ຂໍຄັດສະເຫນີເນື້ອໃນຈົດໝາຍບາງສະບັບຊຶ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ


(vovworld)- ໃນອາທິດຜ່ານມາ, ພາກພາສາລາວວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອິແມວ ຫລາຍສະບັບ ແລະ ໂທລະສັບຈາກຜູ້ຟັງລາວຫລາຍ ທ່ານ. ໃນ​ຈົດ​ໝາຍ​ຝາກ​ມາ​ລາຍ​ການ, ຜູ້​ຟັງບາງ​ທ່ານໄດ້​ສະ​ແດງ​ຄວາມ​ຮູ້​ສຶກ​ຂອງ​ຕົນ​ເມື່ອ​ໄດ້​ຮັບ​ຟັງ​​ຄໍ​ລຳ​​ຕ່າງໆ ກໍ​ຄື​ປະ​ກອບ​ຄຳ​ເຫັນ ແລະ ຢາກຊອກ​ຮູ້​ບາງ​ບັນ​ຫາ​ທີ່​ເຂົາ​ເຈົ້າ​ສົນ​ໃຈ. ໃນ​ລາຍ​ການ​ໂອ້​ລົມ​ກັບ​ເພື່ອນ​ລາວ​ພາກນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເຫ​ນີ​ເນື້ອ​ໃນ​ຈົດ​ໝາຍ​ບາງ​ສະ​ບັບ​ຊຶ່ງ​ທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ..

ຂໍຄັດສະເຫນີເນື້ອໃນຈົດໝາຍບາງສະບັບຊຶ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ - ảnh 1
ພາບ​ປະ​ກອບ:vietbao.vn

              ເພື່ອນ ຄຳ​ສານ ຢູ່ ແຂວງ​ອຸ​ດົມ​ໄຊ ຝາກ​ຈົດ​ໝາຍ​ມາ​​ລາຍ​ການ​ໂດຍ​ເວົ້າ​ວ່າ: ຂ້າ​ພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈທີ່​ສຸດ​ຕໍ່ຮູບ​ພາບ​ເສື້ອ​ຍາວ​ຂອງ​ແມ່​ຍິງ​ຫວຽດ​ນາມ.​ ຄັ້ງ​ທຳ​ອິດ​ທີ່ຂ້າ​ພະ​ເຈົ້າ​ໄດ້​ພົບ​ເຫັນ​ເສື້ອ​ຍາວ​​ທີ່ບັນ​ດາ​ນາງ​ອາ​ກາດ​ຂອງ​ບໍ​ລິ​ສັດ​ການ​ບິນ​ຫວຽດ​ນາມ​ນຸ່ງ​ຊຸດ​ເສື້ອ​ຍາວ​ງາມທີ່​ສຸດ ແລະ ​ໃນຄັ້ງ​ຕໍ່​ໄປ ຂ້າ​ພະ​ເຈົ້າ​ໄດ້​ພົບ​​ກັບ​ບັນ​ດາ​ພະ​ນັກ​ງານ​ຍິງ​ຫວຽດ​ນາມ ທີ່​ບັນ​ດາ​ກອງ​ປະ​ຊຸມ​ສາ​ກົນ, ເຂົາ​ເຈົ້າ​ນຸ່ງ​ຊຸ​ດ​ເສື້ອ​ຍາວ​ທີ່​ເປັນ​ມູນເຊື້ອ​ຂອງ​ແມ່​ຍິງ​ຫວຽດ​ນາມ ດ້ວຍ​ຫລາຍ​ຮູບ​ພາບ, ສີ​ສັນ​ກໍ​ຫລາກ​ຫລາຍ. ຂ້າ​ພະ​ເຈົ້າ​ເຫັນ​ວ່າ ເສື້ອ​ຍາວ ຫວຽດ​ນາມ ບໍ່​ພຽງ​ແຕ່​ເຊີດ​ຊູ​ຄວາມ​ງາມ​ຂອງ​ແມ່​ຍິງ​ຫວຽດ​ນາມ ເທົ່​ານັ້ນ ຫາກ​ສະ​ແດງ​ໃຫ້​ເຫັນ​ຄວາມ​ງາມ​ແບບ​ສຸ​ພາບ​​ຮຽບ​ຮ້ອຍອີກ​ດ້ວຍ. ໃນ​ອາ​ທິດ​ຜ່ານ​ມາ, ໃນ​ຄໍ​ລຳ ວັດ​ທະ​ນະ​ທຳ​ຫວຽດ​ນາມ, ລາຍ​ການ​ພາ​ກ​ພາ​ສາ​ລາວ ໄດ້​ອອກ​ອາ​ກາດ​ບົດ​ທີ່​ພາດ​ຫົວ​ຂໍ້​ວ່າ: ເສື້ອ​ຍາວ​ເຊີດ​ຊູ ຄວາມ​ງາມ​ຂອງ​ແມ່​ຍິງ​ຫວຽດ​ນາມ”, ອີກ​ຄັ້ງ​ຫນຶ່ງ​ຂ້າ​ພະ​ເຈົ້າໄດ້​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ປະ​ຫວັດ​ຄວາມ​ເປັນ​ມາ​ຂອງ​ເສື້ອ​ຍາວ​ຫວຽດ​ນາມ.

