ຕອບຄຳຖານເຊິ່ງທ່ານຜູ້ຟັງຝາກ ມາລາຍການພາກພາສາລາວ VOV ໃນອາທິດຜ່ານມາ

(vovworld) - ໃນ​ອາທິດ​ຜ່ານ​ມາ, ລາຍການ​ພາສາ​ລາວ VOV ​ໄດ້​ຮັບຈົດໝາຍ, ​ໂທລະສັບ, ​ເອີ​ແນວຂອງ​ທ່ານ​ຜູ້​ຟັງ​ທີ່​ຝາກ​ມາລາ​ຍການ. ​ໃນ​ຈົດໝາຍ​ທ່ານ​ຜູ້​ຟັງ​ມີ​ຄວາມ​ສົນ​ໃຈ​ເຖິງ​ການ​ເຄື່ອນ​ໄຫວ​ບຸນໄຫວ້​ພະຈັນ​ວັນ​ເພງ​ເດືອນ 8 ຂອງເດັກ  (ຕາມ​ຈັນທະ​ປະຕິທິນ​ຫວຽດນາມ), ນອກຈາກ​ນັ້ນ​ທ່ານ​ຜູ້​ຟັງ​ຍັງ​ມີ​ຄວາມ​ສົນ​ໃຈ​ເຖ​ິງລາຍການ​​ເຂົ້າ​ເປັນທະຫານ​ປີ 2013. ​  ​

ຕອບຄຳຖານເຊິ່ງທ່ານຜູ້ຟັງຝາກ ມາລາຍການພາກພາສາລາວ VOV ໃນອາທິດຜ່ານມາ - ảnh 1
(ພາບປະກອບ)

ອ້າ​ຍຫງວຽນວັນ​ຕວຽນ, ​ເປັນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ລາວ ​ໄດ້​ຝາກ​ອີ​ແນວ​ໃຫ້​ລາຍການ​​ໂດຍ​ໃຫ້​ຮູ້​ວ່າ: ວັນ​ທີ 19 ກັນຍາ (ກົງ​ກັບວັນ​ທີ 15 ​ເດືອນ 8 ຕາມ​ຈັນທະ​ປະຕິທິນ​ຫວຽດນາມ) ​ຈະ​ມາ​ເຖິງນີ້ ​ແມ່ນ​ບຸນໄຫວ້​ພະຈັນ​ວັນ​ເພງ​ເດືອນ 8 ຂອງ​ເດັກຫວຽດນາມ. ຄາດ​ວ່າ, ຂ້າພະ​​ເຈົ້າຈະ​ພາ​ລູກ 2 ຄົນ​ຂອງ​ຕົນ​ກັບ​ເມືອ​ຫວຽດນາມ ​ເພື່ອ​ເຂົ້າ​ຮ່ວມ​ວັນ​ບຸນ​ນີ້, ​ແຕ່​ບໍ່​ຮູ້​ວ່າ​ສະຖານ​ທີ່​ໃດ​ຢູ່​ຮ່າ​ໂນ້ຍ ​ໄດ້​ຈັດ​ວັນ​ບຸນ​ນີ້​ໃຫ້​ເດັກນ້ອຍ? ​ແລະ ​ຈະ​ດຳ​ເນີນ​ໄປ​ໃນ​ວັນ​ທີ​ໃດ?

​  ອ້າຍ​ຫງວຽນ​ວັນ​ຕວຽນ ທີ່​ຮັກ​ແພງ, ມີ​ພຽງ 2 ອາມິດ​ເທົ່າ​ນັ້ນ​ແມ່ນ​ຮອດ​ບຸນ​ໄຫວ້ພະຈັນຂອງ​​ເດັກ. ພວກ​​ເຮົາ​ຈະ​ແນະນຳ​ໃຫ້​ອ້າຍ​ບາງ​ສະຖານ​ທີ່ ທີ່​ຈັດ​ງານ​ບຸນ​ໃຫ້​ເດັກນ້ອຍ​ຢູ່​ຮ່າ​ໂນ້ຍ, ​ແນ​ໃສ່​ຊ່ວຍ​ເດັກມີ​ໂອກາດ​ລະຫຼີ້ນ ພ້ອມ​ທັງ​​ເຂົ້າ​ໃຈ​ຕື່ມ​ກ່ຽວ​ກັບ​ວັນ​ບຸນທີ່​ເປັນ​ປະ​ເພ​ນີ​ນີ້.

