ການຄັດສະເໜີເນື້ອໃນຈົດໝາຍທີ່ທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ

ໃນ​ອາທິດ​ຜ່ານ​ມາ, ພາກ​ພາສາ​ລາວ ວິທະຍຸ​ກະຈາຍສຽງ ຫວຽດນາມ ​ໄດ້​ຮັບ​ຈົດໝາຍ, ອີ​ແມວ, ​ໂທລະສັບ ຈາກ​ທ່ານ​ຜູ້​ຟັງ​ຫຼາຍ​ທ່ານ. ​ໃນ​ນັ້ນ​ມີ​ຈົດໝາຍ​ຂອງ​ທ່ານຜູ້​ຟັງ​ທີ່ສະໜິດສະໜົມ​​ຄື: ທ່ານ ​ເພັດ​ສະຫວັນ​ ສີສະ​ນົນ, ສຸວັນ ທິບ​ພະຈັນ, ຫງວຽນ​ວັນ​ແຕ້​ວ. ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຂອງ​ຈົດໝາຍ​ສະບັບ​ດັ່ງກ່າວ. ​ເຊີນ​ທ່ານ​ຕິດຕາມ​ຮັບ​ຟັງ.

        ​ໃນ​ອາທິດ, ທ່ານ​ເພັດ​ສະຫວັນ ສີສະ​ນົນ, ພະນັກງານ​ກິນ​ເບ້ຍ​ບຳນານ​ອະນຸສອນ​ສະຖານ​ປະທານ ​ໄກສອນ ພົມວິຫານ ​ໄດ້​ຝາກ​ອີ​ແມວ​ມາ​ລາຍການ​​ໂດຍ​ໃຫ້​ຮູ້​ວ່າ: ອາທິດ​ກ່ອນ ຂ້າພະ​ເຈົ້າ​ບໍ່​ສາມາດ​ຮັບ​ຟັງ​ລາຍການ​ໃນ ອິນ​ເຕີ​ເນັດ​ໄດ້, ຂ້າພະ​ເຈົ້າ​ເຫງົາ​ຫຼາຍ​ຍ້ອນ​ບໍ່​ໄດ້​ຮັບ​ຟັງສຽງທີ່​ລຶ້ງ​ເຄີຍ​ຂອງ​ບັນດາ​ໂຄສົກ​ໃນ​ລາຍການ. ​ແຕ່​ມາ​ຮອດ​ປະຈຸ​ບັນ, ​ແມ່ນ​ສາມາດຮັບ​ຟັງ​​ໄດ້​ແລ້ວ, ​ແລະ ສັນຍານ​ກໍ່​ແຈ້ງ​ດີ. ຜ່ານ​ລາຍການ​ຕ່າງໆ ຂ້າພະ​ເຈົ້າ​ເຫັນ​ວ່າ​ພາກ​ພາສາ​ລາວ​ມີ​ໂຄສົກ​ຍິງ​ຄົນ​ໃໝ່. ສຽງ​ຂອງ​ລາວກໍ່ມ່ວນ​. ​ເຮັດ​ໃຫ້​ລາຍການ​ມີ​ຊີວິດ​ຊີວາ​ກ່ວາ. ຂ້າພະ​ເຈົ້າ​ຂໍ​ຊົມ​ເຊີຍ​ໂຄສົກ​ຄົນ​ໃໝ່​ແດ່​ເດີ.

        ຂໍ​ແຈ້ງ​ໃຫ້​ທ່ານ ​ເພັດ​ສະຫວັດ ສີສະ​ນົນ ​ໄດ້​ຮັບ​ຊາບ​, ​ໂຄສົກ​ຄົນ​ໃໝ່​ແມ່ນ​ຄົນ​ລາວ​ແທ້ໆ, ລາວ​ມີ​ຊື່​ວ່າ: ​ໄດ​ມອນ ວິລະ​ນົນ​ແມ່ນ​ຊາວ​ຫຼວງ​ພະ​ບາງ, ປະຈຸ​ບັນ​ພວມ​ຮຽນ​ປີ 3 ສະ​ຖາ​ບັນ​ການ​ປົກຄອງ​ແຫ່ງ​ຊາດ ​ແລະ ຈະ​​ແມ່ນ​ຜູ້​ຮ່ວມ​ງານ​ຂອງ​ລາຍການ​ໃນ​ໄລຍະ​ຍາວ. ພວກ​ເຮົາ​ໄດ້​ສົ່ງ​ຄຳ​ອວຍ​ພອນ​ຂອງ​ທ່ານ​ມາ​ຍັງ​ລາວ​ແລ້ວ, ລາວ​ຮູ້ສຶກມ່ວນ​ຫຼາຍ​ແລະ ຂໍຝາກ​ຄຳ​ຂອບ​ໃຈ​ໄປ​ຍັງ​ທ່ານ .
ການຄັດສະເໜີເນື້ອໃນຈົດໝາຍທີ່ທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ - ảnh 1
ພາບປະກອບ

