ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາໃນອາທິດຜ່ານມາ

​ໃນ​ອາທິດ​ຜ່ານ​ມາ, ພາກ​ພາສາ​ລາວ ວິທະຍຸ​ກະຈາຍສຽງ ຫວຽດນາມ ​ໄດ້​ຮັບ​ຈົດໝາຍ, ອີ​ແມ​ວຈາກ​ທ່ານ​ຜູ້​ຟັງ​ຫຼາຍ​ທ່ານ, ຈົດໝາຍ, ​ອີ​ແມວ​​ເຫຼົ່າ​ນັ້ນໄດ້​ຖາມ​ກ່ຽວ​ກັບ​ບັນດາ​ບົດ, ຂ່າວ​ທີ່​ໄດ້​ອອກ​ອາກາດ​ໃນ​ອາທິດ. ​ໃນ​ລາຍການ “​ໂອ້​ລົມ​ກັບ​ເພື່ອ​ນລາວ” ພາກ​ນີ້, ພວ​ກ​ເຮົາ​ຂໍ​ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານ​ຜູ້​ຟັງ​ຝາກ​ມາ​ໃນອາທິດ​ຜ່ານ​ມາ.

        ທ່ານ ​ໄຊ​ຍາ​ລາດ, ຢູ່​ແຂວງ ວຽງ​ຈັນ ຝາກ​ອີ​ແມວ​ມາ​ຍັງ​ລາຍການ​ໂດຍ​ຖາມ​ວ່າ: ​ໃນ​ລາຍການ ສີສັນ 54 ຊົນ​ເຜົ່າ ຫວຽດນາມ ອອກ​ອາກາດ​​ເມື່ອໃນ​ວັນ​ທີ 21/6, ຂ້າພະ​ເຈົ້າ​ໄດ້​ຮັບ​ຟັງບົດ​ຂຽນ​ກ່ຽວ​ກັບ​ຊົນ​ເຜົ່າ​ຢ້າ​ວ, ​ແຕ່​ຂ້າພະ​ເຈົ້າ​ບໍ່​ສາມາດຕິດຕາມ​ຮັບ​ຟັງ​ບົດ​ດັ່ງກ່າວ​ຈົນ​ຈົບ​ໄດ້​ຍ້ອນ​ຄາ​ວຽກ. ທາງ​ລາຍການ​ສາມາດ​ແນະນຳ​ໂດຍ​ຫຍໍ້​ກ່ຽວ​ກັບ​ຊົນ​ເຜົ່າ​ດັ່ງກ່າວ​ໄດ້​ບໍ?

ຊົນ​ເຜົ່າ​ຢ້າ​ວ (ຍັງ​ມີ​ຊື່​ອື່ນ​ທີ່​ວ່າ: ​ເຜົ່າ​ມ໋ານ, ດົງ, ກິມມ່ຽນ.​​..​) ​ເຊິ່ງ​ແມ່ນ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ໃນ​ຈຳນວນ 54 ຊົນ​ເຜົ່າ ຫວຽດນາມ ດ້ວຍ​ຈຳນວນ​ພົນລະ​ເມືອງປະນາມ 800.000 ຄົນ. ຢູ່ ຫວຽດນາມ, ​ເຖິງ​ວ່າຊາວ​ເຜົ່າ​ຢ້າ​ວມີ​ພົນລະ​ເມືອງ​ບໍ່​ຫຼາຍ​ກໍ່ຕາມ ​ແຕ່​ບັນ​ດາ​ບ້ານ​ຂອງ​ເຂົາ​ເຈົ້າພັດ​ຕັ້ງ​ກະ​ແຈກ​ກະຈາຍ​ຢ່າງ​ກ້ວາງ​ຂວາງ​ຢູ່​ເຂດ​ພູ​ສູງພາກ​ເໜືອ (ຄື​ແຂວງ ກາວ​ບັ່ງ, ຮ່າ​ຢາງ, ລາວ​ກາຍ, ອຽນບ໋າ​ຍ.​.​.) ​ແລ​ະ ບັນດາ​ແຂວງ​ພູພຽງຄື: ຟູ໋ທໍ້, ຫວີງຟຸກ, ຮ່ວາ​ບິ່ງ ​ແລະ ​​ແຂວງ​ກວາງ​ນິງ. ນອກຈາກ​ນັ້ນ, ຊາວ​ເຜົ່າ​ຢ້າ​ວຍັງ​ໄດ້​ແບ່ງ​ເປັນຫຼາຍ​ກຸ່ມໝວດ​ທີ່​ແຕກ​ຕ່າງ​ກັນ, ດ້ວຍ​ບັນດາ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ກ່ຽວ​ກັບປະ​ເພນີ ​ເຊິ່ງສະ​ແດງ​ອອກ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ​ແມ່ນ​ໃນ​ຊຸດ​ອາພອນ​ຂອງ​ເຂົາ​ເຈົ້າ​ຄື: ຢ້າ​ວດໍ໋ (ຢ້າວ​​ແດງ), ຢ້າ​ວ ກວນ​ແຈ​ດ (ຢ້າວ​ໂສ້ງ​ຄັບ), ຢ້າວ​ແທງ​ອີ (Dao Thanh Y), ຢ້າ​ວອ໋າວຢ່າ​ຍ (ຢ້າວ​ເສື້ອ​ຍາວ).​​..​. ​ເຖິງວ່າ, ​ເຂົາ​ເຈົ້າ​ໄດ້​ແບ່ງ​ເປັນ​ຫຼາຍໝວດທີ່​ແຕກ​ຕ່າງ​ກັນ​ກໍ່ຕາມ​ແຕ່​ຍັງ​ນຳ​ໃຊ້​ພາສາ​ດຽວ​ກັນ ​ເພື່ອ​ຮັບປະກັນ​ສາຍ​ພົວພັນ​ສະໜິດ​ຕິ​ດພັນ​ລະ​ຫວ່າງ​ປະຊາ​ຄົມ​ຊາວ​ເຜົ່າ​ຢ້າ​ວນຳ​ກັນ.

