ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາວິທະຍຸກະຈາຍສຽງ ຫວຽດນາມ ພາກພາສາລາວ

ອາທິດ​ຜ່ານ​ມາ, ວິທະຍຸ​ກະຈາຍສຽງ ຫວຽດນາມ ​ພາກ​ພາສາ​ຕ່າງປະ​ເທດໄດ້​ຮັດ​ຈົດໝາຍ​​ເກືອ​ບ 200 ສະບັບ​ຂອງ​ທ່ານ​ຜູ້​ຟັງທີ່​ມາ​ຈາກ ​35 ປະ​ເທດ​ ​ແລະ ​ເຂດ​ແຄ້ວ​ນໃນ​ໂລກ, ​ໃນ​ນັ້ນ, ພາກ​ພາສາ​ລາວ ​ໄດ້​ຮັບ​ 7 ອີ​​ແມວ, ຈົດໝາຍ, ​ໂທ​ລະ​ສັບ ຂອງທ່ານ​ຜູ້​ຟັງ​ທີ່​ຝາກມາ​ຈາກ ຫວຽດນາມ, ລາວ, ​ໄທ. ​ໃນ​ລາຍການ​ໂອ້​ລົມ​ກັບ​ເພື່ອນ​ລາວ​ມື້​ນີ້, ພວກ​ເຮົາ​ຂໍ ຕອບ​ບາງ​ຄຳ​ຖາມ​ເຊິ່ງທ່ານຜູ້​ຟັງ​​ໄດ້ຝາກ​ມາວິທະຍຸ​ກະຈາຍ​ສຽງ ຫວຽດນາມ ພາກ​ພາສາ​ລາວ ​ໃນ​ອາທິດ​ຜ່ານ​ມາ.

ທ່ານ ມີ​ໄຊ ຕະວິນ​ຍານ, ​​ໄດ້ໂທລະສັບ​ມາ​ຍັງ​ລາຍການ​ສະ​ແດງ​ຄວາມ​ປາດ​ຖະໜາ​ຢາກ​ຮູ້​ບາງ​ຂໍ້​ມູນ​ກ່ຽວ​ກັບຫາດ​ຊາຍ​ທະ​ເລ​ທີ່ສວຍ​ງາມ​ຈຳນວນ​ໜຶ່ງຂອງ​ພາກ​​ເໜືອ ຫວຽດນາມ.

ທ່ານ ມີ​ໄຊ ທີ່​ເຄົາລົບ, ພວກ​ຂ້າພະ​ເຈົ້າ​ຂໍ​ແນະນຳ​ຫາດ​ຊາຍ​ທະ​ເລ​ທີ່​ສວຍ​ງາມ​ຢູ່​ບາງ​​ແຫ່ງຢູ່ພາກ​ເໜືອ​ຂອງ ຫວຽດນາມ ​ໃຫ້​ທ່ານ​ຊາບ. ທຳ​ອິດ​ຕ້ອງ​ເວົ້າ​ເຖິງ​ທະ​ເລ ​ເຊີ່​ມ​ເຊີນ, ຂຶ້ນ​ກັບ​ແຂວງ ​ແທງ​ຮ໋ວາ. ພູມ​ສັນຖານ​ຂອງ ​ເຊີ່​ມ​ເຊີນ ຮາບ​ພຽງພໍ​ສົມຄວນ, ​ແມ່ນ​ເຂດທີ່​ມີ​ພູຜາ​ປ່າ​ໄມ້, ​ແມ່​ນ້ຳ​ລຳ​ເຊ​ທີ່​ສວຍ​ງາມ, ມີ​ອາກາດ​ປອດ​ໂປ່​ງ, ຫາດ​ຊາຍທະ​ເລ​ກ້ວາງ, ນ້ຳ​ຂຽວ​ສະອາດ. ຫາດ​ຊາຍ​ທະ​ເລ ​ເຊີ່​ມ​ເຊີນ ​ແມ່ນ​ບ່ອນ​ທີ່​ມີ​ຄື້ນ​ໃຫຍ່, ຟອງ​ແຮງ ​​ເໝາະ​ສົມ​ກັບ​ຜູ້​ທີ່​ມັກ​ພະ​ຈົນ​ໄພ. ນອກຈາກ​ນັ້ນ​ແລ້ວ, ທະ​ເລ ​ເຊີ່​ມ​ເຊີນ ຍັງແມ່ນ​​ແຫ່ງ​ສະໜອງ​ສິນ​ທະ​ເລ​ທີ່​ອຸດົມສົມບູນດ້ວຍ​ຫຼາຍ​ປະ​ເພດ​ຄື: ກຸ້​ງ, ປາ​ມຶກ, ປູ, ​ແລະ ສິນ​ທະ​ເລ​ທີ່​ຫາ​ຍາກ​ອື່ນໆ​ອີກ….

