ຮູບ​ແບບ​ແຮກ​ສ່ຽວ ບ້ານ - ບ້ານ ເພີ່ມ​ພູນ​ຄູນ​ສ້າງ​ຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ລາ​ວ

(VOVWORLD) - ໄມຕີຈິດມິດຕະພາບອັນຍິ່ງໃຫຍ່ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ໄດ້ຮັບການກໍ່ຕັ້ງ ແລະ ເພີ່ມພູນຄູນສ້າງມາແຕ່ດົນນານ. ໄລ່ມາຮອດປັດຈຸບັນສາຍພົວພັນແບບພິເສດມີໜຶ່ງບໍ່ມີສອງໃນໂລກນີ້ ຍັງສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງດ້ວຍຫຼາຍຮູບແບບການຮ່ວມມືພົວພັນແລກປ່ຽນທີ່ແຕກຕ່າງກັນໃນຫຼາກຫຼາຍຂົງເຂດ. ໃນນັ້ນ ຕ້ອງເວົ້າເຖິງຮູບແບບແຮກສ່ຽວ ບ້ານ - ບ້ານ, ເຊິ່ງເປັນຮູບແບບທີ່ມີປະສິດທິຜົນປະກອບສ່ວນເສີມສ້າງຄວາມສາມັກມິດຕະພາບລະຫວ່າງສອງປະເທດ ຫວຽດນາມ - ລາວ.
ຮູບ​ແບບ​ແຮກ​ສ່ຽວ ບ້ານ - ບ້ານ ເພີ່ມ​ພູນ​ຄູນ​ສ້າງ​ຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ລາ​ວ - ảnh 1ນັກຂ່າວ VOV ໂອ້ລົມ ແລະ ຢື້ຢາມຖາມຂ່າວຄອບຄົວເອື້ອຍ ລໍ່ທິບຸນ 

“ເມື່ອຄອບຄົວ້າພະເຈົ້າປະສົບເຄາະຮ້າຍ, ອ້າຍນ້ອງຢູທາງລາວ ກໍໄດ້ເຂົ້າສານ, ໄກ່ຊ່ວຍເຫຼືອ. ພຽງແຕ່ເປັນຄົນຮູ້ຈັກກັນທຳມະດາເທົ່ານັ້ນ ແຕ່ເມື່ອເກີດອຸບັດຕິເຫດຫຍັງຂຶ້ນ ຫຼືມວຽກສຳຄັນຫຍັງ, ແຕ່ລະຄອບຄົວຈະແຕ່ງຕັ້ງໜຶ່ງຄົນມາຊ່ວຍເຫຼືອກັນ. ຖ້າຫາກວ່າ ບໍ່ມີການຊ່ວຍເຫຼືອຂອງອ້າຍນ້ອງຢູ່ທາງລາວ ແລະ ພໍ່ແມ່ພີ່ນ້ອງບ້ານໃກ້ເຮືອນຄຽງໃນບ້ານ, ຄອບຄົວຂ້າເຈົ້າກໍບໍ່ຮູ້ຈະເຮັດແນວໃດ”.

