ຄັດສະເໜີບາງຄຳເຫັນຊຶ່ງທ່ານຜູ້ຟັງໄດ້ສົ່ງເຖິງລາຍການໃນອາທິດຜ່ານມາ.


ໃນ​​​ອາທິດຜ່ານມາ, ວິທະຍຸກະຈາຍສຽງຫວຽດນາມ ພາກພາສາລາວໄດ້ຮັບຈົດໝາຍ​, email ​ ຫລາຍ​ສະບັບ​ ແລະໂທລະສັບ​​ ຈາກຜູ້ຟັງລາວ. ​ໃນຈົດໝາຍສົ່ງເຖິງລາຍການ, ບັນດາທ່ານຜູ້ຟັງລ້ວນແຕ່ໃຫ້ຂໍ້ສັງເກດກ່ຽວກັບເນື້ອໃນຂອງລາຍການ, ສະແດງຄວາມຮູ້ສຶກເມື່ອໄດ້ຮັບຟັງແຕ່ລະລາຍການ ກໍ່ຄືປະກອບຄຳຄິດຄຳເຫັນ​, ຊອກ​ຮູ້​ກ່ຽວກັບບາງບັນຫາທີ່ກ່ຽວຂ້ອງເຖິງຂົງເຂດຈຳນວນຫນຶ່ງຢູ່ ຫວຽດນາມ. ​ໃນລາຍການໂອ້ລົມກັບເພື່ອນລາວພາກນີ້, ພວກຂ້າພະເຈົ້າ​ຂໍທົບ​ທວນຄືນບາງຄຳເຫັນຊຶ່ງທ່ານຜູ້ຟັງໄດ້ສົ່ງ​​ເຖິງ​ລາຍການ​ໃນ​ອາທິ​ດຜ່ານ​ມາ. ​

        ພາຍຫລັງ​ໄດ້​ຮັບ​ຂອງ​ຂວັນ ​ແລະ ​ໃບ​ຢັ້ງຢືນຜູ້​ຟັງ​ທີ່ຕິດຕາມ​ລາຍການ​ຕ່າງໆ​ຂອງ​ວິທະຍຸ​ກະຈາຍສຽງ ຫວຽດນາມ ​ໃນ​ໄລຍະ 3 ປີ​ລຽນ​ຕິດ ​ໂດຍ ວິທະຍຸ​ກະຈາຍສຽງ ຫວຽດນາມ ມອບ​​ໃຫ້, ທ່ານ ສຸບິນ ພິມມະ​ສອນ ຢູ່​​ເມືອງ ປາກ​ເຊ ແຂວງ ຈຳປາ​ສັກ ໄດ້​ສົ່ງ​ email ​ເຖິງ​ລາຍການ ​ຂອບ​ອົກ​ຂອບ​ໃຈ​ບັນດາ​ການ​ນຳ ວິທະຍຸ​ກະຈາຍສຽງ​ຫວຽດນາມ, ລະບົບ​ກະຈາຍສຽງພາສາ​ຕ່າງປະ​ເທດ ​ແລະ ບັນນາທິການໃນ​ພາກ​ພາສາ​ລາວ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ເຖິງ​ຜູ້​ຟັງ. ​ເມື່ອ​ໃຫ້​ຂໍ້​ສັງ​ເກດ​ກ່ຽວ​ກັບ​ລາຍການ​ພາກ​ພາສາ​ລາວ, ທ່ານ​ສຸບິນ ​ເວົ້າ​ວ່າ : ລາຍການ​ພາກ​ພາ​ສາລາ​ວ ​ໄດ້​ນຳ​ມາ​ເຊິ່ງຂ່າວ​ຄາວ​ຫລາ​ຍຢ່າງ​ທີ​ທັນ​ການ ​ແລະ ມີ​ປະ​ໂຫຍ​ດ, ພິ​ເສດ ນັບ​ແຕ່​ເມື່ອ​ມີຫນ້າ​ເວັບ vovworld.vn ພວກ​ຂ້າພະ​ເຈົ້າຕິດຕາມ​ລາຍການ​ຢ່າງ​ສະດວກ​ກວ່າ ​ແລະ ຍັງ​ໄດ້​ຮັບ​ຊົມ​ຮູບ​ພາບ​ຕ່າງໆ​ທີ່​ສວຍ​ງາມ​ຂອງ​ບັນດາ​​ແຖບ​ຖິ່ນ​ຢູ່ ຫວຽດນາມ.

