ງານພົບປະແລກປ່ຽນວັດທະນະທຳລະຫວ່າງບັນດາປະເທດອາຊຽນ

(vovworld) – ໃນ​ອາທິດ​ຜ່ານ​ມາ, ພາກ​ພາສາ​ລາວ ວິທະຍຸ​ກະຈາຍສຽງ ຫວຽດນາມ ​ໄດ້​ຮັບ​ຈົດໝາຍ, ອີ​ແມວ, ​ ໂທລະສັບຈາກ​ທ່ານ​ຜູ້​ຟັງ​ລາວ ​ຫຼາຍ​ທ່ານ. ໃນ​ລາຍ​ການ​ໂອ້​ລົມກັບ​ເພື່ອ​ນລາວ​ພາກນີ້, ພວກ​ຂ້າພະ​ເຈົ້າຂໍ​ຄັດ​ສະ​ເໜີບາງ​ຄຳ​ເຫັນ​ ​ແລະ ຕອບ​ຈົດໝາຍ, ອີ​ແມວເຊິ່ງທ່ານ​ຜູ້​ຟັງ​​ໄດ້ຝາກ​ມາ​ລາຍການ. ​

        ເພື່ອນ ດາ​ລາ​ວັນ ສີ​ຫາ​ລາດ, ແຂວງ ຫົວ​ພັນ ສົ່ງອີ​ແມວ​ມາຍັງລາ​ຍການ​ໂດຍໃຫ້​ຮູ້​ວ່າ: ຂ້າ​ພະ​ເຈົ້າ​ຕິດ​ຕາມບັນ​ດາ​ລາຍ​ການ​ພາກ​ພາ​ສາ​ລາວ​ຜ່ານ​ວິ​ທະ​ຍຸ​ກະ​ຈາຍ​ສຽງຫວຽດນາມ ແລະ ເວັບ​ໄຊ ເປັນ​ປະ​ຈຳ ​ແລະ ​ເຫັນ​ວ່າຫວ່າງ​ມໍ່ໆ​ມາ​ນີ້, ພວກ​ເພື່ອນ​ໄດ້​ອັບ​ເດັດ​ບັນ​ດາ​ພາບ​ກ່ຽວ​ກັບເຫດ​ການ​ໃໝ່ໆ ຄື​ງານ​ວາງ​ສະ​ແດງ​ຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ ແລະ ໂລກ. ຜ່ານນັ້ນ​​ໄດ້ຊ່ວຍ​ຂ້າ​ພະ​ເຈົ້າມີ​ຄວາມ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ບັນ​ດາ​ການ​ເຄື່ອນ​ໄຫວ​ທີ່​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ຫວຽດ​ນາມ.

ງານພົບປະແລກປ່ຽນວັດທະນະທຳລະຫວ່າງບັນດາປະເທດອາຊຽນ  - ảnh 1

      ເພື່ອນ​ບູນ​ທະ​ວີ, ອິນ​ທະ​ວົງ, ຢູ່​ນະ​ຄອນ​ຫຼວງວຽງ​ຈັນ ໄດ້ສົ່ງອີ​ແມວ​ມາຍັງລາ​ຍການ​ໂດຍຖາມ​ວ່າ: ຜ່ານ​ພາບ​ສາ​ລະ​ຄະ​ດີ​ທີ່ກ່ຽວ​ກັ​ບ​​ງານ​​ບຸນໂຄ​ສະ​ນາການ​ທ່ອງ​ທ່ຽວ, ຮູບ​ພາບ​ປະ​ເທດ​ ຊາດ ​ແລະ ປະຊາຊົນບັນ​ດາ​ປະ​ເທດ​ອາ​ຊຽນ, ເຊິ່ງ​ໄດ້​ຈັດ​ຂຶ້ນ​ຢູ່​ບ້ານ​ວັດ​ທະ​ນະ​ທຳ - ທ່ອງ​ທ່ຽວ​ຊົນ​ເຜົ່າ​ຫວຽດ​ນາມ ​ໃນໝູ່ບ້ານດົ່ງ​ໂມ, ຮ່າ​ໂນ້ຍ ນັ້ນ, ​ຂ້າ​ພະ​ເຈົ້າ​ເຫັນ​ວ່າຝ່າຍ​ລາວກໍ່​ເຂົ້າ​ຮ່ວມ. ຂ້າ​ພະ​ເຈົ້າ​ຢາກ​ຮູ້​ວ່າ, ບັນ​ດາ​ຜູ້​ຊົມ​ໄດ້​ຕີ​ລາ​ຄາ​ຄື​ແນວ​ໃດກ່ຽວ​ກັບວາດ​ຟ້ອນ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ລາວ?