        ເພື່ອນ​ສົມ​ພັນ, ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ ຝາກ​ຈົດ​ໝາຍ​ມາ​ລາຍ​ການ​ໂດຍ​ເວົ້າ​ວ່າ: ນ້ອງ​ຕິດ​ຕາມ​ຮັບ​ຟັງ​ ແລະ ຊົມ​ບັນ​ດາ​ລາຍ​ການ​ຂອງ VOV5, ພິ​ເສດ​ແມ່ນລາຍ​ການ​ສາ​ລະ​ຄະ​ດີ. ເນື້ອ​ໃນ​ຂອງ​ບັນ​ດາ​ບົດ​ສາ​ລະ​ຄະ​ດີລ້ວນ​ແຕ່​ສ່ອງ​ແສງ​ຫລາຍ​ເຫດ​ການ​ໃຫມ່ ແລະ ມີ​ຊີ​ວິດ​ຊີ​ວາ.

        ໃນ​ຈົດ​ໝາຍ​ສົ່ງ​ເຖິງ​ລາຍ​ການ​ພາກ​ພາ​ສາ​ລາວ, ເພື່ອນ ຄຳ​ແພງ ຢູ່​ແຂວງ ອັດ​ຕະ​ປື ເວົ້າ​ວ່າ: ໄລ​ຍະ​ຜ່ານ​ມາ ຂ້າ​ພະ​ເຈົ້າ​ໄດ້​ອ່ານ​ຂ່າວ​ທາງ​ເຄືອ​ຂ່າຍ​ອິນ​ເຕ​ີ​ແນັດ ແລະ ໄດ້​ຮູ້​ຈັກ​ວ່າ ອາ​ຫານ​ຫວຽດ​ນາມ ມີ​ຫລາຍ​ເຍື່ອງ​ໄດ້​ຮັບ​ການ​ເຊີດ​ຊູ​ຈາກ​ໂລກຄື: ເຝີ, ເຂົ້າ​ຈີ​ປາ​ເຕ,ເຂົ້າ​ປຸ້ນ​ເຫ້ວ… ແລະ ຢູ່ ລາວ ຂ້າ​ພະ​ເຈົ້າ​ກໍ​ໄດ້​ຮັບ​ປະ​ທານ​​ອາ​ຫານຫວຽດຫລາຍ​ເຍື່ອງ ໂດຍ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ລາວ ປຸງແຕ່ງ​ເອງ. ຂ້າ​ພະ​ເຈົ້າ​ເຫັນ​ວ່າ ບັນ​ດາ​ເຍື່ອງ​ອາ​ຫານ​ຂອງ​ຫວຽດ​ນາມ ແມ່ນ​ແຊບ​ຫລາຍ. ຂ້າ​ພະ​ເຈົ້າ​ກໍ​ແມ່ນ​ຜູ້​ມັກ​ອາ​ຫານ​ການ​ກິນ​ທີ່​ສຸດ. ​ສະ​ນັ້ນ ຂ້າ​ພະ​ເຈົ້າ ​ຫວັງ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖ​ີງ ລາຍ​ການ​ພາກ​ພາ​ສາ​ລາວ ຈະ​ມີ​ບົດ​ຂຽນ​ຫລາຍ​ບົດ​ທີ່​ແນະ​ນຳ​ບັນ​ດາ​ເຍື່ອງ​ອາ​ຫານ​ ຂອງ​ຫວຽດ​ນາມ ເພື່ອ​ມີ​ໂອ​ກາດ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ ພວກ​ຂ້າ​ພະ​ເຈົ້າ​ຈະໄດ້​ຮູ້​ຈັກ​ເພື່ອ​​ໄດ້​ຊີມ​ບັນ​ດາ​ເຍື່ອງ​ອາ​ຫານ​ທີ່​ແຊບ​ນົວ​​ແລະ ອຸ​ດົມ​ສົມ​ບູນ​ຂອງ​ຫວຽດ​ນາມ.

