ຄັດສະເໜີເນື້ອໃນຈົດໝາຍທີ່ທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ


ໃນ​ລາຍການ “​ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ເນື້​ອ​ໃນ​ຈົດໝາຍ​ທີ່​ທ່ານ​ຜູ້​ຟັງ​ຝາກ​ມາລາຍການ​ໃນ​ອາທິດ​ຜ່ານ​ມາ.

        ​ໃນ​ອີ​ແມວ​ຝາກ​​ໃຫ້​ພວກ​ເຮົາ, ທ່ານ ​ເພັດ​ສະຫວັນ ສີສະ​ນົນ - ພະນັກງານ​ກິນ​ເບ້ຍ​ບຳນານ​ແຂວງ ອັດ​ຕະປື ​​ໄດ້​ຂຽນ​ວ່າ: ຂ້າພະ​ເຈົ້າ ພ້ອມ​ກັບ​​ເມຍ​ຂອງ​ຕົນ ຈະ​​ໄປ​ທ່ອງ​ທ່ຽວ​ຢູ່​ນະຄອນຫຼວງ ຮ່າ​ໂນ້ຍ, ປະຈຸ​ບັນ, ຂ້າພະ​ເຈົ້າ​ພວມ​ແລ່ນ​ເອກະສານ​ໃຫ້​ເມຍ​ແລ້​ວ. ​ເມື່ອ​ໄປ​ຮອດ ຮ່າ​ໂນ້ຍ, ບັນນາທິການ ພາກ​ພາສາ​ລາວ ​ເປັນ​ຜູ້ນຳ​ທ່ຽວ​ໃຫ້​ພວກ​ຂ້າພະ​ເຈົ້າ​ໄດ້​ບໍ່?

        ທ່ານ ​ເພັດ​ສະຫວັນ ສີສະ​ນົນ ທີ່​ເຄົາລົບ, ພວກ​ຂ້າພະ​ເຈົ້າ ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຫຼາຍ​ເມື່ອ​ໄດ້​ຮັບ​ແຫຼ່ງຂ່າວ​ດັ່ງກ່າວ, ພວກ​ຂ້າພະ​ເຈົ້າ​ຍາມ​ໃດ​ກໍ່​ກຽມພ້ອມ​ຕ້ອນຮັບ​ຜູ້​ຟັງ, ຜູ້​ອ່ານ​ຂອງ​ລາຍການ, ​ເມື່ອ​ທ່າ​ນພ້ອມ​ກັບພັນ​ລະ​ຍາ ມາ​ຮອດ ຮ່າ​ໂນ້ຍ, ​ເຊີນມາ​ຢາມ ວິທະຍຸ​ກະຈາຍສຽງ ຫວຽດນາມ, ​ພາ​ກພາສາ​ລາວເຮືອນ​ເລກທີ 45, ຖະໜົນ ບ່າ​ຈ້ຽວ. ພວກ​ຂ້າພະ​ເຈົ້າ​ຍາມ​ໃດ​ກໍ່​ກຽມພ້ອມ​ເປັນ​ຜູ້ນຳ​ທ່ຽວ​ໃຫ້​ທ່ານ, ພວກ​ເຮົາ​ຈະ​ແນ​ະນຳ​ໃຫ້​ທ່ານ​ບັນດາ​ສະຖານ​ທີ່​ລື​ຊື່ ​ແລະ ອາຫານ​ຫຼາຍ​ເຍື່ອງ​ຂອງ ນະຄອນຫຼວງ ຮ່າ​ໂນ້ຍ. ຂໍ​ຂອບ​ໃຈ​ທີ່​ທ່ານ​ໄດ້​ຕັ້ງ​ຄວາມ​ໄວ​້​ເນື້ອ​​ເຊື່ອ​ໃຈ​ໃຫ້​ພວກ​ເຮົາ. ຂໍ​ທົບ​ທວນຄືນ​ອີກ​ເທ່ື່ອໜຶ່ງ​ວ່າ: ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ​ທ່ານ​ພ້ອມ​ກັບພັນ​ລະ​ຍາ.

