ການຕອບຄຳຖາມຂອງທ່ານຜູ້ຟັງຝາກມາໃນອາທິດຜ່ານມາ

(vovworld) - ອາ​ທິດ​ຜ່ານ​ມາ, ລາຍ​ການ​ພາກ​ພາ​ສາ​ລາວ, ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ໄດ້​ຮັບ ຈົດ​ໝາຍ, ອີ​ແມວ, ໂທ​ລະ​ສັບ 7 ສະ​ບັບ​ຂອງ​ທ່ານ​ຜູ​້​ຟັງ ລາວ ຝ​າກ​ມາ​ລາຍ​ການ. ໃນ​ຈົດ​ໝາຍ, ທ່ານ​ຜູ້​ຟັງ​ໄດ​້​ສະ​ແດງ​ຄວາ​ມ​ເອົາ​ໃຈ​ໃສ່ເຖິງ​ພາກ​ພາ​ສາ​ລາວ ດ້ວຍ​ບັນ​ດາ​ຂໍ້​ໃຫ້​ສັງ​ເກດ​​ຕໍ່​ບົດ​ຂຽນ, ຂ່າວ​ຄາວ​ຕ່າງໆ​ທີ່​ອອກ​ອາກ​າດ​ໃນ​ອາ​ທິ​ດ. ໃນ​ລາຍ​ການ “ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້ນີ້, ພວກ​ເຮົາ​ຂໍ້​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ, ຕອບ​ຄຳ​ຖາມ​ຂອງ​ທ່າ​ນ​ຜູ້​ຟັງ​ຝາກ​ມາ​ໃນ​ອາ​ທິດ​ຜ່ານ​ມາ.

        ເພື່ອນ ພຽນ ພົມ​ມະ​ວົງ, ແຂວງ ສະ​ຫວັນ​ນະ​ເຂດ ໄດ້​ຝາກ​ຈົດ​ໝາຍ​ມາ​ຍັງ​ລາຍ​ການ​ດ້ວຍ​ເນື້ອ​ໃນ​ວ່າ: ອາ​ທິດ​ຜ່ານ​ມາ, ຂ້າ​ພະ​ເຈົ້າ​ໄດ້​ຮັບ​ຟັງ​ບົດ​ຂຽນ​ໃນ​ລາຍ​ການ “ຄົ້ນ​ຫາ ຫວຽດ​ນາມ” ເວົ້າ​ເຖິງ​ຕະຫຼາດ​ພາບ​ແກ້ວ​ມະ​ນີ ຢູ່​ລຸກ​ອຽນ. ຂ້າ​ພະ​ເຈົ້າ​ແມ່ນ​ຜູ້​ນິ​ຍົມ​ຈິດ​ຕະ​ກຳເວົ້າ​ສະ​ເພາະ ແລະ ສີ​ລະ​ປະ​ເວົ້​າ​ລວມ, ດັ່ງ​ນັ້ນ​ບົດ​ຂຽນ​ດັ່ງ​ກ່າວ​ມີ​ປະ​ໂຫຍດ​ຫຼາຍ. ຜ່ານ​ບົດ​ຂຽນ, ຂ້າ​ພະ​ເຈົ້າ​ກໍ​ຮູ້​ໄດ້​ວ່າຢູ່ ຫວຽດ​ນາມ ມີ​ພາບ​ຫຼາຍ​ປະ​ເພດ, ​ຄືພາບ​ສີ​ຂັດ​ມັນ​ຕະຫຼອດ​ຮອດ​ພາບປັ​ກ​ແສ່ວ, ພາບ​ດ້ວ​ຍ​ຂີ້​ຊາຍ… ແລະ ປະ​ຈຸ​ບັນ​ຮູ້​ຕື່ມ​ອີກວ່າ​ຍັງ​ມີ​ພາບ​ແກ້ວ​ມະ​ນີ​ອີກ​ດ້ວຍ. ບັນ​ດາ​ນັກ​ສີ​ລະ​ປິນ ຫວຽດ​ນາມ ມີ​ສີ​ມື​ທີ່​ຄ່ອງ​ແຄ້ວ​ທີ່​ສຸດ ຍ້ອນ​ໄດ້​ປະ​ດິດ​ຄິ​ດ​ສ້າງ​ພາບຫຼາຍ​ປະ​ເພດ. ຂ້າ​ພະ​ເຈົ້າ​ຫວັງ​ວ່າ​​ຈະໄດ້ ໄປ​ຢ້ຽມ​ຢາມ ຫວຽດ​ນາມ ເທື່ອ​ໜຶ່ງ​ເພື່ອ​ໄດ້​ເຫັນ​ປະ​ຈັກ​ຕາ​ບັນ​ດາ​ນັກ​ສີ​ລະ​ປິນປະ​ດິດ​ແຕ່ງ​ພາບ​ແກ້ວ​ມະ​ນີ”