ໃນ​ອາທິດ, ພວກ​ເຮົາ​ກໍ່​ໄດ້​ຮັບ ອີ​ແມວ​ຈາກ​ທ່ານ ຫງວຽນ​ວັນ​ແຕ້​ວ, ຊາວ ຫວຽດນາມ ຢູ່ ​ໄທ, ​ໃນ​ອີ​ແມວ​ທ່ານ​ໄດ້​ຂຽນ​ວ່າ: ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນ​ຄູ ຫວຽດນາມ 20/11, ຂ້າພະ​ເຈົ້າ​ຂໍ​ອວຍພອນ​ໃຫ້​ຄູ​ອາຈານ​ທຸກ​ຄົນ, ຜູ້​ທີ່​ໄດ້ ​ແລະ ພວມ​ປະ​ກອບ​​ເຫື່ອແຮງ​ຂອງ​ຕົນ​ເຂົ້າ​ໃນ​ພາລະກິດ​ສຶກສາ, ບຳລຸງ​ສ້າງຄຳ​ອວຍພອນອັນ​ດີງາມ​ທີ່​ສຸດ. ​ແລະ ​ໃນ​ອີ​ແມວ​ສະບັບ​ນີ້, ທ່ານ​ກໍ່​ໃຫ້​ຮູ້​ຕື່ມ​ອີກ​ວ່າ: ​ໃນ​​ວັນ​ເພັງ​ເດືອນ 12 (ຕາມ​ຈັນທະ​ປະຕິທິນ​ໄທ), ​ໃນ​ທົ່ວ​ປະ​ເທດ ​ໄທ ນັບ​ແຕ່ຜູ້​ເຖົ້າ​ຜູ້​ແກ່ ຕະຫຼອດ​ຮອດ​ເດັກນ້ອຍ, ​ໃຜໆ​ກໍ່​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕ້ອນຮັບ​ງານ​ບຸນ ລອຍ​ກະ​ທົ່ງ ດ້ວຍ​ຄວາມ​ປາຖະໜາຢາກ​​ໄດ້​ຮັບ​ແຕ່​ຄວາມ​ໂຊກ​ຄວາມ​ໄຂ, ສ່ວນສິ່ງ​ທີ່​ບໍ່​ດີ​ຈະ​ຖືກ​ໄຫຼ​ຕາມ​ກະ​ແສ​ນ້ຳ.

        ນອກ​ນັ້ນ, ທ່ານ ຫງວຽນ​ວັນ​ແຕ້​ວ ຍັງ​ສົ່ງ​ໃຫ້​ພວກ​ເຮົາ​ຮູບ​ຖ່າຍ​ບ່າງ​ແຜ່ນກ່ຽວ​ກັບ​ງານ​ບຸນ​ນີ້​. ຂໍ​ຂອບ​ອົບ​ຂອບ​ໃຈ​ທ່ານ ຫງວຽນ​ວັນ​ແຕ້​ວ ທີ່​ໄດ້​ສົ່ງ​ອີ​ແມວ​ເຖິງ​ລາຍການ. ມັນ​ບໍ່​ພຽງ​ແຕ່​ແມ່ນ​ແຫຼ່ງລະດົມ​ກຳລັງ​ໃຈ​ປະກອບສ່ວນ​ສ້າງ​ກຳລັງ​ໜູນ​ໃຫ້​ພວກ​ເຮົາ​ຜະລິດ​ບັນດາ​ລາຍການ​ທີ່​ມີ​ຄຸນ​ນະພາ​ບ​ເທົ່າ​ນັ້ນ, ຫາກຜ່ານ​​ອີ​ແມວ​ຂອງ​ທ່ານ ພວກ​ເຮົາ​ຍັງ​ຮູ້​​ໄດ້ຊີວິດ​ການ​​ເປັນ​ຢູ່​ຂອງ​ຊາວ ຫວຽດນາມ ທີ່ພວມ​ດຳລົງ​ຊີວິດ​ຢູ່ ​ແຂວງ ຊາ​ຄອນ ນະຄອນ​ເວົ້າ​ສະ​ເພາະ ​ແລະ ​ຢູ່ ​ໄທ ​ເວົ້າ​ລວມ. ອວຍພອນ​ໃຫ້​ທ່ານ​ມີ​ສຸຂະພາບ​ເຂັ້ມ​ແຂງ ​ແລະ ຈະ​ສືບ​ຕໍ່​ແມ່ນ​ຜູ້​ຟັງ, ຜູ້​ອ່ານ​ທີ່​ສະໜິດສະໜົມ​ຂອງ​ລາຍການ​.

