ກອງ​ບັນ​ຊາ​ການ​ທະ​ຫານ​ເຂດ 4 ​ຫວຽດ​ນາມ ມອບ​ເຄື່ອງ​ຊ່ວຍ​ເຫຼ​ືອ​ຮັບ​ໃຊ້​ວຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ-19 ໃຫ້​ແກ່​ລາວ

(VOVWORLD) - ກະຊວງປ້ອງກັນປະເທດລາວ ໄດ້ຮັບເຄື່ອງຊ່ວຍເຫຼືອລວມມີວັດຖຸອຸປະກອນຮັບໃຊ້ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໂດຍກອງບັນຊາການທະຫານເຂດ 4 ຫວຽດນາມ ມອບໃຫ້.

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 355 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຄ້ວນ.

ກອງ​ບັນ​ຊາ​ການ​ທະ​ຫານ​ເຂດ 4 ​ຫວຽດ​ນາມ ມອບ​ເຄື່ອງ​ຊ່ວຍ​ເຫຼ​ືອ​ຮັບ​ໃຊ້​ວຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ-19 ໃຫ້​ແກ່​ລາວ - ảnh 1(ສຳນັກງານ VOV)

ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງວິທະຍຸກະສາຍສຽງຫວຽດນາມ (VOV) ຄົບຮອບ 75 ປີ (07 ກັນຍາ 1945 – 07 ກັນຍາ 2020), ເພື່ອນ ແສງ ດາວົງ, ເພື່ອນ ສຸພາພອນ ຢູ່ນະຄອນຫຼວງວຽງຈັນ ໄດ້ສົ່ງຂໍ້ຄວາມຜ່ານທາງ Facebook ມາຫາລາຍການໂດຍໃຫ້ຮູ້ວ່າ: “ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ VOV ຄົບຮອບ 75 ປີ. ຂ້າພະເຈົ້າຂໍອວຍພອນໃຫ້ VOV ເວົ້າລວມ ແລະ ພາກພາສາລາວ ເວົ້າສະເພາະຈົ່ງນັບມື້ນັບພັດທະນາ, ເຕີບໃຫຍ່ເຂັ້ມແຂງ, ບັນລຸຜົນສຳເລັດຫຼາຍຢ່າງກວ່າອີກ ແລະ ຂໍອວຍພອນໃຫ້ພວກອ້າຍເອື້ອຍນ້ອງໝົດທຸກຄົນຈົ່ງມີສຸຂະພາບເຂັ້ມແຂງ, ປະຕິບັດສຳເລັດໜ້າທີ່ວຽກງານຂອງຕົນ”.

ບັນດາທ່ານຜູ້ຟັງອື່ນກໍ່ໄດ້ສະແດງຄວາມຮັກແພງທີ່ມີຕໍ່ VOV5 ເນື່ອງໃນໂອກາດນີ້. ໃນນັ້ນ, ເພື່ອນ ສຸກສາດາ, ຢູ່ແຂວງ ວຽງຈັນ ໄດ້ສົ່ງຂໍ້ຄວາມຜ່ານທາງ Facebook ມາຫາລາຍການໂດຍໄດ້ຊົມເຊີຍບັນດາຄວາມມານະພະຍາຍາມໃນການສົ່ງຂໍ້ມູນຂ່າວສານທາງດ້ານວັດທະນະທຳຂອງຫວຽດນາມ, ກໍຄືໂຄສະນາຮູບພາບຂອງປະທານໂຮ່ຈີມິນ ອອກສູ່ໂລກ.

