ຈິດ​ຕະ​ກອນ ຊາວຫວຽດ​ນາມ ອາ​ໄສຢູ່ຕ່າງ​ປະ​ເທດ ຕໍ່ກັບ​ປະ​ທານ ໂຮ່​ຈີ​ມິນ

(VOVWORLD) - ດ້ວຍຄວາມຮັກ ແລະ ຄວາມເຄົາລົບນັບຖືພິເສດທີ່ມີຕໍ່ປະທານ ໂຮ່ຈີມິນໃນໄລຍະເວລາບໍ່ຮອດ 10 ປີຈິດຕະກອນ ດ່າວຈ້ອງຫຼີ - ຊາວຫວຽດນາມ ອາໄສຢູ່ ໄທ ແຕ້ມພາບກ່ຽວກັບປະທານ ໂຮ່ຈີມິນ ໄດ້ກວ່າ 100 ແຜ່ນ. ປັດຈຸບັນ, ບັນດາພາບແຕ້ມດັ່ງກ່າວ ໄດ້ວາງສະແດງຢູ່ເຂດອະນຸສອນສະຖານ ປະທານ ໂຮ່ຈີມິນ ຢູ່ແຂວງ ນະຄອນ ພະນົມຫໍພິພິຕະພັນວິຈິດສິນ ຫວຽດນາມ ແລະ ສຳນັກງານສະມາຄົມ ໄທ - ຫວຽດ ຕັ້ງຢູ່ແຂວງຕ່າງໆຂອງ ໄທຈຳນວນພາບແຕ້ມເຫຼົ່ານັ້ນ ໄດ້ສ້າງຄວາມປະທັບໃຈຢ່າງແຮງຕໍ່ຜູ້ຊົມ ແລະ ໄດ້ຮັບການຕີລາຄາສູງຈາກວົງການັກວິຊາການ ຍ້ອນວ່າ ບໍ່ເຄີຍມີຊຸດພາບແຕ້ມໃດທີ່ໄດ້ແຕ້ມກິດຈະກຳການເຄື່ອນໄຫວຂອງລູງໂຮ່ ໄດ້ຢ່າງຄົບຖ້ວນຄືຊຸດພາບແຕ້ມຂອງ ຈິດຕະກອນ ດ່າວຈ້ອງຫຼີ. 
ຈິດ​ຕະ​ກອນ ຊາວຫວຽດ​ນາມ ອາ​ໄສຢູ່ຕ່າງ​ປະ​ເທດ ຕໍ່ກັບ​ປະ​ທານ ໂຮ່​ຈີ​ມິນ - ảnh 1ພາບປະທານ ໂຮ່ຈີມິນ ກັບເດັກໆອະນຸຊົນ

ຂ້າພະເຈົ້າຮູ້ສຶກຕື້ນຕັນໃຈທີ່ສຸດ ເມື່ອໄດ້ຮັບຊົມພາບແຕ້ມສີນ້ຳກ່ຽວກັບທານ ໂຮ່ຈີມິນ, ເຊິ່ງສະແດງໃຫ້ເຫັນຄວາມຮັກທີ່ມີຕໍ່ລຸງໂຮ່, ບໍ່ພຽງແຕ່ຂອງຈິຕະກອນ ດ່າວຈ້ອງຫຼີ ເທົ່ານັ້ນ ຫາກຍັງແມ່ນຂອງປະຊາຊົນ ຫວຽດນາມ ທົ່ວປວງຊົນທັງຊາດ ທີ່ມີຕໍ່ລຸງໂຮ່ ອີກດ້ວຍ. ບັນດາພາບແຕ້ມເຫຼົ່ານັ້ນມີຄວາມເລິກທາງດ້ານຈິດຕະສາດ ແລະ ອາລົມຈິດຄວາມຮັກແພງ”.

ເຖິງວ່າບໍ່ເຄີຍໄດ້ພົບປະທານໂຮ່ຈີມິນ ຈັກເທື່ອ, ແຕ່ຜ່ານບັນດາພາບແຕ້ໂດຍຈິດຕະກອນ ຫຼີ ໄດ້ແຕ້ອອກມານັ້ນ ໄດ້ສະແດງໃຫ້ເຫັນຄວາມຮັກຂອງເພິ່ນທີ່ມີຕໍ່ລຸງໂຮ່. ໂດຍເປັນຜູ້ໜຶ່ງທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນ ແຕ່ຍາມໃດກໍວ່າຍໜ້າເມື່ອຫາປະເທດຊາດ, ອາໄລຫາປະທານ ໂຮ່ຈີມິນ. ນັ້ນແມ່ສິ່ງທີ່ລ້ຳຄ່າທີ່ສຸດ”.

