ຄັດສະເຫນີເນື້ອໃນຈົດໝາຍທ່ານຜູ້ຟັງ,ຜູ້ຊົມສົ່ງເຖິງລາຍການ ໃນອາທິດຜ່ານມາ


ໃນອາທິດຜ່ານມາ, ພາກພາສາລາວວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອິແມວ ຫລາຍສະບັບ ແລະ ໂທລະສັບຈາກຜູ້ຟັງລາວຫລາຍ ທ່ານ. ໃນ​ຈົດ​ໝາຍ​ຝາກ​ມາ​ລາຍ​ການ, ຜູ້​ຟັງບາງ​ທ່ານໄດ້​ສະ​ແດງ​ຄວາມ​ຮູ້​ສຶກ​ຂອງ​ຕົນ​ເມື່ອ​ໄດ້​ຮັບ​ຟັງ​​ຄໍ​ລຳ​​ຕ່າງໆ ກໍ​ຄື​ປະ​ກອບ​ຄຳ​ເຫັນ ແລະ ຢາກຊອກ​ຮູ້​ບາງ​ບັນ​ຫາ​ທີ່​ເຂົາ​ເຈົ້າ​ສົນ​ໃຈ. ໃນ​ລາຍ​ການ​ໂອ້​ລົມ​ກັບ​ເພື່ອນ​ລາວ​ພາກນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເຫ​ນີ​ເນື້ອ​ໃນ​ຈົດ​ໝາຍ​ບາງ​ສະ​ບັບ​ຊຶ່ງ​ທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ.

        ເພື່ອນ​ສົມ​ດີ, ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ລາວ ຝາກ​ຈົດ​ໝາຍ​ມາ​ລາຍ​ການ​ໂດຍ​ເວົ້າ​ວ່າ: ນ້ອງ​ຕິດ​ຕາມ​ຮັບ​ຟັງ​ ແລະ ຊົມ​ບັນ​ດາ​ລາຍ​ການ​ຂອງ VOV5, ພິ​ເສດ​ແມ່ນລາຍ​ການ​ສາ​ລະ​ຄະ​ດີ. ເນື້ອ​ໃນ​ຂອງ​ບັນ​ດາ​ບົດ​ສາ​ລະ​ຄະ​ດີລ້ວນ​ແຕ່​ສ່ອງ​ແສງ​ຫລາຍ​ເຫດ​ການ​ໃຫມ່ ແລະ ມີ​ຊີ​ວິດ​ຊີ​ວາ. ຫວ່າງ​ແລ້ວນີ້, ພາກ​ພາ​ສາ​ລາວ​ໄດ້​ອອກ​ອາ​ກາດ​ບົດ​ສາ​ລະ​ຄ​ະ​ດີ​ທີ່​ມີ​ຫົວ​ຂໍ້​ວ່າ: ລະ​ດູ​ບານ​ໃຫມ່​ບໍ​ລິ​ຈາກ​ເລືອດ 2013: ຄວາມ​ເມ​ຕາ​ຈິດ​ເພື່ອ​ວົງ​ຄະ​ນາ​ຍາດ “ ແມ່ນ​ມີ​ຄວາມ​ຫມາຍ​ແທ້​ຈິງ. ຜ່ານ​ບົດ​ສາ​ລະ​ຄະ​ດີນີ້ ນ້ອງ​ຈຶ່ງ​ຮູ້​ໄດ້​ວ່າ ການ​ເຄື່ອນ​ໄຫວ​ບໍ​ລິ​ຈາກ​ເລືອດ​ກູ້​ເອົາ​ຊີ​ວິດ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຂຶ້ນ​ເປັນ​ປະ​ຈຳ ຢູ່ ຫວຽດ​ນາມ, ພິ​ເສດ​ໃນ​ລະ​ດູ​ບານ​ໃຫມ່​ເຄີຍ​ຈັດ​ຕັ້ງ​​ຂະ​ບວນ​ການບໍ​ລິ​ຈາກ​ເລືອດ ດ້ວຍ​ຂອບ​ຂະ​ຫ​ນາດ​ໃຫ​ຍ່ ແລະ ມີ​ຜູ້​ເຂົ້າ​ຮ່ວມ​ເປັນ​ຈຳ​ນວນ​ຫລວ​ງ​ຫລາຍ. ເມື່ອ​ໄດ້​ຮັບ​ຟັງ​ບົດ​ສາ​ລະ​ຄະ​ດີ ນ້ອງ​ຮູ້​ສຶກ​ຕື້ນ​ຕັນ​ໃຈ​ທີ່​ສຸດ ເມື່ອ​ໄດ້​ຮູ້​ວ່າ ມີ​​​ບ່າ​ວ​ສາວ 6000 ຄູ່​ໄດ້​ເຂົ້າ​ຮ່ວມ​ການ​ບໍ​ລິ​ຈາກ​ເລືອດ, ໃນ​ນັ້ນ ມີ​ບາງ​ຄົນ​ບໍ​ລິ​ຈາກ​ເລືອດ​ເປັນ​ເທື່ອ​ທີ 8. ການ​ກະ​ທຳ​ຂອງ​ເຂົາ​ເຈົ້າ​ແມ່ນ​ວຽກ​ງານ​ອັນ​ສູງ​ສົ່ງ, ເຂົາ​ເຈົ້າ​ແມ່ນ​ຜູ້​ທີ່​ມີ​ເມດ​ຕາ​ຈິດ ​​ເຊິ່ງ​ໄດ້​ປະ​ກອບ​ສ່ວນ​ກູ້​ເອົາ​ຊີ​ວິດ​ໃຫ້​ແກ່​ຄົນ​ເຈັບ​ຫລາຍ​ຄົນ​.