        ສ່ວນ​ທ່ານ​ ຫງວຽນ​ວັນ​ແຕ້​ວ, ຊາວ ຫວຽດນາມ ​ອາ​ໄສ​ຢູ່ ​ໄທ, ​ເຊິ່ງ​ແມ່ນ​ທ່ານ​ຜູ້​ຟັງທີ່​ສະໜິດສະໜົມ​ຂອງ​ລາຍການ, ນອກຈາກ​ນັ້ນ, ທ່ານ​ຍັງ​ປະກອບ​ຄຳ​ເຫັນ​ກັບ​ລາຍການ​ເປັນ​ປະຈຳ. ​ໃນ​ອີ​​ແມວ ຄັ້ງ​ຫຼ້າ​ສຸດ, ທ່າ​ນ​ໄດ້​ຝາກ​ຄຳ​ອວຍພອນ​ເຖິງ​ແມ່ຍິງ​ທຸກ​ຄົນ​ເນື່ອງ​​ໃນ​ໂອກາດ​ວັນ​ແມ່ຍິງ​ສາກົນ 8/3 ດ້ວຍ​ເນື້ອ​ໃນ​ວ່າ: ຂໍ​ອວຍພອນ​ໃຫ້​ພວກ​​ແມ່, ​ເອື້ອຍນ້ອງ ​ແມ່ຍິງຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ ​ແລະ ມີ​ຄວາມ​ຜາ​ສຸກ​ພ້ອມ​ກັບ​ຄອບຄົວ.

