ການເຄື່ອນໄຫວຕ່າງໆໃນເດືອນຊາວໜຸ່ມປີ 2014


    (vovworld)-   ​ໃນ​ລາຍການ​ມື້​ນີ້ ພວກ​ເຮົາ​ຂໍ​ຕອບ​ບາງ​ຄຳ​ຖາມ​ຂອງ​ທ່ານ​ຜູ້​ຟັງ​ຜູ້​ອ່ານ​ຝາກ​ມາລາ​ຍການ​ຂອງ​ພວກ​ເຮົາ​ໃນ​ອາທິດ​ຜ່ານ​ມາ.

    ​​ໃນ​ອາທິດ​ຜ່ານ​ມາ, ລາຍການ​ພາກ​ພາສາ​ລາວ ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ຮັບ​ຈົດໝາຍ, ບັດ​ອວຍພອນ​ບັນດາ​ໂຄສົກ, ບັນນາທິການ​ຍິງ​ຂອງ​ລາຍການ ​ໃນ​ໂອກາດ​ວັນ​ແມ່ຍິງ​ສາກົນ (8/3) ​ຈາກ​ເພື່ອນ​ອຳ​ມີນາ, ວັນນະ​ສິນ ຢູ່​ແຂວງ​ບໍ່​ແກ້ວ…​ຂໍ​ຂອບ​ໃຈ​ພວກ​ເພື່ອນ​ທີ່​ໄດ້​ຝາກ​ຄຳ​ພອນ​ໃຊອັນ​ປະ​ເສີດ​ທີ່​ສຸດ​ມາ​ຍັງ​ພວກ​ເຮົາ, ນີ້​ຈະ​ແມ່ນ​ແຫຼ່ງລະດົມ​ກຳລັງ​ໃຈ​ພວກ​ເຮົາ ​ເພື່ອ​ໃຫ້​ພວກ​ເຮົາ​ສືບ​ຕໍ່​ປະຕິບັດ​ວຽກ​ງານ​ຂອງ​ຕົນ​ເປັນ​ຢ່າ​ງດີ​ກ່ວາ​ອີກ.

ການເຄື່ອນໄຫວຕ່າງໆໃນເດືອນຊາວໜຸ່ມປີ 2014 - ảnh 1
(ພາບປະກອບ)

   ​ເພື່ອນ​ຖາວອນ ຢູ່​ແຂວງ​ຈຳປາ​ສັກ ​ໄດ້​ໂທລະສັບ​ມາລາ​ຍການ ​ໂດຍ​ແບ່ງປັນ​ວ່າ: ​ເພື່ອນ​ມັກ​ລາຍການ​ຊາຍ​ຄາ​ອາ​ຊຽນທີ່​ສຸດ, ຜ່ານ​ລາຍການ​ນີ້, ​ເພື່ອ​ນສາມາດ​ຊອກ​ຮູ້​ວັດທະນະທຳ, ​ເສດຖະກິດ, ການທ່ອງທ່ຽວ…​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ ​ໄດ້. ​ເພື່ອ​ນມັກ​ຟັງ​ບົດ “ຜາດ​ອນ ອິນ​ສະ​ແຫວ​ງ ຜູ້ນຳ​ເອົາຜະລິດ​ຕະພັນ​ເຄື່ອງ​ເງິນ​ເອ້​ຢ້ອງຂອງ​ລາວ, ​ໄທ ມາ​ຮັບ​ໃຊ້​ແມ່ຍິງ​ຮ່າ​ໂນ້ຍ“ ຊື່​ງອອກ​ອາກາດ​ໃນ​ລາຍການ​ຊາຍ​ຄາ​ອາ​ຊຽນ ​ໃນ​ອາທິດ​ຜ່ານ​ມາ.

   ​ ເພື່ອນ​ຄຳ​ຜອງ, ນັກ​ສຶກສາ​ມະຫາວິທະຍາ​ໄລ​ແຫ່ງ​ຊາດລາ​ວ ​ໄດ້​ສົ່ງ​ອີ​ແມວ​ມາລາ​ຍການ​ໂດຍ​ຖາມ​ວ່າ: ​ໄຊຊະນະ​ດ້ຽນບຽນ​ຝູຂອງ​ຫວຽດນາມ ​ແມ່ນ​ວັນ​ເດືອນ​ປີ​ໃດ? ປີ​ນີ້​ຫວຽດນາມ ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ​ຄົບຮອບ​ຈັກ​ປີ?

