ໄລ​ຍະ​ເວ​ລາ 57 ປີ ແຫ່ງ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາຂອງ ອາ​ຊຽນ

(VOVWORLD) - ວັນທີ 8 ສິງຫາ, ອາຊຽນ ໄດ້ສະເຫຼີມສະຫຼອງການສ້າງຕັ້ງຄົບຮອບ 57 ປີ (8/8/1967 – 8/8/2024). 57 ປີ ຜ່ານມາ, ຜົນສຳເລັດທີ່ສຳຄັນທີ່ສຸດຂອງ ອາຊຽນ ແມ່ນຮັບປະກັນການຮັກສາສັນຕິພາບ ແລະ ສະຖຽນລະພາບຢູ່ພາກພື້ນ ອາຊີຕາເວັນອອກສ່ຽງໃຕ້, ບັນດາປະເທດສະມາຊິກສ້າງໄດ້ສາຍພົວພັນຮ່ວມມືທີ່ນັບມື້ນັບດີງາມກວ່າເກົ່າ. ຄວາມແຕກຕ່າງກັນລະຫວ່າງບັນດາສະມາຊິກ, ຂໍ້ຂັດແຍ້ງ ຫຼື ຄວາມບໍ່ລົງລອຍກັນສ່ວນໃດໜຶ່ງ ລ້ວນແຕ່ໄດ້ຮັບການເຈລະຈາ ແລະ ໄກ່ເກ່ຍບົນພື້ນຖານເພື່ອຜົນປະໂຫຍດສ່ວນລວມ.
ໄລ​ຍະ​ເວ​ລາ 57 ປີ ແຫ່ງ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາຂອງ ອາ​ຊຽນ - ảnh 1ພິທີຊັກທຸງຂຶ້ນເສົາຂອງກະຊວງການຕ່າງປະເທດ ຫວຽດນາມ ໃນຕອນເຊົ້າວັນທີ 8 ສິງຫາ (ພາບ: TTXVN)

ຈາກປະຊາກອນປະມານ 260 ລ້ານຄົນ ເມື່ອຕອນຫາກໍ່ຮັບການສ້າງຕັ້ງ, ປັດຈຸບັນ ອາຊຽນ ແມ່ນຊາຍຄາລວມຂອງປະຊາຊົນກວ່າ 650 ລ້ານຄົນ ແລະ ແມ່ນຕະຫຼາດທີ່ມີກຳລັງບົ່ມຊ້ອນຫຼາຍຢ່າງ. ຄາດວ່າຮອດປີ 2050, ອາຊຽນ ຈະແມ່ນພື້ນຖານເສດຖະກິດໃຫຍ່ທີສີ່ໃນໂລກ.

        ສິ່ງທີ່ເປັນພື້ນຖານໃຫ້ແກ່ຜົນສຳເລັດໃນເກືອບ 6 ທົດສະວັດຜ່ານມານັ້ນ ແມ່ນບັນດາກົນໄກຮ່ວມມືພາຍໃນກຸ່ມຂອງ ອາຊຽນ ກໍຄືສຳລັບບັນດາຄູ່ຮ່ວມມື, ໄດ້ມີການປະກອບສ່ວນນັບມື້ນັບສຳຄັນໃນການແກ້ໄຂບັນຫາລວມຂອງພາກພື້ນ. ດັ່ງນັ້ນ, ອາຊຽນ ນັບມື້ນັບກາຍເປັນຄູ່ຮ່ວມມືສຳຄັນສຳລັບຫຼາຍປະເທດ, ໃນນັ້ນ ມີບັນດາປະເທດມະຫາອຳນາດ. ອາເມລິກາ ຖື ອາຊຽນ ເປັນໃຈກາງໃນຍຸດທະສາດມະຫາສະໝຸດອິນເດຍ - ປາຊີຟິກ ແລະ ຖືບົດບາດຂອງ ອາຊຽນ ເປັນສຳຄັນທີ່ສຸດ ຄືດັ່ງຄຳຢືນຢັນຂອງທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ອາຊຽນ Youhanes Abraham.

        “ໃນຊຸມປີຜ່ານມາ, ພວກເຮົາໄດ້ເຫັນປະຈັກຕາບັນດາຄຳໝັ້ນສັນຍາເປີດກວ້າງຂອງ ອາເມລິກາ ກັບ ອາຊຽນ, ລວມມີເລື່ອງ ທ່ານປະທານາທິບໍດີ Joe Biden ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ແລະ ຈັດຕັ້ງກອງປະຊຸມສຸດຍອດ ອາຊຽນ ປະຈຳ ວໍຊິງຕັນ, DC ຫຼື ການຢ້ຽມຢາມຄັ້ງຫຼ້າສຸດຂອງທ່ານນາງຮອງປະທານາທິບໍດີ K. Harris ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຢູ່ ຈາກາຕາ, ອິນໂດເນເຊຍ. ໃນຕົວຈິງ, ອາເມລິກາ ໄດ້ຈັດແບ່ງເວລາ, ກຳລັງສ່ວນຫຼາຍ ກໍຄືຊອກຫາວິທີການຮ່ວມມືຢ່າງແໜ້ນແຟ້ນກວ່າກັບບັນດາຄູ່ຮ່ວມມື ອາຊຽນ. ສາຍພົວພັນ ອາເມລິກາ - ອາຊຽນ ບໍ່ພຽງແຕ່ແມ່ນບຸລິມະສິດຂອງອຳນາດການປົກຄອງ ເທົ່ານັ້ນ ຫາກຍັງໄດ້ຮັບຄວາມສົນໃຈຈາກສະພາສູງ ແລະ ສະພາຕ່ຳນຳອີກ.”

ຕອບກັບ

ຂ່າວ/ບົດ​ອື່ນ