        ເພື່ອນ ວຽງ​ແກ້ວ ຢູ່ ແຂວງ​ອຸ​ດົມ​ໄຊ ຝາກ​ຈົດ​ໝາຍ​ມາ​​ລາຍ​ການ​ໂດຍ​ເວົ້າ​ວ່າ: ພາຍ​ຫລັງ​ໄດ້​ຕິດ​ຕາມ​ຮັບ​ຟັງ​ບົດ​ທີ່​ມີ​ຫົວ​ຂໍ້​ວ່າ: ສິນ​ເຊື່ອ​ເພື່ອ​ນັກ​ຮຽນ, ນັກ​ສຶກ​ສາ ປະ​ກອບ​ສ່ວນ​ກໍ່​ສ້າງ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ” ​ຂອງ​ລັດ​ຖະ​ບານ ຫວຽດ​ນາມ ເພື່ອບໍ່​ປະ​ໃຫ້​ນັກ​ຮຽ​ນ, ນັກ​ສຶກ​ສາ​ຄົນ​ໃດ​ເມື່ອ​ເສັງ​ເຂົ້າ​ມະ​ຫາ​ວິ​ທະ​ຍາ​ໄລ, ວິ​ທະ​ຍາ​ໄລ, ອາ​ຊີ​ວະ​ຊັ້ນ​ກາງ ຕ້ອງ​ປະ​ລະ​ການ​ຮຽນ​ຍ້ອນບໍ່​ມີ​ເງິນ​ຈ່າຍ​ຄ່າ​ຮຽນ. ພາຍ​ຫລັງ 5 ປີ​ແຫ່ງ​ການ​ປະ​ຕິ​ບັດ​ໂຄງ​ການ​ສິນ​ເຊື່ອ​ດັ່​ງ​ກ່າວ, ມີ​ນັກ​ຮຽນ, ນັກ​ສຶກ​ສາ 3 ລ້ານ​ເທື່ອ​ຄົ​ນ​ໄດ້​ກູ້​ຢືມ​ທຶນ ແລະ ຍອດ​ຈຳ​ນວນ​ເງິນ​ທີ່​ໃຫ້​ກູ້​ຢືມ​ແມ່ນ​ຂຶ້ນ​ເຖິງ 43.300 ຕື້​ດົ່ງ. ຂ້າ​ພະ​ເຈົ້າ​ເຫັນ​ວ່າ ນີ້​ແມ່ນ​ນະ​ໂຍ​ບາຍ​ສິນ​ເຊື່ອ​​ທີ່ມີ​ຄວາມ​ໝາຍ​​ດ້ານວັດ​ທະ​ນະ​ທຳ​ມະ​ນຸດ​ຢ່າງ​ເລິກ​ເຊິ່ງ, ຊ່ວຍ​ໃຫ້​ລູກ​ຫລານ​ບັນ​ດາ​ຄອບ​ຄົວ​ທຸກ​ຍາກ​ມີ​ເງື່ອນ​ໄຂ​ບືນ​ຂຶ້ນ​ເພື່ອ​ຫລຸດ​ພົ້ນ​ອອກ​ຈາກ​ຄວາ​ມ​ທຸກ​ຍາກ ພ້ອມ​ທັງ​ປະ​ກອບ​ສ່ວນກໍ່​ສ້າງ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸ​ດ​​ໃຫ້ອະ​ນາ​ຄົດ​​ຂອງປະ​ເທດ​ຊາດ.