ການຕອບຄຳຖາມຂອງທ່ານຜູ້ຟັງຝາກມາໃນອາທິດຜ່ານມາ - ảnh 1
ພາບ​ປະ​ກອບ

        ເພື່ອນ ພຽນ ພົມ​ມະ​ວົງ ທີ່​ເຄົາ​ລົບ, ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່​ສຸດ​ຍ້ອນ​ເພື່ອນ​ໄດ້​ຕິດ​ຕາມ​ລາຍ​ການ​ເປັນ​ປະ​ຈຳ. ຕະຫຼາ​ດ​ພາບ​ແກ້ວ​ມະ​ນີ ລຸກ​ອຽນ ຫ່າງ​ຈາກ​ໃຈ​ກາງ​ແຂວງ ອຽນ​ບ໋າຍ (ເຂດ​ພູ​ພຽງ​ທາງ​ພາກ​ເໜືອ ຫວຽດ​ນາມ) ​ປະ​ມານ 80 ກິ​ໂລ​ແມັດ. ນອກ​ຈາກ​ໄປ​ຢ້ຽມ​ຢາມ, ຊື້​ແກ້ວ​ມະ​ນີ​ຢູ່​ຕະຫຼາດ​ລຸກ​ອຽນ ແລ້ວ, ເພື່ອນ​ກໍ​ສາ​ມາດ​ໄປ​ຢ້ຽມ​ຊົມ​ທັດ​ສະ​ນີ​ຍະ​ພາບຫຼາຍ​​ແຫ່ງ​ຢູ່ ອຽນ​ບ໋າຍ​ ​ອີກຄື: ນາ​ຂັ້ນ​ໄດ ມູ່​ກັງ​ຈ໋າຍ, ເຂື່ອນ​ໄຟ​ຟ້ານ້ຳ​ຕົກ​ ທາກ​ບ່າ, ຫ້ວຍ​ຢ່າງ…​ອີກ​ດ້ວຍ. ເມື່ອ​ໄດ້​ໄປ​ທ່ອ​ງ​ທ່ຽວ​ຢູ່​ແຫ່ງນີ້ແລ້ວ, ເພື່ອນ​ຢາ​ລື່ມ​ຂຽນ​ບັນ​ດາ​ຄວາມ​ຮູ້​ສຶກ​ຂອງ​ຕົນ​ກ່ຽວ​ກັບ​ເຂດ​ດິນ​ແດນນີ້ ແລະ ຝາກ​ມາ​ໃຫ້​ພວ​ກ​ຂ​້າ​ພະ​ເຈົ້າ​ແດ່​ເດີ.