  ນັ້ນແມ່ນຄຳແບ່ງປັນຂອງເອື້ອຍ ລໍ່ທິບຸນ ຢູ່ຕາແສງ ປາເທິມ, ເມືອງ ດ້ຽນບຽນ, ແຂວງ ດ້ຽນບຽນ - ເຊິ່ງເປັນແຂວງໜຶ່ງຢູ່ທາງທິດຕາເວັນຕົກສ່ຽງເໜືອ ຫວຽດນາມ. ນ້ອງໃພ້ຂອງເອື້ອຍໂຊກບໍ່ດີທີ່ຖືກປະສົບເຄາະຮ້າຍ ແລ້ວເສຍຊີວິດ. ໃນເວລາທີ່ຄອບຄົວເອື້ອຍມີຄວາມໂສກເສົ້າເສຍໃຈຢ່າງລົ້ນເຫຼືອເມື່ອມີຄົນໃນຄອບຄົວຈາກໄປນັ້ນ, ພໍ່ແມ່ປະຊາຊົນຊາວລາວ ຢູ່ບ້ານ ນາຫຼວງ ແລະ ຫ້ວຍຫຼາ, ເມືອງໃໝ່, ແຂວງ ຜົ້ງສາລີ ເຊິ່ງແມ່ນບ້ານແຮກສ່ຽວກັບບ້ານ ປາເທິມ ໄດ້ພາກັນມາຢື້ຢາມຖາມຂ່າວ, ແບ່ງເບົາຄວາມເສົ້າສະຫຼົດໃຈ, ລະດົມກຳລັງໃຈ ແລະ ຊ່ວຍເຫຼືອຄອບຄົວເອື້ອຍຈັດງານສົບໃຫ້ແກ່ນ້ອງໃພ້ຂອງເອື້ອຍ. ເອື້ອຍ ບຸນ ແບ່ງປັນຕື່ມອີກວ່າ, ຢູ່ທາງລາວ ບໍ່ວ່າມີເຮືອນດີ ຫຼືງານມ່ວນຊື່ນ, ປະຊາຊົນໃນທົ່ວບ້ານ ປາເທິມ ລ້ວນແຕ່ມີໜ້າເພື່ອແບ່ງປັນ, ຊ່ວຍເຫຼືອ, ໄຟມອດຕະກຽງດັບ ຮ່ວມທຸກຮ່ວມສຸກນຳກັນ.

ຮູບ​ແບບ​ແຮກ​ສ່ຽວ ບ້ານ - ບ້ານ ເພີ່ມ​ພູນ​ຄູນ​ສ້າງ​ຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ລາ​ວ - ảnh 2ທ່ານ ສົມຈິດ ວື, ເລຂາພັກ, ນາຍບ້ານ ບ້ານປາງຫົກ

ແຂວງ ດ້ຽນບຽນ ມີຊາຍແດນຕິດຈອດກັບ 2 ແຂວງຂອງລາວ ນັ້ນແມ່ນ ຜົ້ງສາລີ ແລະ ຫຼວງພະບາງ. ທາງແຂວງ ມີ 8 ກຸ່ມຊຸມຊົນແຮກສ່ຽວກັບບັນດາບ້ານຂອງລາວ. ທ່ານ ສົມຈິດ ວື, ເລຂາພັກ, ນາຍບ້ານ ບ້ານປາງຫົກ, ເມືອງ ໄໝ່, ແຂວງ ຜົ້ງສາລີ, ເຊິ່ງເປັນບ້ານແຮກສ່ຽວກັບບ້ານ ກອນກາງ, ຕາແສງ ນາອື, ເມືອງ ດ້ຽນບຽນ, ແຂວງ ດ້ຽນບຽນ ໃຫ້ຮູ້ວ່າ, ຖ້າຫາກວ່າສອງບ້ານມີເຕັກນິກປູກຝັງ, ລ້ຽງສັດ ຫຼື ຮູບແບບເຮັດເສດຖະກິດໃດທີ່ນຳມາເຊິ່ງປະສິດທິຜົນທີ່ດີ ຫຼື ກິດຈະກຳຮັກສາມູນເຊື້ອວັດທະນະທຳ ກໍມີການແບ່ງປັນ, ອັບເດດໃຫ້ກັນ, ພ້ອມກັນພັດທະນາ.