    ນອກຈາກ​ແຫຼ່ງຂ່າວ​ທີ່​ກ່າວ​ມາ​ຂ້າງ​ເທິງ, ພວກ​ເພື່ອນສາມາດເຂົ້າ​ຄໍລຳ “ສີສັນ 54 ຊົນ​ເຜົ່າ” ​ໃນ​ແວບ​ໄຊ vov5.vn ຫຼື vovworld​.vn ​ເພື່ອ​ອ່ານ​ເພີ່ມ​ເຕີມ​ກ່ຽວ​ກັບ​ບັນດາ​ຊົນ​ເຜົ່າຂອງ ຫວຽດນາມ. ຫວັງ​ວ່າ, ຜ່ານ​ບັນດາ​ບົດ​ຂຽນ​ໃນ​ຄໍລຳ​ນີ້ ​ເພື່ອນອາດ​ສາມາດ​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ບັນດາ​ຊົນ​ເຜົ່າ ຫວຽດນາມ.

ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງຝາກມາໃນອາທິດຜ່ານມາ - ảnh 1 
​ລະດູ​ເກັບ​ກູ້​ໝາກ​ລີ້ນຈີ່​ ຢູ່ລູກງ້ານ

    ສ່ວນ​ທ່ານ​ນາງ ສຸດ​ທະ​ສອນ, ​ແຂ​ວງຫົວພັນ ​ໄດ້​ຝາກ​ຈົດໝາຍ​ດ້ວຍ​ເນື້ອ​ໃນ​ວ່າ: ຂ້າພະ​ເຈົ້າ​ໄດ້​ເຂົ້າ​ເບິ່ງລາຍການ “ພາບ​ສາລະ​ຄະດີ” ​ເຊິ່ງ​ແນະນຳ​ລະດູ​ເກັບ​ກູ້​ໝາກ​ລີ້ນຈີ່​ຂອງ ຫວຽດນາມ ​ໃນ​ແວບ​ໄຊ​ຂອງ​ພວກ​ເພື່ອນ. ​ຂ້າພະ​ເຈົ້າ​ເຫັນ​ວ່າ​ຮູບ​ຖ່າຍ​ນັ້ນ​ງາມຫຼາຍ. ໝາກ​ລີ້ນຈີ່​ຂອງ ຫວຽດນາມ ກໍ່​ໄດ້​ສົ່ງ​ໄປ​ຂາຍ​ຢູ່​ລາວ​ເປັນ​ຈຳນວນ​ຫຼາຍ, ຕາມ​ຂ້າພະ​ເຈົ້າ​​ແລ້ວ, ໝາກ​ລີ້ນຈີ່​ຢູ່ ຫວຽດນາມ ​​ແຊບ​ກ່ວາ​ໝາກ​ລີ້ນຈີ່​ຢູ່ ​ໄທ. ​​ເຖິງ​ວ່າໄດ້​ຊື້ ​ແລະ ກິນ​ໝາກ​ລີ້ນຈີ່ ຫຼາຍ​ເທື່ອ​ແລ້ວ​ແຕ່​ຂ້າພະ​ເຈົ້າ​ບໍ່​ຮູ້ວ່າ​ມັນ​ໄດ້​ປູກ​ຢູ່​​ແຫ່ງ​ໃດ​ຂອງຫວຽດນາມ​ຈະ​ແຊບ​ກ່ວາ​ໝູ່. ພວກ​ເພື່ອນ​ສາມາດ​ແນະນຳ​ຂໍ້​ມູນ​ຂ່າວ​ບາງ​ຢ່າງ​ກ່ຽວ​ກັບ​ໝາກ​ໄມ້​ນີ້​ໄດ້​ບໍ່?