++++

        ກໍ​ໃນ​ອາ​ທິດ, ​ເພື່ອນ ຈັນ​ມະ​ສອນ, ແຂວງ ຄຳ​ມ່ວນ​ໄດ້​ຝາກ ອີ​ແມວ ມາ​ຍັງ​ລາຍ​ການ​ຖາມ​ກ່ຽວ​ກັບ​ພິ​ທີ​ຍ້ອງ​ຍໍ​ຊົມ​ເຊີຍ​ຕຳຫຼວດ​ຍິງ ຫວຽດ​ນາມ ທີ່​ດີ​ເດັ່ນ​ໃນ​ທົ່ວ​ປະ​ເທດ 142 ຄົນ. ​ເພື່ອນ​ຍັງ​ໃຫ້​ຮ​ູ້​ຕື່ມ​ອີກວ່າ: ​​ໂດຍແມ່ນ​ຕຳຫຼ​ວດ​ຍິງ​ຜູ້​ໜຶ່ງ ​ເພື່ອນ​ຮູ້​ສຶກ​ເຄົາ​ລົບ​ບັນ​ດາ​ແບບ​ຢ່າງ​ດີ​ເດັ່ນນີ້ຫຼາຍ. ນອກ​ຈາກ​ການ​ປະ​ຕິ​ບັດ​ວຽກ​ງານ​ໃນ​ຄອບ​ຄົວ​ເປັນ​ຢ່າງ​ດີ​ແລ້ວ, ພວກ​ເອື້ອຍ​ຍັງ​ປະ​ຕິ​ບັດ​ໜ້າ​ທີ່​ໂດຍ​ພັກ, ລັດ ມອບ​ໝ​າຍ​ໃຫ້​ເປັນ​ຢ່າງ​ດີ. ພວກ​ເອື້ອຍ​​ເປັນແບບ​ຢ່າງ​ເພື່ອ​ໃຫ້​​ບັນ​ດາ​ແມ່​ຍິງ​ຕຳຫຼວດ​ຄືເພື່ອນປະ​ຕິ​ບັ​ດ​ຕາມ.      

ເພື່ອນ ຈັນ​ມະ​ສອນ ທີ່​ເຄົາ​ລົບ, ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ຕຳຫຼວດ​ປະຊາຊົນ (19/8/1945-19/8/2015), 10 ປີ​ແຫ່ງ​ວັນທົ່ວ​ປວງ​ຊົນ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບປອດ​ໄພແຫ່ງ​ຊາດ, ວັນ​ທີ 7/7, ຢູ່​ນະຄອນ ດ່າ​ລາດ, ​ແຂວງ ​ເລີມ​ດົ່ງ, ກົມ​ໃຫຍ່​ຕຳຫຼວດ (ກະຊວງ​ຕຳຫຼວດ​ຫວຽດນາມ) ​ໄດ້​ຈັດ​ຕັ້ງ​ພິທີ​ຍ້ອງຍໍ​ຕຳຫຼວດ​ຍິງ​ທີ່​ດີ​ເດັ່ນ​​ໃນທົ່ວ​ປະ​ເທດ 142 ຄົນ. ພິທີ​ຍ​້ອງຍໍ​ກໍ​ແມ່ນ​ໂອກາດ ​ເພື່ອ​ໃຫ້​ບັນດາ​ຕຳຫຼວດ​ຍິງ​ທີ່​ດີ​ເດັ່ນພົບປະ​ແລກປ່ຽນ, ​ແບ່ງປັນ​ບົດຮຽນ​ໃນ​ວຽກ​ງານ ​ແລະ ຊີວິດ. ປະຈຸ​ບັນ, ທົ່ວ​ປະ​ເທດ​ມີ​ຕຳຫຼວດ​ຍິງ​ປະຊາຊົນ 20.000 ຄົນ​ທີ່​ພວມປະຕິບັດ​ໜ້າ​ທີ່ ​ແລະ ສູ້​ຮົບ​​ໃນ​ບັນດາ​ຂົງ​ເຂດ, ວິຊາ​ການ​ຕ່າງ​ໆ. ພວກ​ຂ​້າ​ພະ​ເຈົ້າ​ມີ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈຫຼາຍ​ຍ້ອນ​ມີ​ແມ່​ຍິງ​ທີ່​​ພິ​ລະ​ອາດ​ຫານ​ຄື​ພວກ​ເອື້ອຍ, ຍາມ​ໃດ​ກໍ​ກຽມ​ພ້ອມ​ເສຍ​ສະຫຼະ​​ເພື່ອ​ປົກ​ປັກ​ຮັກ​ສາ​ພື້ນ​ຖານ​ສັນ​ຕິ​ພາບ​ໃຫ້​ແກ່​ປະ​ເທດ​ຊາດ.

