ຖ​້ຳ​ເຊີນດອງ ໃນ​ແຂວງ ກ໋​ວາງ​ບີ່ງ

(VOVWORLD) - “ໂດຍເປັນຜູ້ເຮັດວຽກງານກ່ຽວຂ້ອງເຖິງລາວ, ໄດ້ໄປປະຕິບັດງານຢູ່ລາວ ເປັນປະຈຳ, ດັ່ງນັ້ນ, ຂ້າພະເຈົ້າຮູ້ຈັກເຖິງວັດທະນະທຳລາວ. ຂ້າພະເຈົ້າຮູ້ຈັກແວບໄຊພາສາລາວຂອງວິທະຍຸກະຈາຍສຽງ ຫວຽດນາມ ຜ່ານສ່ຽວຜູ້ໜຶ່ງ ແລະ ຂ້າພະເຈົ້າເຄີຍຍາດເວລາເພື່ອອ່ານຂ່າວ, ອ່ານບົດໃນເວັບໄຊນີ້.

ໃນອາທິດ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 269 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກ 48 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 07 ສະບັບ. ໃນນັ້ນ, ຜູ້ຟັງຫຼາຍທ່ານໄດ້ຝາກຄຳອວຍພອນປີໃໝ່ເນື່ອງໃນໂອກາດບຸນປີໃໝ່ລາວ ເຖິງບັນນາທິການພາກພາສາລາວ. ນອກຈາກນັ້ນ, ມີບາງຄົນຍັງມີຄວາມສົນໃຈເຖິງບັນດາທັດສະນີຍະພາບຂອງ ຫວຽດນາມ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ຶ້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງມີຄວາມສົນໃຈ.

ຖ​້ຳ​ເຊີນດອງ ໃນ​ແຂວງ ກ໋​ວາງ​ບີ່ງ - ảnh 1ພິທີບາສີສູ່ຂວັນຢູ່ສະຖາບັນພົວພັນຕ່າງປະເທດຢູ່ ຮ່າໂນ້ຍ

(ພາບ: Dieu Hong)

ໃນອາທິດຜ່ານມາ, ເພື່ອນ ຄຳທະວີ, ເພື່ອນ ບຸນເພັດ, ຢູ່ແຂວງ ວຽງຈັນ; ເພື່ອນ ບຸ່ຍງອັກຮູຍ, ເພື່ອນ ງອັກແອງ, ຢູ່ນະຄອນຫຼວງ ຮ່າໂນ້ຍ ໄດ້ສົ່ງຈົດໝາຍ, ອີເມວ ອວຍພອນປີໃໝ່ເຖິງລາຍການ. ໃນນັ້ນ, ເພື່ອນ ງອັກແອງ ໃຫ້ຮູ້ວ່າ: “ໂດຍເປັນຜູ້ເຮັດວຽກງານກ່ຽວຂ້ອງເຖິງລາວ, ໄດ້ໄປປະຕິບັດງານຢູ່ລາວ ເປັນປະຈຳ, ດັ່ງນັ້ນ, ຂ້າພະເຈົ້າຮູ້ຈັກເຖິງວັດທະນະທຳລາວ. ຂ້າພະເຈົ້າຮູ້ຈັກແວບໄຊພາສາລາວຂອງວິທະຍຸກະຈາຍສຽງ ຫວຽດນາມ ຜ່ານສ່ຽວຜູ້ໜຶ່ງ ແລະ ຂ້າພະເຈົ້າເຄີຍຍາດເວລາເພື່ອອ່ານຂ່າວ, ອ່ານບົດໃນເວັບໄຊນີ້. ເນື່ອງໃນໂອກາດບຸນປີໃໝ່ ພ.ສ 2561, ຂໍອວຍພອນໃຫ້ບັນດາອ້າຍເອື້ອຍນ້ອງໃນພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ ຈົ່ງມີສຸຂະພາບເຂັ້ມແຂງ, ປະສົບຜົນສຳເລັດໃນວຽກງານຂອງຕົນ ແລະ ສ້າງເວັບໄຊພາສາລາວ ນັບມື້ນັບມີເນື້ອໃນອຸດົມສົມບູນ ເພື່ອດຶງດູດຜູ້ອ່ານໃຫ້ຫຼາຍກ່ວາອີກ.”