ຈາກ​ນັ້ນ ​ແມ່ນ​ທະ​ເລ ຈ່າ​ໂກ໋ ຂຶ້ນ​ກັບ​ແຂວງ ກວາງ​ນິງ. ທະ​ເລ ຈ່າ​ໂກ໋ ​ໄດ້​ຮັບ​ການ​ຂະໜານ​ນາມ​ວ່າ​ແມ່ນ “ຫາດ​ຊາຍ​ທະ​ເລ​ງາມ​ກ່ວາ​ໝູ່​ຢູ່​ພາກ​ເໜືອ ຫວຽດນາມ”, ດ້ວຍ​ຫາດ​ຊາຍ​ທະ​ເລ​ທີ່​ກ້ວາງ​ໃຫຍ່ ​ແລະ ຮາບ​ພຽງ, ຂີ້ຊາຍສີຂາວ ​ແລະ ນ້ຳ​ທະ​ເລ​ຂຽວ​ສະອາດ​ທັງ 4 ລະດູ​ໃນ​ປີ. ຢູ່​ໃກ້​ກັບ​ຫາດ​ຊາຍ​ທະ​ເລ​ແມ່ນ​ປ່າຕົ້ນ​ສົນ ​ແລະ ຢູ່​ໃກ້ໆ​ນັ້ນ​ມີ​​ປ່າ​ເຄັມຊາຍ​ເລັນ. ອາກາດ​ຢູ່ ຈ່າ​ໂກ໋ເຢັນ​ສະບາຍ, ສະພາບ​ແວດ​ລ້ອມ​​ສະຫງົບ​ງຽບ ​ແລະ ຍັງ​ມີ​ຄວາມ​ງາມ​ແບບ​ດັ້ງ​ເດີມ. ມາ​​ແຫ່ງ​ນີ້, ​ເພື່ອ​ນກໍ່​ສາມາດ​ຊື້ສິນທະ​ເລ​​ສົດໆ​ຢູ່​ແຄມ​ທະ​ເລ ​ເມື່ອ​ເຮືອ​ຂອງ​ຊາວ​ປະມົງ​ໄປ​ຫາປາ​ຢູ່​ທະ​ເລ​ກັບ​ມາ​ໄດ້.

ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາວິທະຍຸກະຈາຍສຽງ ຫວຽດນາມ ພາກພາສາລາວ  - ảnh 1
ເກາະ ໂກໂຕ

ນອກ​ຈາກນັ້ນ ຍັງ​ມີ ​ເກາະ ​ໂກ​ໂຕ ກໍ່​ຂຶ້ນ​ກັບ​ແຂວງ​ ກວາງ​ນິງ. ​​ໂກ​ໂຕ ມີ​ຫາດ​ຊາຍ​ທະ​ເລ 2 ​ແຫ່ງ​ທີ່​ສວຍ​ງາມ ​ແມ່ນ ວ່າ​ນຈ໋າຍ ​ແລະ ຮົ່ງວ່າ​ນ. ຫາດ​ຊາຍ​ທະ​ເລ ວ່າ​ນຈ໋າຍ ນອນ​ຢູ່​ທາງ​ທິດຕາ​ເວັນ​ຕົກ​ຂອງ​ເກາະ, ນີ້​ແມ່ນ​ຫາດ​ຊາຍ​ທະ​ເລຮົກ​ເຮຶ້ອ, ຂີ້​ຊາຍ​ສີຂາວ ​ແລະ ສະອາດ, ຄື້ນບໍ່​ແຮງສາມາດ​ລະ​ຫຼີ້ນ​ເທິງ​ຫາດ​ຊາຍ​ນີ້​ໄດ້. ສ່ວນ​ຫາດ​ຊາຍ​ທະ​ເລ ຮົ່ງວ່າ​ນ ຕັ້ງ​ຢູ່​ທາງ​ທິດຕາ​ເວັນ​ອອກຂອງ​ເກາະ, ຂີ້​ຊາຍ​ຢູ່​ທີ່​ນີ້​ອ່ອນ​ນວນ​ຫຼາຍ. ນອກຈາກ​ອາບ​ນ້ຳ​ທະ​ເລ​ແລ້ວ, ​ເພື່ອນ​ສາມາດ ​ໄປ​ຢ້ຽມຢາມ​ປ່າ​ທຳ​ມະ​ຊາດ, ​ໂຄມ​ໄຟ​ທະ​ເລ, ​ເຂດ​ອະນຸສະຖານ ​ແລະ ສາ​ວາລີ​ປະທານ ​ໂຮ່ຈີ​ມິນ, ຂົວ​ກຳ​ປັ່ນ, ໝູ່ບ້ານຂອງ​ຊາວ​ປະມົງ, ບັນດາ​ອ່າວທະ​ເລ, ຫາດ​ຫິນ​ທຳ​ມະ​ຊາດ​ໄດ້.​