++++

ສ່ວນ​ເພື່ອນ ​ວັນ​ວິ​ໄລ, ແຂວງ ບໍ​ລິ​ຄຳ​ໄຊ ໄດ້​ໂທ​ລະ​ສັບ​ມາ​ຍັງລາຍ​ການ​​ເພື່ອຖາມ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 68 ປີ​ແຫ່ງ​ວັນ​ທະ​ຫານ​ເສ​ຍ​ອົງ​ຄະ ແລະ ນັ​ກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ.

ເພື່ອນ ວັນ​ວິ​ໄລ ເຄົາ​ລົບ, ປີນີ້, ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 68 ປີ​ແຫ່ງວັນ​ທະ​ຫານ​ເສຍ​ອົງ​ຄະ, ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ (27/7/1947 – 27/7/2015) ນັບ​ແຕ່​ຕົ້ນ​ເດືອນ 7 ມີ​ຫຼາຍ​ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຈຸດ​ສຸມ​ເພື່ອ​ຕອບ​ບູນ​ແທ​ນ​ຄູນ​ບັນ​ດາ​ທະ​ຫານ​ເສຍ​ອົງ​ຄະ, ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ຜູ​້ມ​ີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ການ​ປະ​ຕິ​ວັດ. ພິ​ເສດ, ໃນ​ອາ​ທິດ​ຜ່ານ​ມາຢູ່ 2 ​ແຂວງ ນິງບິ່ງ ​ແລະ ນາມ​ດິ້ງ, ທ່ານ​ນາງ​ຮອງປະ​ທານ​ປະ​ເທດ ຫງວຽນ​ທິຢວານ, ປະທານ​ສະພາປົກ​ປ້ອງກອງທຶນຊ່ວຍ​ເຫຼືອເດັກ​ຫວຽດນາມ, ​ໄດ້​ລົງ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ, ລະດົມ​ກຳລັງ​​ໃຈ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຂອງ​ເດັກ​ທີ່​ປະສົບ​ກັບ​ຄວາມ​ ຫຍຸ້ງຍາກ​ເປັນ​ພິ​ເສດ​ຂອງ 2 ​ແຂວງ, ສົ່ງ​ເສີມ​ໃຫ້​ພວກ​ນ້ອງ​ມີ​ມາລະ​ຈິດ​ປືນຕົວ​ຂຶ້ນ​ໃນ​ການ​ຮໍ່າຮຽນ. ທີ່​ສູນ​ກາ​ຍະ​ບຳ​ບັດອະ​ໄວ​ຍະ​ວະເມືອງ​ອຽນ​ໂມ, ​ແຂວງ​ນິງບິ່ງ, ທ່ານ​ນາງ​ຮອງ​ປະທາ​ນປະ​ເທດ ຫງວຽນ​ທິຢວານ ​ໄດ້​ມອບ​ທຶນ​ສຶກສາ“ພ້ອ​ມກັບ​ນ້ອງ​​ໄປ​ໂຮງຮຽນ”  ກ​ວ່າ 200 ທຶນ ​ແຕ່​ລະ​ທຶນ​ມີ​ມູນ​ຄ່າ 2 ລ້ານ​ດົງ ​ໃຫ້​ບັນດາ​ນັກຮຽນ​ເຊິ່ງ​ເປັນ​ລູກ​ຂອງ​ນັກຮົບ​ເຂດ​ຊາຍ​​ແດນ, ທະ​ເລ​ໝູ່​ເກາະ, ລູກຂອງທະຫານ​ເຈັບ​ປ່ວຍ ​ແລະ ​ເສຍ​ອົງຄະ, ນັກຮຽນ​ທຸກ​ຍາກ​ແຕ່​ຮຽນ​ເກັ່ງ​ຂອງ​ແຂວງ​ນິງບິ່ງ ​ແລະ ນາມ​ດິ້ງ. ໃນ​ທ້າຍ​ອາ​ທິດ​ຜ່ານ​ມາ, ສະມາ​ຄົນ​ພຸດທະ​ສາສະໜາ​ແຂວງຮ່າ​ຢາງ ​ໄດ້​ຈັດ​ຕັ້ງພິທີສວດ​ມົນພາວະນາ ​ແລະ ໃຕ້ທຽນອາ​ໄລ​ຫາສະ​ແດງ​ຄວາມ​ຮູ້​ບຸນ​ຄຸນຕໍ່​ບັນດາ​ນັກຮົບວິລະ​ຊົນທີ່​ໄດ້ເສຍ​ສະຫຼະຊີວິດ​ເພື່ອ​ຊາດ ຢູ່​ເຂດສຸສານນັກ​ຮົບ​ເສຍ​ຊີວິດ​ເພື່ອ​ຊາດ​ເມືອງວິ້ຊວຽນ, ​ແຂວງ​ຮ່າ​ຢາງ. ເພື່ອນ ວັນ​ວິ​ໄລ ແລະ ທ່ານ​ຜູ້​ຟ​ັງ​ທີ່​ສົນ​ໃຈ​ເຖິງ​ການ​ເຄື່ອນ​ໄຫວ​ຕອບ​ບຸນ​ແທນ​ຄຸ​ນ​ທະ​ຫານ​ເສຍ​ອົງ​ຄະ, ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ​ອາດ​ສາ​ມາດ​ຕິດ​ຕາມ​ຮັບ​ຟັງ​ລາຍ​ການ​ຂ່າວ​ປະ​ຈຳ​ວັນ​ຂອງ​ພວກ​ເຮົາ. ຫຼື​ທ່ານ​ຜູ້​ຟັງ, ຜູ້​ອ່ານ​ສາ​ມາດ​ອ່ານ​ຂ່າວ​ໃນ​ແວບ​ໄຊ vovworld.vn ຂອງ​ພວກ​ເຮົາ​ກໍ​ໄດ້.

