ການຄັດສະເໜີເນື້ອໃນຈົດໝາຍບາງສະບັບທີ່ທ່ານຜູ້ຟັງ, ຜູ້ອ່ານຝາກມາລາຍການ

(vovworld) - ​ໃນ​ອາທິດ​ຜ່ານ​ມາ, ພາກ​ພາສາ​ລາວ ວິ​ທະ​ຍຸ​ກະຈາຍສຽງ ຫວຽດນາມ ​ໄດ້​ຮັບ ຈົດໝາຍ, ​ໂທລະສັບ, ອີ​ແມວ ຈາກ​ທ່ານ​ຜູ້​ຟັງຫຼາຍ​ຄົນ​ທີ່​ຝາກ​ມາລາ​ຍການ. ​ໃນ​ຈົດໝາຍ​ສະບັບ​ຕ່າງໆ ມີ​ຫຼາຍ​ທ່ານ​ໄດ້​ສະ​ແດງ​ຄວາມ​ເສ​ົ້າສະຫຼົດ​ໃຈ​ຕໍ່​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກ​ເຫດການ​ເຮືອບິນ​ຕົກ ຢູ່​ລາວ ​​ເມື່ອ​ວັນ​ທີ 16/10 ຜ່ານ​ມາ. ​ໃນ​ລາຍການ “​ໂອ້​ລົມ​ກັບ​ເພື່ອນ​ລາວ” ພາກ​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້ອ​​ໃນ​ຈົດໝາຍ​ບາງ​ສະບັບ​ທີ່​ແບ​່ງປັນ​ກ່ຽວ​ກັບ​ບັນຫາ​ນີ້, ກໍ່​ຄື​ບາງ​ບັນຫາ​ອື່ນໆ​ອີກ.
ການຄັດສະເໜີເນື້ອໃນຈົດໝາຍບາງສະບັບທີ່ທ່ານຜູ້ຟັງ, ຜູ້ອ່ານຝາກມາລາຍການ - ảnh 1
ການຊອກຄົ້ນຫາສົບຂອງຜູ້ປະສົບເຄາະຮ້າຍໃນແມ່ນ້ຳຂອງ

ທຳ​ອິດ​ແມ່ນ ອີ​ແມວ​ຈາກ​ທ່ານ ດ່ວານ​ວັນ​ມິ​ງ, ປະ​ຈຸ​ບັນ​ພວມ​ເຮັດ​ວຽກ​ຢູ່ ວຽງ​ຈັນ. ພາຍຫຼັງ​ທີ່​ເກີດ​ເຫດການ​ເຮືອບິນ​ຕົກ​ເມື່ອ​ວັນ​ທີ 16/10, ທ່ານ​ໄດ້​ຝາກ ອີ​ແມວ ​ໃຫ້​ລາຍການ​ໂດຍ​ແບ່ງ​ປັນ​ວ່າ: ​ໃນ​ຖ້ຽວ​ບິນ​ນັ້ນ, ມີນັກ​ບິນ​ຜູ້​ໜຶ່ງ ​ແມ່ນ​ເພື່ອນ​ຂອງຂ້າພະ​ເຈົ້າ. ພວກຂ້າພະ​ເຈົ້າ​ເຄີ​ຍຮຽນ​ນຳ​ກັນ​ໃນໂຮງຮຽນ​ດຽວ​ ​ແລະ ມື້ທ້າຍ​ອາທິດ​ເຄີຍ​ໄປ​ເຕະບານ​ນຳ​ກັນ. ​ເພື່ອນ​ໄດ້​ເສຍ​ຊີວິດ​ແມ່ນ​ການ​ສູນ​ເສຍ​ອັນ​ໃຫຍ່​ຫຼວງ​ໃຫ້​ແກ່​ຄອບຄົວ ​ແລະ ສັງ​ຄົມ ຍ້ອນ​ວ່າ​ອາຍຸ​ຂອງ​ເພື່ອນ​ຍັງ​ໜຸ່ມ​ແໜ້ນ​ຫຼາຍ ​ແລະ ​ເພື່ອນ​ແມ່ນ​ຜູ້​ມີ​ຄວາມ​​ເກັ່ງ​ກ້າສາມາດ​ຢ່າງ​ແທດ​ຈິງ. ​ອຸປະຕິ​ເຫດ​ເກີດ​ຂຶ້ນ​ກໍ່​​ເປັນ​ການ​ສູນ​ເສຍ​ໃຫ້​ຫຼາຍ​ຄົນ, ​​ແລະ ຄວາມ​​ທຸກ​ໂສກ​ທີ່​ສຸດ​ແມ່ນ​ບໍ່​ທັນ​ຊອກ​ຄົ້ນ​ຫາສົບ​ຂອງ​ຜູ້​ປະສົບ​ເຄາະ​ຮ້າຍທັງ​ໝົດໄດ້​. ຫວັງ​ວ່າ ສົບ​ຂອງ​ເຂົາ​ເຈົ້າ​ຈະ​ຊອກ​ຄົ້ນ​ຫາໄດ້​ ​ແລະ ​​ສົ່ງ​​ເມືອ​ຄອບຄົວ​ໃນ​ໄວໆ​ນີ້.