ຍັງ​ມີ​ຫາດ​ຊາຍ​ທະ​ເລ​ບາງ​ແຫ່ງ​ຄື: ຫາຍທິ້ງ ຢູ່ ນາມ​ດິ້ງ, ​ເກື໋ອ​ໂຮ້ຍ ຢູ່​ແຂວງ​ເຫ​ງ້ອານ, ຮ່ວາ​ຫາຍ ຢູ່ ​ເມືອງ ຕິ້ງ​ຢາ, ​​ແຂວງ ແທງ​ຮ໋ວາ, ​ເຂດ resort ລິງ​ເຈື່ອງ ຢູ່ ​​ເມືອງ ຮວັງ​ຮ໋ວາ, ແທງ​ຮ໋ວາ.​.​.​ ລ້ວນ​ແຕ່​ແມ່ນ​ສະຖານ​ທີ່​ທ່ອງ​ທ່ຽວ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​. ຫວັງ​ວ່າ, ບັນ​ດາ​ຂໍ້​ມູນ​ດັ່ງກ່າວ ຈະ​ຊ່ວຍ​ໃຫ້​ເພື່ອນ ມີ​ໄຊ ​ເຂົ້າ​ໃຈ​ກ່ວາ​ອີກກ່ຽວ​ກັບ​ບັນດາ​ຫາດ​ຊາຍ​ທະ​ເລ​ຢູ່ ຫວຽດນາມ. ພວກ​ຂ້າພະ​ເຈົ້າ​ປາດ​ຖະໜາ​ຢາກ​​ໄດ້​ຕ້ອນຮັບ​ເພື່ອນ​ມາ​ຢ້ຽມຢາມ ຫວຽດນາມ ​ໃນ​ເວລາ​ໄວ​ທີ່​ສຸດ.

​ໃນ​ອາທິດ, ພວກ​ເຮົາ​ກໍ່​ໄດ້​ຮັບ ອີ​ເມ​ວຈາກ​ທ່ານ ​ເພັດ​ສະຫວັນ ສີສະ​ນົນ ​ເຊິ່ງ​ໄດ້ຖາມ​ກ່ຽວ​ກັບ​ອາກາດ​ຂອງ ຮ່າ​ໂນ້ຍ, ພວກ​ເຮົາ​ຂໍ້​ແຈ້ງ​​ໃຫ້ທ່ານ​​ໄດ້​ຮັບ​ຊາບວ່າ: ​ຕົ້ນ​ອາທິດ, ອາກາດ​ຢູ່ ຮ່າ​ໂນ້ຍ ​​ມີ​ຝົນ​ຕົກ​ຍ້ອນ​ຖືກ​ຜົນ​ສະທ້ອນ​ຈາກ​ພະຍຸ​ເລ​ກທີ 2 ຢູ່ທະ​ເລ​ຕາ​ເວັນ​ອອກ​. ນັບ​ແຕ່​ວັນ​ທີ 27 – 30 ອາກາດ​​ແດດ​ຮ້ອນ, ອຸນຫະ​ພຸມ​ສະ​ເລຍ​ແຕ່ 26 – 35 ອົງສາ.