ນັກຂ່າວ ຮ່າກວາງ ແລະ ຈິດຕະກອນ ເຈິ່ນຂາຍ ໄດ້ແບ່ງປັນຄວາມຮູ້ສຶກຂອງຕົນ ເມື່ອໄດ້ຢ້ຽມຊົມງານວາງສະແດງພາບແຕ້ມ ດ້ວຍຫົວຂໍ້ “ນ້ຳໃຈຂອງຈິດຕະກອນຫວຽດນາມ ອາໄສຢູ່ ໄທ ທີ່ມີຕໍ່ລຸງໂຮ່” ຂອງຈິດຕະກອນ ດ່າວຈ້ອງຫຼີ ຢູ່ຫໍພິພິທະພັນ ວິຈິດສິນ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຄ້າຍວັນເກີດຂອງປະທານ ໂຮ່ຈີມິນ ຄົບຮອບ 134 ປີ. ພາບແຕ້ມສີຄັດມັນ, ສີນ້ຳ 55 ແຜ່ນ ທີ່ໄດ້ຄັດຈ້ອນມາຈາກຊຸດພາບແຕ້ມ 100 ກວ່າແຜ່ນກ່ຽວກັບປະທານ ໂຮ່ຈີມິນ ຂອງຈິດຕະກອນ ດ່າວຈ້ອງຫຼີ ໄດ້ວາດພາບຄືນໄລຍະເດີນທາງໄປຊອກຫາເສັ້ນທາງກູ້ຊາດ, ການເຄື່ອນໄຫວປະຕິວັດຢູ່ ທາງພາກເໜືອ ຫວຽດນາມ ແລະ ຊີວິດທີ່ລຽບງ່າຍຂອງປະທານ ໂຮ່ຈີມິນ - ການນຳຜູ້ຍິ່ງໃຫຍ່ຂອງຊາດ ຫວຽດນາມ. ສ່ວນສຳລັບຊາວ ຫວຽດນາມ ອາໄສຢູ່ ໄທ ແລ້ວ, ບັນດາພາບແຕ້ມກ່ຽວກັບລຸງໂຮ່ ກໍສ່ວນໃດສ່ວນໜຶ່ງໄດ້ສະແດງຄວາມເອກອ້າງທະນົງໃຈ, ນ້ຳໃຈອວ່າຍໜ້າເມືອຫາປະເທດຊາດຂອງຊາວ ຫວຽດນາມ ຜູ້ຢູ່ຫ່າງໄກຈາກບ້ານເກີດເມືອງນອນ. ທ່ານນາງ ຫວໍທິຮົ່ງເວິນ, ຮອງປະທານສະມາຄົມ ໄທ - ຫວຽດ ແຂວງ ນະຄອນພະນົມ ແບ່ງປັນວ່າ:

ການວາງສະແດງບັນດາພາບແຕ້ມກ່ຽວກັບປະທານ ໂຮ່ຈີມິນ ແມ່ນຄວາມເອກອ້າງທະນົງໃຈຂອງຈິດຕະກອນ ດ່າວຈ້ອງຫຼີ ກໍຄືປະຊາຄົມຊາວຫວຽດນາມ ອາໄສ ຢູ່ນະຄອນ ພະນົມ. ຈິດຕະກອນ ມີຄວາມປາດຖະໜາຢາກແຕ້ມບັນດາພາບແຕ້ມກ່ຽວກັບການເຄື່ອນໄຫວຂອງປະທານ ໂຮ່ຈີມິນ ນັບແຕ່ເມື່ອ ເພິ່ນເດີນທາງໄປຊອກຫາເສັ້ນທາງກູ້ຊາດ ເພື່ອໃຫ້ຄົນລຸ້ນຫຼັງຮ່ຳຮຽນເອົາແບບຢ່າງປະທານ ໂຮ່ຈີມິນ”.