 ລາຍການ​ໂອ້​ລົມ​ກັບ​ເພື່ອນ​ລາວ​ຂອງ​ພວກ​ເຮົາ​ຂໍ​ສິ້ນ​ສຸດ​ລົງ​ພຽງ​ເທົ່າ​ນີ້, ຖ້າ​ຫາກ​ຜູ້​​ຟັງໃດ​ມີ​ຄວາມ​ສົນ​ໃຈ ​ແລະ ຢາກ​​ປະກອບ​ຄຳ​ເຫັນ​ໃຫ້​ລາຍການສາມາດ​ຝາກ​ຈົດໝາຍ​ມາ​ຍັງ​ລາຍການໂດຍ​ຈ່າໜ້າ​ຊອງ​ວ່າ: ວິທະຍຸ​ກະຈາຍສຽງ​ຫວຽດນາມ-ພາກ​ພາສາ​ລາວ-​ເຮືອນ​ເລກທີ 45 ຖະໜົນ​ບາ​ຈ້ຽວ-ຮ່າ​ໂນ້ຍ ຫຼື​ໂທລະສັບ​ມາ​​ໂດຍ​ກົງ​ຕາມ​ເບີ​ໂທ: 0084​.43​.825​.6631, ອີ​ແມວ: Laovov@yahoo.com ຫຼື laovov5@gmail.com. ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ ​ແລະ ພ້ອມ​ແລ້ວທີ່ຈະ​ຕອບ​ຄຳ​ຖາມ​ຂອງ​ທ່ານ​ທຸກ​ປະການ. ຂໍ​ຂອບ​ໃຈທ່ານທີ່​​ໄດ້ຕິດຕາມ​ຮັບ​ຟັງ ​ແລະ ຊົມ​ລາຍການ​ຂອງ​ພວກ​ເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