ຕອບຈົດໝາຍທ່ານຜູ້ຟັງຜູ້ຊົມໃນອາທິດຜ່ານມາ

 ໃນ​ອາ​ທິດ​ຜ່ານ​ມາ, ລາຍ​ການ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ລາວ ສືບ​ຕໍ່​ຮັບ​ຈົດ​ໝາຍ, ອິ​ແມວ​ ແລະ ໂທ​ລະ​ສັບ​ຈາກ​ຜູ້​ຟັງ​​ລາວຫຼາຍ​ຄົນ.ໃນ​ຈົດ​ໝາຍ​ສົ່ງ​ເຖິງ​ລາຍ​ການ, ຜູ້​ຟັງ​ສ່ວນ​ຫລາຍ​ສະ​ແດງ​ຄວາມ​ຮູ້​ສຶກ​ເມື່ອ​ໄດ້​ຕິດ​ຕາມ​ຮັບ​ຟັງ ແລະ ຊົມ​ບັນ​ດາ​ຄ​ໍລຳຊື່ງ​ລາຍ​ການ​ອອກ​ອາ​ກາດ​ໃນ​ອາ​ທິດ​ຜ່ານ​ມາ, ປະ​ກອບ​ຄຳ​ເຫັນ ກໍ່​ຄື​ຢາກຊອກ​ຮູ້​ບາງ​ບັນ​ຫາ​ຊື່ງ​ທ່ານ​ຜູ້​ຟັງ​ສົນ​ໃຈ.

ຕອບຈົດໝາຍທ່ານຜູ້ຟັງຜູ້ຊົມໃນອາທິດຜ່ານມາ - ảnh 1

                  ທ່ານ ບຸນ​ເພງ ຢູ່ ແຂວງ ຈຳ​ປາ​ສັກ ສົ່ງ​ຈົດ​ໝາຍ​ມາ​ຍັງ​ລາຍ​ການ​ໂດຍ​​ເວົ້າວ່າ: ຂ້າ​ພະ​ເຈົ້າ ມັກ​ຮັບ​ຟັງ ແລະ ຊົມ​ລາຍ​ການ “ຊາຍ​ຄາ​ອາ​ຊຽນ. ຜ່ານ​ລາຍ​ການນີ້ ຂ້າ​ພະ​ເຈົ້າ​ມີ​ຄວາມ​ເຂົ້າ​ໃຈ​ຢ່າງ​ຈະ​ແຈ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ອົງການອາ​ຊຽນ ກໍ​ຄື​ຮູ້​ຈັກ​ຕື່ມ​ອີກ​ບາງ​ຈຸດ​ວັດ​ທະ​ນະ​ທຳທີ່​ເປັນ​ເອກະລັກ​ສະ​ເພາະຂອງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ. ຫວ່າງ​ແລ້ວນີ້ ລາຍ​ການ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ລາວ ໄດ້​ອອກ​ອາ​ກາດ​ບົດ​ທີ່​ພາດ​ຫົວ​ຂໍ້​ວ່າ: “ລາວ: ສະ​ຖານ​ທີ່​ທ່ອງ​ທ່ຽວ​ດຶງ​ດູດ​ນັກ​ທ່ອງ​ທ່ຽວ ຫວຽດ​ນາມ” ແລະ ບົດ​ “ໄປ​ເຟືອດ ອາ​ຊຽນ” ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ຫລາຍ. ຂ້າ​ພະ​ເຈົ້າ​ຮູ​້​ສຶກ​ເອກ​ອ້າງ​ທະ​ນົງ​ໃຈ ເພາະ​ປະ​ເທດ​ລາວ​ຂ້າ​ພະ​ເຈົ້າ​ນັບ​ມື້​ນັບ​ມີ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ​ມາ​ຢ້ຽມ​ຢາມ​ເປັນ​ຈຳ​ນວນ​ຫລາຍ, ພິ​ເສດ​ແມ່ນ​ນັກ​ທ່ອງ​ທ່ຽວ​ມາ​ຈາກ​ບັນ​ດາ​ປະ​ເທດ ອາ​ຊຽນ, ໃນ​ນັ້ນ​ມ​ີ​ນັກ​ທ່ອງ​ທ່ຽວຫວຽດ​ນາມ ຫລາຍ​ຄົນ.

