ສຳເນົາຮ່ອງຮອຍສົງຄາມ ຫວຽດນາມ: ສະແດງຄວາມຮູ້ບຸນຄຸນບັນດານັກຮົບວິລະຊົນເສຍສະຫລະຊີວິດເພື່ອຊາດ, ຮຳບາດແຜສົງຄາມ

(VOVWORLD) - ອົງການ ໝາກຫົວໃຈນັກຮົບ ຫວຽດນາມສົມທົບກັບ ສູນ ຫວຽດນາມ ແລະ ສຳເນົາ (VNCA) ຂຶ້ນກັບມະຫາວິທະຍາໄລເຕັກໂນໂລຊີ Texas (ອາເມລິກາ) ປະຕິບັດໂຄງການບໍ່ຫວັງຜົນກຳໄລທີ່ມີຊື່ວ່າ ສຳເນົາຮ່ອງຮອຍສົງຄາມ ຫວຽດນາມ”. ສຳເນົາດັ່ງກ່າວລວມມີ: ປຶ້ມບັນທຶກ, ຈົດໝາຍສ່ວນຕົວ, ວັດຖຸພັນ, ເຄື່ອງໃຊ້ສ່ວນຕົວ... ຂອງບັນດານັກຮົບທີ່ເສຍສະຫລະຊີວິດເພື່ອຊາດ ຫລືບັນດານັກຮົບເກົ່າທີ່ຍັງມີຊີວິດຢູ່. ສອງຝ່າຍໄດ້ສົມທົບກັນຊອກຫາ ແລະ ມອບສົ່ງສຳເນົາດັ່ງກ່າວໃຫ້ແກ່ຍາດຕິພີ່ນ້ອງບັນດານັກຮົບເສຍສະຫລະຊີວິດເພື່ອຊາດ, ນັກຮົບເກົ່າ, ພ້ອມທັງຊອກຫາອັດຖິບັນດານັກຮົບເສຍສະຫລະຊີວິດທີ່ຖືກຫາຍສາບສູນໃນສົງຄາມ.

ສຳເນົາຮ່ອງຮອຍສົງຄາມ ຫວຽດນາມ: ສະແດງຄວາມຮູ້ບຸນຄຸນບັນດານັກຮົບວິລະຊົນເສຍສະຫລະຊີວິດເພື່ອຊາດ, ຮຳບາດແຜສົງຄາມ - ảnh 1ພິທີມອບຮັບສຳເນົາຮ່ອງຮອຍສົງຄາມ ຫວຽດນາມ ຄັ້ງທີ 2 ເດືອນ ມິຖຸນາ ປີ 2024. ພາບ: Ngọc Anh

ສູນ ຫວຽດນາມ ແລະ ສຳເນົາ (VNCA), ມະຫາວິທະຍາໄລ ເຕັກໂນໂລຊີ Texas ຢູ່ ນະຄອນ Lubbock, ລັດ Texas, ອາເມລິກາ ໄດ້ຮັບການສ້າງຕັ້ງກ່ອນນີ້ 35 ປີ (ປີ 1989) ໂດຍມີຫນ້າທີ່ເກັບກຳ ແລະ ຮັກສາບັນດາເອກະສານ ແລະ ຂໍ້ມູນກ່ຽວກັບສົງຄາມຂອງອາເມລິກາ ຢູ່ ຫວຽດນາມ. ທ່ານນາງ ປອ Tosha Dupras, ຫົວຫນ້າສະຖາບັນ ວິທະຍາສາດ ແລະ ສິລະປະ, ມະຫາວິທະຍາໄລ  ເຕັກໂນໂລຊີ Texas ໃຫ້ຮູ້ວ່າ:

 “ໃນໄລຍະ 35 ປີຜ່ານມາ, ສູນ ຫວຽດນາມ ແລະ ສຳເນົາ (VNCA) ພ້ອມກັບສະຖາບັນຄົ້ນຄ້ວາກ່ຽວກັບສັນຕິພາບ ແລະ ການປະທະກັນ ຂຶ້ນກັບມະຫາວິທະຍາໄລ ເຕັກໂນໂລຊີ Texas ໄດ້ເກັບກຳເອກະສານ, ວັດຖຸພັນໃນສົງຄາມຢູ່ຫວຽດນາມ ເພື່ອອະນຸລັກຮັກສາອະດີດຕະການ, ເຊີດຊູບັນດານັກຮົບວິລະຊົນທີ່ເສຍສະຫລະຊີວິດເພື່ອຊາດ. ພ້ອມກັນນັ້ນ ກໍ່ຊຸກຍູ້, ຮຳບາດແຜສົງຄາມ ແລະ ໄກ່ເກ່ຍຄວາມປອງດອງລະຫວ່າງສອງຊາດ ອາເມລິກາ ແລະ ຫວຽດນາມ. ພວກຂ້າພະເຈົ້າໄດ້ພ້ອມກັນເຮັດວຽກ ເພື່ອຢັ້ງຢືນບັນດາປຶ້ມບັນທຶກສ່ວນຕົວ, ປຶ້ມບັນທຶກເຫດການ, ຈົດໝາຍ ແລະ ບັນດາເອກະສານທີ່ໄດ້ສ່ອງແສງສະພາບການຢູ່ບັ້ນຮົບທີ່ນອງເລືອດໃນສົງຄາມຢູ່ ຫວຽດນາມ ກ່ອນນີ້ 50 ປີ ແລະ ຊອກຫາບັນດານັກຮົບເກົ່າ ຫລື ຍາດຕິພີ່ນ້ອງ ຄອບຄົວນັກຮົບທີ່ເສຍສະຫລະຊີວິດ ເພື່ອມອບຄືນໃຫ້ເຂົາເຈົ້າ.

ໂດຍອີງໃສ່ແຫລ່ງເອກະສານໂດຍ VNCA ສົ່ງເຖິງ, ອົງການ “ໝາກຫົວໃຈນັກຮົບ ຫວຽດນາມ” ໄດ້ຮຽບຮຽງ ແລະ ແນະນຳທາງສື່ສັງຄົມ facebook ແລະ ວາລະສານ ເອເລັກໂຕນິກ “ວັດທະນະທຳ ແລະ ການພັດທະນາ” ເພື່ອຊ່ວຍຍາດຕິພີ່ນ້ອງບັນດານັກຮົບເສຍສະຫລະຊີວິດ ມີຄວາມສະດວກໃນການຊອກຫາຍາດຕິພີ່ນ້ອງຂອງຕົນ. ເດືອນມິຖຸນາ ປີ 2023, ຢູ່ ຮ່າໂນ້ຍ, ສູນ ຫວຽດນາມ ແລະ ສຳເນົ ໄດ້ສົມທົບກັບສະຖາບັນສັນຕິພາບ ແລະ ການປະທະກັນ, ມະຫາວິທະຍາໄລ ເຕັກໂນໂລຊີ Texas ເປັນຄັ້ງທຳອິດໄດ້ມອບສົ່ງສ່ວນຫນຶ່ງຂອງ “ສຳເນົາຮ່ອງຮອຍສົງຄາມຫວຽດນາມ” ໃຫ້ແກ່ອົງການ “ໝາກຫົວໃຈນັກຮົບ ຫວຽດນາມ”.

ສຳເນົາທີ່ໄດ້ມອບສົ່ງໃຫ້ນັ້ນ ລວມມີ: ປຶ້ມບັນທຶກ 5 ຫົວ ແລະ ຈົດໝາຍ 30 ສະບັບທີ່ໄດ້ຂຽນໃນສົງຄາມຂອງບັນດານັກຮົບເສຍສະຫລະຊີວິດເພື່ອຊາດ. ຫລັງຈາກນັ້ນ ຫນຶ່ງປີ ຄືໃນເດືອນມິຖຸນາ ປີ 2024, ຢູ່ ຮ່າໂນ້ຍ ໄດ້ດຳເນີນພິທີມອບຮັບ “ສຳເນົາຮ່ອງຮອຍສົງຄາມ ຫວຽດນາມ” ຄັ້ງທີ 2 ລວມມີ ກວ່າ 30 “ສຳເນົາຮ່ອງຮອຍສົງຄາມ” ພ້ອມກັບວັດຖຸພັນ, ຂອງສັກສິດທີ່ຕິດຕົວ. ພັນເອກ, ນັກປະພັນ ດັ້ງເວືອງຮຶງ, ຜູ້ກໍ່ຕັ້ງ, ປະທານ ອົງການ “ໝາກຫົວໃຈນັກຮົບ ຫວຽດນາມ” ໃຫ້ຮູ້ວ່າ:

 “ເພື່ອໃຫ້ມີບັນດາສຳເນົາຮ່ອງຮອຍສົງຄາມ ຫວຽດນາມ, ຄະນະຈັດຕັ້ງ, ພິເສດແມ່ນ ພວກເພື່ອນ ຝ່າຍ ອາເມລິກາ ໄດ້ເຮັດວຽກຢ່າງບໍ່ຮູ້ອິດຮູ້ເມື່ອຍຕະຫລອດປີຈຶ່ງເກັບໄດ້ກວ່າ 30 ສຳເນົາຮ່ອງຮອຍສົງຄາມ. ພວກຂ້າພະເຈົ້າຮູ້ສຶກແປກປະຫລາດໃຈ ແລະ ຕຶ້ນຕັນໃຈເມື່ອຊອກໄດ້ກວ່າ 10 ສຳເນົາທີ່ໄດ້ຮັບການຕອບກັບຄືນ, ໃນນັ້ນ ມີນັກຮົບເກົ່າ 3 ຄົນຍັງມີຊີວິດຢູ່. ຍັງມີອີກຫລາຍສຳເນົາ ພວກຂ້າພະເຈົ້າຈະສົມທົບກັບຝ່າຍ ອາເມລິກາ ສືບຕໍ່ຊອກຫາ, ແນະນຳໃນຊຸມປີຈະມາເຖິງ.

ສຳເນົາຮ່ອງຮອຍສົງຄາມ ຫວຽດນາມ: ສະແດງຄວາມຮູ້ບຸນຄຸນບັນດານັກຮົບວິລະຊົນເສຍສະຫລະຊີວິດເພື່ອຊາດ, ຮຳບາດແຜສົງຄາມ - ảnh 2ພິທີມອບຮັບຮູບເຄິ່ງຄີງໃຫ້ຍາດຕິພີ່ນ້ອງບັນດານັກຮົບເສຍສະຫລະຊີວິດເພື່ອຊາດ (ເດືອນມິຖຸນາປີ 2024). ພາບ: Ngọc Anh

ເລື່ອງ ຝ່າຍ ອາເມລິກາ ຫນູນຊ່ວຍ ຫວຽດນາມ ຊອກຫາບັນດາວັດຖຸພັນ ແລະ ມອບສົ່ງ “ສຳເນົາຮ່ອງຮອຍສົງຄາມ ຫວຽດນາມ” ແມ່ນວຽກງານທີ່ມີຄວາມໝາຍ ແລະ ມະນຸດສາດ. ທ່ານ ປອ Steve Maxner ຫົວຫນ້າສູນ ຫວຽດນາມ ແລະ ສຳເນົາ, ມະຫາວິທະຍາໄລ ເຕັກໂນໂລຊີ Texas  ໃຫ້ຮູ້ວ່າ:

ບັນດາເອກະສານ, ວັດຖຸພັນ ຊື່ງພວກຂ້າພະເຈົ້າໄດ້ມອບສົ່ງຄືນ ນັ້ນອາດຈະແມ່ນການເລີ່ມຕົ້ນຂອງວິວັດທະນາການໃຫມ່ ເພື່ອຊອກຫາອັດຖິນັກຮົບເສຍສະຫລະຊີວິດ, ຍາດຕິພີ່ນ້ອງນັກຮົບສາມາດນຳເອົາອັດຖິຂອງເຂົາເຈົ້າກັບຄືນເມືອບ້ານເກີດເມືອງນອນ. ຍາດຕິພີ່ນ້ອງຂອງນັກຮົບເສຍສະຫລະຊີວິດ ສາມາດພົວພັນຕິດຕໍ່ກັບພວກຂ້າພະເຈົ້າ ແລະ ພວກຂ້າພະເຈົ້າຈະແລກປ່ຽນຂໍ້ມູນທີ່ຈຳເປັນກັບເຂົາເຈົ້າເພື່ອຊ່ວຍຊອກຫາອັດຖິຂອງຍາດຕິພີ່ນ້ອງຕົນ.