ສະຖານ​ທີ່​ທຳ​ອິດ​ນັ້ນ​ແມ່ນງານ​ບຸນ “​ໄຫວ້​ພະຈັນ ພ້ອມ​ກັນ​ຄົ້ນ​ຫາ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້” ​ເຊິ່ງ​ໄດ້​ຈັດ​ຂຶ້ນ​ຢູ່​ຫໍພິພິດ​ຕະພັນ​ຊົນ​​ເຜົ່າ, ຢູ່​ຖະໜົນ ຫງວຽນ​ວັນ​ຮວຽນ, ​ເກົ່າ​ເຍີ​ຍ, ຮ່າ​ໂນ້ຍ, ​ເຊິ່ງຈະ​ຈັດ​ຂຶ້ນ​​ແຕ່​ເວລາ: 8 ​ໂມງ - 12 ​ໂມງ ​ແລະ ​ແຕ່ 14 ​ໂມງ- 18​ໂມງ 30 ນາທີ​​ ​ຂອງວັນ​ທີ 14 – 15 ກັນຍາ. ຢູ່​ນີ້​ເດັກ​ໄດ້ຮັບ​ການ​​ແນ​ະນຳ​ເຮັດ​ບັນດາ​ເຄື່ອງ​ຫຼີ້ນ​ໃນ​ວັນ​ບຸນ ຄື: ​ໂຄມ​ໄຟ ​ແລະ ​ແຕ່ງ​ພາ​ໝາກ​ໄມ້​ເຂົ້າໜົມ​ເພື່ອ​ໄຫວ້​ພະ​ຈັນ ​ແລະ ​ເລົ່າ​ກ່ຽວ​ກັບ​ປະຫວັດ​ສາດຂອງ​ວັນ​​ເດັກ.. ນອກຈາກ​ນັ້ນ ພວກ​ນ້ອງ​ຍັງ​ໄດ້​ເຂົ້າ​ຮ່ວມ​ບັນດາ​ການ​ລະ​ຫຼີ້ນພື້ນ​ເມືອງ​ອື່ນ​ອີກ. ຄຽງ​ຂ້າງ​ນັ້ນ, ຢູ່​ພໍ​ພິພິດ​ຕະພັນ ​ພວກ​ນ້ອງກໍ່​ມີ​ໂອກາດ​ຊອກ​ຫາ​ກ່ຽວ​ກັບ​ພື້ນຖານ​ວັດທະນະທຳ​ຂອງ​ບັນດາປະ​ເທດ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຜ່ານ​ລາຍການ​ຟ້ອນ​ພື້ນ​ເມືອງ ​ແລະ ຮັບປະທານ​ອາຫານ.

ໃນ​ລະຫວ່າ​ງວັນ​ທີ 14 – 18 ກັນຍາ, ຢູ່​ສູນ​ວາງສະ​ແດງ ຢາງ​ວໍ (ບາ​ດິ່ງ, ຮ່າ​ໂນ້ຍ) ຈະ​ຈັດ​ບັນດາ​ການ​ເຄື່ອນ​ໄຫວ​​ໃຫ້​ເດັກຕ້ອນຮັບ​ວັນ​ບູນນີ້​ຄື: ​ແຂ່ງຂັນ​ຫຸ້ງ​ເຂົ້າ, ​ເຮັດ​ເຂົ້າໜົມ, ​ແຕ້ມ​ໜ້າ​ກາກ, ​ເຮັດ​ໂຄມ​​ໄຟ... ນອກຈາກ​ນັ້ນ​ຍັງ​ມີບັນດາ​ຮ້າ​ນຂາຍ​ເຄື່ອງ​ເຂົາ​ຮ່ວມ​ເຊິ່ງ​ໄດ້​ຂາຍ​ບັນດາ​ເຄື່ອງຮັບ​ໃຊ້​ວັນ​ບຸນ​ນີ້ ​ແລະ ​ເຄື່ອງ​ທີ່​ຂາ​ຍຢູ່​ນີ້​ ລ້ວນ​ແຕ່​ຖືກ​ຜະລິດ​ຢູ່ພາຍ​ໃນ​ປະ​ເທດ ດ້ວຍ​ມາດຖານ​ທີ່​ວ່າ “ຍົກ​ສູງສະຕິ​ຊາວ​ຫວຽດນາມ ຊົມໃຊ້​ສິນຄ້າ​ຫວຽດນາມ”.