    ໝາກ​ລີ້​ນຈີ່ ​ທີ່​ແຊບ​ກ່ວາ​ໝູ່ ​ແລະ ມີ​ຊື່​ສຽງ​ຢູ່ ຫວຽດນາມ ​ແມ່ນ​ໝາກ​ລີ້ນ​ຈີ່​ທີ່​ປູກຢູ່​​ເມືອງ ​ແທງ​ຮ່າ, ​ແຂວງ ຫາຍ​ເຢືອງ ​ແລະ ລູກ​ງ້າ​ນ, ​ແຂວງ ບັກ​ຢາງ. ໝາກ​ລີ້ນຈີ່ທີ່​ປູກ​ຢູ່​ທີ່​ນີ້ ​ມີ​ລົດ​ຫວານ, ຫອມ, ​ແຊບ​ທີ່​ສຸດ​ຢູ່ ຫວຽດນາມ. ​ເຖິງ​ວ່າ​ປະລິມານ​ໝາກ​ລີ້​ນຈີ່ ຢູ່​ລູກ​ງ້າ​ນຫຼາຍ​ກ່ວາ, ​ແຕ່ໝາກ​ລີ່​ນຈີ່​ຢູ່​ ​ແທງ​ຮ່າ​ພັດ​ມີ​ໜ່ວຍໃຫຍ່ ​ແລະ ຫວານ​ກ່ວາ, ດັ່ງ​ນັ້ນ​ລາຄາ​ກໍ່​ສູງ​ກ່ວາ… ປະຈຸ​ບັນ, ຕະຫຼາດ​ຈຳໜ່າຍ​ຕົ້ນ​ຕໍ່​ຂອງ​ໝາກ​ລີ້ນ​ຈີ່​ແມ່ນ​ຢູ່​ພາຍ​ໃນ​ປະ​ເທດ, ສ່ວນ​ໜື່ງ​ໄດ້​ສົ່ງ​ອອກ​​ໄປ​ຍັງ​ປະ​ເທດ ຈີນ, ກຳປູ​ເຈຍ, ລາວ ​ແລະ ບາງ​ປະ​ເທດເອີ​ລົບ.

    ​ເພື່ອ​ນ ​ແສງ​ພະຈັນ, ​ຢູ່​ນະຄອນຫຼວງ ວຽງ​ຈັນ ​ໄດ້​ຝາກ​ອີ​ແມວ​ມາ​ຍັງ​ລາຍການ​ຖາມ​ກ່ຽວ​ກັບ​ກອງ​ປະຊຸມ​ໃຫຍ່​ຂອງ​ສະຫະ​ສະມາຄົມ​ຟ້ອນ​ຕຸກກະຕາ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ໄດ້​ຈັດ​ຕັ້ງ​ຢູ່ ຫວຽດນາມ ​ໃນ​ອາທິດ​ຜ່ານ​ມາ.