        ໃນຈົດ​ໝາຍ​ຂອງທ່ານ​ສົມ​ເພັດ​ຢູ່​ແຂວງ ບໍ​ແກ້ວ ທີ່​ຝາກມາ​ລາຍ​ການ​ພາກພາລາວ​ໄດ້​ແບ່ງ​ປັນ​ວ່າ: ຂ້າ​ພະ​ເຈົ້າ​ຕິດ​ຕາມ​ລາຍ​ການ​ພາກ​ພາ​ສາ​ລາວ​ເປັນ​ປະ​ຈຳ, ລາຍ​ການ​ໄດ້​ນຳ​ມາ​ຂໍ້​ມູນ​ທີ່​ມີ​ປະ​ໂຫຍດ​ຫລາຍ​ຢ່າງໃຫ້​ແກ່​ຜູ້​ຟັງ, ຂ້າ​ພະ​ເຈົ້າ​ມັກ​ຮັບ​ຟັງ​ທີ່​ສຸດ​ລາຍ​ການ​ໂອ້​ລົມ​ກັບ​ເພື່ອນ​ລາວ ກໍ່​ຄື​ລາຍ​ການ​ຕອບ​ຈົດ​ໝາຍ​ທ່ານ​ຜູ້​ຟັງ. ຜ່ານ​ບັນ​ດາ​ລາຍ​ການນີ້ ຂ້າ​ພະ​ເຈົ້າ​ໄດ້​ຮູ້​ຈັກ​ເຖິງ​ຂ່າວ​ຄາວ​ກ່ຽວ​ກັບ​ການ​ພົວ​ພັນ​​ຮ່ວມ​ມືລະ​ຫວ່າງ ຫວຽດ​ນາມ ແລະ ລາວ, ພິ​ເສດສຳ​ລັບ​ບັນ​ຫາ​ທີ່​ຂ້າ​ພະ​ເຈົ້າ​ເອງ ​ກໍ​ຄື​ຜູ້​ຟັງ​ຫລາຍ​ຄົນສົນ​ໃຈນັ້ນ ຍາມ​ໃດບັນ​ນາ​ທິ​ການ​ພາກ​ພາ​ສາ​ລາວກໍມີ​ຄຳ​ຕອບ​​ຢ່າງ​ຈະ​ແຈ້ງ ແລະ ທັນ​ການ​.