ຂໍຂອບໃຈບັນດາຜູ້ອ່ານ, ຜູ້ຟັງໄດ້ມີຄວາມສົນໃຈເຖິງລາຍການເວົ້າລວມ ແລະ ບັນນາທິການໃນພາກພາສາລາວ ເວົົ້າສະເພາະ. ເພື່ອຕອບສະໜອງຕາມຄວາມມຸ່ງມາດປາດຖະໜາຂອງທ່ານຜູ້ຟັງ, ຜູ້ອ່ານ, ບັນນາທິການຂອງພາກພາສາລາວ ໄດ້ພະຍາຍາມນຳເອົາແຫຼ່ງຂໍ້ມູນຂ່າວສານທີ່ມີປະໂຫຍດມາສູ່ທ່ານຜູ້ຟັງ, ພິເສດ, ແມ່ນບັນດາຂ່າວຄາວ ກ່ຽວກັບການພົວພັນລະຫວ່າງ ຫວຽດນາມ  - ລາວ ເນື່ອງໃນໂອກາດບຸນປີໃໝ່ລາວ. ພວກຂ້າພະເຈົ້າຂໍອວຍພອນໃຫ້ທຸກໆທ່ານ ປີໃໝ່ຈົ່ງມີໂຊກມີໄຊ, ປະສົບແຕ່ສິ່ງທີ່ດີໆເດີ.

++++

ເພື່ອນ ສຸລາວັນ, ຢູ່ແຂວງ ຫົວພັນ, ໄດ້ຝາກອີເມວເຖິງລາຍການດ້ວຍເນື້ອໃນວ່າ: “ມີເພື່ອນຄົນໜຶ່ງຊວນຂ້າພະເຈົ້າໄປທ່ຽວຢູ່ແຂວງ ກ໋ວາງບີ່ງ ໃນທ້າຍເດືອນ ເມສານີ້ ຍ້ອນວ່າມີເຫດການວັດທະນະທຳຂະໜາດໃຫຍ່ ຈະໄດ້ຮັບການຈັດຕັ້ງຢູ່ທີ່ນີ້. ຫວັງວ່າ, ບັນນາທິການຂອງພາກພາສາລາວ ຈະແນະນຳໃຫ້ຂ້າພະເຈົ້າຮູ້ແຈ້ງກ່ວາ ກ່ຽວກັບການເຄື່ອນໄຫວວັດທະນະທຳທີ່ຈະຈັດຕັ້ງໃນຊ່ວງເວລານີ້ໄດ້ບໍ່?”