ງານພົບປະແລກປ່ຽນວັດທະນະທຳລະຫວ່າງບັນດາປະເທດອາຊຽນ  - ảnh 2

      ເພື່ອນ​ບູນ​ທະ​ວີ, ອິນ​ທະ​ວົງທີ່​ຮັກ​ແພງ, ວັນ​ທີ 02/11 ຜ່ານ​ມາ, ຢູ່ບ້ານ​ວັດ​ທະ​ນະ​ທຳ - ທ່ອງ​ທ່ຽວ​ຊົນ​ເຜົ່າ​ຫວຽດ​ນາມ, ຢູ່​ໝູ່ບ້ານ​ດົ່ງ​ໂມ, ຮ່າ​ໂນ້ຍ ໄດ້ດຳ​ເນີນ​ງານ​ພົບ​ປະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ອາ​ຊຽນ ດ້ວຍ​ຫົວ​ຂໍ້​ວ່າ “ຊຸມ​ມື​້ມະ​ຫາ​ສາ​ມັກ​ຄີ​ອາ​ຊຽນ - ວິ​ໄສ​ທັດ​ດຽວ, ສີ​ສັນ​ດຽວ, ປະ​ຊາ​ຄົມ​ດຽວ”. ໃນ​ນັ້ນ​ໄດ້​ຈັດ​ງານ​ບຸນໂຄ​ສະ​ນາການ​ທ່ອງ​ທ່ຽວ, ຮູບ​ພາບ​ປະ​ເທດ​ຊາດ ແລະ ປະຊາຊົນ​ບັນ​ດາ​ປະ​ເທດ​ອາ​ຊຽນ. ເຂົ້າ​ຮ່ວມ​ງານ​ບຸນ​ມີ​ບັນ​ດາ​ປະ​ເທດ​: ລາວ, ກຳ​ປູ​ເຈຍ, ຫວຽດ​ນາມ, ມາ​ເລ​ເຊຍ, ໄທ… ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ​​ໄດ້​ສະ​ແດງບັນ​ດາລ​າຍ​ການ​​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຕົນ ກໍ່​ຄື​ແນະ​ນຳ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ມີ​ຊື່​ສຽງ, ວັດ​ທະ​ນະ​ທຳ, ອາ​ຫານ​ພື້ນ​ເມືອງ… ​ຂອງ​ປະ​ເທດ​ຕົນ. ເຂົ້າ​ຮ່ວມ​ງານ​ບຸນ, ຄະ​ນະ​ຜູ້​ແທນ​ລາວ ໄດ້​ສະ​ແດງຟ້ອນ​ແຄນ. ເພື່ອນ ສອນ​ໄຈ ຢາ​ທໍ່​ຕູ, ພວມ​ຮ່ຳ​ຮຽນ​ຢູ່​ໂຮງ​ຮຽນ​ມິດ​ຕະ​ພາບ T80, ແມ່ນ​​ຜູ້​ທີ່​​ເຂົ້າຮ່ວມ​ລາຍ​ການ​ສະ​ແດງ​ຟ້ອນ​ແ​ຄນ​ໃຫ້​ຮູ້​ວ່າ.

     “ພວກ​ຂ້າພະ​ເຈົ້າ​ຢາກ​ແນະນຳ​ເຖິງ​ເພື່ອນ​ມິດສາ​ກົນ​ກ່ຽວ​ກັບປະ​ເທດ​ລາວ, ​ເຊິ່ງ​ເປັນ​ປະ​ເທດ​ທີ່​ມີ​ຮີດຄອງ​ປະ​ເພ​ນີ້ພິ​ເສດຫຼາຍ​ຢ່າງ, ​ໃນ​ນັ້ນ​ມີ​ຟ້ອນ​ແຄນລາວ, ສຽງ​ແຄນ​ລາວ ​ໄດ້​ເປັນ​ສັນຍາ​ລັກ​ໃຫ້​ແກ່​ຄວາມ​ສາມັກຄີ​ຂອງ​ປະຊາຊົນ.”

      ພາຍ​ຫຼັງ​ຮັບ​ຊົມ​ລາຍ​ການ​ຟ້ອນ​​ແຄນ. ອ້າຍ ຄ໋ວດຕຽນ​ຄວາ ແລະ ທ່ານ​ນາງ Diana, ຊາວ​ມາ​ເລ​ເຊີຍ ໃຫ້​ຂໍ້​ສັງ​ເກດ​ວ່າ.

