​ຕອບ​ຈົດ​ໝາຍ​ທ່ານ​ຜູ້​ຟັງ​ຜູ້​ອ່ານ​

 ໃນ​ລາຍ​ການ​ຕອບ​ຈົດ​ໝາຍ​ທ່ານ​ຜູ້​ຟັງພາກນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເຫ​ນີ​ເນື້ອ​ໃນ​ຈົດ​ໝາຍ​ບາງ​ສະ​ບັບ​ຊຶ່ງ​ທ່ານ​ຜູ້​ຟັງ​ໄດ້​ຝາກ​ມາລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ.

​ຕອບ​ຈົດ​ໝາຍ​ທ່ານ​ຜູ້​ຟັງ​ຜູ້​ອ່ານ​ - ảnh 1

 ເພື່ອນ​ບຸນ​ເລີດ, ນັກ​ສຶກ​ສາ​ມະ​ຫາ​ວິ​ທ​ະ​ຍ​າ​ໄລ​ແຫ່ງ​ຊາດ​ລາວ ສົ່ງ​ຈົດ​ໝາຍ​ມາ​ຍັງ​ລາຍ​ການ​ໂດ​ຍ​ເວົ້າ​ວ່າ: ນ້ອງ​​ຕິດ​ຕາມ​​ລາຍ​ການ​ຂ່າວ ແລະ ບັນ​ດາຄໍ​ລຳ​ຂອງ​ລາຍ​ການ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ລາວຜ່ານ​ຫ​ນ້າ​ເວັບ vov5.vn,vovworld.vn ​ເປັນ​ປະ​ຈຳ​ ໃນ​ນັ້ນເປັນ​ຫນ​້າ​ສົນ​ໃຈ​ແມ່ນ​ລາຍ​ການ​ສາ​ລະ​ຄະ​ດີ. ເນື້ອ​ໃນ​ບັນ​ດາ​ບົດ​ສາ​ລະ​ຄະ​ດີ​ແມ່ນ​ສ​ອ່ງ​ແສງ​ຫລາຍ​ເຫດ​ການ​ທີ່​ໃຫມ່​ອ່ຽມ ແລະ ມີ​ຊີ​ວິດ​ຊີ​ວາ. ນອກນັ້ນ ລາຍ​ການ​ຊາຍ​ຄາ​ອາ​ຊຽນ ກໍ​ເປັນ​ຫ​ນ້າ​ດູດ​ດື່ມ​ສຳ​ລັບ​ນ້ອງ. ຜ່ານ​ລາຍ​ການນີ້ ນ້ອງ​ມີ​ໂອ​ກາດ​ໄດ້​ເຂົ້າ​ໃຈ​ກ່ຽວ​ກັບ​ພື້ນ​ຖານ​ວັດ​ທະ​ນະ​ທຳ​ຂອງ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ອາ​ຊຽນ​ກວ່າ ກໍ​ຄື​ບັນ​ດາ​ເຫດ​ການ​ກ່ຽວ​ກັບ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງບັນດາ​ປະ​ເທດ​ສະມາຊິກ​​ໃນກຸ່ມ​ອາ​ຊຽນ. ພິ​ເສດ ໃນ​ອາ​ທິດ​ຜ່ານ​ມາ, ລາຍ​ການ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ລາວ​ມີ​ບົດ​ທີ່​ພາດ​ຫົວ​ຂໍ້​ວ່າ: ຕ້ອນ​ຮັບ​ບຸນ​ວັນ​ເພງ​ເດືອນ 8 ພ້ອມ​ກັນ​ຄົ້ນ​ຫາ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ໂດຍຫໍ​ພິ​ພິດ​ທະ​ພັນ​ຊົນ​ເຜົ່າ​ວິ​ທະ​ຍາ ຫວຽດ​ນາມ ສົມ​ທົບ​ກັບ​​ສະ​ຖານ​ທູດ​ບັນ​ດາ​ປະ​ເທດ​ອາ​ຊຽນ​ປະ​ຈຳ​ຮ່າ​ໂນ້ຍ​ຈັດ​ຕັ້ງ​. ບົດ​ຂຽນ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ບັນ​ຍາ​ກາດ​ຕ້ອນ​ຮັບ​ບຸນ​ວັນ​ເພງ​ເດືອນ 8 ຢ່າງ​ເບິກ​ບານ​ມ່ວນ​ຊື່ນ, ບໍ່​ພຽງ​ແຕ່​ສະ​ຫງວນ​ໃຫ້​ແກ່​ເດັກ​ນ້ອຍ​ຫວຽດ​ນາມ ເທົ່າ​ນັ້ນ ຫາກ​ເດັກ​ນ້ອຍ​ບັນ​ດາ​ປະ​ເທດ​ອາ​ຊຽນ ກໍ​ມີ​ໂອ​ກາດ​ໄດ້​ລະ​ຫລິ້ນ​ຢ່າງ​ເບິກ​ບາ​ນ​ມ່ວນ​ຊື່ນ, ສະ​ແດງ​ໃຫ້​ເຫັນ​ຄວາມ​ສາ​ມັກ​ຄິ​ສະ​ຫ​ນິດ​ຕິ​ດ​ພັນ ແລະ ​ສີ​ສັນ​ວັດ​ທະ​ນະ​ທຳຂອງ​ບັນ​ດາ​ປະ​ເທດ​ອາ​ຊຽນ​ອີກ​ດ້ວຍ.

