ຈະໄດ້ປະຈັກຕາຄວາມລຽບງ່າຍສີສັນປະຈຳຖິ່ນຂອງເຜົ່າໜຶ່ງຢູ່ ບັກຮ່າ”.

   ຢູ່ບ້ານລ່ຽນ ແຕ່ລະຄົນກໍ່ລ້ວນແຕ່ມີສະຕິຮັກສາຄວາມງາມທາງດ້ານວັດທະນະທຳຂອງເຜົ່າຕົນ. ໃນແຕ່ລະວັນທຸກໆຄົນ ກໍ່ລ້ວນແຕ່ນຸ່ງຊຸດອາພອນປະຈຳເຜົ່າ ເວົ້າພາສາເຜົ່າຕົນ ຄືດັ່ງຄວາມເອກອ້າງທະນົງໃຈກ່ຽວກັບກົກເຄົ້າເຫງົ້າກໍ. ທີ່ ວ່າງອາຊຶ ຮອງປະທານຄະນະກຳມະການປະຊາຊົນຕາແສງບບ້ານ ລ່ຽນໃຫ້ຮູ້ວ່າ:

 “ຊຸດອາພອນຂອງຊາວເຜົ່າໄຕ່ຢູ່ບ້ານ ລ່ຽນ ແມ່ນສິ່ງທີ່ຂາດບໍ່ໄດ້ສຳລັບປະຊາຊົນຢູ່ແຫ່ງນີ້. ແຕ່ປາງກ່ອນສະໄໝປູ່ຍ່າຕາຍາຍຈົນຮອດປັດຈຸບັນ ທຸກໆຄົນກໍ່ເຄີຍນຸ່ງຊຸດອາພອນເຜົ່າໄຕ່ ເວົ້າພາສາໄຕ່ເປັນຕົ້ນ”.

  ຢູ່ບ້ານ ລ່ຽນໃນສີ່ລະດູກໍ່ມີຄວາມງາມພິເສດສະເພາະ. ລະດູບານໃໝ່ຢູ່ບ້ານ ລ່ຽນ ຍິ່ງມີຄວາມາມດ້ວຍສີສັນຂອງດອກຄາຍ ແລະ ຄຶກຄື້ນມ່ວນຊື່ນດ້ວຍງານບຸນລົງນາເປັນເອກະລັກຂອງຊາວເຜົ່າໄຕ່. ເມື່ອລະດູຮ້ອນວຽນມາບ້ານ ລ່ຽນ ພັດດຶງດູດແຂກທ່ອງທ່ຽວດ້ວຍຄວາມງາມຂອງເນື້ອທີ່ນາຂັ້ນໄດຍາມນ້ຳຖ້ວມ. ຮອດະດູໃບໄມ້ຫຼົ່ນດິນແດນແຫ່ງນີ້ກໍ່ຖືກປົກຄຸມໄປດ້ວຍສີເຫຼືອງອາຮາມຂອງທົ່ງໄຮ່ທົ່ງນາ ຮອດລະດູໜາວເບິ່ງຄືວ່າ ບັນຍາກາດມິດງຽບກວ່າ ດ້ວຍກຸມເມກເລື່ອນລອຍຕາມພູຜາ. ທ່ານ ດັ້ງຮຸ່ງເກື່ອງ ປະທານຄະນະກຳມະການປະຊາຊົນຕາແສງ ບ້ານລ່ຽນ ໃຫ້ຮູ້ວ່າ:

   “ຊາວບ້ານ ລ່ຽນ ມີຈິດໃຈຮັກແພງແຂກພິເສດການທ່ອງທ່ຽວທຳມະຊາດຍັງຄົງຮັກສາລັກສະນະຮົກເຮື້ອ. ປັດຈຸບັນເນື້ອທີ່ນາຢູ່ແຫ່ງນີ້ມີຫຼາຍກວ່າ 3.000 ເຮັກຕາ, ອັດຕາການປົກຄຸມຂອງປ່າ ແມ່ນກວ່າ 52%, ແມ່ນໜຶ່ງໃນບັນດາຕາແສງມີເນື້ອທີ່ປ່າຫຼາຍກວ່າໝູ່ໃນເມືອງ ບັກຮ່າ”.

 ມາທ່ຽວນັດບ້ານ ລ່ຽນ ແຂກທ່ອງທ່ຽວຍັງໄດ້ຄົ້ນຫາຕະຫຼາດນັດບ້ານ ລ່ຽນ ໃນວັນ ພະຫັດແຕ່ລະອາທິດ. ຕະຫຼາດບ້ານ ລ່ຽນ ແມ່ນບ່ອນເຕົ້າໂຮມສີສັນວັດທະນະທຳຂອງພໍ່ແມ່ພີ່ນ້ອງເຜົ່າໄຕ່ ເຜົ່າມົ້ງ ເຜົ່າຢ້າວ ຢູ່ບ້ານ ລ່ຽນ ແລະ ຕາແສງໃກ້ຄຽງ. ມີສິຄ້າຜະລິດຕະພັນປະເພນີຂອງທ້ອງຖິ່ນຖືກວາງຂາຍພ້ອມກັບບັນດາເຍື່ອງອາຫານທີ່ເປັນເອກະລັກຄື ເຂົ້າຫຼາມ, ນ້ຳຫວານ, ປີ້ງປາ, ປີ້ງໄກ່… ໃນນັ້ນສິນຄ້າທີ່ຂາດບໍ່ໄດ້ແມ່ນຜະລິດຕະພັນຊາທີ່ມີເຄື່ອງໝາຍສະເພາະຂອງເຂດພູສູງບ້ານ ລ່ຽນ. ນາງ ເລິ່ມທິງິ ຊາວບ້ານ ລ່ຽນໃຫ້ຮູ້ວ່າ:

 “ຮອດເດືອນ ກຸມພາ ແລະ ມີນາ ຊາຖືກເດັດໃນຍາມນີ້ກໍ່ມີຄຸນນະພາດີ. ພວກເຮົາເຮັດດ້ວຍມືທັງໝົດບໍ່ນຳໃຊ້ເຄື່ອງຈັກ.. ມື້ໜຶ່ງສາມາດເດັດຊາໄດ້ 10 ກິໂລເທົ່ານັ້ນ”.

ຄວາມງາມທີ່ຈັບອົກຈັບໃຈຢູ່ເຂດພູຜາປ່າໄມ້ ດ້ວຍບັນດາເນື້ອທີ່ນາຂັ້ນໄດ, ເຮືອນຮ້ານທີ່ຮົກເຮື້ອ ພ້ອມກັບຈິດໃຈຕ້ອນຮັກແພງແຂກຄົນຂອຊາວທ້ອງຖິ່ນໄດ້ສ້າງຄວາມຄວາມປະທັບໃຈຍາກທີ່ຈະລືມໄດ້ສຳລັບແຂກທ່ອງທ່ຽວແຕ່ລະຄົນ ເມື່ອມາທ່ຽວບ້ານ ລ່ຽນ.

ຕອບກັບ

ຂ່າວ/ບົດ​ອື່ນ