        ໃນ​ອາ​ທິດ, ລາຍ​ການ​ກະ​ຈາຍ​ສຽ​ງ​ພາກ​ພາ​ສາ​ລາວ ໄດ້​ຮັບ​ຈົດ​ໝາຍ​ຈາກ ທ່ານ ບຸນ​ເລີດ ຢູ່ ແຂວງ ຄຳ​ມ່ວນ ໂດຍ​ເວົ້າ​ວ່າ: ຂ້າ​ພະ​ເຈົ້າ ເຄີຍ​ຕິດ​ຕາມ​ຮັບ​ຊົມ​ຂ່າວ​ຜ່ານ​ຫ​ນ້າ​ເວັບ vovworld.vn ແລະ ໄດ້​ຮູ້​ຈັກ​ວ່າ Vesak 2014 ຈະ​ຖືກ​ຈັດ​ຂຶ້ນ​ຢູ່ ວັດ​ບາຍ​ດີງ ຂອງ​ຫວຽດ​ນາມ. ຂ້າ​ພະ​ເຈົ້າ​ບໍ່​ທັນ​ມີ​ເງື່ອນ​ໄຂ​ໄປ​ຢ້ຽມ​ຢາມ​ວັດແຫ່ງ​ທີ່​ລື​ຊື່​ດັ່ງ​ກ່າວ​ເທື່ອ, ຫວັງ​ວ່າ ລາຍ​ການ​ພາກ​ພາ​ສາ​ລາວ ຊ່ວຍ​ຂ້າ​ພະ​ເຈົ້າ​ເຂົ້າ​ໃຈ​ກ່ຽວ​ກັບ​ປະ​ຫວັດ​ຄວາມ​ເປັນ​ມາຂອງວັດ​ແຫ່ງນີ້ ກ່ອນ​ທີ່​ຂ້າ​ພະ​ເຈົ້າ​ມີ​ ​ໂອ​ກາດ​ມາ​ຢ້ຽມ​ຢາມ.

ຕອບຈົດໝາຍທ່ານຜູ້ຟັງຜູ້ຊົມໃນອາທິດຜ່ານມາ - ảnh 2
ໃນ​ຊຸມມື້​ຕົ້ນ​ລະ​ດູ​ບານ​ໃຫມ່, ງານ​ບຸນ​ແມ່ນ​ຈຸດ​ວັດ​ທະ​ນະ​ທຳ
​ທີ່ຂາດບໍ່​ໄດ້ສຳລັບ​ປະ​ຊາ​ຊົນ​ຫວຽດ​ນາມ
ພາບ:internet