        ໃນ​ຈົດ​ໝາຍ​ສົ່ງ​ເຖິງ​ລາຍ​ການ, ເພື່ອນ ຄຳ​ຫລ້າ ຢູ່​ແຂວງ ອຸ​ດົມ​ໄຊ ເວົ້າ​ວ່າ: ຍ້ອນ​ຄ້າງ​ຄາ​ກັບ​ວຽກ​ງານ, ສະ​ນັ້ນ ຂ້າ​ພະ​ເຈົ້າ​ບໍ່​ມີ​ເວ​ລາ​ຮັບ​ຟັງ​ລາຍ​ການ​ກະ​ຈາຍສຽງ​ພາກ​ພາ​ສາ​ລາວ ອອກ​ທາງ​ອາ​ກາດ​ໄດ້ ແຕ່​ໂຊກ​ດີ​ຫລາຍ ຫ​ນ້າ​ເວັບ vov5 ໄດ້​ຊ່ວຍ​ໃຫ້​ຂ້າ​ພະ​ເຈົ້າ​ສາ​ມາດ​ຮັບ​ຟັງ​ຄືນ​ບັນ​ດາ​ລາຍ​ການ​ກໍ​ຄື​ເຂົ້າ​ອ່ານ​ຂ່າວ, ເຫດ​ການ​ເກີດ​ຂຶ້ນ​ຢູ່ ຫວຽດ​ນາມ ແລະ ໂລກ​ຢ່າງ​ຄົບ​ຖ້ວນ.

ໃນຈົດ​ໝາຍ​ຂອງທ່ານ​ບຸນມີ ຢູ່​ແຂວງ ບໍ​ແກ້ວ ທີ່​ຝາກມາ​ລາຍ​ການ​ພາກພາລາວ​ໄດ້​ແບ່ງ​ປັນ​ວ່າ: ຂ້າ​ພະ​ເຈົ້າ​ຕິດ​ຕາມ​ລາຍ​ການ​ພາກ​ພາ​ສາ​ລາວ​ເປັນ​ປະ​ຈຳ, ລາຍ​ການ​ໄດ້​ນຳ​ເອົາ​ຂໍ້​ມູນ​ທີ່​ມີ​ປະ​ໂຫຍດ​ຫລາຍ​ຢ່າງມາໃຫ້ຜູ້​ຟັງ, ຂ້າ​ພະ​ເຈົ້າ​ມັກ​ຮັບ​ຟັງ​ທີ່​ສຸດ​ລາຍ​ການ​ໂອ້​ລົມ​ກັບ​ເພື່ອນ​ລາວ ກໍ່​ຄື​ລາຍ​ການ​ຕອບ​ຈົດ​ໝາຍ​ທ່ານ​ຜູ້​ຟັງ. ຜ່ານ​ບັນ​ດາ​ລາຍ​ການນີ້ ຂ້າ​ພະ​ເຈົ້າ​ໄດ້​ຮູ້​ຈັກ​ເຖິງ​ຂ່າວ​ຄາວ​ກ່ຽວ​ກັບ​ການ​ພົວ​ພັນ​​ຮ່ວມ​ມືລະ​ຫວ່າງ ຫວຽດ​ນາມ ແລະ ລາວ, ພິ​ເສດສຳ​ລັບ​ບັນ​ຫາ​ທີ່​ຂ້າ​ພະ​ເຈົ້າ​ເອງ ​ກໍ​ຄື​ຜູ້​ຟັງ​ຫລາຍ​ຄົນສົນ​ໃຈນັ້ນ ຍາມ​ໃດບັນ​ນາ​ທິ​ການ​ພາກ​ພາ​ສາ​ລາວກໍມີ​ຄຳ​ຕອບ​​ຢ່າງ​ຈະ​ແຈ້ງ ແລະ ທັນ​ການ​.