        ພວກ​ເຮົາຮູ້ສຶກ​ປິ​ຕິ​ຊົມ​ຊືນ​ທີ່​ສຸດຍ້ອນ​ວ່າ​ໄລຍະ​ຜ່ານ​ມາ​ໄດ້​ຮັບ​ຈົດໝາຍ, ອີ​ແມວ, ​ໂທລະສັບ​ຂອງ​ຜູ້​ຟັງ, ຜູ້​ອ່ານ​ຫຼາຍທ່ານ​ຈາກ​ທຸກ​ທ້ອງ​ຖີ່​ນ​ໃນ​ທົ່ວ​ປະ​ເທດ​ລ້ານ​ຊ້າງ. ​ໃນ​ນັ້ນ, ມີ​ທ່ານ​ ສຸວັນ ທິບ​ພະຈັນ, ພະນັກງານ​ຫ້ອງການ​ຖະ​ແຫຼ​ງຂ່າວ - ວັດທະນະທຳ ​ແລະ ທ່ອງ​ທ່ຽວ, ​ເມືອງ ປາກ​ລາຍ, ​ແຂວງ ​ໄຊ​ຍະ​ບູລີ. ທ່ານ​ໄດ້​ຝາກ​ຈົດໝາຍ ​ແລະ ​ໄປສະນີ​ຍະ​ບັດ​ໃຫ້​ພວກ​ເຮົາ, ຈົດໝາຍ​ມີ​ເນື້ອ​ໃນ​ວ່າ: ຂ້າພະ​ເຈົ້າ​ຂໍ​ສະ​ແດງ​ຄວາມພາກພູມ​ໃຈ​ທີ່​ສຸດ​ເມື່ອ​ໄດ້​ຮັບ​ຂອງຂວັນ​ຈາກ VOV5 ​ແລະ ຂໍ​ຝາກ​ຄຳ​ຂອບ​ອົບ​ຂອບ​ໃຈ​ມາ​ຍັງ VOV5 ​ແລະ ​ພາກ​ພາສາ​ລາວ ທີ່​​ໄດ້​ໃຫ້​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ຂ້າພະ​ເຈົ້າ. ​​ໃນ​ຕະຫຼອດ​ໄລຍະ, 5 ປີ​ກ່ວາ​ທີ່​ຜ່ານ​ມາ, ຍາມ​ໃດຂ້າພະ​ເຈົ້າ​ກໍ່​ຕິດຕາມ​ຮັບ​ຟັງ​ລາຍການ​ວິທະຍຸ​ກະຈາຍສຽງ ຫວຽດນາມ ພາກ​ພາສາ​ລາວ​ເປັນ​ປະຈຳ, ​ໂດຍ​ສະ​ເພາະ​ແມ່ນ​ໄດ້​ຕິດ​ຕາມ ຮັບ​ຟັງ​ລາຍການ​ອອກ​ອາກາດ​ເວລາ: 20h30 – 21h30: 1242 khz, ຟັງ​ແຈ້ງ​ດີກ່ວາ​ເກົ່າ. ​ເນື່ອງ​ໃນ​ໂອກາດ​ສົ່ງ​ທ້າຍ​ປີ​ເກົ່າ 2013 ​ແລະ ຕ້ອນຮັບ​ປີ​ໃໝ່ 2014 ທີ່​ຈະ​ມາ​ເຖິງ​ໃນ​ໃກ້ໆ​ນີ້. ຂ້າພະ​ເຈົ້າ​ບໍ່​ມີ​ສິ່ງ​ໃດ​ທີ່​ຈະ​ປະ​ເສ​ີດ​ເລ​ີດລ້ຳ ມີ​ແຕ່​ຂໍ​ອວຍພອນ​ໄຊ​ອັນ​ປະ​ເສີດມາ​ຍັງ​ພະນັກງານ​ວິ​ທະ​ຍຸ​ກະຈາຍສຽງ ຫວຽດນາມ ພາກ​ພາສາ​ລາວ​ທຸກ​ໆ​ທ່ານ​ຈົ່ງ​ມີ​ແຕ່​ສຸຂະພາບ​ເຂັ້ມ​ແຂງ, ​ມີ​ອາຍຸ​ໝັ້ນຍືນ, ມີ​ຄວາມ​ຜາ​ສຸກ, ປາຖະໜາ​ສິ່ງ​ໃດ​ຂໍ​ໃຫ​້​ໄດ້​ດັ່ງ​ຄວາມ​ມັກ​ຂອງ​ທ່ານ, ປະສົບ​ຜົນສຳ​ເລັດ​ໃນ​ໜ້າ​ທີ່​ການ​ງານ​ທຸກ​ປະການ.