        ທ່ານ ບຸນ​ເລີດ ທີ່​ຮັກ​ແພງ. ກ່ອນນີ້ 1000 ປີ, ກຸງ​ເກົ່າ ຮ​ວາ​ລື - ນີງ​ບີ່ງ ຕິດ​ພັນ​ກັບ​ພາ​ລະ​ກິດ​ຂອງ​ເຈົ້າ​ຊີ​ວິດ 3 ອົງ​​ ​ໃນ​ສະ​ໄໝ​ລາຊະວົງ​ດີງ, ເລ ແລະ ລີ. ເຈົ້າ​ຊີ​ວິດ 3 ອົງ​ດັ່ງ​ກ່າວ​ມີ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ສາ​ສະ​ຫ​ນາ​ພຸດ ແລະ ຖື​ສາ​ສະ​ຫ​ນາ​ພຸດ​ເປັນ​ສາ​ສະ​ຫ​ນາ​ຂອງ​ຊາດ. ສະ​ນັ້ນ ໄດ້​ກໍ່​ສ້າງວັດ​ວາ​ອາ​ຮາມ​ ​ຫລາຍ​ແຫ່ງ ຢູ່ ນີງ​ບີ່ງ, ໃນ​ນັ້ນ ມີ​ວັດ ບາຍ​ດີງ. ກຸ່ມ​ວັດ ບາຍ​ດີງ ລວມ​ມີ: ​ເຂດວັດ​ເດີມ​ ແລະ ​ເຂດວັດ​ຫ​າກໍ່​ໄດ​້​ຮັບ​ການກໍ່​ສ້າງ​ໃຫມ່​ໃນ​ປີ 2003 ​. ວັດ​ແຫ່ງນີ້​ຖືກ​ຕັ້​ງ​ຢູ່​ເນີນ​ພູ ຈ່າງ​ອານ, ທາມ​ກາງ​ເຂດ​ທີ່​ມີຮ່ອມ​ພູກວ້າງ​ໃຫ​ຍ່,​ ມີ​ຫນອງ ແລະ ພູ​ຫີນ, ຊື່ງ​ຕັ້ງ​ຢູ່​ທາງ​ທິດ​ຕາ​ເວັນ​ຕົກ​ຂອງ​ກຸງ​ເກົ່າ ຮ​ວາ​ລື. ​ເຂດວັດ​ ໃຫມ່​ນີ້ໄດ້​ຮັບ​ການກໍ່​ສ້າງ​ຢ່າງ​ໃຫ​ຍ່​ໂຕ​ມະ​ໂຫ​ຖານ ແຕ່​ເຕັມ​ໄປ​ດ້ວຍ​ສີ​ສັນ​ທີ່​ເປັນ​ມູນ​ເຊື້ອ. ເພາະ​ສະ​ນັ້ນ ວັດ​ແຫ່ງນີ້ ກາຍ​ເປັນ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ລື​ຊື່. ວັດ​ບາຍ​ດີງ ໄດ້​ຮັບ​ການ​ເຊີດ​ຊູ​ແມ່ນ​ກຸ່ມ​ວັດ​ວາ​ອາ​ຮາມ​ໃຫ​ຍ່ກວ່າ​ໝູ່​ຢູ່ ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ດ້ວຍ 8 ສະ​ຖິ​ຕິຄື: ​ມີພະ​ພຸດ​ທະ​ຮູບ​ຟອກ​ຄຳໃຫ​ຍ່ກວ່າ​ໝູ່​ຢູ່ ອາ​ຊີ ດ້ວຍ​ນ້ຳ​ຫ​ນັກ 100 ໂຕນ, ພະ​ພຸດ​ທະ​ຮູບດ້ວຍ​ທອງ​ໃຫ​ຍ່ກວ່າ​ໝູ່​ຢູ່ ອາ​ຊີ ດ້ວຍ​ນ້ຳ​ຫ​ນັກ 100 ໂຕນ, ລະ​ຄັງ​ທອງ​ໃຫ​ຍ່ກວ່າ​ໝູ່​ຢູ່ ຫວຽດ​ນາມ ດ້ວຍ​ນ້ຳ​ຫ​ນັກ 36 ໂຕນ, ​ແມ່ນວັດ​ ​ທີ່ກວ້າງກວ່າ​ໝູ່​ຢູ່ ຫວຽດ​ນາມ ດ້ວຍ​ເນືື້ອ​ທີ່ 539 ເຮັກ​ຕາ, ວັດ​ທີ່​ມີ​ລະ​ບຽງ​​​ອໍ​ລະ​ຫັນຍາວກວ່າ​ໝູ່​ຢູ່ ອາ​ຊີ ດ້ວຍ​ຄວາມ​ຍາວ​ເກືອບ 3 ກິ​ໂລ​ແມັດ ແລະ ມ​ີ​ຮູບ​ປັ້ນອໍ​ລະ​ຫັນຫລາ​ຍ​ຮູບກວ່າ​ໝູ່​ຢູ່​ຫວຽດ​ນາມ ​ລວມ​ມີ 500 ອົງ​ເຮັດດ້ວຍ​ຫີນ​ຂຽວ ມີ​ຄວາມ​ສູງ 2 ແມັດ, ວັດ​ມີ​ນ້ຳ​ສ້າງ​ເພັດໃຫ​ຍ່ກວ່າ​ໝູ່​ຢູ່​ຫວຽດ​ນາມ, ວັດ​ມີ​ຈຳ​ນວນຕົ້ນ​ໂພຫລາຍກວ່າ​ໝູ່​ຢູ່ ຫວຽດ​ນາມ ດ້ວຍ 100 ຕົ້ນ. ງານ​ບຸນ​ວັດ​ບາຍ​ດີງ ຖືກ​ໄຂ​ຂຶ້ນ​ໃນ​ວັນ​ທີ 6 ເດືອນ​ຈຽງ ແລະ ແກ່​ຍາວ​ຮອດ​ໝົດ​ເດືອນ 3 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ. ນອກ​ຈາກ​ເວ​ລານັ້ນ ນັກ​ທ່ອງ​ທ່ຽວ​ສາ​ມາດ​ມາ​ຢ້ຽມ​ຊົມ​ໄດ້ ແຕ່ບໍ່​​ມີ​ໂອ​ກາດ​ໄດ້ເຂົ້າ​ຮ່ວມ​ບັນ​ດາ​ລາຍ​ການ​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ຂອງ​ງານ​ບຸນ.