          ທ່ານ ບຸນ​ທອງ ຢູ່​ແຂວງ ອັດ​ຕະ​ປີ ໄດ້​ສົ່ງ​ຈົດ​ໝາຍ​ມາ​ຍັງ​ລາຍ​ການ​ໂດ​ຍ​ເວົ້າ​ວ່າ: ຂ້າ​ພະ​ເຈົ້າ​ຕິດ​ຕາມ​ລາຍ​ການ​ກະ​ຈາຍ​ສຽງ​ພາກ​ພາ​ສາ​ລາວ​ມາ​ເປັນ​ເວ​ລາ​ຫລາຍ​ປີ​ແລ້ວ ແລະ ໄດ້​ຮູ້​ຈັກ​ວ່າ ລະ​ບົບ​ພາ​ສາ​ຕ່າງ​ປະ​ເທດ​ມີ​ຫ​ນ້າ​ເວັບ vov5.vn vovworld.vn, ຂ້າ​ພະ​ເຈົ້າ​ເຂົ້າ​ເວັບ​ໄຊ​ນີ້​ຫລາຍ​ເທື່ອ​ແລ້ວ ແຕ່ບໍ່​ເຂົ້າ​ໄດ້, ຢາກ​ໃຫ້​ພວກ​ອ້າຍ​ເອື້ອຍ​ບັນ​ນາ​ທິ​ການ​ພາກ​ພາ​ສາ​ລາວ ແນະ​ນຳ​ໃຫ້​​ແດ່. ຂອບ​ໃຈ​ທ່ານ ບຸນ​ທອງ ​ໄດ້​ຕິດ​ຕາມ​ລາຍການ​ກະ​ຈາ​ຍສຽງ​ພາກ​ພາສາ​ລາວ​ຂອງ VOV5, ທ່ານ​ສາ​ມາດ​ເຂົ້າ​ຫນ້າ​ເວັບ vov5.vn ຫລື vovworld.vn ​ແລ້ວ​ເລືອກ​ພ່າ​ສາ​ລາວ ຜ່ານ Firefox, Chrome…

            ພວກ​ຂ້າ​ພະ​ເຈົ້າ​ຂໍ​ຂອບ​ອົກ​ຂອບ​ໃຈ​ທ່ານ​ຜູ້​ຟັງຜູ້​ອ່ານ​ທີ່​ໄດ້​ຕິດ​ຕາມ​​ຮັບ​ຟັງ ແລະ ຊົມລາຍ​ການ​ຂອງ​ພວກ​ເຮົາ ກໍ​ຄື​​ປະ​ກອບ​ຄຳ​ເຫັນ​ໃຫ້​ລາຍ​ການ. ຫວັງ​ຢ່າງ​ຍິ່ງວ່າ ທ່ານ​ຜູ້​ຟັງ​​ຄົງ​ຈະສືບ​ຕໍ່​​ຝາກຈົດ​ໝາຍ​ມາລາຍ​ການ​ນັບ​ມື້​ນັບ​ຫລາຍກວ່າ. ສຸດ​ທ້າຍ ຂໍ​ອວຍ​ພອນ​ທ່ານ​ຜູ້​ຟັງ​ທຸກ​ທ່ານ​ຈົ່ງ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ ແລະ ​ສຳ​ເລັດ​ວຽກ​ງານ​ຂອງ​ຕົນ.

ທ່ານ​ຜູ້​ຟັງ​ສາ​ມາດ​ຮັບ​ຟັງ​ລາຍ​ການ​ພາກ​ພາ​ລາວ​ຄືນ​ຜ່ານ​ຫ​ນ້າ​ເວັບ vovworld.vn ຫລື vov5.vn

ຢ່າລ​ືມ​ຂຽນ​ຈົດ​ໝາຍ​ມາ​ຫາ​ລາຍ​ການ​ເດີ!

ຜ່ານ​ທີ່​ຢູ່: ພາກ​ພາ​ສາ​ລາວ ວິ​ທະ​ຍຸ​ກະ​ຈາຍ​ສຽງ​ຫວຽດ​ນາມ

45 Ba Trieu Ha Noi

ໂທ​ລະ​ສັບ: 0084438256631. email:laovov@yahoo.com, laovov@hotmail.com

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