    ກອງ​ປະຊຸມ​ໃຫຍ່​ຂອງ​ສະຫະ​ສະມາຄົມ​ຟ້ອນ​ຕຸກກະຕາ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ຄັ້ງ​ທີ 6 ​ໂດຍ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ, ​ໂຮງ​ລະຄອນ​ຟ້ອນຕຸກກະຕາ ຫວຽດນາມ ​ເປັນ​ເຈົ້າພາບ​ຈັດ​ຕັ້ງ​ແຕ່​ວັນ​ທີ 19 – 21/6 ຢູ່​ຮ່າ​ໂນ້ຍ. ນີ້​ເປັນ​ຄັ້ງ​ທຳ​ອິດທີ່ ຫວຽດນາມ ​ເປັນ​​ເຈົ້າພາບ​ຈັດ​ຕັ້ງ​ເຫດການ​ນີ້. ກອງ​ປະຊຸມ​ໃຫຍ່​ປີ​ນີ້ ມີ​ການ​ເຂົ້າ​ຮ່ວມ​ຂອງ 11 ຄະນະ​ທີ່​ມາ​ຈາກ 10 ປະ​ເທດ​ຄື: ຫວຽດນາມ, ກຳປູ​ເຈຍ, ລາວ, ບຣູ​ໄນ, ສິງ​ກາ​ໂປ, ມຽນມາ, ​ໄທ, ​ມາ​ເລ​ເຊຍ, ຟິລິບ​ປິນ, ອິນ​ໂດ​ເນ​ເຊຍ. ​ໃນ​ໄລຍະ​ດຳ​ເນີນ​ກອງ​ປະຊຸມ, ບັນດາ​ຄະນະ​ສິລະ​ປະ​ໄດ້​ຈັດ​ຕັ້ງ​ການສະ​ແດງ​ສິລະ​ປະ​ຟ້ອນ​ຕຸກກະຕາ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ປະ​ເທດ​ຕົນ.

    ອາທິດ​ຜ່ານ​ມາ, ພວກ​ເຮົາ​ກໍ່​ໄດ້​ຮັບ​ຈົດໝາຍ, ​ໂທລະສັບ, ອີ​ແມວ​ອວຍພອນ​ວັນ​ສື່​ມວນ​ຊົນ​ປະຕິວັດ ຫວຽດນາມ​ຈາກ​ທ່ານ: ຫງວຽນ​ວັນ​ແຕ້​ວ, ​ເຈີ່ນ​ຫາຍ​ຮ່າ, ທ່ານ​ຄຳ​ແສງ, ບຸນ​ເຮືອງ, ​ແສງຟ້າ ​ແລະ ອີກ​ຫຼາຍ​ທ່ານ. ​ຂໍ​ຂອບ​ໃຈ​ພວກ​ທ່ານ​ທີ່​ໄດ້​ຝາກ​ຄຳ​ອວຍພອນ​​ໃຫ້​ແກ່​ພວກ​ເຮົາ. ຂໍ​ໃຫ້​ພວກ​ທ່ານ​ຈົ່ງ​ມີ​ສຸຂະພາບ​ເຂັ້ມ​ແຂງ ​ແລະ ຕິດຕາມ​ພາກ​ພາສາ​ລາວ ກໍ່​ຄື​ປະກອບ​ຄຳ​ເຫັນ​ໃຫ້​ພວກ​ເຮົາ​ເປັນ​ປະຈຳ.

    ລາຍການ​ໂອ້​ລົມ​ກັບ​ເພື່ອນ​ລາວ​ຂອງ​ພວກ​ເຮົາ​ຂໍ​ສິ້ນ​ສຸດ​ລົງ​ພຽງ​ເທົ່າ​ນີ້, ຖ້າ​ຫາກ​ຜູ້​ໃດ​ມີ​ຄວາມ​ສົນ​ໃຈ ​ແລະ ຢາກ​​ປະກອບ​ຄຳ​ເຫັນ​ໃຫ້​ລາຍການສາມາດ​ຝາກ​ຈົດໝາຍ​ມາ​ຍັງ​ລາຍການໂດຍ​ຈ່າໜ້າ​ຊອງ​ວ່າ: ວິທະຍຸ​ກະຈາຍສຽງ​ຫວຽດນາມ-ພາກ​ພາສາ​ລາວ-​ເຮືອນ​ເລກທີ 45 ຖະໜົມ​ບາ​ຈ້ຽວ-ຮ່າ​ໂນ້ຍ ຫຼື​ໂທລະສັບ​ມາ​​ໂດຍ​ກົງ​ຕາມ​ເບີ​ໂທ: 0084​.43​.825​.6631, ອີ​ແມວ: Laovov@yahoo.com. ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ ​ແລະ ພ້ອມ​ແລ້ວທີ່ຈະ​ຕອບ​ຄຳ​ຖາມ​ຂອງ​ທ່ານ​ທຸກ​ປະການ. ຂໍ​ຂອບ​ໃຈທ່ານທີ່​​ໄດ້ຕິດຕາມ​ຮັບ​ຟັງ ​ແລະ ຊົມ​ລາຍການ​ຂອງ​ພວກ​ເຮົາ. ສະບາຍ​ດີ

 

ຕອບກັບ

ຂ່າວ/ບົດ​ອື່ນ