ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການ

(VOVWORLD) -ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີແມວ ຫຼາຍສະບັບ ແລະ ໂທລະສັບຫລາຍສາຍຈາກທ່ານຜູ້ຟັງຢູ່ບັນດາປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຍີ່ປຸ່ນ, ກຳປູເຈຍ, ໄທ, ລາວ… ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການພາກພາສາລາວ ໃນອາທິດຜ່ານມາ.
ຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາລາຍການ - ảnh 1ຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ (ພາບ: vietnamnet.vn) 

ເພື່ອນແສງເພັດມາຈາກແຂວງຫຼວງພະບາງໄດ້ສົ່ງຂໍ້ຄວາມຜ່ານທາງ facebookມາຍັງລາຍການດ້ວຍເນື້ອໃນທີ່ວ່າ: ຂ້າພະເຈົ້າມັກອ່ານແລະຟັງລາຍການຂ່າວກ່ຽວກັບເຊື້ອພະຍາດ Covid – 19 ຜ່ານຄື້ນ ແລະ ເວັບໄຊ ຂອງ VOV ທີ່ສຸດ. ຜ່ານລາຍການດັ່ງກ່າວ, ຂ້າພະເຈົ້າສາມາດອັບເດດໄດ້ຂໍ້ມູນຂ່າວສານຫຼາຍຢ່າງ ທີ່ກ່ຽວຂ້ອງເຖິງເຊື້ອພະຍາດ Covid – 19 ນັ້ນຄື:ຈຳນວນຜູ້ຕິດເຊື້ອ, ຜູ້ໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ, ບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດ… ບໍ່ພຽງແຕ່ຂອງຫວຽດນາມ, ລາວເທົ່ານັ້ນຫາກຍັງແມ່ນຂອງຫຼາຍປະເທດໃນທົ່ວໂລກອີກດ້ວຍ. ຂໍອວຍພອນໃຫ້ລາຍການພາກພາສາລາວເວົ້າສະເພາະແລະວິທະຍຸກະຈາຍສຽງຫວຽດນາມເວົ້າລວມນັບມື້ນັບພັດທະນາແລະມີບັນດາລາຍການທີ່ມ່ວນໆ, ເປັນປະໂຫຍດແລະເປັນຫນ້າຈັບໃຈກ່ວາອີກເພື່ອຮັບໃຊ້ໃຫ້ແກ່ທ່ານຜູ້ຟັງ.

ເພື່ອນແສງເພັດທີ່ຮັກຟັງ! ໃນໄລຍະຜ່ານມາ, ໂລກລະບາດ Covid – 19 ໄດ້ກໍ່ຄວາມເສຍຫາຍທາງດ້ານວັດຖຸແລະຊີວິດອິນຊີຢ່າງຫຼວງຫຼາຍຢູ່ຫຼາຍປະເທດໃນໂລກ. ດັ່ງນັ້ນ, VOV ຈຶ່ງໄດ້ສຸມໃສ່, ພະຍາຍາມໃຫ້ຂ່າວ ກ່ຽວກັບພະຍາດ Covid – 19 ຢ່າງໄວ ແລະ ທັນການ ເພື່ອໃຫ້ທ່ານຜູ້ຟັງ, ຜູ້ອ່ານສາມາດຮັບຮູໄດ້້ຢ່າງຈະແຈ້ງກ່ຽວກັບຄວາມອັນຕະລາຍຂອງມັນ ກໍ່ຄືສາມາດຕິດຕາມ ແລະ ອັບເດດບັນດາຂໍ້ມູນຂ່າວສານທີ່ສຳຄັນຢ່າງທັນການ ເພື່ອແນໃສ່ຫຼີກລ້ຽງການຕິດແປດ ແລະ ສາມາດຄວບຄຸມມັນໄດ້. ລາຍການພາກພາສາລາວ ຂໍຂອບໃຈເພື່ອນທີ່ໄດ້ຕິດຕາມເວັບໄຊແລະລາຍການຂອງພວກຂ້າພະເຈົ້າ. ຂໍອວຍພອນໃຫ້ເພື່ອນຈົ່ງມີສຸຂະພາບເຂັ້ມແຂງ, ບັນລຸໄດ້ໝາກຜົນທີ່ດີໃນວຽກງານຂອງຕົນແລະຫວັງວ່າເພື່ອນຈະສືບຕໍ່ຮັບຟັງກໍ່ຄືປະກອບຄຳເຫັນໃຫ້ແກ່ທາງລາຍການເພື່ອໃຫ້ລາຍການນັບມື້ນັບມີລາຍການມ່ວນ, ອຸດົມສົມບູນກ່ວາອີກ. ຂໍຂອບໃຈ