   “ຜ່ານການ​ນຸງ​ຖື​ຂອງ​ລາວ, ຂ້າ​ພະ​ເຈົ້າ​ເຫັນ​ວ່າ, ມັນ​ຄ້າຍ​ຄື​ກັບ​ການ​ນຸງ​ຖື​ຂອງ​ບາງ​ຊົນ​ເຜົ່າ​ຢູ່​ຫວຽດ​ນາມ, ຕົວຢ່າງ​ຄືຊົນ​ເຜົ່າມົງ​. ຂ້າ​ພະ​ເຈົ້າ​ມີ​ຄວາມ​ປະ​ທັບ​ໃຈ​​ຕໍ່​ການ​ນຸ່ງ​ຖື ​ແລະ ຮູ້ສຶກມີ​ຄວາມ​ໃກ້ຊິດສະ​ໜິດ​ສະ​ໜົມກັບ​ເພື່ອນ​ລາວ​ຫຼາຍ​”.

        “ຂ້າ​ພະ​ເຈົ້າ​ເຫັນ​ວ່າວ​າດ​ຟ້ອ​ນ​ຂອງ​ລາວ​ອ່ອນ​ຊ້ອນ ​ແລະ ງາມ​ຫຼາຍ. ດ້ວຍ​ກິລິຍາ​ທ່າ​ທາງ​ທີ່​ເປັນ​ເອກະລັກ​ສະ​ເພາະ, ຕ່າງ​ກັບ​ວາດຟ້ອນ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ມາ​ເລ​ເຊຍ, ຂ້າ​ພະ​ເຈົ້າ​ມັກ​ວາດ​ຟ້ອນນີ້. ນອກ​ນັ້ນ, ​ເຄື່ອງ​ນຸງ​ຂອງ​ເຂົ້າ​ເຈົ້າ​ກໍ່​ງາມ​ຫຼາຍ.”

      ທ່ານ​ນາງ ທອງ​ມີ ດວນ​ສັກ​ດາ, ຮອງທີ່​ປຶກສາ​ຝ່າຍ​ສຶກສາ - ວັດທະ​ນະ​ທຳ ສະ​ຖານ​ທູດ​ລາວ​ປະ​ຈຳ​ຫວຽດ​ນາມ ກໍ່​ໃຫ້​ຮູ້​ວ່າ.

    “ເຂົ້າ​ຮ່ວມ​ງານ​ບຸນນີ້,  ສະຖານທູດ​ລາວ​ປະຈຳ​ຫວຽດນາມ ​ຢາກ​ແນະນຳ​ເຖິງ​ເພື່ອນ​ມິດສາ​ກົນ​ກ່ຽວ​ກັບຊຸດ​ອາພອນ​ພື້ນ​ເມືອງຂອງ​ລາວ, ​ແນະນຳພິທີ​ບາ​ສີ​ສູ່​ຂວັນ, ບັນດາ​ເຍື່ອງ​ອາຫານ ກໍ່​ຄື​ແນະນຳ​ກ່ຽວ​ກັບ​ບັນດາ​ສະຖານ​ທີ່​ທ່ອງ​ທ່ຽວ​ຂອງ​ລາວ.”

   ດັ່ງ​ທີ່​ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ເນື້ອ​ໃນຄຳ​ເຫັນ ​ແລະ ຄຳ​ຖາມຂອງ​​ຜູ້ຟັງ​ບາງ​ທ່ານ​ທີ່ຝາກ​ມາລາ​ຍການ​ໃນ​ອາທິດ​ຜ່ານ​ມາ. ຖ້າຫາກ​​ຜູ້​ຟັງ, ຜູ້​ອ່ານ​ທ່ານ​ໃດ​ມີ​ຄວາມສົນ​ໃຈຕໍ່ບັນຫາ​ໃດ​ໜຶ່ງ, ກໍ່ສາ​ມາດ​ຝາກຈົດໝາຍ​ມາ​ຍັງ​ລາຍການ​ພວກ​ເຮົາ​ໄດ້​ເລີຍໂດຍ​ຈ່າໜ້າຊອງ​ວ່າ: ພາກ​ພາສາ​ລາວ, ວິທະຍຸ​ກະຈາຍສຽງ​ຫວຽດນາມ, ​ເຮືອນ​ເລກທີ 45 ​ຖະໜົນ ບ່າ​ຈ້ຽວ, ຮ່າ​ໂນ້ຍ. ຫຼືໂທລະສັບ​ໂດຍ​ກົງ​​ກໍ່​ໄດ້​ຕາມ​ເບີ​ໂທ 0084​.43.8256631 ຫຼື ອີ​ແມວ laovov@yahoo.com, laovov5@gmail.com. ພວກ​ເຮົາ​ຈະ​ຍິນ​ດີ​ຕ້ອນຮັບ ​ແລະ ພ້ອມ​ແລ້ວ​ທີ່​ຈະ​ຕອບ​ສະໜອງ​ຕາມ​ຄວາມ​ປະສົງ​ຂອງ​ທຸກໆ​ທ່ານ.


ຕອບກັບ

ຂ່າວ/ບົດ​ອື່ນ