ເຖິງວ່າ ບັນດາວັດຖຸພັນໃນ “ສຳເນົາຮ່ອງຮອງສົງຄາມ ຫວຽດນາມ” ບໍ່ສາມາດລົບລ້າງຄວາມເຈັບປວດຂອງບັນດາຄອບຄົວມີນັກຮົບເສຍສະຫລະຊີວິດ ແຕ່ສ່ວນໃດຫນຶ່ງກໍ່ເປັນການໃຫ້ກຳລັງໃຈເຂົາເຈົ້າ, ປະກອບສ່ວນໄກ່ເກ່ຍຄວາມປອງດອງລະຫວ່າງສອງຊາດ. ທະຫານຜ່ານເສິກ ອາເມລິກາ, ທ່ານ Ron Milam, ຫົວຫນ້າສະຖາບັນສັນຕິພາບ ແລະ ການປະທະກັນ, ມະຫາວິທະຍາໄລ ເຕັກໂນໂລຊີ  Texas ຖືວ່າ:

 “ກ່ອນນີ້ ພວກເຮົາຢູ່ຄົນລະຝ່າຍໃນສະຫນາມຮົບ ແຕ່ປະຈຸບັນ ພວກເຮົາສາມາດພ້ອມກັນເພື່ອເຊີດຊູກັນ, ເລົ່າໃຫ້ກັນຟັງບັນດາເລື່ອງລາວໃນສົງຄາມ, ຈັບມືກັນຢ່າງແຫນ້ນແຟ້ນ, ພ້ອມກັນຍີ້ມ ແລະ ແບ່ງປັນອະນຸສອນຕ່າງໆໃນໄລຍະສົງຄາມ.

ໃນຂອບເຂດໂຄກງານ “ສຳເນົາຮ່ອງຮອຍສົງຄາມ”, ອົງການ “ໝາກຫົວໃຈນັກຮົບ” ແລະ ສະໂມສອນ “ອາຍຸ 20 ປີຕະຫລອດການ” ກໍ່ໄດ້ປັບແຕ່ງຄືນໃໝ່ຮູບເຄິ່ງຄີງຂອງບັນດານັກຮົບທີ່ເສຍສະຫລະຊີວິດເພື່ອມອບໃຫ້ບັນດາຄອບຄົວນັກຮົບເສຍສະຫລະຊີວິດ. ເມື່ອໄດ້ຮັບຮູບເຄິ່ງຄີງອ້າຍຂອງຕົນ, ນັກຮົບເກົ່າ ຟານຈ້ອງເຊີນ, ນ້ອງຊາຍຂອງນັກຮົບເສຍສະຫລະຊີວິດ ຟານຈ້ອງເວິນ ແບ່ງປັນວ່າ:

ຂ້າພະເຈົ້າ ຮູ້ສຶກຕື້ນຕັນໃຈເມື່ອໄດ້ຮັບຮູບເຄິ່ງຄີງຂອງອ້າຍຄິງຂອງຕົນທີ່ໄດ້ເສຍສະຫລະຊີວິດກ່ອນນີ້ກວ່າ 50 ປີ. ການປັບແຕ່ງຮູບຂອງຍາດຕິພີ່ນ້ອງພວກຂ້າພະເຈົ້າທີ່ໄດ້ເສຍສະຫລະຊີວິດໃນສະຫນາມຮົບຄືນໃໝ່ນັ້ນ ແມ່ນວຽກງານທີ່ມີຄວາມໝາຍ. ພວກຂ້າພະເຈົ້າຮູ້ສຶກຄືວ່າ ອ້າຍຂອງຕົນໄດ້ກັບຄືນເມືອຢູ່ນຳຄອບຄົວແລ້ວ.

ສຳເນົາຮ່ອງຮອຍສົງຄາມ ຫວຽດນາມ ແມ່ນແຫລ່ງເອກະສານທີ່ອຸດົມສົມບູນ, ມີຊີວິດຊີວາ ແລະ ສ່ອງແສ່ງຄວາມເປັນຈິງກ່ຽວກັບການຕໍ່ສູ້ປົກປັກຮັກສາປະເທດຊາດ ຫວຽດນາມ ຢ່າງພິລະອາດຫານ. ສຳເນົາຮ່ອງຮອຍສົງຄາມ ຫວຽດນາມ ໄດ້ປະກອບສ່ວນສະແດງຄວາມຮູ້ບຸນຄຸນຕໍ່ບັນດານັກຮົບເສຍສະຫລະຊີວິດເພື່ອຊາດ, ຮຳບາດແຜສົງຄາມ, ປິດອະດິດຕະການ, ມຸ່ງໄປເຖິງອະນາຄົດ.

ຕອບກັບ

ຂ່າວ/ບົດ​ອື່ນ