ເພື່ອນດາລາວັນ ເຊິ່ງແມ່ນພະນັກງານສັງກັດພະແນກສາທາລະນະສຸກແຂວງ ຜົ້ງສາລີໄດ້ສົ່ງຂໍ້ຄວາມມາຫາລາຍການຜ່ານທາງ Facebook ດ້ວຍເນື້ອໃນທີ່ວ່າ: ອາທິດຜ່ານມາ, ເມື່ອຮັບຟັງລາຍການອອກອາກາດຂອງວິທະຍຸກະຈາຍສຽງຫວຽດນາມຂ້າພະເຈົ້າຈຶ່ງຮູ້ຂ່າວວ່າຫວຽດນາມ  ສາມາດປິ່ນປົວຜູ້ຕິດເຊື້ອພະຍາດ Covid – 19 ຫາຍດີເປັນຈຳນວນຫຼາຍ ແລະ ໄດ້ອອກໂຮງໝໍແລ້ວ ແລະ ກໍ່ສາມາດຈຳກັດໄດ້ຜູ້ຕິດເຊື້ອໃໝ່ຕື່ມອີກ. ຂ້າພະເຈົ້າມີຄວາມຮູ້ສຶກປະທັບໃຈກ່ຽວກັບການສະກັດກັ້ນແລະຄວບຄຸມໂລກລະບາດ Covid – 19 ຂອງຫວຽດນາມ.  ຂໍສະແດງຄວາມຊົມເຊີຍຫວຽດນາມຕໍ່ບັນດາໝາກຜົນທີ່ບັນລຸໄດ້.

ເພື່ອນດາລາວັນທີ່ຮັກແພງ! ພວກຂ້າພະເຈົ້າຂໍສະແດງຄວາມຂອບໃຈຕໍ່ກັບຄຳຊົມເຊີຍຂອງເພື່ອນ. ຄວາມຈິງແລ້ວ, ເພື່ອບັນລຸໄດ້ບັນດາໝາກຜົນດັ່ງກ່າວແມ່ນຕ້ອງມີຄວາມເອົາໃຈໃສ່ຢ່າງໃກ້ຊິດຕິດແທດຂອງການນຳຫວຽດນາມທຸກຂັ້ນ ນັບແຕ່ຫົວທີ. ມາຮອດປັດຈຸບັນ,  ການສະກັດກັ້ນແລະຄວບຄຸມໂລກລະບາດ Covid - 19 ຢູ່ຫວຽດນາມຍັງໄດ້ຮັບການປະຕິບັດຢ່າງຂ້ຽວຂາດແຕ່ຂັ້ນສູນກາງລົງຮອດທ້ອງຖິ່ນ. ໄປຄຽງຄູ່ກັບບັນດາມາດຕະການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງລະອຽດນັ້ນ ແມ່ນເພື່ອແນໃສ່ສະກັດກັ້ນການແຜ່ລາມຂອງໂລກລະບາດ, ຫວຽດນາມຍັງເອົາໃຈໃສ່ເປັນພິເສດເຖິງການຕິດຕາມ, ກວດກາແລະປິ່ນປົວໃຫ້ແກ່ຜູ້ຕິດເຊື້ອພະຍາດ Covid – 19 ກໍ່ຄືຜູ້ຖືກສົງໄສວ່າຕິດເຊື້ອພະຍາດ Covid – 19 ອີກດ້ວຍ.