        ຂອບ​ໃຈ​ທ່ານ ສຸວັນ ທິບ​ພະຈັນ ຫຼາຍໆ. ນອກຈາກ​ຮັບ​ຟັງ​ລາຍການ​ໃນ​ວິທະຍຸ​ແລ້ວ, ທ່ານ​ສາ​ມາດ​ຮັບ​ຟັງ​ລາຍການ, ອ່ານ​ຂ່າວ​ຕ່າງໆ​ທີ່​ໄດ້​ອັບ​​ເດັດ​ເປັນ​ປະຈຳ​ໃນ​​ແວັ​ບ​ໄຊ​ vovworld.vn. ໜ້າ​ແວັບ​ນີ້​ສະດວກ​ສະບາຍ​ສຳລັບ​ບັນດາ​ຜູ້​ຟັງ​ທີ່​ບໍ່​ມີ​ເວລາ​ຮັບ​ຟັງ​ລາຍການ​ວິທະຍຸ​ກະຈາຍສຽງ​ໂດຍ​ກົງ​ໄດ້.

        ​ເນື່ອງ​​ໃນ​ໂອກາດ​ວັນຊາດ​ 2/12 ທີ່​ຈະ​ມາ​ເຖິງ, ​ພວກ​ເຮົາ​ຂໍ​ອວຍພອນ​ໃຫ້​ທ່ານ​ຜູ້​ຟັງ​ລາວ​ທຸກ​ທ່ານ​ຈົ່ງ​ມີ​ວັນ​ຜັກ​ມ່ວນ​ຊື່ນ​ພ້ອມ​ກັບ​ຄອບຄົວ.

        ທີ່ທ່ານ​ຮັບ​ຟັງ​ຜ່ານ​ໄປ​ແລ້ວ​ນັ້ນ, ​ແມ່ນ​ເນື້ອ​ໃນ​ຄຳ​ເຫັນ​ຂອງ​ທ່ານ ເພັດ​ສະຫວັນ​ ສີສະ​ນົນ, ສຸວັນ ທິບ​ພະຈັນ, ຫງວຽນ​ວັນ​ແຕ້​ວ ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ. ນອກ​ຈາກ​ສົ່ງ​ຂໍ້​ມູນ​ຂ່າວ​​ໃຫ້​ພວກ​ເຮົາ​ທາງ​ໄປສະນີ, ​ໂທລະສັບ​ແລ້ວ, ພວກ​ເພ​ື່ອນຍັງສາມາດ​ສົ່ງ​ຈົດໝາຍ​ຕອບ​ກັບ​ໃນ​​ເວັບ​ໄຊ ຂອງ​ພວກ​ເຮົາກໍ່​ໄດ້. ຫວັງ​ວ່າ, ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ຜູ້​ຟັງ, ຜູ້​ອ່ານ​ຈະ​ສືບ​ຕໍ່​ຕິດຕາມ​ຮັບ​ຟັງ, ອ່ານລາຍການ​ຂອງ​ພວກ​ເຮົາ​ເປັນ​ປະຈຳ ​ແລະ ສົ່ງ​ຈົດໝາຍ​ຕອບ​ກັບ​ມາ​ຍັງ​ລາຍການ ​ເພື່ອ​ໃຫ້​ລາຍການ​ຂອງ​ພວກ​ເຮົາ​ນັບ​ມື້​ນັບ​ດີ​ກ່ວາ​ເກົ່າ. ທ່ານ​ຜູ້​ຟັງ​ສາມາດ​ອ່ານ​ຄືນ, ​ທຸກໆ​ລາຍການ​ຂອງ​ພາກ​ພາສາ​ລາວ​ໃນ​​ເວັບ​ໄຊ vovworld.vn. ຫຼື​ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ ​ມາ​ຍັງ​ລາຍການ​ໂດຍ​ຈ່າ​ລະ​ຊ່ອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631. ຂໍ​ຂອບ​ໃຈ.

 

ຕອບກັບ

ຂ່າວ/ບົດ​ອື່ນ