ທ່ານບຸນ​ເລີດ​ຢູ່​ແຂວງ ອຸດົມ​ໄຊ ສົ່ງ​ຈົດ​ໝາຍ​ເຖິງ​ລາຍການ​​, ໂດຍ​ເວົ້າ​ວ່າ : ​ໃນ​ອາທິດ​ຜ່ານ​ມາ, ລາຍການ​ກະຈາຍສຽງພາກ​ພາສາ​ລາວ ​ໄດ້​ອອກ​ອາກາດ​ບົດ​ທ່ີ​ພາດ​ຫົວ​ເລື່ອງ​ວ່າ : “ອາຊີບ​ຜະລິດ​ກ້າ​ເບ້ຍ​ໄມ້​ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ” ​ໄດ້​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ສູງ​ໃຫ້​ແກ່​ປະຊາຊົນ. ບົດ​ຂຽນ​​ມີ​ຄວາມໝາຍ​ຢ່າງ​ແທ້​ຈິງ​ສຳລັບ​ຜູ້​ຜະລິດ​ກະສິກຳ​ຄື​ພວກ​ຂ້າພະ​ເຈົ້າ, ຈາກ​ການ​​ເລ​ືອກ​ເຟັ້ນ​ແນວ​ພັນ​ປູກ, ວິທີກ້າ​ເບ້​ຍຕະຫລອດ​ຮອດ​ຂັ້ນ​ຕອນ​ຈຳຫນ່າຍ​ຢູ່​ຕະຫລາດ. ພິ​ເສດ​ຜ່ານ​ບົດ​ຂຽນ, ພວກ​ຂ້າພະ​ເຈົ້າ​ຈຶ່ງ​ຮູ້ຈັກ​ເຖິງ​ເຂດ​ບ້ານ​ນາ​ແຫ່ງ​ຫນຶ່ງ​ຢູ່ ຫວຽດນາມ ມີ​ໝາກ​ໄມ້​ທີ່​​ແຊບ​ນົວຫລາຍ​ຊະນິດ ​ແລະ ​ໄດ້​ນຳ​ໄປ​ຂາຍ​ຢູ່​ຕະຫລາດ​​ໂລກ​ຄື : ໝາກມ່ວງ ຮ່ວາ​ໂລກ, ໝາກຜຸ​ກ​ນຳຣອຍ….

         ທ່ານ ມາ​ນິວົງ ຢູ່​ແຂວງ ບໍລິ​ຄຳ​ໄຊ ​ສົ່ງ​ຈົດໝາຍ​ເຖິງ​ລາຍການ​ໂດຍ​ເວົ້າ​ວ່າ : ຂ້າພະ​ເຈົ້າ​ຕິດຕາມ​ລາຍການ​ກະຈາຍ​ສຽງ​ຂອງ​ພາກ​ພາສາ​ລາວເປັນ​ປະຈຳ, ລາຍການ​ໄດ້​ນຳ​ມາ​​​ເຊິ່ງ​ຂໍ້​ມູນ​ຂ່າວສານ​ທີ່ມີປະ​ໂຫຍດຫລາຍ​ຢ່າງ, ພິ​ເສດຂ້າພະ​ເຈົ້າ​ມັກ​ຮັບ​ຟັງ​ລາຍການ​ຊາຍ​ຄາ​ອາ​ຊຽນ ​ທີ່​ສຸດ, ​ເພາະວ່າ ຜ່ານລາຍການ​ນີ້ ຂ້າພະ​ເຈົ້າ​ມີ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ຮີດຄອງ​ປະ​ເພນີ, ພື້ນຖານ​ວັດທະນະທຳ ​ແລະ ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນ.

ຄັດສະເໜີບາງຄຳເຫັນຊຶ່ງທ່ານຜູ້ຟັງໄດ້ສົ່ງເຖິງລາຍການໃນອາທິດຜ່ານມາ.  - ảnh 1
ຮູບພາບ​ທ່ານ Ninomiya ເກັບ​ຂີ້​ເຫຍື້ອຢູ່ຫນອງຮ່ວານກຽມ ໄດ້ສ້າງຄວາມ
ຕື້ນຕັນໃຈໃຫ້ແກ່ທ່ານສົມດີ
ພາບ: internet