“ບຸນ​​ໄຫວ້​ພະຈັນ​ວັນ​ເພງ​ເດືອນ 8” ​ຈັດ​ຂຶ້ນຢູ່​ຫໍ​ວັດທະນະທຳ​ມິດຕະພາບ ຫວຽດນາມ​ໂຊຫວຽດ (ຖະໜົນ​ເຈີ​ນ​ຮື​ງດ້າວ, ​ເມືອງ ຮ່ວານ​ກ໋ຽມ, ​ຮ່າ​ໂນ​້ຍ) ​ແລະ ງານ​ວາງສະ​ແດງ​ເວີນ​ໂຮ່ (ຖະໜົນ​ຮວາ​ລື, ​ເມືອງຫາຍ​ບ່າ​ຈຶງ) ​ໃນ​ວັນ​ທີ 14 – 19 ກັນຍາ​ອີກ​ດ້ວຍ.

ນອກຈາກ​ນັ້ນ, ຢູ່​ຮ່າ​ໂນ້ຍຍັງ​ມີ​ຫຼາຍ​ສະຖານ​ທີ່​ຈັດ​ຕັ້ງບຸນ​ໄຫວ້​ພະຈັນ ​ໃຫ້​ແກ່​ເດັກນ້ອຍ, ອ້າຍຕວຽນ ສາມາດ​ພາ​ລູກ​​​​ໄປ​ຢ້ຽມຢາມ ​ເພື່ອ​ຊ່ວຍ​ໃຫ້​ລູກ​ເຂົ້າ​ໃຈ​ກວ່າ​ກ່ຽວ​ກັບ​ວັນ​ບູນນີ້.


ຕອບຄຳຖານເຊິ່ງທ່ານຜູ້ຟັງຝາກ ມາລາຍການພາກພາສາລາວ VOV ໃນອາທິດຜ່ານມາ - ảnh 2
(​ໄວ​ໜຸ່ມຫວຽດນາມ​​ເຂົ້າເປັນທະຫານ)

ເພ່ືອນ ວຽງ ສິນ​ທຳ​ມະ​ວົງ ຝາກ​ຈົດໝາຍ​ມາ​ຍັງ​ລາຍການ​ໂດຍ​ແບ່ງປັນ​ວ່າ: ຂ້າພະ​ເຂົ້າ​ໄດ້​ຮູ້​ວ່າ, ປີ 2013 ມີ​ໄວ​ໜຸ່ມ​ຫຼາຍ​ຄົນ​ເຂົ້າ​ເປັນ​ທະຫານ. ຂ້າ​ພະ​ເຈົ້າ​ເຫັນ​ວ່າ ນີ້​ແມ່ນ​ວຽກ​ງານ​ທີ​ມີ​ຄວາມ​ໝາຍ​ສຳຄັນ ​ເພື່ອ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ຂໍອວຍ​ພອນ​ໃຫ້​ພວກ​ເພື່ອນ​ມີ​ສຸຂະພາບ, ປະຕິບັດ​ໜ້າ​ທີ່​​ເຊິ່ງ​ໄດ້​ຮັບ​ມອບ​ໝາຍເປັນ​ຢ່າງ​ດີ.