        ນອກຈາກ​ນັ້ນ, ພວກ​ເຮົາ​ຍັງ​ໄດ້​ຮັບ ອີ​ແມວ ​ແລະ ​ໂທລະສັບ​ຂອງ​ທ່ານ​ຜູ້​ຟັງ: ​ເຈີ່ນ​ທິຫາວ, ຫງວຽນ​ມິ​ງງວຽດ, ວັນ​ດີ.​.​​. ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ກ່ຽວ​ກັບ​ອຸປະຕິ​ເຫດ​ດັ່ງກ່າວ.

        ທ່ານ ​ດ່ວາ​ນວັນ​ມິ​ງ, ​ເຈີ່ນ​ທິຫາວ, ຫງວຽນ​ມິ​ງງວຽດ, ວັນ​ດີ.​.​. ທີ່​ເຄົາລົບ, ຕາມ​ແຫຼ່ງຂ່າວ​ຫຼ້າ​ສຸດ​, ​ໃນ​ຈຳນວນ ຜູ້​ໂດຍສານ ​ແລະ ຈຸບິນ​ໃນ​ເຮືອ​ບິນ​ທີ່ປະສົບ​ອຸປະຕິ​ເຫດ​ 49 ຄົນ ​ໄດ້​ຊອກ​​ເຫັນ​ສົບ​ຂອງ 45 ຄົນ, ​ໃນ​ນັ້ນ​ມີສົບ 25 ຄົນ​ໄດ້​ຮັບ​ການ​ພິສູດ​ຊື່ ​ແລະ ນາມສະກຸນ​ແລ້ວ. ​ແລະ​ຊາກ​ຂອງ​ເຮືອບິນ​ລຳ​ນີ້​ໄດ້​ຖືກ​ຍົກ​ຂຶ້ນ​ຈາກ​ນ້ຳ. ວຽກ​ງານຊອກ​ຄົ້ນ​ຫາ​ສົບ​ຂອງ​ຜູ້​ປະສົບ​ເຄາະ​ຮ້າຍ​ທີ່ຍັງ​​ເຫຼືອ​ສືບ​ຕໍ່​ໄດ້​ຮັບ​ການ​ຊອກ​ຄົ້ນຫາ.