ຈິດ​ຕະ​ກອນ ຊາວຫວຽດ​ນາມ ອາ​ໄສຢູ່ຕ່າງ​ປະ​ເທດ ຕໍ່ກັບ​ປະ​ທານ ໂຮ່​ຈີ​ມິນ - ảnh 2ຈິດຕະກອນ ດ່າວຈ້ອງຫຼີ
ຈິດຕະກອນ ດ່າວຈ້ອງຫຼີ ແບ່ງປັນວ່າ, ທ່ານໄດ້ກຳເນີດໃນຄອບຄົວຊາວ ຫວຽດນາມ ອາໄສຢູ່ແຂວງ ນະຄອນ ພະນົມ ແລະ ນັບແຕ່ຄາວຍັງນ້ອຍ ພໍ່ແມ່ໄດ້ເລົ່າເລື່ອງກ່ຽວກັບລຸງໂຮ່ ສູ່ຟັງແລ້ວ, ສະນັ້ນຮູບພາບກ່ຽວກັບລຸງໂຮ່ ໄດ້ຝັງເລິກໃນຈິດສຳນຶກຂອງທ່ານ ແບບທຳມະຊາດ. ແລ້ວຮອດເມື່ອເຕີບໃຫຍ່ ແລະ ກາຍເປັນຄູສອນພາສາ ຫວຽດ, ທ່ານມັກຊອກຫາປຶ້ມ, ຮູບພາບກ່ຽວກັບປະທານ ໂຮ່ຈີມິນ ມາອ່ານ ແລະ ຄົ້ນຄວ້າເມື່ອມີເວລາຫວ່າງ. ຍິ່ງຊອກຮູ້ ທ່ານຍິ່ງມີຄວາມປາດຖະໜາຢາກສະແດງຄວາມເຄົາລົບນັບຖືເປັນພິເສດຕໍ່ ລຸງໂຮ່. ແລະນັບແຕ່ປີ 2018, ທ່ານເລີ່ມແຕ້ມພາບ ລຸງໂຮ່ ຕາມຈິດສຳນຶກຂອງຕົນ ກໍຄືຈາກເອກະສານ, ຮູບພາບທີ່ຫາມາໄດ້. ຈິດຕະກອນ ດ່າວຈ້ອງຫຼີ ໃຫ້ຮູ້ວ່າ, ເລື່ອງແຕ້ມພາບກ່ຽວກັບ ລຸງໂຮ່ ໄດ້ກາຍເປັນຄວາມມົວເມົາໃຫຍ່ຫຼວງສຳລັບຊີວິດຂອງທ່ານ.

ສຳລັບຂ້າພະເຈົ້າແລ້ວ, ລຸງໂຮ່ແມ່ນຄົນທີ່ລຽບງ່າຍ, ໃກ້ຊິດສະໜິດສະໜົມກັບປະຊາຊົນ, ຍາມໃດກໍຄິດເຖິງຜົນປະໂຫຍດຂອງປະຊາຊົນ ແລະ ພວກຫຼານອະນຸຊົນເຍົາວະຊົນ. ຄວາມຝັນຂອງລຸງໂຮ່ ແມ່ນເຮັດແນວໃດເພື່ອໃຫ້ປະຊາຊົນມີຊີວິດທີ່ອີ່ມໜຳສຳລານ ສົມບູນພູນສຸກ. ຂ້າພະເຈົ້າແຕ້ມພາບແລ້ວ ມອບໃຫ້ສະມາຄົມ ໄທ - ຫວຽດ ຂອງແຂວງຕ່າງໆຢູ່ ໄທ ເພື່ອແຂວນຢູ່ສຳນັກງານຂອງສະມາຄົມ. ໃນເຂດອະນຸສອນສະຖານປະທານໂຮ່ຈີມິນ ຢູ່ແຂວງ ນະຄອນ ພະນົມ, ມີຮ້ານວາງສະແດງພາບຖ່າຍ 20 ແຜ່ນ ດ້ວຍຫົວຂໍ້ລຸງໂຮ່ ກັບເດັກນ້ອຍອະນຸຊົນ, ລຸງໂຮ່ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ, ລຸງໂຮ່ກັບຊີວິດປະຈຳວັນ, ລຸງໂຮ່ ແລະ ເພື່ອນມິດສາກົນ”.