ໃນ​ຈົດໝາຍ​ສົ່ງ​ເຖິງ​ລາຍການ​ໃນ​ອາທິ​ດຜ່ານ​ມາ, ທ່ານ ສົມ​ດີ ຢູ່ ​ແຂວງ ວຽງ​ຈັນ ​ເວົ້າ​ວ່າ : ບົດ​ສາລະ​ຄະດີ​ອອກ​ເມື່ອ​ວັນ​ເສົາ​​ໃນ​ອາທິດ​ຜ່ານ​ມາ ​ໄດ້​​ເວົ້າ​ເຖິງ​ນັກທຸລະກິດ​ຊາວ​ຍີ່​ປຸ່ນ ຜູ້​ຫນຶ່ງ​​ມາ​ເກັບ​ຂີ້​ເຫຍື້ອ​ຢູ່​ຕາມ​​ເດີນ​ຫຍ້າ​ຫລື​ຢູ່​ກ້ອງ​ຕັ່ງ​ຫີນ​ ​ເພື່ອ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມຢູ່​​ອອ້ມຫນອງ ຮ່ວານ​ກຽມ ຮ່າ​ໂນ້ຍ, ຂ້າພະ​ເຈົ້າ​ຮູ້​ສຶກຕື້ນຕັນ​ໃຈ ​ແລະ ​ເຄົາລົບ​ນັບຖື​ຕໍ່​ວຽງ​ງານ​ທີ່​ມີ​ຄວາມ​ໝາຍ​ຂອງ​ທ່ານ Ninomiya. ​ມີ​ໄລຍະ​ຫນຶ່ງ​​ ຂ້າພະ​ເຈົ້າ​ເຄີຍໄປ​ປະຕິບັດ​ງານ​ຢູ່ ຮ່າ​ໂນ້ຍ ​ແລະ ກໍ​ຍ່າງ​​ເລາະ​ຫລິ້ນ​ແຄມ​ຫນອງ ຮ່ວານ​ກຽມ​ຫລາຍ​ເທື່ອ, ສະ​ນັ້ນ ຂ້າພະ​ເຈົ້າ​ເຫັນ​ວ່າ ການ​ເກັບ​ຂີ້​ເຫຍື້ອ​ດັ່ງກ່າວ​ແມ່ນ​ເລ່ືອງ​ບໍ່ງ່າຍ​ດາຍ ດ້ວຍ​ເນື້ອ​ທີ່​ກວ້າງຂວາງ​ຄື​ແນວ​ນັ້ນ ​ແລະ ຄົນ​ໄປມາ​ຢ່າງ​ຄັບຄາ​ຫນາ​ແຫນ້ນ, ການ​ເກັບ​ຂີ້​ເຫຍື້ອ​ຄື​ ​ທ່ານ Ninomiya ​​ແມ່ນ​ສະ​ແດງ​ໃຫ້​ເຫັນ​ຄວາມ​ຮັກ​ຂອງ​ເພີ່ນ​ຕໍ່​ນະຄອນຫລວງ ຮ່າ​ໂນ້ຍ ​ແມ່ນ​ເລິກ​​ເຊິ່ງທີ່​ສຸດ. ສິ່ງ​ທີ່​ທ່ານ Ninomiya ​ເຮັດ​ຄື​ສານ​ສົ່ງ​ເຖິງ​ທຸກ​ຄົນ​ພ້ອມ​ກັນ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຢູ່​ສະຖານ​ທີ່​ຕົນ​ເອງ​ດຳລົງ​ຊີວິດ.

ທີ່​ທ່ານ​ໄດ້​ຮັບ​ຟັງ​ຜ່ານ​ໄປ​ແລ້ວນັ້ນ ​ແມ່ນ​ບາງ​ຄຳ​ເຫັນ​ຂອງ​ບັນດາ​ທ່ານ​ຜູ້​ຟັງ​ໄດ້​ສົ່ງ​ເຖິງ​ລາຍການ​ຂອງ​ພວກ​ເຮົາ​ໃນ​ອາທິດຜ່ານມາ. ພວກ​ຂ້າພະ​ເຈົ້າ ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ ​ແລະ ຂໍສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈຕໍ່​ທ່ານ​ຜູ້​ຟັງ​ທີ່​ໄດ້​ຮັບ​ຟັງ​ ແລະ ສົ່ງ​ຈົດໝາຍ​​ເຖິງ​ລາຍ​ການ. ບັນດາ​ຄຳ​ເຫັນປະກອບ​ຂອງ​ພວກ​ທ່ານ ​ແມ່ນ​ແຫ​ລ່ງລະດົມ​ກຳລັງ​ໃຈ​ຕໍ່​ນັກ​ຂ່າວ, ບັນນາທິການ ​ແລະ ​ໂຄສົກ​ໃນ​ພາກ​ພາສາ​ລາວ​​ສຳ​ເລັດ​ວຽກ​ງານຂອງຕົນ​ໃຫ້​ດີກ​ວ່າ​ເກົ່າ.

​ສຸດ​ທ້າຍ ​ຂໍ​ອວຍ​ພອນ​ໃຫ້​ພວກ​ທ່ານ​ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ ​ແລະ ປະສົບ​ຜົນສຳ​ເລັດ​ໃນ​ວຽກ​ງານ​ຂອງ​ຕົນ.

ພວກ​ທ່ານ​ສາມາດ​ຮັບ​ຟັງ​ລາຍການພາກ​ພາສາ​ລາວ ຄືນ ຜ່ານ​​ເວັບ​ໄຊ : vov5, vovworld.vn

ທ່ານຢ່າລືມຂຽນຈົດໝາຍມາ​​ໃຫ້ລາຍການເດີ!

ໂດຍຈ່າຫນ້າຊອງວ່າ: ວິທະຍຸກະຈາຍສຽງຫວຽດນາມ ພາກພາສາລາວເຮືອເລກທີ 45 ຖະຫນົນ Ba Trieu Ha Noi, ​ໂທລະສັບ 84-4-38256631. Email: Laovov@hotmai.com. ຂໍຂອບໃຈຫລ່ວງຫນ້າ​.

 

  


ຕອບກັບ

ຂ່າວ/ບົດ​ອື່ນ