ການຄັດສະເໜີເນື້ອໃນຈົດໝາຍບາງສະບັບທີ່ທ່ານຜູ້ຟັງ, ຜູ້ອ່ານຝາກມາລາຍການ - ảnh 2
ພິທີຊາປະນາກິດສົບພົນເອກ ຫວໍ້ງວຽນຢາບ

​ໃນອີ​​ແມວ​ຝາກ​ເຖິງ​ລາຍການ, ທ່ານ​ຜູ້​ຟັງ ຫງວຽນ​ວັນ​ແຕ້​ວ, ​ແຂວງ ຊາ​ຄອນ ນະຄອນ, ປະ​ເທດ​ໄທ ​​ໃຫ້​ຮູ້​ວ່າ: ​ໃນ​ວັນ​ທີ 21, 22/10 ຜ່ານ​ມາ, ສະມາຄົມ​ຊາວ ຫວຽດນາມ ຢູ່​ແຂວງ ຊາ​ຄອນ ນະຄອນ ພວກ​ຂ້າພະ​ເຈົ້າ ​ໄດ້​ຈັດ​ຄະນະ​ໜຶ່ງ​ໄປ​ແຂວງ ກວາງ​ບິງ ​ເພື່ອໄວ້​ອາ​ໄລພົນ​​ເອກ ຫວໍ້​ງວຽນ​ຢາ​ບ. ຄະນະ​ພວກ​ເຮົາ​ໄດ້​ຮັບ​ການ​ຕ້ອນຮັບ​ຈາກ​ຄະນະ​ກຳມະການ​ປະຊາຊົນ ​ແຂວງ ຢ່າງ​ຈິງ​ໃຈເປີດ​ອົກ​ເປີດ​ໃຈ. ນອກຈາກ​ນັ້ນ, ຄະນະ​ພວກ​ເຮ​ົາຍັງ​ໄດ້​ໄປ​ຢ້ຽມຢາມ​ມໍລະດົກ​ທຳ​ມະ​ຊາ​ດ​ໂລກ ຖ້ຳ ທຽນ​ເດື່ອງ, ຖະຫວາຍ​ທູບ​ທຽນ​ຢູ່​ອະນຸສາວະລີ​ແມ່ ຊວດ. ​ເຖິງ​ວ່າ​ໃນເວລາ​ສັ້ນໆ ​ແຕ່​ໄດ້​ສ້າງຄວາມ​ປະ​ທັບ​ໃຈ​ຫຼາຍ​ຢ່າງ. ຂໍ​ຂອບ​ອົກ​ຂອບ​ໃຈ​​ຄະນະ​ກຳມະກ​ານ ປະຊາຊົນ ​ແລະ ປະຊາຊົນ​​ແຂວງ ກວາງ​ບິ່ງ ​​ທີ່​ໄດ້​ສະຫງວນອາລົ​ມຈິດ​ໃຫ້​ແກ່​ຄະນະ​ພວກ​ເຮົາ.

        ຂອບ​ໃຈ​ທ່ານ ​ຫງວຽນ​ວັນ​ແຕ້​ວ ທີ່​ໄດ້​​ແຈ້ງ​​ໃຫ້​ພວກ​ເຮົາ​ຮັບ​ຊາບ​ກ່ຽວ​ກັບ​ບັນດາ​ແຫຼ່ງຂ່າວ​ທີ່​ມີ​ປະ​ໂຫຍ​ດ. ຜ່ານ​​​ອີ​ແມ​ວຂອງ​ທ່ານ, ພວກ​ເຮົາ​ຮູ້​ສ່ວນ​ໃດ​ສ່ວນ​ໜຶ່ງ​ກ່ຽວ​ກັບ​ອາລົມ​ຈິດ​ຂອງ​ຊາວ ຫວຽດນາມ ​ອາ​ໄສ​ຢູ່​ຕ່າງປະ​ເທດ​ສະຫງວນ​ໃຫ້​ແກ່​ນັກ​ວິລະຊົນ​ຂອງ​ຊາດ, ອ້າຍ​ກົກ​ຂອງ​ກອງທັບ​ປະຊາຊົນ ຫວຽດນາມ. ຫວັງ​ວ່າ, ທ່ານ ​ແຕ້​ວ ຍາມ​ໃດ​ກໍ່​ສະໜອງ​ໃຫ້​ພວກ​ເຮົາ​ບັນດາ​ແຫຼ່ງຂ່າວ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ສະມາຄົມ​ຊາວ ຫວຽດນາມ ຢູ່​ແຂວງ ຊາ​ຄອນ ນະຄອນ ຍ້ອນ​ວ່າ​ຍາມ​​ໃດ​ພວກ​ເຮົາ​ກໍ່​ຢາກ​ຕິດຕາມ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ສະມາຄົມ​ຊາວ ຫວຽດນາມ ຢູ່​ຕ່າງປະ​ເທດ.