"ບ້ານປາງຫົກ, ເມືອງໃໝ່, ແຂວງຜົ້ງສາລີ ໄດ້ແຮກສ່ຽວກັບບ້ານກອນກາງ, ເມືອງ ດ້ຽນບຽນ, ແຂວງ ດ້ຽນບຽນ. ໝາກຜົນອັນພົ້ນເດັ່ນໃນການແຮກສ່ຽວແມ່ນມີ 04 ດ້ານ. ທີໜຶ່ງ, ດ້ານການແລກປ່ຽນຄວາມຮູ້, ແບບແຜນການດຳລົງຊີວິດ, ການພັດທະນາເສດຖະກິດ ແລະ ການດຳລົງຊີວິດຂອງປະຊາຊົນ. ດ້ານທີ 2 ແມ່ນດ້ານວັດທະນະທຳ ເພາະວ່າ ພໍ່ແມ່ປະຊາຊົນເປັນຊົນເຜົ່າດຽວກັນ, ການຮ່ວມມືກໍເພື່ອສືບທອດຮີດຄອງປະເພນີ, ວັດທະນະທຳຂອງຊົນເຜົ່າເປັນຢ່າງດີ. ທີສາມແມ່ນການແລກປ່ຽນສິນຄ້າລະຫວ່າງສອງບ້ານໄດ້ຮັບການຍົກເວັ້ນພາສີ. ທີສີ່ແມ່ນເຮັດໃຫ້ທະຫານຕຳຫຼວດ, ພະນັກງານຕະຫຼອດຮອດພໍ່ແມ່ປະຊາຊົນສົມທົບກັນປ້ອງກັນສັດຕູຂອງຊາດ, ປົກປັກຮັກສາຊາຍແດນຢ່າງໝັ້ນຄົງ".

ຮູບ​ແບບ​ແຮກ​ສ່ຽວ ບ້ານ - ບ້ານ ເພີ່ມ​ພູນ​ຄູນ​ສ້າງ​ຄວາມ​ສາ​ມັກ​ຄີ, ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ລາ​ວ - ảnh 3ພໍ່ແມ່ປະຊາຊົນບ້ານປາງຫົກ ຮຽນແບບທັກແຊວຂອງພໍ່ແມ່ປະຊາຊົນບ້ານກອນກາງ ເພື່ອອະນຸລັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳ

ໂດຍມີເສັ້ນຊາຍແດນເຊື່ອມຈອດກັນຍາວກວ່າ 2.000 ກິໂລມແມັດ, ຮູບແບບແຮກສ່ຽວ ບ້ານ - ບ້ານ ລະຫວ່າງບັນດາໝູ່ບ້ານເຂດຊາຍແດນ ຫວຽດນາມ ແລະ ລາວ ໄດ້ຮັບການຜັນຂະຫຍາຍແຕ່ປີ 2005. ໃນຕະຫຼອດ 20 ປີທີ່ໄດ້ຜັນຂະຫຍາຍຮູບແບບນີ້ ລ້ວນແຕ່ມີການເຂົ້າຮ່ວມຂອງທັງລະບົບການເມືອງ ດ້ວຍບັນດາວຽກເຮັດງານທຳທີ່ລະອຽດ, ແທດຈິງ ແລະ ບັນລຸໄດ້ຫຼາຍໝາກຜົນທີ່ຈະແຈ້ງ.

"ຜ່ານການຈັດຕັ້ງປະຕິບັດດ້ວຍກົນໄກ, ວິທີການແຮກສ່ຽວນັ້ນກໍເຮັດໃຫ້ບໍລິເວນຊາຍແດນຂອງສອງຝ່າຍພື້ນຖານແມ່ນມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ປະກອບສ່ວນເຮັດໃຫ້ເສັ້ນຊາຍແດນພັດທະນາ ແລະ ເປັນຊາແດນສັນຕິພາບ, ມິດຕະພາບ ແລະ ຮ່ວມມືຢ່າງແທ້ຈິງ". 