  ເພື່ອນ​ຄຳ​ຜອງ ​ແລະ ທ່ານ​ຜູ້​ຟັງ​ຜູ້​ອ່ານ​ທີ່​ເຄົາລົບ! ​ໄຊຊະນະ​ປະຫວັດສາດ​ດ້ຽນບຽນ​ຝູ ​ແມ່ນ​ໃນ​ວັນ​ທີ 7/5/1954, ປີ​ນີ້, ຫວຽດນາມ ຈະ​ຈັດ​ພິທີ​ສະ​ເຫຼີ​ມສະຫຼອງ​ໄຊຊະນະ​ດ້ຽນບຽນ​ຝູຄົບຮອບ 60 ປີ​ເຕັມ. ​ໃນ​ອາທິດ​ຜ່ານ​ມາ, ​ຢູ່​ຫວຽດນາມ, ໄດ້​ຈັດ​​ການ​ເຄື່ອນ​ໄຫວ​ຕ່າງໆເປີດ​ສາກ​ໃຫ້​ແກ່​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ​ຄື: ນັກ​ສິລະ​ປິນ​ເດີນທາງ​ໄປ​ດ້ຽນບຽນ​ຝູ, ງານ​ມະ​ໂຫລານ​ໂຄສະນາ​ເຄື່ອນ​ທີ່ “ກັບ​ຄື​ນສູ່​ດ້ຽນບຽນ“… ​ໃນ​ຊຸມ​ວັນ​ທີ່​ຈະ​ມາ​ເຖິງ, ຢູ່​ຫວຽດນາມ ຈະ​ຈັດ​ການ​ເຄື່ອນ​ໄຫວສະ​ເຫຼີ​ມສະຫຼອງ​ຕ່າງໆ, ພວກ​ເຮົາ​ຈະ​ໃຫ້​ຂ່າວ​ກ່ຽວ​ກັບບັນດາ​ການ​ເຄື່ອນ​ໄຫວນີ້​ໃນ​ຄື້ນ​ຂອງວິທະຍຸ​ກະຈາຍ ສຽງ​ຫວຽດນາມ ພາກ​ພາສາ​ລາວ ​ແລະ ​ໃນ​ເວັບ​ໄຊ vovworld.vn ​ເຊີນ​ທ່ານ​ຮັບ​ຟັງ ​ແລະ ອ່ານ.

  ​ໃນ​ອາທິດ​ທີ່​ຜ່ານ​ມາ, ພວກ​ເຮົາ​ໄດ້​ຮັບ​ຈົດໝາຍ​ຈາກ​ເພື່ອນ​​ບົວ​ລີ, ພູ​ຄຳ, ຄຳ​ກິ່ງ, ຢູ່​ແຂວງ​ຊຽງ​ຂວາງ ​​ໂດຍຖາມ​ກ່ຽວ​ກັບ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ຊາວ​ໜຸ່ມ​ຫວຽດນາມ ໃນ​ເດືອນ​ຊາວ​ໜຸ່ມປີ 2014. ຕໍ່​ໄປ​ພວກ​ເຮົາ​ຂໍ​ທົບ​ທວນຄືນ​ບັນດາ​ການ​ເຄື່ອນ​ໄຫວ​ຂອງ​ຊາວ​ໜຸ່ມ​ທົ່ວ​ປະ​ເທດ.

ການເຄື່ອນໄຫວຕ່າງໆໃນເດືອນຊາວໜຸ່ມປີ 2014 - ảnh 2
(ພາບ: http://thanhnien.com.vn)

