ຄັດສະເຫນີບາງຄຳເຫັນຊຶ່ງ ທ່ານຜູ້ຟັງໄດ້ຝາກມາລາຍການ ໃນສັບປະດາ

 (vovworld) - ໃນ​ສັບປະດາ​ຜ່ານ​ມາ, ວິທະຍຸກະຈາຍສຽງຫວຽດນາມ ພາກພາສາລາວໄດ້ຮັບຈົດໝາຍ​, email ​ ແລະໂທລະສັບ​​ ຈາກຜູ້ຟັງລາວຫລາຍທ່ານ ທີ່ພວມດຳລົງຊີວິດຢູ່ ສປປ ລາວ, ຢູ່ ໄທ ແລະ ປະເທດອື່ນຈຳນວນຫນຶ່ງ. ​ບັນດາທ່ານຜູ້ຟັງລ້ວນແຕ່ໃຫ້ຂໍ້ສັງເກດກ່ຽວກັບເນື້ອໃນຂອງລາຍການ, ສະແດງຄວາມຮູ້ສຶກເມື່ອໄດ້ຮັບຟັງແຕ່ລະລາຍການ ກໍ່ຄືປະກອບຄຳຄິດຄຳເຫັນ​, ຢາກຊອກ​ຮູ້​ບາງບັນຫາທີ່​ຜູ້​ຟັງ​ມີ​ຄວາມສົນ​ໃຈ. ​ໃນລາຍການໂອ້ລົມກັບເພື່ອນລາວພາກນີ້, ພວກຂ້າພະເຈົ້າ​ຂໍຄັດ​ສະ​ເຫ​ນີບາງຄຳເຫັນຊຶ່ງທ່ານຜູ້ຟັງໄດ້ຝາກມາລາຍການ​ໃນ​ສັບປະດາຜ່ານ​ມາ. ​​

        ​ໃນ​ຈົດໝາຍ​ຝາກ​ມາລາຍການ, ​ເພື່ອນ ບົວ​ໄລ ຢູ່ ​ເມືອງ​ຫນອງ​ແຫ​ດ ​ແຂວງ ຊຽງ​ຂວາງ ​ເວົ້າ​ວ່າ: ຍ້ອນ​ມີຫນ້າ​ເວັບ vovworld.vn ​ຂ້າພະ​ເຈົ້າສາມາດຕິດຕາມຂ່າວ​, ບົດ ກ່ຽວ​ກັບ​ເຫດການ​ຕ່າງໆ ຢູ່ ຫວຽດນາມ ກໍ​ຄືຢູ່ໃນ​ໂລກ​ຢ່າງ​ສະດວກ​ກວ່າ ​ແລະ ທັນ​ການ, ພ້ອມ​ທັງ​ ລາຍການ​ຍັງ​ມີ​ບັນດາ​ບົດ​ວິ​ເຄາະ​ເຫດການ​ຢ່າງ​ເລິກ​ເຊິ່ງອັນ​ໄດ້ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ຜູ້​ຟັງ.

ເພື່ອນ ກິ​ແກ້ວ, ນັກ​ສຶກສາ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ ລາວ​ໄດ້​ຝາກຈົດໝາຍ​ມາ​ລາຍການ​​ໂດ​ຍ​ແບ່ງປັນ​ວ່າ : ນ້ອງ​​ເປັນ​ຄົນ​ມັກ​ຄົ້ນ​ຫາ​​ພື້ນຖານ​ວັດທະນະທຳ​ຂອງ​ບັນດາ​ປະ​ເທດ ຢູ່ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ ​ແລະ ​ເຄີຍຕິດ​ຕາມ​ລາຍການ​ຕ່າງໆ​ຂອງ VOV5, ພິ​ເສດ ​ແມ່ນ ລາຍການ​ຊາຍ​ຄາ​ອາ​ຊຽນ ນ້ອງ​ຢາກ​ຮັບ​ຟັງ​ລາຍການ​ນີ້ທີ່​ສຸດ. ຜ່ານ​ລາຍການ​ນີ້ ນ້ອງ​ມີ​ຄວາມ​ເຂົ້າ​ໃຈຕື່ມ​ອີກ​ກ່ຽວ​ກັບ​ຮີດຄອງ​ປະ​ເພນີ, ພື​້ນຖານ​ວັດທະນະທຳ ​ແລະ ສາຍ​ພົວພັນ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ ອາ​ຊຽນກວ່າ. ​ໃນ​ສັບປະດາຜ່ານ​ມາ,​ ລາຍການ​ມີ​ບົດ​ທີ່​ມີ​ຫົວ​ຂໍ້​ວ່າ : “ງານ​ວາງສະ​ແດງ ຄົ້ນ​ຫາ ປະ​ເທດ​ສິງກະ​ໂປ - ສີສັນ​ມໍລະດົກ ນ້ອງ​ໄດ້​ອ່ານ​ທາງ​ແວບ​ໄຊ vovworld.vn, ຜ່ານ​ນັ້ນ ນ້ອງ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບປະ​ເທດ​ສິງກະ​ໂປ, ກ່ຽວ​ກັບ​ວັດທະນະທຳ​ຂອງ​ເຜົ່າ​ຕ່າງໆ​ຢູ່​ປະ​ເທດ​ນີ້​ກວ່າ.