ສິ່ງ​ທີ່​ພວກ​ຂ້າ​ພະ​ເຈົ້າ​ກ່າວ​ມາ​ຂ້າງ​ເທິງ​ແມ່ນ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ວັດ​ບາຍ​ດີງ, ຖ້າ​ຫາກ​ທ່ານ​ມີ​ໂອ​ກາດ​ມາ​ຢ້ຽມ​ຢາມ​ວັດ​ບາຍ​ດີງ, ທ່ານ​ສາ​ມາດ​ແວ່​ຢາມ​ເຂດ​ທ່ອງ​ທ່ຽວ​​ທີ່​ລື​ຊື່ຈ່າງ​ອານ ຫ່າງ​ຈາກ​ກຸງ​ເກົ່າ ຮ​ວາ​ລື ປະ​ມານ 3 ກິ​ໂລ​ແມັດ ແລະ ຫ່າງ​ຈາກ​ນະ​ຄອນ​ຫລວງ ຮ່າ​ໂນ້ຍ 96 ກິ​ໂລ​ແມັດ.

        ໃນ​ຈົດ​ໝາຍ​ຝາກ​ມາ​ລາຍ​ການ, ເພື່ອນບຸນ​ເຮືອງ ຢູ່ ແຂວງ ວຽງ​ຈັນ ເວົ້າ​ວ່າ: ຂ້າ​ພະ​ເຈົ້າ​ຮັບ​ຟັງ​ລາຍ​ການ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ລາວ ເປັນ​ປະ​ຈຳ ແລະ ໄດ້​ຮູ້​​ຈັກວ່າ ​ໃນ​ຍ​າ​ມຕົ້ນ​ລະ​ດູ​ບານ​ໃຫມ່ ປະ​ຊາ​ຊົນ​ຫວຽດ​ນາມ ເຄີຍ​ຈັດ​ຕັ້ງ​ງານ​ບຸນ​ຕ່າງໆ​ມີ່​ມ່ວນ​ຊື່ນ​ຄື: ງານ​ບຸນ​ວັດ​ເຮືອງ, ງານ​ບຸນ ອຽນ​ຕື, ງານ​ບຸນ​ວັດແກວ.. ​ຂ້າ​ພະ​ເຈົ້າ​ຢາກຮູ້​ວ່າ: ຢູ່ຫວຽດ​ນາມ ມີ​ທັງ​ໝົດ​ເທົ່າ​ໃດ​ງານ​ບຸນ.

