ການ​ນຳ​ນະ​ຄອນ ໂຮ່​ຈີ​ມິນ ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ

(VOVWORLD) - ທີ່ການຕ້ອນຮັບ, ທ່ານ ຟານວັນໝ້າຍ ຢັ້ງຢືນວ່າ ນະຄອນ ໂຮ່ຈີມິນ ຈະເປັນທ້ອງຖິ່ນນຳໜ້າ, ຕັ້ງໜ້າໃນການປັບປຸງ, ເພີ່ມພູນຄູນສ້າງ, ພັດທະນານ້ຳໃຈມິດຕະພາບແບບພິເສດ ຫວຽດນາມ - ລາວ, ຜ່ານບັນດາກິດຈະກຳຮ່ວມມືທີ່ມີປະສິດທິຜົນສຳລັບບັນດາທ້ອງຖິ່ນຂອງ ລາວ. 
ການ​ນຳ​ນະ​ຄອນ ໂຮ່​ຈີ​ມິນ ຕ້ອນ​ຮັບ​ຄະ​ນະ​ພະ​ນັກ​ງານ​ຂັ້ນ​ສູງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ - ảnh 1ບັນຍາກາດການເຮັດວຽກ (ພາບ: TTXVN)

ຕອນບ່າຍວັນທີ 31 ກໍລະກົດ, ທ່ານ ຟານວັນໝ້າຍ, ປະທານຄະນະກຳມະການປະຊາຊົນນະຄອນ ໂຮ່ຈີມິນ ໄດ້ໃຫ້ການຕ້ອນຮັບ ແລະ ເຮັດວຽກກັບຄະນະພະນັກງານຂັ້ນສູງຂອງພັກປະຊາຊົນປະຕິວັດ ລາວ ໂດຍທ່ານ ສັນຕິສຸກ ສິມມະລາວົງ, ຮອງລັດຖະມົນຕີກະຊວງເຕັກໂນໂລຢີ ແລະ ການສື່ສານ ລາວ, ເປັນຫົວໜ້າຄະນະ, ພວມຢ້ຽມຢາມ ແລະ ເຮັດວຽກງານຢູ່ນະຄອນ ໂຮ່ຈີມິນ. ທີ່ການຕ້ອນຮັບ, ທ່ານ ຟານວັນໝ້າຍ ຢັ້ງຢືນວ່າ ນະຄອນ ໂຮ່ຈີມິນ ຈະເປັນທ້ອງຖິ່ນນຳໜ້າ, ຕັ້ງໜ້າໃນການປັບປຸງ, ເພີ່ມພູນຄູນສ້າງ, ພັດທະນານ້ຳໃຈມິດຕະພາບແບບພິເສດ ຫວຽດນາມ - ລາວ, ຜ່ານບັນດາກິດຈະກຳຮ່ວມມືທີ່ມີປະສິດທິຜົນສຳລັບບັນດາທ້ອງຖິ່ນຂອງ ລາວ. ນະຄອນ ໂຮ່ຈີມິນ ມີຄວາມປາດຖະໜາຢາກຊຸກຍູ້ໂອກາດຮ່ວມມືຮອບດ້ານກັບບັນດາທ້ອງຖິ່ນຂອງລາວ ແລະ ບົນພື້ນຖານໝາກຜົນຮ່ວມມືຕັ້ງໜ້າກັບ ວຽງຈັນ, ຈຳປາສັກ, ສະຫວັນນະເຂດ… ແລະ ຫວັງວ່າ ລາວຈະສືບຕໍ່ໃຫ້ຄວາມເອົາໃຈໃສ່, ສ້າງເງື່ອນໄຂຊຸກຍູ້ການເຄື່ອນໄຫວສົ່ງເສີມການຄ້າ, ການຮ່ວມມືດ້ານເສດຖະກິດ, ແລກປ່ຽນວັດທະນະທຳ, ພົບປະແລກປ່ຽນປະຊາຊົນ… ລະຫວ່າງນະຄອນ ໂຮ່ຈີມິນ ກັບບັນດາທ້ອງຖິ່ນ, ຄູ່ຮ່ວມມືຂອງລາວ.

        ທີ່ການເຮັດວຽກ, ສອງຝ່າຍໄດ້ແບ່ງປັນບົດຮຽນປະສົບການໃນວຽກງານນຳພາ, ຊີ້ນຳພັດທະນາລະບົບສາທາລະນະສຸກ; ວຽກງານດຶງດູດເງິນລົງທຶນຕ່າງປະເທດ; ນະໂຍບາຍປະກັນສຸຂະພາບ, ປະກັນສັງຄົມ; ນະໂຍບາຍໜູນຊ່ວຍແມ່ຍິງ; ມາດຕະການພັດທະນາຕະຫຼາດສິນຄ້າ, ຮັກສາສະຖຽນລະພາບລາຄາຕະຫຼາດ; ໜູນຊ່ວຍວິສາຫະກິດ; ຍົກສູງຄຸນນະພາບການສຶກສາ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ; ບັນຫາວາງແຜນຜັງ, ວຽກງານຍຸຕິທຳ.


ຕອບກັບ

ຂ່າວ/ບົດ​ອື່ນ