ທ່ານຜູ້ຟັງລາວບາງທ່ານ ໄດ້ສົ່ງຂໍ້ຄວາມຜ່ານທາງ Facebook ມາຫາລາຍການ ດ້ວຍເນື້ອໃນທີ່ວ່າ: ການເຄື່ອນໄຫວຮ່ວມມື, ແລກປ່ຽນຂໍ້ມູນຂ່າວສານລະຫວ່າງລາວ ແລະ ຫວຽດນາມ ຖືກດຳເນີນໄປທົ່ວທຸກແຂວງ, ນະຄອນລະຫວ່າງ 2 ປະເທດ. ນອກຈາກບັນດາຂໍ້ມູນຂ່າວທີ່ໄດ້ເອົາລົງໃນເວັບໄຊພາກພາສາລາວ ແລ້ວ, ທ່ານຜູ້ຟັງຍັງຢາກຮູ້ຂ່າວຄາວກ່ຽວກັບການເຄື່ອນໄຫວລະຫວ່າງ 2 ປະເທດທີ່ເປັນໜ້າສົນໃຈໃນອາທິດຜ່ານມາ.

ທ່ານຜູ້ຟັງທີ່ເຄົາລົບ, ເພື່ອຕອບສະໜອງຄວາມຕ້ອງການຮັບເອົາຂໍ້ມູນຂອງບັນດາທ່ານຜູ້ຟັງ, ຕໍ່ໄປນີ້ ບັນນາທິການ VOV ຈະແຈ້ງໃຫ້ທ່ານຜູ້ຟັງຮັບຊາບເນື້ອໃນໂດຍຫຍໍ້ກ່ຽວກັບການເຄື່ອນໄຫວລະຫວ່າງ 2 ປະເທດໃນອາທິດຜ່ານມາ.

+ ຫວ່າງມໍ່ໆມານີ້, ທ່ານ ເຈິ່ນແທັງເໝີນ, ເລຂາສູນກາງພັກ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກປະຊາຊົນປະຕິວັດລາວ, ປະທານສູນກາງແນວລາວ ສ້າງຊາດ. ຕາມການຄາດຄະເນແລ້ວ, ປີ 2020 ແມ່ນປີດຳເນີນກອງປະຊຸມປະທານແນວໂຮມປະເທດຊາດຂອງ 3 ປະເທດ ກຳປູເຈຍ, ລາວ, ຫວຽດນາມ, ທ່ານປະທານ ເຈິ່ນແທັງເໝີນ ສະເໜີໃຫ້ 2 ຝ່າຍສົມທົບກັບແນວໂຮມກຳປູເຈຍ ຈັດຕັ້ງກອງປະຊຸມທາງອອນລາຍຂຶ້ນລະຫວ່າງແນວໂຮມຂອງ 3 ປະເທດ, ເຊິ່ງຄາດວ່າຈະດຳເນີນໃນເດືອນ ພະຈິກ 2020. ພ້ອມກັນນັ້ນ, ແນວໂຮມປະເທດຊາດຫວຽດນາມ ແລະ ແນວລາວ ສ້າງຊາດ ຈະສົມທົບກັນຢ່າງແໜ້ນແຟ້ນເພື່ອຈັດກອງປະຊຸມສາກົນສ້າງເສັ້ນຊາຍແດນຫວຽດນາມ - ລາວ ແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມືພ້ອມກັນພັດທະນາໃນຈຸດເວລາທີ່ເໝາະສົມໃນປີ 2021; ເລື່ອງສົມທົບກັນບຳລຸງສ້າງ, ຝຶກອົບຮົບໃຫ້ແກ່ພະນັກງານແນວລາວສ້າງຊາດ ກໍ່ຈະດຳເນີນໃນຈຸດເວລາທີ່ເໝາະສົມພາຍຫຼັງໂລກລະບາດໄດ້ຮັບການຄວບຄຸມ.

ກອງ​ບັນ​ຊາ​ການ​ທະ​ຫານ​ເຂດ 4 ​ຫວຽດ​ນາມ ມອບ​ເຄື່ອງ​ຊ່ວຍ​ເຫຼ​ືອ​ຮັບ​ໃຊ້​ວຽກ​ງານ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ-19 ໃຫ້​ແກ່​ລາວ - ảnh 2 ກະຊວງປ້ອງກັນປະເທດລາວ ໄດ້ຮັບເຄື່ອງຊ່ວຍເຫຼືອລວມມີວັດຖຸອຸປະກອນຮັບໃຊ້ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19

(ພາບ: baohatinh.vn)