   ພາຍຫຼັງລົງນາມໃນຂໍ້ຕົກລົງແຮກສ່ຽວ ບ້ານ - ບ້ານ, ສະພາບການປະຊາຊົນ  2 ຝ່າຍຂ້າມຊາຍແດນຜິດກົດໝາຍ ແລະ ປະກົດການຫຍໍ້ທໍ້ ກໍໄດ້ຫຼຸດລົງຫຼາຍ. ເພາະວ່າ ພາຍຫຼັງທີ່ແຮກສ່ຽວກັນແລ້ວ ສອງຝ່າຍມີການພົພັນແລກປ່ຽນ, ສົມທົບກັນຂົນຂວາຍ, ໂຄສະນາໄດ້ຢ່າງມີປະສິດທິຜົນກວ່າ”.
  "ການແຮກສ່ຽວນຳມາເຊິ່ງໝາກຜົນຫຼາຍຢ່າງເຊັ່ນ, ເຮັດໃຫ້ເພີ່ມຄວາມມິດຕະພາບ, ຄວາມສາມັກຄີ ແລະ ໃກ້ຊິດຕິດແທດໜັກແໜ້ນຂຶ້ນຫຼາຍເທົ່າຫຼາຍດ້ານ ແລະ ສອງບ້ານມີການແລກປ່ຽນດ່ວນທີ່ສຸດ, ສະດວກສະບາຍຄືອ້າຍນ້ອງໃນຄອບຄົວດຽວກັນ. ຂໍ້ເດັ່ນທີ່ສຸດແມ່ນເຮົາໄດ້ຮັບຜົນປະໂຫຍດຈາກ ຫວຽດນາມ ເພາະວ່າປະເທດ ຫວຽດນາມ ແມ່ນປະເທດຫ້າວຫັນ, ດຸໝັ້ນ, ສະນັ້ນເຮົາກໍຢາກໃຫ້ພໍ່ແມ່ປະຊາຊົນເຮົາດຸໝັ້ນ ແລະ ຫ້າວຫັນຄືປະເທດ ຫວຽດນາມ."
  ດ້ວຍບັນດາປະສິດທິຜົນທີ່ແທດຈິງ, ໄລ່ມາຮອດປັດຈຸບັນ ຮູບແບບແຮກສ່ຽວ ບ້ານ  - ບ້ານ ບໍ່ພຽງແຕ່ຢຸດຢູ່ເລື່ອງແຮກສ່ຽວລະຫວ່າງບັນດາບ້ານຢູ່ເຂດຊາຍແດນນຳກັນເທົ່ານັ້ນ ຫາກຍັງໄດ້ຮັບການທະວີຄູນອອກສູ່ບັນດາບ້ານໃກ້ຄຽງອີກດ້ວຍ. ທ່ານ ເລແທັ່ງໂດ, ຮອງເລຂາຄະນະພັກ, ປະທານສະພາປະຊາຊົນແຂວງ ດ້ຽນບຽນ ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, ດ້ຽນບຽນ ຈະຊີ້ນຳຄະນະພັກ, ອຳນາດການປົກຄອງຂັ້ນເມືອງ ແລະ ບັນດາຕາແສງຊາຍແດນ ເພີ່ມທະວີການປັບປຸງ ແລະ ທະວີຄູນຮູບແບບແຮກສ່ຽວກຸ່ມບ້ານລະຫວ່າງ 2 ຝ່າຍ, ໃຫ້ການຊ່ວຍເຫຼືອ, ອຳນວຍຄວາມສະດວກເພື່ອໃຫ້ປະຊາຊົນສອງປະເທດສືບຕໍ່ມີການພົວພັນແລກປ່ຽນກ່ຽວກັບວັດທະນະທຳ, ປະເພນີ, ຄ້າຂາຍຢູ່ເຂດຊາຍແດນ ເພື່ອພ້ອມກັນແລກປ່ຽນ, ແບ່ງປັນບົດຮຽນປະສົບການ, ການໝູນໃຊ້ວິທະຍາສາດອັນກ້າວໜ້າເຂົ້າໃນການປູກຝັງລ້ຽງສັດ, ພັດທະນາເສດຖະກິດ, ວັດທະນະທຳ ແລະ ເພີ່ມທະວີຄວາມສາມັກຄີ, ໄມຕີຈິດມິດຕະພາບລະຫວ່າງປະຊາຊົນສອງປະເທດ ຫວຽດນາມ - ລາວ, ເປັນສັນຍາລັກອັນໃສແຈ້ງ, ຫາຍາກໃນການພົວພັນສາກົນໃນໂລກ./.

ຕອບກັບ

ຂ່າວ/ບົດ​ອື່ນ