ທ່ານຜູ້ຟັງທີີ່ຮັກແພງ, ອາທິດຜ່ານມາ, VOV5 ສືບຕໍ່ໄດ້ຮັບຈົດໝາຍຫຼາຍສະບັບທີ່ກ່ຽວຂ້ອງເຖິງການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ” ຂອງທ່ານຜູ້ຟັງໃນທົ່ວໂລກ, ບັນດາທ່ານຜູ້ຟັງບໍ່ພຽງແຕ່ສົ່ງບົດມາເຂົ້າຮ່ວມການເສັງ, ຂໍ້ຂ້ອງໃຈຂອງຕົນ ກ່ຽວກັບການເສັງເທົ່ານັ້ນຫາກຍັງໄດ້ສົ່ງຄວາມຮູ້ສຶກຂອງຕົນທີ່ມີຕໍ່ການເສັງອີກດ້ວຍ. ໃນນັ້ນມີເພື່ອນ Maguy Roy ປະທານສະໂມສອນຮັບຟັງວິທະຍຸກະຈາຍສຽງເຂດ Auvergne, ປະເທດຝລັ່ງ ກໍ່ມີຈົດໝາຍສົ່ງເຖິງລາຍການດ້ວຍເນື້ອໃນທີ່ວ່າ: “ຂ້າພະເຈົ້າໄດ້ແຈ້ງມາຍັງບັນດາສະມາຊິກທັງໝົດຂອງສະໂມສອນຮັບຊາບກ່ຽວກັບການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບຫວຽດນາມ” ຂອງ VOV. ພວກຂ້າພະເຈົ້າຫວັງວ່າການເສັງຈະດຶງດູດການເຂົ້າຮ່ວມຂອງທ່ານຜູ້ຟັງເປັນຈຳນວນຫຼາຍໃນຈຸດເວລາທີ່ທຸກໆຄົນລ້ວນແຕ່ຢູ່ເຮືອນເພື່ອປ້ອງກັນ, ສະກັດກັ້ນໂລກລະບາດແລະມີເວລາວ່າງຢ່າງຫຼວງຫຼາຍຄືໃນປັດຈຸບັນ. ແຕ່ວ່າຄຳຖາມກໍ່ຍາກພໍສົມຄວນແລະຂ້າພະເຈົ້າຄິດວ່າເພື່ອເຂົ້າຮ່ວມການເສັງດັ່ງກ່າວກໍ່ຕ້ອງຊອກຫາຂໍ້ມູນຢ່າງລະອຽດໃນເວັບໄຊຂອງ VOV”

ເພື່ອນMaguy Royແລະທ່ານຜູ້ຟັງທີ່ຮັກແພງ! ພວກຂ້າພະເຈົ້າຮູ້ສຶກດີໃຈຫຼາຍເມື່ອໄດ້ຮັບການຕອບສະໜອງຢ່າງຕັ້ງໜ້າຂອງພວກເພື່ອນກ່ຽວກັບການເສັງ. ສ່ວນຄຳຖາມຂອງການເສັງນັ້ນ, ຕາມຄວາມຈິງແລ້ວ, ມັນແມ່ນຄຳຖາມທີ່ບໍ່ງ່າຍ, ແຕ່ກໍ່ຄືດັ່ງຄຳເວົ້າຂອງເພື່ອນ Maguy Roy ທີ່ວ່າຖ້າຫາກພວກເພື່ອນມານະພະຍາຍາມຊອກຫາຂໍ້ມູນຂ່າວສານໃນເວັບໄຊຂອງ VOV ຢ່າງລະອຽດພວກເພື່ອນກໍ່ສາມາດຕອບຄຳຖາມໄດ້ຢ່າງງ່າຍດາຍ. ເວລາທີ່ກຳນົດໃຫ້ແກ່ການເສັງຍັງມີຫຼາຍຢູ່, ເພາະສະນັ້ນທ່ານຜູ້ຟັງທ່ານໃດຍັງບໍ່ທັນເຂົ້າຮ່ວມການເສັງຈົ່ງຊອກຫາຂໍ້ມູນຂ່າວສານໃນເວັບໄຊເພື່ອຕອບຄຳຖາມຂອງການເສັງໂດຍໄວແລ້ວສົ່ງມາໃນລາຍການຂອງພວກ ເຮົາໄດ້ເລີຍ. ອວຍພອນໃຫ້ທຸກຄົນ ຈົ່ງບັນລຸໄດ້ໝາກຜົນທີ່ດີໃນການເສັງນີ້.

ທ່ານຜູ້ຟັງທີ່ຮັກແພງ, ລາຍການ “ໂອ້ລົມກັບເພື່ອນລາວ” ຂອງພວກເຮົາໃນມື້ນີ້ຂໍສິ້ນສຸດລົງພຽງເທົ່ານີ້.ຖ້າຫາກຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທມາໂດຍກົງກໍ່ໄດ້ ຕາມເບີໂທ  0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດ ສົ່ງຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