ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບຄຳຖາມທີ່ທ່ານຜູ້ຟັງຝາກມາລາຍການ

​​(vovworld) - ອາ​ທິດ​ຜ່ານ​ມາ, ພາກ​ພາ​ສາ​ລາວ ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ໄດ້​ຮັບ​ຈົດ​ໝາຍ, ອີ​ແມວ, ໂທ​ລະ​ສັບຫຼາຍ​ສະ​ບັບ​ຈາກ​ທ່ານ​ຜູ້​ຟັງ​ລາວ ແລະ ຫວຽດ​ນາມ. ໃນ​ລາຍ​ການ “ໂອ້​ລົມ​ກັບ​ເພື່ອນ​ລ​າວມື້​ນີ້”, ພວກ​ຂ້າ​ພະ​ເຈົ້າ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ ແລະ ຕອ​ບ​ຄຳ​ຖາມ​ທີ່​ທ່ານ​ຜູ້​ຟັງ​ຝາກ​ມາ​ລາຍ​ການ

ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບຄຳຖາມທີ່ທ່ານຜູ້ຟັງຝາກມາລາຍການ - ảnh 1
(ແວບ​ໄຊ vovworld.vn)

ເພື່ອ​ເປັ​ນ​ການ​ເປີດ​ສາກ​ລາຍ​ການ “ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້​ນີ້, ພວກ​ເຮົາ​ຂໍ​ຄັ​ດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ​ຂອງ​ເພື່ອນ ຫາຍ​ນາມ, ນັກ​ສຶກ​ສາ​ພະ​ແນກ​ການ​ເມືອງ, ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ລາວ. ໃນ​ຈົດ​ໝາຍ​ເພື່ອ​ນ​ໄດ້​ຂຽນ​ວ່າ: “ຂ້າ​ພະ​ເຈົ້າ​ຮູ​້​ຈັກ​ເຖິງ​ແວບ​ໄຊ vovworld.vn ກ່ອນນີ້​ໜຶ່​ງ​ປີ​ແລ້ວ. ​ແມ່ນ​​ໂດຍ​ແມ່ນນັກ​ສຶກ​ສາ​ປີ​ທີ 2 ຂອງ​ພະ​ແນກ​ການ​ເມືອງ, ມະ​ຫາ​ວິ​ທ​ະ​ຍາ​ໄລ​ແຫ່ງ​ຊາດ​ລາວ ດັ່ງ​ນັ້ນ​ບັນ​ດາ​ຂ່າວ​ຄາວໃນ​ແວບ​ໄຊ​ດັ່ງ​ກ່າວ​ໄດ້​ຊ່ວຍ​ໃຫ້​ຂ້​າ​ພະ​ເຈົ້າ​ໃນ​ການ​ຮ່ຳ​ຮຽນຫຼາຍ. ເກືອບ​ຄື​ວ່າມື້​ໃດ​ຂ້າ​ພະ​ເຈົ້າ​ກໍ​ເຂົ້າ​ອ່ານ​ຂ່າ​ວ​ໃນ​ໜ້າ​ແວບ​ນີ້, ນອກ​ຈາ​ກນັ້ນ​ແລ້ວ, ຂ້າ​ພະ​ເຈົ້າ​ຍັງ​​ອ່ານ​ຂ່າວ​ໃນ​ບັນ​ດາ​ໜ້າ​ແວບ​ຂອງ ລາວ ເພື່ອ​ສາ​ມາດ​ປຽບ​ທຽບ​ດ້ານ​ພາ​ສາ ແລະ ເຫັນ​ວ່າບໍ່​ມີ​ຄວາມ​ແຕກ​ຕ່າງ​ກັນຫຼາຍ. ຜ່ານ​ຂ່າວ​ໃນ​ແວບ​ໄຊ​ນີ້, ຂ້າ​ພະ​ເຈົ້າ​​ສາ​ມາດ​ກຳ​ໄດ້ສະ​ພາບເສດ​ຖະ​ກ​ິດ, ການ​ເມືອງ, ວັດ​ທະ​ນະ​ທຳ… ຂອງ ຫວຽດ​ນາມ. ​ໄດ້​ອ່ານ​ຂ່າວ​ຂອງ ຫວຽດ​ນາມ ດ້ວຍ​ພາ​ສາ​ລາວ ຄື​ແນວນີ້​ແມ່ນ​ມີ​ປະ​ໂຫຍດ​ທີ່​ສຸດ​ສຳ​ລັບ​ບັນ​ດາ​ຜູ້​ຮຽນ​ພາ​ສາ​ລາວ​ຄື​ພວກ​ຂ້າ​ພະ​ເຈົ້າ. ​ນອກ​ນັ້ນ, ຂ້າ​ພະ​ເຈົ້າ​ກໍ​ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ໃບ​ຢັ້ງ​ຢ​ືນ​​​ແມ່ນຜູ້​ຟັງ, ຜູ້​ອ່ານ​​ເປັນ​ປະຈຳຂອງ​ລາຍ​ການ. ຂໍ​ຖາມ​ວ່າ​ເຮັດ​ແນ​ວ​ໃດ​ເພື່ອ​ໄດ້​ຮັບ​ໃບ​ຢັ້ງ​ຢ​ືນ​ດັ່ງ​ກ່າວ​ແດ່?”