+ ວັນທີ 20 ສິງຫາ ຜ່ານມາ, ກະຊວງປ້ອງກັນປະເທດລາວ ໄດ້ຮັບເຄື່ອງຊ່ວຍເຫຼືອລວມມີວັດຖຸອຸປະກອນຮັບໃຊ້ວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໂດຍກອງບັນຊາການທະຫານເຂດ 4 ຫວຽດນາມ ມອບໃຫ້. ທ່ານພົນຈັດຕະວາ ຮ່າເຕີນຕ໊ຽນ, ຮອງຜູ້ບັນຊາການທະຫານເຂດ 4 ໄດ້ມອບ-ສົ່ງເຄື່ອງຊ່ວຍເຫຼືອລວມມີ: ທາດເຄມີ 765 ກີໂລກຣາມ, ຊຸດປ້ອງກັນເຊື້ອພະຍາດ 1.000 ຊຸດ, ຜ້າອັດປາກ-ອັດດັງປະເພດຕ່າງໆເກືອບ 79.000 ອັນ, ຖົງມື 4.800 ຄູ່ ແລະ ບັນດາເຄື່ອງອຸປະກອນການແພດອື່ນໆ ລວມມູນຄ່າກວ່າ 1,1 ຕື້ດົ່ງ, ຊ່ວຍໃຫ້ກອງທັບລາວ ຜັນຂະຫຍາຍວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ໄລຍະທີ 2. ນີ້ແມ່ນບັນດາວັດຖຸອຸປະກອນການແພດສະກັດກັ້ນໂລກລະບາດໂຄວິດ-19 ເຊິ່ງລາວ ຍັງບໍ່ທັນຜະລິດໄດ້. ນັບແຕ່ເມື່ອເກີດໂລກລະບາດໂຄວິດ-19, ກອງທັບລາວ ໄດ້ຮັບການຊ່ວຍເຫຼືອຢ່າງທັນການຈາກກອງທັບປະຊາຊົນຫວຽດນາມ ລວມມີເຄື່ອງວັດຖຸອຸປະກອນຫຼາຍຢ່າງລວມມູນຄ່າ  5 ຕື້ດົ່ງ. ກົມເສນາຮັກກະຊວງປ້ອງກັນປະເທດຫວຽດນາມ ກໍ່ໄດ້ຈັດສົ່ງພະນັກງານການແພດຫຼາຍຄະນະໄປຊ່ວຍກອງທັບລາວ ຜັນຂະຫຍາຍບັນດາມາດຕະການປ້ອງກັນ, ສະກັດກັ້ນ ແລະ ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19.

        ເພື່ອນ ໄຊສົມພອນ, ຢູ່ແຂວງ ຫຼວງພະບາງ ໄດ້ສົ່ງຂໍ້ຄວາມມາຫາລາຍການດ້ວຍເນື້ອໃນຢາກຮູ້ໝາກຜົນການຮຽນ-ການສອນທາງອອນລາຍຢູ່ຫວຽດນາມ.