ຈິດ​ຕະ​ກອນ ຊາວຫວຽດ​ນາມ ອາ​ໄສຢູ່ຕ່າງ​ປະ​ເທດ ຕໍ່ກັບ​ປະ​ທານ ໂຮ່​ຈີ​ມິນ - ảnh 3ພາບ “ລຸງໂຮ່ນັ່ງຜ່າຟືນ ຢູ່ເຂດສະໜາມຮົບ ຫວຽດບັກ

ໃນບັນດາພາບແຕ້ມກ່ຽວກັບລຸງໂຮ່, ຈິດຕະກອນ ດ່າວຈ້ອງຫຼີ ໄດ້ແຕ້ມດ້ວຍແປ້ງສໍຂາວຂອງ ອັງກິດ, ສີນ້ຳ ແລະ ສີຄັດມັນ. ກ່ອນຈະແຕ້ມ, ທ່ານຕ້ອງນັ່ງຄິດໄປຄິດມາເປັນຫຼາຍມື້ ເພື່ອແຕ້ມແນວໃດໃຫ້ຖືກຄືກັບເພິ່ນແທ້ໆ, ໂດຍສະເພາະແມ່ນດວງຕາ.

ພາບແຕ້ມກ່ຽວກັບລຸງໂຮ່ ຍາກທີ່ສຸດແມ່ນແຕ້ມດວງຕາ, ເພາະວ່າ ຕາຂອງລຸງໃສແຈ້ງຄືກັບດວງດາວ ແລະ ມີຄວາມເມດຕາປານີ. ໃນຈຳນວນພາບທີ່ຂ້ພະເຈົ້າໄດ້ແຕ້ມມານັ້ນ, ພາບລຸງໂຮ່ນັ່ງຜ່າຟືນ ຢູ່ເຂດສະໜາມຮົບ ຫວຽດບັກແມ່ນພາບແຕ້ມທີ່ຂ້າພະເຈົ້າມັກທີ່ສຸດ. ຮູບພາບຂອງລຸງໂຮ່ ຄືດັ່ງພໍ່ເຖົ້າຜູ້ໜຶ່ງທີ່ເປັນມິດສະໜິດສະໜົມ ແລະ ລຽບງ່າຍ. ຂ້າພະເຈົ້າ ຕ້ອງຄິດໄປຄິດມາແຕ່ 3 4 ມື້ຈຶ່ງລົງມືແຕ້ມ. ພາບກ່ຽວກັບເພິ່ນສ່ວນຫຼາຍແມ່ນພາບຂາວດຳ. ຂ້າພະເຈົ້າຕ້ອງຄິດຕາມຕົວຈິງວ່າ ຖ້າມີສີ, ເສື້ອຈະແມ່ນເສື້ອສີຫຍັງ, ວັດຖຸຢູ່ອ້ອມຕົວເພິ່ນຈະເປັນສີຫຍັງ. ເຮົາຕ້ອງຄິດກ່ອນ ແລະ ປະສົມສີແທນໃຫ້ສີຂາວດຳນັ້ນ”.

ປີ 2024 ນີ້, ເຖິງວ່າ ອາຍຸ 70 ປາຍປີ ແລ້ວກໍຕາມ, ແຕ່ນັກຈິດຕະກອນ ດ່າວຈ້ອງຫຼີ ຍັງຢາກສືບຕໍ່ແຕ້ມພາບກ່ຽວກັບປະທານ ໂຮ່ຈີມິນ ການນຳຜູ້ຍິ່ງໃຫຍ່ຂອງຊາດ ຫວຽດນາມ ຕື່ມອີກ ເພື່ອວາງສະແດງຢູ່ເຂດອະນຸສອນສະຖານປະທານ ໂຮ່ຈີມິນ ແຂວງ ນະຄອນ ພະນົມ ເພື່ອຊ່ວຍໃຫ້ລູກຫຼານຊາວ ຫວຽດນາມ ທີ່ອາໄສຢູ່ ໄທ ແລະ ປະຊາຊົນ ໄທ ມີຄວາມເຂົ້າໃຈກ່ຽວກັບປະທານ ໂຮ່ຈີມິນ ກວ່າອີກ. /.

ຕອບກັບ

ຂ່າວ/ບົດ​ອື່ນ