ຄັດສະເໜີເນື້ອໃນຈົດໝາຍທີ່ທ່ານຜູ້ຟັງຝາກມາລາຍການໃນອາທິດຜ່ານມາ - ảnh 1

ພາບປະກອບ

        ນ​ອກນັ້ນ, ທ່ານ ​ແຕ້​ວ ຍັງ​ທົບ​ທວນຄືນ​ນັກ​ວິລະ​ຊົນ​ຍິງ ຂອງ​ຊາດ ຫວຽດນາມ​ບາງ​ຄົນ ​ແລະ ສະ​ແດງ​ຄວາມ​ຮູ້​ບູນ​ຄຸນ​ຢ່າງ​ເລິກ​ເຊິ່ງ​ເຖິງ​ບັນດາ​ນັກ​ວິລະ​ຊົນ​ຍິງ​ນີ້, ທ່ານ​ໄດ້​ຂຽນ​ວ່າ: ຜ່ານ​ສົງຄາມຄັ້ງ​ຕ່າງໆ, ​ໄດ້​ປະກົດ​ຕົວ​ບັນດາ​ນັກ​ວິລະ​ຊົນ​ຍິງຄື: ຫງວຽນ​ທິມິ​ງຄາຍ (Nguyễn Thị Minh Khai), ຫວໍ​ທິ​ເຊົ໋າ ( Võ Thị Sáu), ມາກ​ທິ​ເບືອ​ຍ (Mạc Thị Bưởi), ຕະທິກຽວ (Tạ Thị Kiều), ຄານ​ລິກ (Kan Lịch), ​ເລ​ທິຮົ່ງ​ເງີ໋ມ (Lê Thị Hồng Gấm). ​ໃນ​ສົງຄາມ​ກັບ ອາ​ເມ​ລິ​ກາ, ຂ້າພະ​ເຈົ້າ​​ເຄົາລົບ​ນັບຖື​ທະຫານ​ລາດ​ຍິງ​ຄື: ຫງວຽນ​ທິມຸ້ນ (Nguyễn Thị Mụn) ບ້ານ​ເກີ​ດ​ເມືອງ​ນອນ​ຢູ່ ກວາງ​ບີ່​ງ, ຫງວຽນ​ທິ​ເຮື່ອ​ງ (Nguyễn Thị Hường) ຈັບ​ຕົວ​ນັກ​ບິນ ອາ​ເມ​ລິ​ກາ ດ້ວຍກ່ຽວ ​ແລະ ​ເອື້ອຍ ຫງວຽນ​ທິກິມ​ລາຍ (Nguyễn Thị Kim Lai) ​ໃນ​ຮູບ​ຖ່າຍມີ​ພຽງ​ຜູ້​ໜຶ່ງ​ພາ​ຕົວ​ນັກ​ບິນ ອາ​ເມ​ລິ​ກາ ກັບ​ເມືອ​ບ່ອນ​ກັກ​ຂັງ, ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ນັ້ນ​ແມ່ນ ນັກ​ບິນ ອາ​ເມ​ລິ​ກາ ຄົນ​ນັ້ນ, ​ເມື່ອກັບ​ມາ ຫວຽດນາມ ​ໄດ້ ຂໍ​ພົບ​ປະ​ກັບ​ທະຫານ​ລາດ​ຍິງ​ຄົນ​ນັ້ນ, ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ ​ເຂົາ​ເຈົ້າ​ຍອມ​ຈຳນົນ​ບັນດາ​ແມ່ຍິງ ຫວຽດນາມ. ຄື​ແບບຢ່າງ​ຂອງ​ທ່ານ​ນາງ ຫງວຽນ​ທິບີ່​ງ, ​ເຄີຍ​ເປັນ​ຫົວໜ້າ​ຄະນະ​ແນວ​ໂຮມ​ປົດປ່ອຍ​ພາກ​ໃຕ້ ຫວຽດນາມ, ລັດຖະບານ​ປະຕິວັດ​ຊົ່ວ​ຄາວ ສ. ພາກ​ໃຕ້ ຫວຽດນາມ. ພວກ​​ເອື້ອຍ, ​ພວກແມ່ ຫວຽດນາມ ນັ້ນ ລ້ວນ​ແຕ່​ແມ່ນ​ແບບ​ຢ່າງ​ທີ່​ດີ​ເດັ່ນ, ບໍ່​ຫວາດ​ຫວັ່ນ​ຕໍ່​ຄວາມ​ຫຍຸ້ງຍາກ​ລຳບາກ. ​ໃນ​ໄລຍະ​ສັນຕິພາບ​ຄື​ປະຈຸ​ບັນ​ນີ້ , ​ແມ່ຍິງ ຫວຽດນາມ ກວມ 51% ກຳລັງ​ແຮງ​ງານ, ​ເຂົາ​ເຈົ້າ​ສວມ​ບົດບາດ​ຕົ້ນ​ຕໍ່​ໃນ​ວຽກ​ງານ​​ໃນ​ຄອບຄົວ, ​ເຖິງ​ວ່າ​ປະສົບ​ກັບ​ຄວາມ​ຫຍຸ້ງຍາ​ກຫຼາຍ​ຢ່າງ​ກໍ່ຕາມແຕ່​ແມ່ຍິງ ຫວຽດນາມ​ ຍາມ​ໃດ​ກໍ່​ເປັນຈິດ​ໜຶ່ງ​ໃຈ​ດຽວ, ຮັກ​​ແພງ​ຜົວ ​ແລະ ລູກ​ເຕົ້າ. ສະມາ​ຊິກ​ສະພາ​ແຫ່ງ​ຊາ​ດ ​ຫວຽດນາມ ແມ່ນ​ແມ່ຍິງ​ກວມ 27,3% ​ແລະ ສະຫະ​ປະຊາ​ຊາດ​ໄດ້ຕີ​ລາຄາ​ວ່າ: ​ແມ່ຍິງ ຫວຽດນາມ ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ທາງ​ດ້ານ​ການ​ເມືອງ​ສູງ​ສຸດ​ໃນ​​ໂລກ. ​ແມ່ຍິງ ຫວຽດນາມ ​ໄດ້​ຮັບ​ການ​ເຊີດ​ຊູ​ແມ່ນ​ນັກ​ວິລະ​ຊົນ, ລຸງ​ໂຮ່ມອບ​ໃຫ້​ນາມມະຍົດ​ທີ່​ວ່າ: ນັກ​ວິລະ​ຊົນ, ບໍ່​ຍອມ​ຈຳນົນ, ​ຈົ່ງ​ຮັກ​ພັກດີ, ສື່​ຊັດ, ​ເຮັດ​ວຽກ​ບ້ານ​ກໍ່​ເຮືອງ ​ເຮັດ​ວຽກ​ເມືອງ​ກໍ່​ດີ.