ເພື່ອນ ສຸລາວັນ ທີ່ຮັກແພງ, ສັບປະດາວັດທະນະທຳທ່ອງທ່ຽວ ດົ່ງເຫີຍ ປີ 2018 ຈະໄດ້ຈັດຕັ້ງໃນລະຫວ່າງວັນທີ 24 – 30 ເມສາ. ໃນຂອບເຂດສັບປະດານີ້, ມີການເຄື່ອນໄຫວຫຼາຍຢ່າງຈະໄດ້ຈັດຕັ້ງຄື: ງານວາງສະແດງພາບຖ່າຍ ດົ່ງເຫີຍ ໃນເມື່ອກ່ອນ ແລະ ໃນປະຈຸບັນ, ງານບຸນເດີນສວນສະໜາມຢູ່ທ້ອງຖະໜົນ, ການພົວພັນແລກປ່ຽນບັນດາທຳນອງເພງພື້ນເມືອງ, ດົນຕີຢູ່ທ້ອງຖະໜົນ, ງານບຸນ ອາຫານການກິນ ກ໋ວາງບີ່ງ, ງານບຸນ ຂັບບ໋າຍຈ່ອຍ… ໜຶ່ງໃນບັນດາການເຄື່ອນໄຫວພົ້ນເດັ່ນຂອງສັບປະດາແມ່ນງານບຸນ ເດີນສວນສະໜາມໃນທ້ອງຖະໜົນ ຫຼືເອີ້ນວ່າ Carnaval ດົ່ງເຫີຍ 2018. ທີ່ງານບຸນ, ບັນດາຊຸດອາພອນທີ່ມີສີສັນຫຼາກຫຼາຍຈະໄດ້ຮັບການສະແດງທີ່ເຕັມໄປດ້ວຍຄວາມປະທັບໃຈ ຂອງບັນດານາງແບບ ເດີນສວນສະໜາມນຳກັນໃນທ້ອງຖະໜົນ. ນອກຈາກນັ້ນແລ້ວ, ຈະມີຮ້ານວາງສະແດງຂາຍອາຫານການກິນຂອງ ຫວຽດນາມ ແລະ ສາກົນ 50 ຮ້ານ, ດ້ວຍການເຂົ້າຮ່ວມຂອງບັນດາພໍ່ຄົວທີ່ມາຈາກບັນດາພັດຕະຄານໃຫຍ່ຢູ່ພາກເໜືອ. ຫວັງວ່າ, ເພື່ອນ ຈະຈັດແບ່ງເວລາເພື່ອມາເຂົ້າຮ່ວມ ແລະ ຄົ້ນຫາສັບປະດາວັດທະນະທຳນີ້ເພື່ອຊອກຮູ້ຕື່ມອີກກ່ຽວກັບເຂດດິນແດນພາກກາງ ກ໋ວາງບິ່ງ. ອວຍພອນໃຫ້ເພື່ອນ ມີລາຍການທ່ອງທ່ຽວຢ່າງມີຄວາມມ່ວນຊື່ນ ແລະ ເຕັມໄປດ້ວຍຄວາມໝາຍ.

ຖ​້ຳ​ເຊີນດອງ ໃນ​ແຂວງ ກ໋​ວາງ​ບີ່ງ - ảnh 2 ຖ້ຳ ເຊີນດອງ (ແຂວງ ກ໋ວາງບີ່ງ)

ໃນອີເມວ ຝາກເຖິງລາຍການ, ເພື່ອນ ຄຳມີ, ຢູ່ແຂວງ ຊຽງຂວາງ ຢາກຊອກຮູ້ກ່ຽວກັບຖ້ຳ ເຊີນດອງ, ເພື່ອນໄດ້ຂຽນວ່າ: “ຂ້າພະເຈົ້າຮູ້ວ່າ, ຢູ່ແຂວງ ກ໋ວາງບີ່ງ ມີຖ້ຳຫຼາຍແຫ່ງ, ໃນນັ້ນ ມີຖ້ຳ ຟອງຍາ, ທຽນເດື່ອງ ແລະ ຫວ່າງແລ້ວນີ້ແມ່ນ ຖ້ຳ ເຊີນດອງ ໄດ້ພົບເຫັນໃໝ່. ແຕ່ວ່າສະຖານທີ່ແຫ່ງນີ້ແມ່ນບ່ອນເລິກລັບສຳລັບແຂກທ່ອງທ່ຽວ ຍ້ອນວ່າພູມສັນຖານຢູ່ແຫ່ງນີ້ທຸລະກັນດານ, ເຂົ້າໄປຍາກຫຼາຍ. ບັນນາທິການຂອງພາກພາສາລາວ ອາດຈະຊ່ວຍຂ້າພະເຈົ້າຮູ້ແຈ້ງກ່ວາກ່ຽວກັບວິວັດການຊອກຫາຖ້ຳເຊີນດອງ ໄດ້ບໍ່?”

