ຫວຽດ​ນາມ ຊ່ວຍ​ເຫຼືອ ລາວ ກໍ່​ສ້າງ​ສູນ​ຂໍ້​ມູນ​ກ່າວ​ເຕືອນ​ໄພ​ທຳ​ມະ​ຊາດ

(VOVWORLD) - ພິທີເປີດສະຫຼອງຫ້ອງທົດລອງຂໍ້ມູນ ແລະ ການສື່ສານກ່ຽວກັບໄພພິບັດ, ໂດຍ ຫວຽດນາມ ຊ່ວຍເຫຼືອລາວ ກໍ່ສ້າງ, ໄດ້ດຳເນີນໃນຕອນບ່າຍວັນທີ 06 ສິງຫາ ຢູ່ນະຄອນຫຼວງ ວຽງຈັນ, ລາວ.
ຫວຽດ​ນາມ ຊ່ວຍ​ເຫຼືອ ລາວ ກໍ່​ສ້າງ​ສູນ​ຂໍ້​ມູນ​ກ່າວ​ເຕືອນ​ໄພ​ທຳ​ມະ​ຊາດ - ảnh 1ພິທີເປີດຫ້ອງທົດລອງຂໍ້ມູນ ແລະ ການສື່ສານ ໄພພິບັດ (ພາບ: VOV)

ຫ້ອງທົດລອງຂໍ້ມູນ ແລະ ການສື່ສານກ່ຽວກັບໄພພິບັດ ຢູ່ ລາວ ໄດ້ເລີ່ມຮັບການບູລະນະສ້ອມແປງ, ປະກອບເຄື່ອງອຸປະກອນ ແລະ ຊອັບແວນັບແຕ່ທ້າຍເດືອນ ກໍລະກົດ ຜ່ານມາ, ດ້ວຍ 4 ໜ້າຈໍ່ສະແດງ, ເຄື່ອງຄອມພິວເຕີ 2 ຊຸດ ແລະ ອຸປະກອນຕ່າງໆຈຳນວນໜຶ່ງທີ່ຮັບໃຊ້ໃນວຽກງານການວັດແທກສະພາບແຜ່ນດິນໄຫວຕາມເວລາຕົວຈິງ. ເມື່ອເກີດມີແຜ່ນດິນໄຫວ, ລະບົບຈະແກ້ໄຂແບບອັດຕະໂນມັດຕາມເວລາຕົວຈິງ ແລະ ອອກຂໍ້ມູນກ່ຽວກັບແຜ່ນດິນໄຫວ, ເຊັ່ນ: ເວລາ, ຈຸດພິກັດເກີດແຜ່ນດິນໄຫວ, ລະດັບຄວາມແຮງ ແລະ ຄວາມເລິກ… ໄປຄຽງຄູ່ກັນນັ້ນ, ລະບົບກໍໄດ້ເຊື່ອມຕໍ່ກັບລະບົວວັດແທກຂອງປະເທດອື່ນໆເຊັ່ນ: ຫວຽດນາມ, ໄທ ແລະ ລະບົບສາກົນ. ປັດຈຸບັນ, ລາວ ມີສະຖານີວັດແທກ 3 ແຫ່ງ ເພື່ອຕິດຕາມເຫດແຜ່ນດິນໄຫວ, ເຊິ່ງໄດ້ຕິດຕັ້ງຢູ່ ນະຄອນຫຼວງວຽງຈັນ, ແຂວງ ຫຼວງພະບາງ ແລະ ແຂວງ ບໍລິຄຳໄຊ.

ນັກຂ່າວ VOV ປະຈຳ ລາວ

ຕອບກັບ

ຂ່າວ/ບົດ​ອື່ນ