ຄຳຄິດຄຳເຫັນຂອງທ່ານຜູ້ອ່ານຝາກມາລາຍການໃນອາທິດຜ່ານມາ

ອາທິດ​ທີ່​ຜ່ານ​ມາ, ພາກ​ພາສາ​ລາວ​ວິທະຍຸ​ກະຈາຍ​ສຽງ​ຫວຽດນາມ ​ໄດ້​ຮັບ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ຜູ້​ຟັງ​ຫຼາຍ​ທ່ານກ່ຽວ​ກັບ​​​ເວັບ​ໄຊ vovworld.vn. ມື້​ນີ້, ​ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ບາງ​ຄວາມ​ເຫັນ​ຂອງ​ທ່ານ​ຜູ້​ຟັງ, ຜູ້​ຊົມ​ທີ່​ເຕື້ອງ​ເຖິງ​ບັນຫາ​ນີ້. ​

ຄຳຄິດຄຳເຫັນຂອງທ່ານຜູ້ອ່ານຝາກມາລາຍການໃນອາທິດຜ່ານມາ - ảnh 1
ເວັບໄຊ ດ້ວຍ 12 ພາສາຂອງວິທະຍຸກະຈາຍສຽງຫວຽດນາມ

ໂດຍມີ​ໄລຍະ​ໜຶ່ງທີ່​​ໄດ້ຮຳ່ຮຽນ​ຢູ່​ນະຄອນຫຼວງ ຮ່າ​ໂນ້ຍ, ນາງ ​ແສງ​ອາ​ລຸນ ດີ​ໃຈ​ທີ່​ສຸດ​ເມື່ອ​ໄດ້​ຮັບ​ຊົມ​​ພາບ​ສາລະ​ຄະດີ ກ່ຽວ​ກັບ​ຄວາມ​ງາມ​ຂອງ​ຮ່າ​ໂນ້ຍ ​ໃນ​​ອາທິດ​ຜ່ານ​ມາ. ນາງ​ໃຫ້​ຮູ້​ວ່າ: ​“ແຕ່​ກ່ອນ, ຂ້າພະ​ເຈົ້າ​ແມ່ນ​ນັກ​ສຶກສາ​ຮຽນ​ມະຫາວິທະຍາ​ໄລ​ແພ​ດ​ສາດ​ຮ່າ​ໂນ້ຍ, ດັ່ງ​ນັ້ນ​ຈຶ່ງ​ມີ​ໂອກາດ​ໄດ້​ດຳ​ລົງ​ຊີວິດ​ ​ແລະ ຮ່ຳຮຽນຫຼາຍ​ປີຢູ່​ຮ່າ​ໂນ້ຍ, ​ແລະ ມີ​ອະນຸສອນ​ຫຼາຍ​ຢ່າງ​ກ່ຽວ​ກັບ​ເຂດ​ດິນ​ແດນ​ ​ແລະ ຊາວ​ຮ່າ​ໂນ້ຍ. ​ໄລຍະ​ຜ່ານ​ມາ, ​ເມື່ອ​ໄດ້​ຮັບ​ຊົມ​ພາບ​ສາລະ​ຄະດີ​ກ່ຽວ​ກັບຄວາມ​ງາມຂອງ​ຮ່າ​ໂນ້ຍ​ໃນ​ຍາມ​ທ້າຍ​ລະດູບານ​ໃໝ່​ຂອງ​ພາກ​ພາສາ​ລາວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ, ຍິ່ງ​ເຮັດ​ໃຫ້​ຂ້າພະ​ເຈົ້າຄິດ​ຮອດ​ຄິດ​ເຖິງ​ອະນຸສອນ​ໄລຍະ​ເວລາ​ທີ່​ດຳລົງ​ຊີວິ​ດຢູ່ ຮ່າ​ໂນ້ຍຫຼາຍ. ຂອບ​ໃຈ​ພວກ​ເພື່ອ​ນທີ່​​ໄດ້ນຳ​​ເອົາຮູບ​ພາບ​ຫຼາຍ​ຢ່າງກ່ຽວ​ກັບ​ ຫວຽດນາມ ມາ​ໃຫ້​​ພວກ​ຂ້າພະ​ເຈົ້າ​ໄດ້​ຮັບ​ຊົມ.

ສ່ວນ​ເພື່ອ​ນ ອຸດອນ ສອນ​ສຸ​ລິດ, ພວມ​ຮຽນ​​ປະລິຍາ​ໂທ ຢູ່​ມະຫາວິທະຍາ​ໄລ​ວັດທະນະ​ທຳ​ຮ່າ​ໂນ້ຍ, ຜູ້​ທີ່​ເຄີຍ​ເຂົ້າ​ເວັບ​ໄຊ vovworld.vn ​ເພື່ອ​ຮັບ​ຟັງ ​ແລະ ຮັບຊົມ​ບັນດາ​ລາຍການ​ພາກ​ພາສາ​ຕ່າງປະ​ເທດ, ພິ​ເສດ​ແມ່ນ​ພາສາ​ລາວ ​ເປັນ​ປະຈຳ​ຈຶ່ງ​ໄດ້ມີຄວາມ​ເຫັນ​ສະ​ເພາະ​ຂອງ​ຕົນ​ວ່າ:

​ແຕ່​ດົນ​ນານ​ມາ​ແລ້ວ, ​ເພື່ອນ ​ເພັດ​ສະຫວັນ ສີຊານົນ, ຫົວໜ້າ​ຫ້ອງການ​ອະນຸສອນ​ສະຖານ ​ໄກສອນ ພົມ​ວິຫານ ​ແຂວງ ອັດ​ຕະປື ​ໄດ້​ກາຍ​ເປັນ​ເພື່ອ​ນມິ​ດທີ່​ສະໜິດສະໜົມ​ຂອງ​ລາຍການ. ​ໄລຍະ​ກ່ອນ, ​​ເມື່ອ​ບໍ່​ທັນ​ມີ​ເວັບ​ໄຊ vovworld.vn, ​ເພື່ອນ​ເຄີຍຕິດຕາມ​ຮັບ​ຟັງລາຍການ​ພາກ​ພາ​ສາລາ​ວຂອງ​ພວກ​ເຮົາ​​ທາງ​ວິທະຍຸ ​ແລະ ສົ່ງ​ຈົດໝາຍ ຫຼື ​ໂທລະສັບ​​ປະ​ກອບ​ຄຳ​ເຫັນ​ມາ​ຍັງ​ລາຍການ. ​ແຕ່​ປະຈຸ​ບັນ, ​ທ່ານ ​ເພັດ​ສະຫວັນ ສິສະນົນ ສາມາດ​ຮັບ​ຊົມ, ອ່ານ, ຮັບ​ຟັງ ​ແລະ ສົ່ງ​ຄຳ​ຄິດ​ຄຳ​ເຫັນ​ຕອບ​ກັບ​ໂດຍ​ກົງ​ໃນ​​ເວັບ​ໄຊ​ຂອງ​ພວກ​ເຮົາ​ໄດ້. ​ໃນ​ຈົດໝາຍຝາກ​ມາລາຍການ​ໃນ​ອາທິດ​​ແລ້ວ​ນີ້, ​ເພື່ອນ​ໄດ້​ຂຽນວ່າ:“​ໄລຍະ​ຜ່ານ​ມາ, ວິທະຍຸ​ກະຈາຍສຽງ​ຫວຽດນາມ​ ​ໄດ້​ເຮັດ​ທຸກ​ສິ່ງ​ທຸກ​ຢ່າງ ​ເພື່ອ​ສ້າງ​ເງື່ອນ​ໄຂ ອຳນວຍ​ຄວາມ​ສະດວກ​ໃຫ້​ແກ່​ທ່ານ​ຜູ້​ຟັງ ​ແລະ ຜູ້​ອ່ານ​ໄດ້​ຕິດຕາມ​ຂ່າວ​ຄາວ​ທີ່​ໃໝ່​ສຸດ​ຂອງ​ຫວຽດນາມ. ຜ່ານ​​ເວັບ​ໄຊດ້ວຍ 12 ພາສາ​ຂອງ​ພວກ​ເພື່ອນ, ພວກ​ຂ້າພະ​ເຈົ້າ​ໄດ້​ມີ​ຄວາມ​ເຂົ້າ​ໃຈແຈ້ງ​ກ່ວາ​ກ່ຽວ​ກັບປະ​ເທດ​ຫວຽດນາມ. ຂອບ​ໃຈ​ພວກ​ເພື່ອນ​ຫຼາຍ ​ແລະ ຫວັງ​ວ່າ​ໄລຍະ​ຕໍ່​ໄປ​ພວກ​ເພື່ອ​ນຈະ​ສືບ​ຕໍ່ເສີມ​ຂະຫຍາຍ​​ເພື່ອ​ຈັດລາຍການ​ໃຫ້​ນັບ​ມື້​ນັບ​ດີ​ກ່ວາ​ອີກ” . ນອກ​ຈາກ​ພາກ​ພາສາ​ລາວ, ​ເພື່ອນ ​ເພັດ​ສະຫວັນ ສີສະ​ນົນ ຍັງ​ອ່ານ​ລາຍການ​ພາສາ​ອັງກິດ, ພາສາ​ຫວຽດນາມ ​ແລະ ພາສາ​ໄທ​ອີກ.
ຄຳຄິດຄຳເຫັນຂອງທ່ານຜູ້ອ່ານຝາກມາລາຍການໃນອາທິດຜ່ານມາ - ảnh 2
ຈົດໝາຍຂອງທ່ານຜູ້ຟັງຝາກມາລາຍການ

ສ່ວນທ່ານ ອິນປັນ ພິມທິສານ ປະຈຸບັນເປັນພະນັກງານຂອງພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງອັດຕະປື
​ໄດ້​ສະ​ແດງ​ຄວາມ​ພາກ​ພຸມ​ໃຈ​ ຕໍ່ການຊ່ວຍເຫຼືອຂອງ vov5 ທີ່ມີຕໍ່ວິທະຍຸແຫ່ງຊາດ ລາວ ແລະຫວັງວ່າທາງວິທະຍຸ vov5 ຈະສືບຕໍ່ຮັກສາມູນເຊື້ອສາມັກຄີພິເສດ ຂອງພວກເຮົາໄວ້ ຍືນນານຕະຫລອດໄປ.