        ເພື່ອນ​ຫາຍ​ນາ​ມ ທີ່​ຮັກ​ແພງ, ພວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ທີ່​ສຸດ​ຍ້ອນ​ເພື່ອນ​ແມ່ນ​ຜູ້​ຟັງ​, ຜ​ູ້​ອ່ານ​ໜຸ່ມ​ແຕ່​ໄດ້​ສົ​ນ​ໃຈ​ເຖິງ​ບັນ​ດາ​ບັນ​ຫາ​ການ​ເມືອງທີ່​ສຸດ ແລະ ເພື່ອ​ໄດ້​ຮັບ​ຂອງ​ຂວັນ ແລະ ໃບ​ຢັ້ງ​ຢືນ​ແມ່ນ​ຜູ້​ຟັງ, ຜູ້​ອ່ານ​​ເປັນ​ປະຈຳຂອງ​ລາຍ​ການ, ພວກ​ເພື່ອນ​ມີ​ແຕ່​ຂຽນ​ຈົດ​ໝາຍ, ສົ່ງອີ​ແມວ ຫຼື comment ​ໃສ່ບັນ​ດາ​ບົດ​ຂຽນ​ໃນ​ແວບ​ໄຊ vovworld.vn ຂອງ​ພວກ​ເຮົາ. ອີງ​ໃສ່​​ຈົດ​ໝາຍ, ອີ​ແມວນັ້ນ​ພວກ​ເຮົາ​ຈະ​ມອບ​ຂອງ​ຂວັນ​ໃຫ້​ເພື່ອນ. ນອກ​ຈາກນັ້ນ​ແລ້ວ, ເມື່ອ​ເພື່ອ​ນ​ແມ່ນ​ຜູ້​ຟັງ, ຜູ້​ອ່ານ​ເປັນ​ປະ​ຈຳ​ແລ້ວ​ຈະ​ໄດ້​ຮັບ​ຂອງ​ຂວັນ ແລະ ໃບ​ຢັ້ງ​ຢືນ​ແມ່ນ​ຜູ້​ຟັງ, ຜູ້​ອ່ານຂອງ​ລາຍການເປັນ​ເວ​ລາ 3 ປີ, 5 ປີ… ເພື່ອນ​ຢ່າ​ລື່ມ​ແນະ​ນຳ​ໃຫ້​ເພື່ອນ​ມິດ​ຂອງ​ຕົນ​ກ່ຽວ​ກັບ​ແວບ​ໄຊ​ຂອງ​ພວກ​ເຮົາ​ແດ່​ເດີ.