ນາງ ທິດາ, ນັກ​ສຶກສາ​ພະ​ແນ​ກ​ກະ​ເສດ​ສາດ, ມະຫາວິທະຍາ​ໄລ​ແຫ່ງ​ຊາດ ລາວ ຝາກ ອີ​ເມ​ວມາ​ຍັງ​ລາຍການ​ໂດຍ​ຖາມ​ວ່າ: ​​ໂດຍແມ່ນ​​ຜູ້​ຟັງ​ບໍ່​ເປັນ​ປະຈຳ​ຂອງ​ລາຍການ, ດັ່ງ​ນັ້ນ​ເມື່ອ​ໄດ້​ຮັບ​ຟັງ 19 ມາດຖານ​​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ຂ້າພະ​ເຈົ້າ​ບໍ່​ຮູ້​ວ່າ 19 ມາດຖານນັ້ນ​ແມ່ນ​ແນວ​ໃດ. ຂໍ​ໃຫ້​ທາງ​ລາຍການ​ຕອບ​ໃຫ້​ຂ້າພະ​ເຈົ້າ​ຮູ້​ກ່ຽວ​ກັບ 19 ມາດຖານ​ນີ້​​ໄດ້ຫລື​ບໍ່?

​ເພື່ອນ ທິດາ ທີ່​ຮັກ​​ແພງ, 19 ມາດຖານ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ແມ່ນ: ວາງ​ແຜນ​ກຳນົດ, ຄົມ​ມະນະ​ຄົມ, ຊົນ​ລະ​ປະທານ, ​ໄຟຟ້າ, ​ໂຮງຮຽນ, ພື້ນຖານ​ວັດຖຸ​ວັດທະ​ນະ​ທຳ, ຕະຫລາ​ດ, ​ໄປສະນີ, ​ເຮືອນ​ຢູ່​ຂອງ​ປະຊາຊົນ, ລາຍ​ຮັບ, ອັດຕາ​ຄອບຄົວ​ທຸກ​ຍາກ, ອົງ​ປະກອບ​ຄົນ​ງານ, ຮູບ​ແບບ​ຈັດ​ຕັ້ງ​ການ​ຜະລິດ, ການ​ສຶກສາ, ສາທາລະນະ​ສຸກ, ວັດທະນະທຳ, ສິ່ງ​ແວດ​ລ້ອມ, ລະບົບ​ອົງກາ​ນຈັດ​ຕັ້ງ​ການ​ເມືອງ​ສັງຄົມ​ໝັ້ນຄົງ, ຄວາມ​ໝັ້ນຄົງດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​​ໄດ້​ຮັບ​ການ​ຮັກສາ​ໄວ້ຢ່າງ​ໝັ້ນຄົງ.

 ພວກ​ເຮົາ​ມີ​ຄວາມ​ມ່ວນ​ຊື່ນ​ເມື່ອ​ໄດ້​ຮັບ​ຈົດ​ໝາຍ, ອີ​ແມວ​, ​ໂທລະສັບ​ຈາກ​ທ່ານ​ຜູ້​ຟັງ: ມີ​ໄຊ, ວັນ​ໄຊ, ທິດາ, ​ເພັດ​ສະຫວັນ, ຂໍຂອບ​ໃຈ​ພວກ​ເພື່ອ​ນຫຼາຍ​ໆ. ນອກຈາກ​ຕິດ​ຕໍ່ກັບ​ພວກ​ຂ້າພະ​ເຈົ້າ​ທາງ​ໂທລະສັບ, ​ອີ​​ແມ​ວ, ​ໄປສະນີ​ແລ້ວ, ທ່ານ​ສາມາດປະກອບ​ຄຳ​ເຫັນໂດຍ​ກົງ​ໃນ ​ແວັບ​ໄຊ vovworld.vn ຂອງ​ພວກ​ເຮົາ. ຫວັງ​ວ່າ, ​ໃນ​ໄລຍະຈະ​ມາ​​ເຖິງ, ພວກ​ເພື່ອນ​ຈະ​ສືບ​ຕໍ່​ຕິດຕາມ​ລາຍການ​ຂອງ​ພວກ​ເຮົາ​ເປັນ​ປະຈຳ​ກ່ວາ ​ແລະ ປະກອບ​ຄຳ​ເຫັນ ​ເພື່ອ​ໃຫ້​ລາຍການ​ນັບ​ມື້​ນັບ​ສົມບູນ​ກ່ວາ​ອີກ.

       

ຕອບກັບ

ຂ່າວ/ບົດ​ອື່ນ