        ຂໍ​ຂອບ​ໃຈ​ທ່ານ ຫງວຽນ​ວັນ​ແຕ້​ວ ທີ່​ໄດ້​ຝາກ​ອີ​ແມວ, ຈົດໝາຍ ມາ​ໃຫ້​ພວກ​ເຮົາ​ເປັນ​ປະຈຳ. ຜ່ານ​ອີ​ແມວ​ຂອງ​ທ່ານ​, ພວ​ກ​ເຮົາ​ມີ​ຄວາມ​ນັບຖື​ຕໍ່ການ​ຮຳ່ຮຽນ​ເອົາ​ບົດ​ຮຽນ​ຢ່າງ​ບໍ່​ຢຸດ​ຢັ້ງ​ຂອງ​ທ່ານ. ​ເຖິງ​ວ່າ ​ໄດ້​ເຕີບ​ໃຫຍ່ ​ແລະ ດຳລົງ​ຊີວິດ​ຢູ່​ເມືອງ ​ໄທ ມາ​ເປັນ​ເວລາ​ກ່ວາ 50 ປີ​ແລ້ວກໍ່ຕາມ ​ແຕ່​ຍາ​ມ​ໃດ​ທ່ານ​ກໍ່​ອວາຍ​ໜ້າ​ເມືອ​ຫາ​ກົກ​ເຂົ້າ​ເຫົ້ງາ​ກໍ່, ບັນດາ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບປະ​ເທ​ດຊາດ​ຍາມ​ໃດ​ກໍ່​ແມ່ນ​ອາຫານ​ດ້ານ​ຈິດ​ໃຈທີ່​ຂາດ​ບໍ່​ໄດ້​ສຳລັບ​ທ່ານ.

        ​​ໃນ​ລາຍການ ​ໂອ້​ລົມ​ກັບ​ເພື່ອນ​ລາວ ມື້​ນີ້, ພວກ​ເຮົາ​ຂໍ​ອວຍພອນ​ໃຫ້​ທ່ານ ຫງວຽນ​ວັນ​ແຕ້​ວ ທີ່​ໄດ້​ຮັບ​ຂອງຂວັນ​ຈາກ​ລາຍການ ​ແມ່ນ​ເສື້ອ​ຢືດ​ຜືນໜຶ່ງ​ທີ່​ມີ logo ຂອງ VOV5 ຍ້ອນ​ທ່ານ​ໄດ້​ຕອບ​ຄຳ​ຖາມ​ຂອງ​ລາຍການ​ຖືກຕ້ອງ. ​ແລະພວກ​ເຮົາ​ຈະ​ຕັ້ງ​ຄຳ​ຖາມ​ໃນ​ເດ​ືອນ 3 ນີ້, ທ່ານ​ຜູ້​ຟັງ​ຈົ່ງ​ກະກຽມ​ປີກ ​ແລະ ​ເຈ້ຍ​ເພື່ອ​ຈົດ​ຄຳ​ຖາມ​ຂອງ​ພວກ​ເຮົາ​ແດ່. ຄຳ​ຖາມ​ຂອງ​ພວກ​ເຮົາ​ມີ​ເນື້ອ​ໃນ​ດັ່ງ​ຕໍ່​ໄປ​ນີ້: ​ຄື​ພວກ​ເຮົາ​ໄດ້​ຮູ້​ນຳ​ກັນ​ແລ້ວວ່າ, ວັນ​ທີ 8/3 ​ແມ່ນ​ວັນ​ແມ່ຍິງ ສາກົນ ​ແຕ່​ວັນ​ທີ ​​ໃດ, ​ເດືອນ​ໃດ​ແມ່ນ​ວັນ​ແມ່​ຍິງ ຫວຽດນາມ?

ທ່ານ​ຜູ້​ຟັງ​, ຜູ້ອ່ານສາມາ​ດ​ເລືອກ​ເຟັ້ນ​ເອົາໜຶ່ງ​ໃນ 3 ຄຳ​ຕອບ​ຢູ່​ລຸ່ມນີ້:

-        ວັນ​ທີ 20/10

-        ວັນ​ທີ 20/11

-        ວັນ​ທີ 20/12

ຕອບ​ຄຳ​ຖາມ​ ​ແລະ ຝາກ​ໃຫ້​ພວກ​ເຮົາ ຜ່ານ​ອີ​ແມວ: laovov@yahoo.com ຫຼື ຈ່າໜ້າ​ຊ່ອງ​ວ່າ: ພາກ​ພາສາ​ລາວ, ​ເຮືອນ​​ເລກທີ 45 ຖະໜົນ​ບ່າ​ຈ້ຽວ, ຮ່າ​ໂນ້ຍ. ທ່ານ​ສາມາດ​ອ່ານ​ຄຳ​ຖາມ​ຄືນ ຫຼື ຕອບ​ຜ່ານ​ແວບ​ໄຊ​ຂອງ​ລາຍການ vovworld.vn.


ຕອບກັບ

ຂ່າວ/ບົດ​ອື່ນ