       ສ່ວນເພື່ອນ ຈັນ​ສີ​ດາ, ແຂວງ ຫຼ​ວງ​ພະ​ບາງ ໄດ້​ສະ​ແດງ​ຄວາມ​ສົນ​ໃຈ​ພິ​ເສດ​ເຖິງ​ບັນ​ດາ​ການ​ເຄື່ອນ​ໄຫວ​​ພົວ​ພັນ​ແລກ​ປ່​ຽນລະ​ຫວ່າງ ຫວຽ​ດ​ນາມ ແລະ ລາວ ທີ່ດຳ​ເນີນ​ໃນ​ອາ​ທິດ. ເພື່ອນ​ໃຫ້​ຮູ້​ວ່າ: “​ເມື່ອ​ຮັບ​ຟັງ​ຂ່າວ​ຄາວ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ສົນ​ໃຈ​ເປັນ​ພິ​ເສດ​ເຖິງ​ການ​ເຄື່ອນ​ໄຫວ​ພົບ​ປ​ະ, ແລກ​ປ່​ຽນ​ຄະ​ນະ​ຜູ້​ແທນ… ລະ​ຫ​ວ່າງ 2 ປະ​ເທດ​. ແຕ່​ອາ​ທິດ​ຜ່ານ​ມາ, ຍ້ອນ​ຄ້າງ​ຄາ​ກັບ​ວຽກ​ງານ​ດັ່ງ​ນັ້ນ​ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຮັບ​ຟັງ​ຂ່າວ​ທຸກມື້. ພວກ​ເພື່ອນ​ສາ​ມາດ​ແນະ​ນຳ​ໂດຍ​ຫ​ຍໍ້​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ 2 ປະ​ເທດ​ດຳ​ເນີນ​ໄປ​ໃນ​ອາ​ທິດ​ໄດ້​ບໍ່?”

        ເພື່ອ​ນ​ຈັນ​ສີ​ດາ ທີ່​ເຄົາ​ລົບ, ໃນ​ອາ​ທິດ​ຜ່ານ​ມາ​ມີ​ການ​ເຄື່ອນ​ໄຫວ​ພົວພັນ, ແລກ​ປ່ຽນ, ຮ່ວມ​ມືຫຼາຍ​ຢ່າງ​ລະ​ຫວ່າງ​ບັນ​ດາ​​ຄະ​ນະ, ຂະ​ແໜງ​ການຫວຽດ​ນາມ - ລາວ​ຈາກ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ​. ພວກ​ຂ້າ​ພະ​ເຈົ້າ​ຂໍ​ແນະ​ນຳ​ໂດຍ​ຫ​ຍໍ້​ການ​ເຄື່ອນ​ໄຫວ​ບາງ​ຢ່າງ​ທີ່​ພົ້ນ​ເດັ່ນ​ດັ່ງ​ຕໍ່​ໄປ​ນີ້:

- ແຕ່​ວັນ​ທີ 25 – 27/7, ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ກອມ​ມູ​ນິ​ດ ຫວຽດ​ນາມ ແລະ ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທ​ດ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ໄດ້​ສົມ​ທົບ​ກັບອົງ​ຄະ​ນະ​ພັກ, ອຳ​ນ​າດ​ການ​ປົກ​ຄອງ ແລະ ປະ​ຊາ​ຊົນ​ແຂວງ ຄຳ​ມ່ວນ ຈັດ​ຕັ້ງ​ງານ​ພ​ົບ​ປະ​ແລກ​ປ່ຽນ​ມິດ​ຕະ​ພາບ​ທີ່​ເປັນ​ມ​ູ​ນ​ເຊື້ອ​ຄັ້ງ​ທີ 8 ດ້ວຍ​ຫົວ​ຂໍ້​ວ່າ “ເຂັ້​ມຂົ້ນ​ໄປ​ດ້ວຍ​ຄວາມ​ສາ​ມັກ​ຄີ​ແບບ​ພິ​ເສດ ຫວຽດ​ນາມ - ລາວ”. ນີ້​ແມ່ນ​ການ​ເຄື່ອນ​ໄຫວນອນ​ໃນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ລະ​ຫວ່າງ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ 2 ພັກ, ສະ​ເຫຼີມ​ສະຫຼອງ 70 ປີ​ແຫ່ງວັນ​ປະ​ຕິ​ວັດ​ເດືອນ 8 ແລະ 70 ປີແຫ່ງວັນ​ຊາດ ຫວຽດ​ນາມ, 40 ປີ​ແຫ່ງວັນ​ຊາດ​ລາວ, ​ແລະມ​ຸ່ງ​ໄປ​ເຖິງ​ການຈັດ​ຕັ້ງກອງ​ປະ​ຊຸມ​ໃຫ​ຍ່​ທົ່ວ​ປະ​ເທດ​ຂອງ​ແຕ່​ລະ​ພັກ.