​​ເພື່ອນ ບຸນ​ເລີດ ຢູ່ ​ແຂວງ ອຸດົມ​ໄຊ ຝາກຈົດໝາຍ​ມາລາຍການໂດຍ​ເວົ້າ​ວ່າ : ​ໃນອາທິດ​ຜ່ານ​ມາ ລາຍການ​ໄດ້​ອອກ​ອາ​ກາດ​ບົດ​ທີ່​ມີ​ຫົວ​ຂໍ້​ວ່າ : “ຫ້ອງ​ຮຽນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ” ​ແມ່ນ​ເວົ້າ​ເຖິງ​ຫ້ອງ​ຮຽນ​ຫນຶ່ງ ​ແຕ່​ນັກຮຽນ​ສ່ວນ​ຫລາຍ​ແມ່ນ​ຄົນ​ພິການ, ປັນຍາ​ອ່ອນ, ມີ​ອາຍຸ​ແຕ່ 6 -30 ປີ, ພິ​ເສດ ອາຈານ​ສອນ​ຢູ່ຫ້ອງ​ຮຽນ​ນີ້ ​ແມ່ນ​ເອື້ອຍ​ຄູ​ອະ​ວຸ​ໂສ​ ອາຍຸ 80 ປີ. ພາຍຫລັງ​​ໄດ້​ຮັບ​ຟັງ​ບົດ​ຂຽນ​ດັ່ງກ່າວ, ຂ້າພະ​ເຈົ້າ​ຮູ້​ສຶກຕື້ນ​ຕັນ​ໃຈ​ຫລາຍ ​ຕໍ່ຄູ​ສອນ​ຜູ້​ຫນຶ່ງ​​ທີ່ເຕັມ​ໄປ​ດ້ວຍ​ຄວາມ​ເມດ​ຕາ​ຈິດ, ສຸດ​ຈິດ​ສຸດ​ໃຈ​ກັບ ອາ​ຊີບຄູ, ​ເຖິງ​ວ່າ ອາຍຸ​ສູງ​ແລ້ວ​ກໍ​ຕາມ ​ແຕ່ທ່ານ​ນາງ​ຍັງ​ຄົງ​ຊ່ວຍ​ເຫລືອ​ຜູ້​ອາພັບ​ເພື່ອ​ໃຫ້​ເຂົາ​ເຈົ້າ​ໄດ້​ຮຽນ​​ຫນັງສື, ​ຮຽນ​ວິຊາ​ເລກ​, ຊ່ວຍ​ໃຫ້​ເຂົາ​​ເຈົ້າຫລຸດ​ພົ້ນ​ອອກ​ຈາກຄວາມ​ປົ່ມດ້ອຍ​ເພື່ອ​ເຈືອ​ຈານ​ກັບ​​ເຂົ້າ​ກັບວົງ​ຄະນາ​ຍາດ. ນີ້​ແມ່ນ​ວຽກ​ງານ​ທີ່​ມີ​ຄວາມ​ໝາຍ ​ແລະ ​ເປັນ​ຫນ້າ​ເຄົາລົບ​ນັບຖື.