 ພວກ​ເຮົາພາກ​ພຸມ​ໃນ​ທີ່​ສຸດ ​ເມື່ອ​ໄດ້​ຮັບ​ຄຳຄິດ​ຄຳ​ເຫັນ​ປະກອບ​ຈາກພວກເພື່ອນ: ​ແສງ​ອາ​ລຸນ, ອຸດອນ, ​ເພັດ​ສະຫວັນ, ອິນ​ປັນ, ຂໍ​ຂອບ​ອົກ​ຂອບ​ໃຈ​ພວກ​ເພື່ອນ​ຫຼາຍ. ນອກ​ຈາກ​ສົ່ງ​ຂໍ້​ມູນ​ຂ່າວ​​ໃຫ້​ພວກ​ເຮົາ​ທາງ​ໄປສະນີ, ​ໂທລະສັບ​ແລ້ວ, ພວກ​ເພ​ື່ອນຍັງສາມາດ​ສົ່ງ​ຈົດໝາຍ​ຕອບ​ກັບ​ໃນ​​ເວັບ​ໄຊ ຂອງ​ພວກ​ເຮົາກໍ່​ໄດ້. ຫວັງ​ວ່າ, ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ຜູ້​ຟັງ, ຜູ້​ອ່ານ​ຈະ​ສືບ​ຕໍ່​ຕິດຕາມ​ລາຍການ​ຂອງ​ພວກ​ເຮົາ​ເປັນ​ປະຈຳ ​ແລະ ສົ່ງ​ຈົດໝາຍ​ຕອບ​ກັບ​ມາ​ຍັງ​ລາຍການ ​ເພື່ອ​ໃຫ້​ລາຍການ​ຂອງ​ພວກ​ເຮົາ​ນັບ​ມື້​ນັບ​ດີ​ກ່ວາ​ເກົ່າ. ທ່ານ​ຜູ້​ຟັງ​, ຜູ້ອ່ານທີ່​ເຄົາລົບ, ລາຍການ “​ໂອ້​ລົມ​ກັບ​ເພື່ອນ​ລາວ” ຂອງ​ພວກ​ເຮົາ​ໄດ້​ສິ້ນ​ສຸດ​ລົງ​ພຽງເທ່ົາ​ນີ້, ທ່ານ​ຜູ້​ຟັງ​ສາມາດ​ອ່ານ​ຄືນ, ​ທຸກໆ​ລາຍການ​ຂອງ​ພາກ​ພາສາ​ລາວ​ໃນ​​ເວັບ​ໄຊ vovworld.vn. ຫຼື​ພວກ​ເພື່ອນ​ສາ​ມາດ​ຝາກຈົດໝາຍ ​ມາ​ຍັງ​ລາຍການ​ໂດຍ​ຈ່າ​ໜ້າ​ຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ກໍ​ຄື​ໂທລະສັບ​ໂດຍ​ກົງ​​ເຖິງ​ພວ​ກ​ເຮົາ​ຕາມ​ເບີ​ໂທ 0084​.43.8256631. ຂໍ​ຂອບ​ໃຈ.

ຕອບກັບ

inpan phimthisan

ຂ້າພະເຈົ້າ,ອິນປັນ ພິມທິສານ ປະຈຸບັນເປັນພະນັກງານຂອງພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງອັດຕະປື(ບໍ່ແມ່ນພະນັກງານວິທະຍຸກະຈ່າຍສຽງແຫ່ງຊາດລາວ ຕາມຄຳຕອບຂອບໃຈ ຂອງເພື່ອນວິທະຍຸ vov5 ດອກ)

ເພັດສະຫວັນ ສີຊານົນ

ຕໍບັນຫາເນື້ອໃນບົດຕອບຄຳຄິດຄຳເຫັນຂອງທ່ານຜູ້ຟັງວິທະຍຸກະຈ່າຍສຽງພາກພາສາລາວຂອງຫວຽດນາມ ໃນວັນທີ 9/5/2012 ຂ້າພະເຈົ້າຂໍສະແດງຄວາມເຫັນດີຢ່າງເປັນເອກະພາບນຳ,ແຕ່ ຂໍໃຫ້ທ່ານແປງນາມສະກຸນທີ່ວ່າ ສີສະນົນໃຫ້ມາເປັນ ສີຊານົນນີ້ແມ່ນນາມສະກຸນແທ້ໃນພາລາວຂອງຂ້າພະເຈົ້າ.ຂໍຂອບໃຈຢ່າງສູງ

ຂ່າວ/ບົດ​ອື່ນ