​​  ​ໃນ​ຊຸມ​ວັນ​ຕົ້ນ​ເດືອນ 3/2014, ຄະນະ​ຊາວ​ໜຸ່ມ​ນະຄອນ​ຮ່າ​ໂນ້ຍ ສົມທົບ​ກັບບໍລິສັດ​ສິ່ງ​ແວດ​ລ້ອມ​ຕົວ​ເມືອງ​ຈຳກັດ​ຜູ້​ດຽວ​ຮ່າ​ໂນ້ຍ ​ເລີ່​ມຈັດ“​ເດືອນ​ຊາວ​ໜຸ່ມ 2014“ ດ້ວຍ​ບັນດາ​ການ​ເຄື່ອນ​ໄຫວ​ແທດ​ຈິງ, ມີ​ຄວາມ​ໝາຍ, ອັນ​ໄດ້​ດຶງ​ດູດ​ການ​ເຂົ້າຮ່ວມ​ຂອງ​ຊາວ​ໜຸ່ມ, ສະມາຊິກ​ຊາວ​ໜຸ່ມ​ນະຄອນຫຼວງ​ເກືອບ 1000 ຄົນ. ບັນດາຊາວ​ໜຸ່ມ, ສະມາຊິກ​ຊາວ​ໜຸ່ມ​ນະຄອນຫຼວງ​ໄດ້​ເຮັດ​ອະນາ​ໄມ​ທຳ​ຄວາມ​ສະອາດ​ຢູ່ຕາມ​ເສັ້ນທາງ​ຫຼາຍ​ສາຍ, ຮັບປະກັນ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ, ຄວາມ​ປອດ​ໄພ​ທາງຄົມມະນາຄົມ​ຢູ່ບາງ​ສະຖານ​ທີ່​ຈຸດ​ສຸມ​ໃນ​ບໍລິ​ເວນ​ນະຄອນ. ຄະນະ​ຊາວ​ໜຸ່ມ​ນະຄອນ​ຮ່າ​ໂນ້ຍ ຍັງ​ຈັດການ​ສະ​ແດງ​ລະຄອນ​ໂຄສະນາ​ກ່ຽວ​ກັບ​ວັດທະນະທຳ​​ໃນ​ການ​ຈໍລະ​ຈອນ​ໃຫ້​ແກ່​ນັກຮຽນ​ບັນດາ​ໂຮງຮຽນ​ມັດທະຍົມ​ຕອນ​ປາຍ, ​​ໃຫ້​ຄຳປຶກສາ, ​ແນະນຳ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ນັກຮຽນ, ນັກ​ສຶກສາ​ບັນດາ ໂຮງຮຽນ​ມັດທະຍົມ​ຕອນ​ປາຍ, ວິທະຍາ​ໄລ, ມະຫາວິທະຍາ​ໄລ​ກ່ວາ 1500 ຄົນ….

   ​ຢູ່​ແຂວງ​ດົ່ງ​ນາຍ, ຄະນະ​ຊາວ​ໜຸ່ມ​ແຂວງ​ໄດ້​ປຸກລະດົມ​ເດືອນ​ຊາວ​ໜຸ່ມ 2014 ດ້ວຍ​ຫົວ​ເລື່ອງ “ຊາວ​ໜຸ່ມ​ດົ່ງ​ນາຍ ​ຕັ້ງໜ້າ​ສ້າງ​ຊີວິດ​ວັດທະນະທຳ​ໃໝ່“. ຊາວ​ໜຸ່ມ, ສະມາຊິກ​ຊາວ​ໜຸ່ມ​ແຂວງ​ເປັນ​ເຈົ້າການ​ສົມທົບ​ກັບ​ອຳນາດ​ການ​ປົກຄ​ອງ ​ແລະ ອົງຄະ​ນະ​ພັກທຸກຂັ້ນຢູ່​ທ້ອງ​ຖິ່ນ​ຕ່າງໆ​ໃນ​ແຂວງ ຜັນ​ຂະຫຍາຍ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ສອງ​ຂະ​ບວນການ “4 ປະຈັນບານ​ພັດທະນາ​ເສດຖະກິດ-​ສັງຄົມ ​ແລະ ປົກປັກ​ຮັກສາ​ປະ​ເທດ​ຊາດ“, “4 ຮ່ວມ​ເດີນທາງ​ພ້ອມກັບ​ຊາວ​ໜຸ່ມ​ໃນ​ການ​ກໍ່​ຮ່າງ​ສ້າງ​ຕົວ“. ພ້ອມ​ກັນນັ້ນກໍ່​ໄດ້​ຍູ້​ແຮງ​ການປະຕິບັດ​ບັນດາ​ຂະ​ບວນການ “ຊາວ​ໜຸ່ມ​ດົ່ງ​ນາຍ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ້າງ​ຊົນນະບົດ​ໃໝ່“ “​ໄວ​ໜຸ່ມ​ເຂົ້າຮ່ວມ​ການ​ສ້າງ​ຕົວ​ເມືອງ​ສີວິ​ໄລ“, “​ໄວ​ໜຸ່ມ​ມີ​ຫົວຄິດ​ປະດິດ​ສ້າງ“, “ການ​ປະຕິ​ຮູບ​ດ້ານ​ບໍລິຫານ“…