        ໃນ​ອິ​ແມວ ສົ່ງ​ເຖິງ​ລາຍ​ການ, ເພື່ອນ ວັນ​ນີ, ສິງ​ຄຳ ຢູ່ ແຂວງ ຫົວ​ພັນ ເວົ້າ​ວ່າ: ຍ້ອນ​ຄ້າງ​ຄາ​ກັບ​ວຽກ​ງານ ສະ​ນັ້ນ ຂ້າ​ພະ​ເຈົ້າ​ບໍ່​ຕິດ​ຕາມ​ລາຍ​ການ​ຂ່າວ​ຈາກວິ​ທະ​ຍຸໄດ້. ສະ​ນັ້ນ ຫ​ນ້າ​ເວັບ vovworld.vn ໄດ້​ຊ່ວຍ​ໃຫ້​ຂ້າ​ພະ​ເຈົ້າ​ອັບເດັດ​ບັນ​ດາ​ເຫດ​ການ​ຢູ່ ຫວຽດ​ນາມ ກໍ​ຄື​ຢູ່​ໃນ​ໂລກ​. ຂ້າ​ພະ​ເຈົ້າ​ມັກ​ທີ່​ສຸດ​ແມ່ນ​ບົດ​ວິ​ເຄາະ​ສະ​ຖາ​ນະ​ການ​ຂອງ VOV5, ເນື້ອ​ໃນ​ຈະ​ແຈ້ງ, ເຂົ້າ​ໃຈ​ງ່າຍ ແລະ logic.

        ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ. ທີ່​ທ່ານ​ຫາ​ກໍ​ຮັບ​ຟັງ​ຜ່ານ​ໄປ​ແລ້ວນັ້ນ ແມ່ນ​ຄຳ​ເຫັນ​ຂອງ​ຜູ້​ຟັງ​ຈຳ​ນວນ​ຫ​ນຶ່ງ​ທີ່​ຝາກ​ມາ​ລາຍ​ການ​ພາກ​ພາ​ສາ​ລາວ​ໃນ​ອາ​ທິດ​ຜ່ານ​ມາ. ພວກ​ຂ້າ​ພະ​ເຈົ້າ​ຂໍ​ຂອບ​ອົກ​ຂອບ​ໃຈ​ທ່ານ​ຜູ້​ຟັງ​ທີ່​ໄດ້​ຕິດ​ຕາມ​​ຮັບ​ຟັງ ແລະ ຊົມລາຍ​ການ​ຂອງ​ພວກ​ເຮົາ ກໍ​ຄື​​ປະ​ກອບ​ຄຳ​ເຫັນ​ໃຫ້​ລາຍ​ການ. ຫວັງ​ຢ່າງ​ຍິ່ງວ່າ ທ່ານ​ຜູ້​ຟັງ​​ຄົງ​ຈະສືບ​ຕໍ່​​ຝາກຈົດ​ໝາຍ​ມາລາຍ​ການ​ນັບ​ມື້​ນັບ​ຫລາຍກວ່າ. ສຸດ​ທ້າຍ ຂໍ​ອວຍ​ພອນ​ທ່ານ​ຜູ້​ຟັງ​ທຸກ​ທ່ານ​ຈົ່ງ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ ແລະ ​ສຳ​ເລັດ​ວຽກ​ງານ​ຂອງ​ຕົນ.

ທ່ານ​ຜູ້​ຟັງ​ສາ​ມາດ​ຮັບ​ຟັງ​ລາຍ​ການ​ພາກ​ພາ​ລາວ​ຄືນ​ຜ່ານ​ຫ​ນ້າ​ເວັບ vovworld.vn ຫລື vov5.vn

ຢ່າລືມຂຽນ​ຈົດ​ໝາຍ​ມາ​ຫາ​ລາຍ​ການ​ເດີ!

ຜ່ານ​ທີ່​ຢູ່: ພາກ​ພາ​ສາ​ລາວ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ

45 Ba Trieu Ha Noi

ໂທລະສັບ: 0084438256631. email:laovov@yahoo.com, laovov@hotmail.com

 

 

 


ຕອບກັບ

ຂ່າວ/ບົດ​ອື່ນ