ເພື່ອນ ໄຊສົມພອນ ທີ່ຮັກແພງ, ເລື່ອງການຮຽນ-ການສອນທາງອອນລາຍຢູ່ຫວຽດນາມ ໄດ້ຮັບການຜັນຂະຫຍາຍມາແຕ່ດົນແລ້ວ ແຕ່ຍັງບໍ່ທັນໄດ້ຮັບຄວາມສົນໃຈຫຼາຍ. ຍ້ອນສະພາບໂລກລະບາດມີການຜັນແປຢ່າງສັບສົນ, ສະນັ້ນປີ 2020 ຈຶ່ງເປັນຄັ້ງທຳອິດທີ່ການສອນ ແລະ ຮຽນທາງອອນລາຍໄດ້ຮັບຄວາມສົນໃຈ. ທ່ານ ຟຸ່ງຊວັນຍະ, ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ໃຫ້ຮູ້ວ່າ, ໃນຈຸດເວລາທົ່ວປະເທດປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19 ນັ້ນ, ດ້ວຍທິດນຳທີ່ວ່າ “ຢຸດຕິການໄປໂຮງຮຽນ, ແຕ່ບໍ່ຢຸດການຮຽນ”, ນັກຮຽນທຸກຊັ້ນໄດ້ສຳຜັດກັບຄວາມຮູ້, ກັບຄູອາຈານຜ່ານທາງອີນເຕີແນັດ. ປະຈຸບັນ, ກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ພວມຈັດຕັ້ງທົດລອງຮູບແບບການຮຽນ - ການສິດສອນທາງອອນລາຍຢູ່ 5 ແຂວງ ດ້ວຍ 20 ໂຮງຮຽນເຂົ້າຮ່ວມ. ໝາກຜົນແມ່ນ, ບັນດາບົດສອນທີ່ໄດ້ອອກອາກາດທາງໂທລະພາບ ແລະ ຜ່ານບັນດາໂປຼແກຼມໃນໂທລະສັບມືຖື, ບັນດານະຄອນຂຶ້ນກັບສູນກາງ ໄດ້ນຳໜ້າກ່ຽວກັບອັດຕານັກຮຽນທີ່ຮ່ຳຮຽນຜ່ານອີນເຕີແນັດແມ່ນ 86,5% ແລະ ທາງໂທລະພາບແມ່ນ 87,5%. ຕໍ່ຈາກນັ້ນແມ່ນບັນດາທ້ອງຖິ່ນຢູ່ເຂດທົ່ງພຽງແມ່ນ້ຳແດງ, ທິດຕາເວັນຕົກ, ທາງທິດໃຕ້ພາກກາງ ແລະ ເຂດໄຕງວຽນ.

ການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ” ສືບຕໍ່ໄດ້ຈັດຂຶ້ນໃຫ້ແກ່ຜູ້ຟັງ VOV, ມີຄຳຖາມ 6 ຂໍ້ ທີ່ກ່ຽວຂ້ອງເຖິງບັນດາບັນຫາຂອງຫວຽດນາມ ຄື: ການເມືອງ, ການຕ່າງປະເທດ, ວັດທະນະທຳ, ປະເທດຊາດ ແລະ ຊາວຫວຽດນາມ, ນ້ຳໃຈຂອງທ່ານຜູ້ຟັງທີ່ສະຫງວນໃຫ້ VOV…  ໃນໄລຍະດຳເນີນການເສັງ, ບັນດາລາຍການຂອງ VOV5 ໄດ້ຮັບບົດເສັງ 170 ບົດຈາກທ່ານຜູ້ຟັງທີ່ພວມດຳລົງຊີວິດຢູ່ຫຼາຍປະເທດໃນໂລກ, ໃນນັ້ນມີຜູ້ຟັງລາວ 10 ທ່ານໄດ້ສົ່ງບົດມາຫາລາຍການແລ້ວ. ເພື່ອແນໃສ່ສ້າງເງື່ອນໄຂໃຫ້ທ່ານຜູ້ຟັງມີເວລາກະກຽມບົດເສັງເປັນຢ່າງດີກວ່າ, ການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ” ຄັ້ງນີ້ຈະແກ່ຍາວເວລາໄປຮອດວັນທີ 31 ສິງຫາ 2020 ຈຶ່ງຈະປິດຮັບບົດເສັງ  ຖ້າຫາກທ່ານຜູ້ຟັງຢາກຊອກຮູ້ຂໍ້ມູນ, ການໜູນຊ່ວຍຈາກລາຍການໃນເວລາເຂົ້າຮ່ວມການເສັງ, ທ່ານຈົ່ງສົ່ງຈົດໝາຍມາແບ່ງປັນກັບພວກຂ້າພະເຈົ້າ. ບັນດາຜູ້ຈັດທຳລາຍການຍາມໃດກໍ່ພ້ອມແລ້ວທີ່ຈະໜູນຊ່ວຍພວກເພື່ອນຢ່າງສຸດໃຈເພື່ອໃຫ້ການເສັງຂອງທ່ານບັນລຸຜົນສຳເລັດຢ່າງຈົບງາມ.

        ຂໍອວຍພອນໃຫ້ພວກເພື່ອນຈົ່ງບັນລຸຜົນສຳເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