     ເພື່ອ​ແນ​ໃສ່​​ເສີມ​ຂະຫຍາຍມູນ​ເຊື້ອ​ຂອງ​ລູງ​ໂຮ່ ​ໃນບັນດາ​ການ​ຕໍ່ສູ້​ຕ້ານ​ສັດຕູ​ຜູ້​ຮຸກ​ຮ້ານ. ​ໄວ​ໜຸ່ມ​ໃນ​ທົ່ວ​ປະ​ເທດ​ຄື​ໄດ້​ຮັບກຳລັງ​ແຮງ​ຈາກ​ລຸ່ນພໍ, ລຸ່ນອ້າຍ ​ແລະ ​ເຂົ້າ​ໃຈ​ແຈ້ງ​ການ​ກໍ່ສ້າງ ​ແລະ ປົກ​ປັກ​ຮັກສາ ​ແມ່ນ​ວຽກ​ງານ​ທີ່​ສູງ​ສົ່ງ​ຂອງ​ຊາວຫວຽດນາມ ​ແຕ່ລະຄົນ ຄື​ດັ່ງ​ຄຳ​ສັ່ງ​ສອນຂອງ​ລຸ່ງ​ໂຮ່. ບັນດາ​ຜູ້​ທີ່​ໄດ້​ຄັດ​ເລືອກ​ຄັ້ງ​ນີ້ ​ແມ່ນ​ບັນດາ​ພົນລະ​ເມືອງ​ທີ່​ດີ​ເດັ່ນ​ຂອງ​ທົ່ວ​ປະ​ເທດ​ເຊິ່ງ​ໄດ້​ຮັບ​​ເຂົ້າເປັນທະຫານ, ​ເຂົາ​ເຈົ້າ​ລ້ວນ​ແຕ່​ສະ​ແດງ​ຄວາມ​ເບີດ​ບານ​ໃຈ, ອຳ​ລາ​ຈາກຄອບຄົວ, ໝູ່​ເພື່ອນ ​ເພື່ອ​ປະຕິບັດ​ໜ້າ​ທີ່​ໃໝ່, ກາຍ​ເປັນ​ບັນດາ​ນັກຮົບ​ຂອງ​ກອງທັບ​ປະຊາຊົນ​ຫວຽດນາມ, ພ້ອມ​ແລ້ວ​ທີ່​ຈະ​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ນີ້​ກໍ່​ແມ່ນ​ເງື່ອນ​ໄຂ​ທີ່​ດີ​ເພື່ອ​ໄວ​ໜຸ່ມ​ແຕ່ລະຄົນ​ອຸທິດ​ສ່ວນ​ ​ແລະ ຝືກຝົນຫຼໍ່​ຫຼອມຕົ​ນ​ເອງ.

   ນີ້​ແມ່ນບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ຝາກ​ມາລາ​ຍການ, ຫວັງ​ວ່າ​ອ້າຍ​ຫງວຽນ​ວັນ​ຕວຽນ ​ແລະ ​ເພື່ອນ ວຽງ ສິນ​ທຳ​ມະ​ວົງ, ​ເພິ່ງ​ພໍ​ໃຈ​ຕໍ່​ຄຳ​ຕອບ​ຂອງ​ພວກ​ຂ້າພະ​ເຈົ້າ ​ແລະ ​ເຂົ້າ​ໃຈ​ກວ່າ​ກ່ຽວ​ກັບ​​ໄວ​ໜຸ່ມ​ຫວຽດນາມ​ໃນ​ໄລຍະ​ໃໝ່. ຫວັງ​ວ່າ ພວກ​ຂ້າພະ​ເຈົ້າ​ຈະ​ສືບ​ຕໍ່​ໄດ້​ຮັບ​ຄຳ​ຖາມ, ຄຳ​ເຫັນ​ຈາກ​ທ່ານ​ຜູ້​ຟັງ​ຫຼາຍ​ກວ່າ​ອີກ.

ຕອບກັບ

ຂ່າວ/ບົດ​ອື່ນ