 

​ເພື່ອນ ວັນ​ດີ ຢູ່ ​ແຂວງ ບໍ່​ແກ້ວ ຝາກຈົດໝາ​ຍມາ​ຫາ​ລາຍການ​ໂດຍ​ແບ່ງປັນ​ວ່າ : ຂ້າພະ​ເຈົ້າ​ເຄີຍ​ຕິດຕາມ​ລາຍການ​ພາກ​ພາສາ​ລາວ ​ເປັນ​ປະຈຳ,  ລາຍການ​ໄດ້​ນຳ​ມາ​ໃຫ້​ຂ້າພະ​ເຈົ້າ​ ຂໍ້​ມູນ​ຂ່າວສານ​ທີ່​ມີ​ປະ​ໂຫຍ​ດ, ຂ້າພະ​ເຈົ້າ​ມັກ​ຮັບ​ຟັງ​ລາຍການ​ໂອ້​ລົມ​ກັບ​ເພື່ອ​ນລາວ​ທີ່​ສຸດ. ຜ່ານ​ລາຍການ​ນີ້, ຂ້າພະ​ເຈົ້າ​ຮູ້​ຈັກ​ເຖິງ​ຂ່າວ​ຄາວ​ຫລາຍ​ຢ່າງ​ກ່ຽວ​ກັບ​ສາຍ​ພົວພັນ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດ ຫວຽດນາມ ​ແລະ ລາວ. ພິ​ເສດ ບາງ​ບັນຫາ​ຊື່​ງຂ້າພະ​ເຈົ້າ​ເອງ ກໍ​ຄື​ຜູ້​ຟັງ​ຫລາຍ​ທ່ານ​ມີ​ຄວາມສົນ​ໃຈ​ຝາກ​ມາ​ລາຍການ ນັ້ນ ກໍລ້ວນ​ແຕ່​ໄດ້​ຮັບ​ຄຳ​ຕອບ​ຢ່າງ​ຈະ​ແຈ້ງ ​ແລະ ທັນ​ການ​ຈາກ​ບັນນາທິການ​ພາກ​ພາສາ​ລາວ.                                                                                                                                                                                       ທີ່ທ່ານໄດ້ຮັບຟັງຜ່ານໄປແລ້ວນັ້ນ ​ແມ່ນ​ບາງ​ຄຳ​ເຫັນ​ຂອງ​ບັນດາ​ທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາຍການ​ຂອງ​ພວກ​ເຮົາ​ໃນ​ສັບປະດາຜ່ານມາ. ພວກ​ຂ້າພະ​ເຈົ້າ ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ ​ແລະ ຂໍສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈຕໍ່​ທ່ານ​ຜູ້​ຟັງ​ທີ່​ໄດ້​ຮັບ​ຟັງ​ ແລະ ຝາກຈົດໝາຍ​​ມາ​ລາຍ​ການ. ບັນດາ​ຄຳ​ເຫັນປະກອບ​ຂອງ​ພວກ​ທ່ານ ​ແມ່ນ​    ແຫ​ລ່ງລະດົມ​ກຳລັງ​ໃຈ​​ເພື່ອ​ຊ່ວຍ​ໃຫ້​ນັກ​ຂ່າວ, ບັນນາທິການ ​ແລະ ​ໂຄສົກ​ໃນ​ພາກ​ພາສາ​ລາວ​​ປະຕິບັດ​​ສຳ​ເລັດ​ວຽກ​ງານຂອງຕົນ​ໃຫ້​ດີກ​ວ່າ​ເກົ່າ.

​ສຸດ​ທ້າຍ ​ຂໍ​ອວຍ​ພອນ​ໃຫ້​ພວກ​ທ່ານ​ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ ​ແລະ ປະສົບ​ຜົນສຳ​ເລັດ​ໃນ​ວຽກ​ງານ​ຂອງ​ຕົນ.

ພວກ​ທ່ານ​ສາມາດ​ຮັບ​ຟັງ​ລາຍການພາກ​ພາສາ​ລາວ ຄືນ ຜ່ານ​​ເວັບ​ໄຊ : vov5, vovworld.vn

ທ່ານຢ່າລືມຂຽນຈົດໝາຍມາ​​ໃຫ້ລາຍການເດີ!

ໂດຍຈ່າຫນ້າຊອງວ່າ: ວິທະຍຸກະຈາຍສຽງຫວຽດນາມ ພາກພາສາລາວເຮືອເລກທີ 45 ຖະຫນົນ Ba Trieu Ha Noi, ​ໂທລະສັບ 0084-4-38256631. Email: laovov@hotmai.com, laovov@yahoo.com.  ຂໍຂອບໃຈລ່ວງຫນ້າ​.

 

ຕອບກັບ

ຂ່າວ/ບົດ​ອື່ນ