        ໃນຈົດ​ໝາຍ​ຂອງທ່ານ​ສົມ​ເພັດ​ຢູ່​ແຂວງ ບໍ່​ແກ້ວ ທີ່​ຝາກມາ​ລາຍ​ການ​ພາກພາລາວ​ໄດ້​ແບ່ງ​ປັນ​ວ່າ: ຂ້າ​ພະ​ເຈົ້າ​ຕິດ​ຕາມ​ລາຍ​ການ​ພາກ​ພາ​ສາ​ລາວ​ເປັນ​ປະ​ຈຳ, ລາຍ​ການ​ໄດ້​ນຳ​ມາ​ຂໍ້​ມູນ​ທີ່​ມີ​ປະ​ໂຫຍດ​ຫລາຍ​ຢ່າງໃຫ້​ແກ່​ຜູ້​ຟັງ, ຂ້າ​ພະ​ເຈົ້າ​ມັກ​ຮັບ​ຟັງ​ທີ່​ສຸດ​ລາຍ​ການ​ໂອ້​ລົມ​ກັບ​ເພື່ອນ​ລາວ ກໍ່​ຄື​ລາຍ​ການ​ຕອບ​ຈົດ​ໝາຍ​ທ່ານ​ຜູ້​ຟັງ. ຜ່ານ​ບັນ​ດາ​ລາຍ​ການນີ້ ຂ້າ​ພະ​ເຈົ້າ​ໄດ້​ຮູ້​ຈັກ​ເຖິງ​ຂ່າວ​ຄາວ​ກ່ຽວ​ກັບ​ການ​ພົວ​ພັນ​​ຮ່ວມ​ມືລະ​ຫວ່າງ ຫວຽດ​ນາມ ແລະ ລາວ, ພິ​ເສດສຳ​ລັບ​ບັນ​ຫາ​ທີ່​ຂ້າ​ພະ​ເຈົ້າ​ເອງ ​ກໍ​ຄື​ຜູ້​ຟັງ​ຫລາຍ​ຄົນສົນ​ໃຈນັ້ນ ຍາມ​ໃດບັນ​ນາ​ທິ​ການ​ພາກ​ພາ​ສາ​ລາວກໍມີ​ຄຳ​ຕອບ​​ຢ່າງ​ຈະ​ແຈ້ງ ແລະ ທັນ​ການ​.