- ວັນ​ທີ 28/7, ຄະ​ນະ​ປະ​ຕິ​ບັດ​ງານ​ຂອງ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ ແລະ ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທ​ດ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ໂດຍ​ທ່ານ ຮ່​ວາງ​ບີ່ງກວນ, ກຳ​ມະ​ການ​ສູນ​ກາງ​ພັກ, ຫົວ​ໜ້າ​ຄ​ະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ ແລະ ທ່ານ​ ທອງ​ລຸນ ສີ​ສຸ​ລິດ, ກ​ຳ​ມະ​ການ​ກົມ​ການ​ເມືອງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສ​ປ​ປ ລາວ ເປັນ​ຫົວ​ໜ້າ​ຄະ​ນະ​ໄດ້​ໄປ​ຖະ​ຫວາຍ​ທູບ​ທຽນ, ຖະ​ຫວາຍດອກ​ໄມ້​ຢູ່​ເຂດ​ປູ​ຊະ​ນີ​ຍະ​ສະ​ຖານ ກິມ​ລຽນ, ເມືອງ​ນາມ​ດານ, ແຂ​ວງ ເງະ​ອານ.

- ວັນ​ທີ 29/7, ທ່ານ​ບົວ​ເງິນ ຊາ​ພູ​ວົງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ທ່ອງ​ທ່ຽວ ລາວ ໄດ້​ໃຫ້​ການ​ຕ້ອນ​ຮັບ​ຄະ​ນະ​ຜູ້​ແທນ​ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ທ່ອງ​ທ່ຽວ ຫວຽດ​ນາມ ໂດຍ ທ່ານ​ຮ່​ວາງ​ດຶກ​ເຮົ້າ, ຮອງ​ຫົວ​ໜ້າ​ກົມ​ວັດ​ທະ​ນະ​ທຳ​ຊົນ​ເຜົ່າ​ນຳ​ໜ້າ, ເນື່ອງ​ໃນ​ໂອ​ກາດ​ຄະ​ນະ​ໄປ​ຢ້ຽມ​ຢາມ ແລະ​ ເຮັດ​ວຽກ​ຢູ່​ລາວ​ແຕ່​ວັນ​ທີ 22 – 29/7.

- ວັນ​ທີ 29/7, ຢູ່​ເມືອງວຽງ​ພູ​ຄາ, ແຂວງ ຫຼວງ​ນ້ຳ​ທາ ໄດ້​ດຳ​ເນີນ​ພິ​ທີ​ເປີດ​ສະຫຼອງ​ໂຮງ​ຮຽນ​ມັດ​ທະ​ຍົມ​ຕອນ​ປາຍ ວຽງ​ພູ​ຄາ. ນີ້​ແມ່ນ​ໂຮງ​ຮຽນ​ແຫ່ງ​ທີ່ 2 ໄດ້​ຮັບ​ການ​ກໍ່​ສ້າງ​ດ້ວຍ​ແຫຼ່ງ​ເງິນ​ຊ່ວຍ​ເຫຼືອ​ລ້າ​ຈາກ​ລ​ັດ​ຖະ​ບານ ຫວຽດ​ນາມ ທີ່ສະ​ຫງວນ​ໃຫ້​ລັດ​ຖະ​ບານ​ລາວ ຢູ່​ແຂວງ ຫຼວງ​ນ້ຳ​ທາ, ດ້ວຍມູນ​ຄ່າ​ເກືອບ 75 ຕື້​ດົ່ງ.

 ດັ່ງ​ທີ່ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ເຫັນ ​ແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ. ຖ້າຫາກ ​​ຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ມີ​ຄວາມສົນ​ໃຈຕໍ່ບັນຫາ​ໃດ​ໜຶ່ງ, ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ພວກ​ເຮົາ​ໄດ້​ເລີຍໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີແມວ laovov@yahoo.com,  laovov5@gmail.com.

ຕອບກັບ

ຂ່າວ/ບົດ​ອື່ນ