   ປີ 2014, ​ໂດຍ​ປະຕິບັດ “ປີ​ຊາວ​ໜຸ່ມ​ອາສາ​ສະໝັກ“, ຄະນະ​ຊາວ​ໜຸ່ມ​ແຂວງ​ກາ​ເມົາ​ ທຸກຂັ້ນ ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ດຳ​ເນີນ​ງານ ປະຕິບັດ​ມະຕິ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ຊາວ​ໜຸ່ມ ກ່ຽວ​ກັບ​ການ​ຍົກ​ສູງ​ປະສິດທິ​ຜົນ​ບັນດາ​ການ​ເຄື່ອນ​ໄຫວ​ອາສາ​ສະໝັກ​ໄລຍະ 2013-2017; ​ເພີ່ມ​ທພະ​ວີ​ການ​ສຶກສາ​ອົບຮົມ​ຄຸນສົມບັດ, ​ແບບ​ແຜນ​ດຳ​ລົງ​ຊີວິດ, ບຳລຸງສ້າງ​ອຸດົມ​ຄະຕິ​ການ​ປະຕິວັດ​ໃຫ້​ແກ່​ຊາວ​ໜຸ່ມ-​ເຍົາວະ​ຊົນ​ໄລຍະ 2013-2017… ຄຽງ​ຄູ່​ກັນນັ້ນ, ຄະນະ​ຊາວ​ໜຸ່ມ​ແຂວງ​ກາ​ເມົາ​ ທຸກຂັ້ນ ຍັງສືບ​ຕໍ່​ຍູ້​ແຮງ​ວຽກ​ງານ​ໂຄສະນາ​ຜ່ານ​ບັນດາ​ວັນ​ບຸນ, ພິທີ​ສະ​ເຫຼີ​ມສະຫຼອງ​ໃຫ່ຍ​ໃນ​ປີ, ຕາມ​ຫົວ​ເລື່ອງ​ສະ​ເພາະ​ຕິດ​ພັນ​ກັບ​ການ​ປະຕິບັດ​ບັ້ນຂົນຂວາຍ “ສ້າງ​ຮູບ​ແບບຊາວ​ໜຸ່ມ​ຫວຽດນາມ ໃນ​ໄລຍະ​ໃໝ່“.

    ທ່ານ​ຜູ້​ຟັງ​ຜູ້​ອ່ານ​ທີ່​ເຄົາລົບ! ທີ່​ກ່າວ​ມາຂ້າງ​ເທິງ​ແມ່ນການ​ຕອບບາງ​ຄຳ​ຖາມ​ຂອງ​ພວກ​ເຮົາ ກ່ຽວ​ກັບ​ບາງ​ບັນຫາ​ທີ່​ທ່ານ​ສົນ​ໃຈ. ຖ້າ​ທ່ານ​ຜູ້​ໃດ​ມີ​ຄຳ​ຖາມ ກະ​ລູນາ​ຝາກ​ມາຍັງລາຍການ​ຂອງ​ພວກ​ເຮົາ​ຕາມ​ທີ່ຢູ່: ວິທະຍຸ​ກະຈາຍສຽງ​ຫວຽດນາມ ພາກ​ພາສາ​ລາວ, ​ເຮື​ອນ​ເລກທີ 45 ຖະໜົນ​ບ່າ​ຈ້ຽວ​ຮ່າ​ໂນ້ຍ- ​​ເບີໂທ: 00844.38256631-ອີ​ແມວ:Laovov@.yahoo.com. ຂໍ​ຂອບ​ໃຈ ທ່ານ​ທີ່​ໄດ້​ຮັບ​ຟັງ ​ແລະ ຊົມ​ລາຍການ​ຂອງ​ພວກ​ເຮົາ, ສະບາຍດີ!

ຕອບກັບ

ຂ່າວ/ບົດ​ອື່ນ