        ໃນ​ອິ​ແມວ ສົ່ງ​ເຖິງ​ລາຍ​ການ, ເພື່ອນ ສິງ​ຄຳ ຢູ່ ແຂວງ ຫົວ​ພັນ ເວົ້າ​ວ່າ: ຍ້ອນ​ຄ້າງ​ຄາ​ກັບ​ວຽກ​ງານ ສະ​ນັ້ນ ຂ້າ​ພະ​ເຈົ້າ​ບໍ່​ຕິດ​ຕາມ​ລາຍ​ການ​ຂ່າວ​ຈາກວິ​ທະ​ຍຸໄດ້. ສະ​ນັ້ນ ຫ​ນ້າ​ເວັບ vovworld.vn ໄດ້​ຊ່ວຍ​ໃຫ້​ຂ້າ​ພະ​ເຈົ້າ​ອັບເດັດ​ບັນ​ດາ​ເຫດ​ການ​ຢູ່ ຫວຽດ​ນາມ ກໍ​ຄື​ຢູ່​ໃນ​ໂລກ​. ຂ້າ​ພະ​ເຈົ້າ​ມັກ​ທີ່​ສຸດ​ແມ່ນ​ບົດ​ວິ​ເຄາະ​ສະ​ຖາ​ນະ​ການ​ຂອງ VOV5, ເນື້ອ​ໃນ​ຈະ​ແຈ້ງ, ເຂົ້າ​ໃຈ​ງ່າຍ ແລະ logic.

        ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ. ທີ່​ທ່ານ​ຫາ​ກໍ​ຮັບ​ຟັງ​ຜ່ານ​ໄປ​ແລ້ວນັ້ນ ແມ່ນ​ຄຳ​ເຫັນ​ຂອງ​ຜູ້​ຟັງ​ຈຳ​ນວນ​ຫ​ນຶ່ງ​ທີ່​ຝາກ​ມາ​ລາຍ​ການ​ພາກ​ພາ​ສາ​ລາວ​ໃນ​ອາ​ທິດ​ຜ່ານ​ມາ. ພວກ​ຂ້າ​ພະ​ເຈົ້າ​ຂໍ​ຂອບ​ອົກ​ຂອບ​ໃຈ​ທ່ານ​ຜູ້​ຟັງ​ທີ່​ໄດ້​ຕິດ​ຕາມ​​ຮັບ​ຟັງ ແລະ ຊົມລາຍ​ການ​ຂອງ​ພວກ​ເຮົາ ກໍ​ຄື​​ປະ​ກອບ​ຄຳ​ເຫັນ​ໃຫ້​ລາຍ​ການ. ຫວັງ​ຢ່າງ​ຍິ່ງວ່າ ທ່ານ​ຜູ້​ຟັງ​​ຄົງ​ຈະສືບ​ຕໍ່​​ຝາກຈົດ​ໝາຍ​ມາລາຍ​ການ​ນັບ​ມື້​ນັບ​ຫລາຍກວ່າ. ສຸດ​ທ້າຍ ຂໍ​ອວຍ​ພອນ​ທ່ານ​ຜູ້​ຟັງ​ທຸກ​ທ່ານ​ຈົ່ງ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ ແລະ ​ສຳ​ເລັດ​ວຽກ​ງານ​ຂອງ​ຕົນ.

ທ່ານ​ຜູ້​ຟັງ​ສາ​ມາດ​ຮັບ​ຟັງ​ລາຍ​ການ​ພາກ​ພາ​ລາວ​ຄືນ​ຜ່ານ​ຫ​ນ້າ​ເວັບ vovworld.vn ຫລື vov5.vn

ຢ່າລ​ື​ມ​ຂຽນ​ຈົດ​ໝາຍ​ມາ​ຫາ​ລາຍ​ການ​ເດີ!

ໂດຍ​ຈ່າ​ຫນ້າ​ຊອງວ່າ: ພາກ​ພາ​ສາ​ລາວ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ

45 Ba Trieu Ha Noi

ໂທ​ລະ​ສັບ: 0084438256631.

email:laovov@yahoo.com, laovov5@gmail.com

 

 

 

 

ຂ່າວ/ບົດ​ອື່ນ