        ຜ່ານ​ລາຍການ​ມື້​ນີ້, ພວກ​ເຮົາ​ກໍ່​ຢາ​ກ​ແຈ້ງ​ໃຫ້​ທ່ານ ຫງວຽນ​ວັນ​ແຕ້​ວ, ສຸດ​ທະ​ສອນ​, ​ເຈີ່ນ​ກົງ​ຮ່າ​ມ, ຈັນ​ດອນ, ອູບ​ແກ້ວ ອິດ​ທິພົນ, ​ເພັດ​ສະຫວັນ ສີສະ​ໜົນ, ຄຳ​ສິງ ລາດ​ດາ​ວົງ, ສຸວັນ ທິບ​ພະຈັນ, ສົມ​ສຸກ ອໍລະ​ວົງ, ບຸນ​ມາ ​ເຮືອງ​ມະ​ລີ ​ໄດ້​ຮັບ​ຊາບ​ວ່າ, ວິທະຍຸ​ກະຈາຍສຽງ ຫວຽດນາມ ​ແລະ ລະ​ບົບພາກ​ພາສາ​ຕ່າງປະ​ເທດຈະ​ໄດ້​ຝາກ​​ໃບ​ຢັ້ງຢືນ​​ເປັນ​ຜູ້ຟັງ​ວິທະຍຸ 3 ປີ ​ແລະ 5 ປີ ພ້ອມ​ກັບ​ແຜ່ນ​ຊີ​ດີ​​ເພັງ ຫວຽດນາມ ​ແຜ່ນໜຶ່ງ​ຈາກ​ລາຍການ​​ແລ້ວ. ​ພວກ​ເພື່ອນ​ຈົ່ງ​ຂຽນ​ຈົດໝາຍ, ອີ​ແມວ, ​ໂທລະ​ຊັບ​ມາ​ຍັງ​ພາກ​ພາສາ​ລາວ​ຂອງ​ພວກ​ເຮ​ົາ​ເປັນ​ປະຈຳ​ເພື່ອ​ໄດ້​ຮັບ​ຂອງຂວັນ​ທີ່​ມີ​ປະ​ໂຫຍ​ດ. ທ່ານ​ຜູ້​ຟັງສາມາດ​ຝາກ​ຈົດໝາຍ​ມາ​ຍັງ​ລາຍການໂດຍ​ຈ່າໜ້າ​ຊອງ​ວ່າ: ວິທະຍຸ​ກະຈາຍສຽງ​ຫວຽດນາມ-ພາກ​ພາສາ​ລາວ-​ເຮືອນ​ເລກທີ 45 ຖະໜົມ​ບາ​ຈ້ຽວ-ຮ່າ​ໂນ້ຍ ຫຼື​ໂທລະສັບ​ມາ​​ໂດຍ​ກົງ​ຕາມ​ເບີ​ໂທ: 00844.38256631, ອີ​ແມວ: Laovov@.yahoo.com. ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ ​ແລະ ພ້ອມ​ແລ້ວຈະ​ຕອບ​ຄຳ​ຖາມ​ຂອງ​ທ່ານ​ທຸກ​ປະການ. ຂໍ​ຂອບ​ໃຈທ່ານທີ່​​ໄດ້ຕິດຕາມ​ຮັບ​ຟັງ ​ແລະ ຊົມ​ລາຍການ​ຂອງ​ພວກ​ເຮົາ.  

 

ຕອບກັບ

ຂ່າວ/ບົດ​ອື່ນ