        ເພື່ອນ​ບຸ​ນ​ເຮືອງ ທີ່​ຮັກ​ແພງ! ຕ​າມ​ການ​ສະ​ຖິ​ຕິ, ປະ​ຈຸ​ບັນ ທົ່ວ​ປະ​ເທດ​ຫວຽດ​ນາມ ມີ​ເກືອບ 8000 ງານ​ບຸນ, ໃນ​ນັ້ນ ມີ 7039 ງານ​ບຸນ​ພື້ນ​ເມືອງ, 332 ງານ​ບຸນ​ປ​ະ​ຫວັດ​ສາດ, 544 ງານ​ບຸນ​ສາ​ສະ​ຫ​ນາ, ສ່​ວນ​ຍັງ​ເຫລືອ​ແມ່ນ​ງານ​ບຸນ​ອື່ນ. ພິ​ເສດ ໃນ​ຊຸມມື້​ຕົ້ນ​ລະ​ດູ​ບານ​ໃຫມ່, ງານ​ບຸນ​ແມ່ນ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະທີ່​ມີ​ມາ​ແຕ່​ດົນ​ນານ​ແລ້ວ ​ແລະ​ຂາດບໍ່​ໄດ້​ສຳລັບ​ປະ​ຊາ​ຊົນ​ຫວຽດ​ນາມ. ງານ​ບຸນ​ຢູ່​ແຕ່​ລະ​ທ້ອງ​ຖິ່ນ​ກໍ່ມີ​ຈຸດ​ພິ​ເສດ​ສະ​ເພາະ, ມີ​ສີ​ສັນ​ສະ​ເພາະ ແລະ ເປັນ​ເອ​ກະ​ລັກ​ຂອງວັດ​ທະ​ນະ​ທຳ​ທ້ອງ​ຖິ່ນ.

        ທ່ານ​ຜູ້​ຟັງ​ຜູ້ຊົມທີ່​ເຄົາ​ລົບ! ທີ່​ກ່າວມາຂ້າງເທິງ​ແມ່ນ​ບາງ​ຄຳ​ເຫັນ​ຊື່ງ​ທ່ານ​ຜູ້​ຟັງ​ໄດ້​ຝາກ​ມາ​ລາຍ​ການ​ພາກ​ສາ​ລາວ​ໃນ​ອາ​ທິດ​ຜ່ານ​ມາ. ລາຍ​ການ​ພາກ​ພາ​ສາ​ລາວ ຂອບ​ອົກ​ຂອບ​ໃຈ​ພວກ​ທ່ານ​ທີ່​ໄດ້​ຕິດ​ຕາມ, ສົ່ງ​ຈົດ​ໝາຍ​ປະ​ກອບ​ຄຳ​ເຫັນເຖິງ​ລາຍ​ການ. ຫວັງ​ວ່າ ໃນ​ໄລ​ຍະ​ຈະ​ມາ​ເຖິງ, ທ່າ​ນ​ຜູ້​ຟັງ​ຄົງຈະ​ຝາກ​ຈົດ​ໝາຍ​ມາ​ຍັງ​ລາຍ​ການ​ນັບ​ມື້ນ​ັບ​ຫລາຍກວ່າ. ຂໍ​ອວຍ​ພອນ​ທ່ານ​ຜູ້​ຟັງ​ທຸກ​ຄົນ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ ແລະ ປະ​ສົບ​ຜົນ​ສຳ​ເລັດ​ໃນ​ວຽກ​ງານ​ຂອງ​ຕົນ.

ທ່ານ​ສາ​ມາດ​ຮັບ​ຟັງ ແລະ ຊົມ​ລາຍ​ການ​ຜ່ານ​ຫ​ນ້າ​ເວັບ vovworld.vn ຫລື  vov5.vn ແລະ ຢ່າ​ລ​ືມ​ສົ່ງ​ຈົດ​ໝາຍ​ໃຫ້​ພວກ​ຂ້າ​ພະ​ເຈົ້າ​ຜ່ານ​ທີ່​ຢູ່: ລາຍ​ການ​ພາກ​ພາ​ສາ​ລາວ- ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ- 45 Ba Trieu, Ha Noi

 

 

ຕອບກັບ

ຂ່າວ/ບົດ​ອື່ນ