ເພື່ອນ ຄຳມີ ທີ່ຮັກແພງ, ຖ້ຳເຊີນດອງ ຂຶ້ນກັບເທດສະບານ ເຕີນແຈກ, ເມືອງ ໂບ໋ແຈກ, ແຂວງ ກ໋ວາງບິ່ງ ໄດ້ຮັບຖືວ່າແມ່ນຖ້ຳທຳມະຊາດໃຫຍ່ທີ່ສຸດຢູ່ໃນໂລກ. ຖ້ຳແຫ່ງນີ້ນອນໃນລະບົບຖ້ຳ ຟອງຍາ - ແກ໋ບາງ. ນີ້ແມ່ນສ່ວນໜຶ່ງຂອງລະບົບຖ້ຳໃຕ້ດິນເຊື່ອມຈອດຖ້ຳ 150 ກ່ວາແຫ່ງອື່ນໆຂອງ ຫວຽດນາມ ໃກ້ກັບຊາຍແດນຂອງລາວ. ໜັງສືພິມລາຍວັນ New York ໄດ້ຈັດຖ້ຳເຊີນດອງ ຢູ່ໃນອັນດັບ 8 ໃນຈຳນວນ 52 ສະຖານທີ່ໃນບັນຊີລາຍຊື່ບ່ອນເຄີຍໄປປີ 2014. ປີ 1991, ໂຮ່ແຄງ -  ແມ່ນຊາວທ້ອງຖິ່ນ - ທີ່ຄົ້ນພົບຖ້ຳເຊີນດອງ ໂດຍບັງເອີນ ດ້ວຍການເຂົ້າໄປລີ້ຝົນຢູ່ປາກຖ້ຳ. ຮອດປີ 2009, ເມື່ອມີຄະນະນັກຄົ້ນຫາຖ້ຳຂອງລາຊະອານາຈັກ ອັງກິດ ໄປເຖິງເຂດນີ້ເພື່ອສຳຫຼວດ, ໂຮ່ແຄງ ຈຶ່ງໄດ້ລາຍງານກັບເຂົາເຈົ້າ. ຜ່ານຄວາມຫຍຸ້ງຍາກລຳບາກຫຼາຍຢ່າງ ໂຮ່ແຄງ ຈຶ່ງຊອກເຫັນໄດ້ປະຕູເຂົ້າຖ້ຳຢູ່ເລິກໃນປ່າ ດ້ວຍພູມສັນຖານທຸລະກັນດານ, ຫ່າງໄກຈາກຖະໜົນຫົນທາງ. ວັນທີ 22 ເມສາ 2009, ຄະນະປະຕິບັດງານຂອງສະຫະສະມາຄົມຖ້ຳແຫ່ງລາຊະອານາຈັກ ອັງກິດ ໂດຍ Howard Limbirt ນຳໜ້າໄດ້ປະກາດວ່າ ໄດ້ຄົ້ນພົບຖ້ຳ ແລະ ຖືວ່າ ຂອບຂະໜາດຂອງຖ້ຳເຊີນດອງແມ່ນໃຫຍ່ທີ່ສຸດຢູ່ໃນໂລກ. ໃນເດືອນ ມັງກອນ 2010, ບັນດານັກຄົ້ນຫາໄດ້ກັບຄືນມາ ເຊີນດອງ ເພື່ອຊອກຮູ້ຂໍ້ມູນຕື່ມກ່ຽວກັບລະບົບຖ້ຳແຫ່ງນີ້… ໃນຊຸມປີມໍ່ໆມານີ້, ມີບໍລິສັດທ່ອງທ່ຽວຕ່າງປະເທດບາງແຫ່ງໄດ້ຂຸດຄົ້ນລາຍການທ່ອງທ່ຽວຄົ້ນຫາຖ້ຳເຊີນດອງ ແຕ່ຍ້ອນວ່າຄ່າໃຊ້ຈ່າຍແພງ ແລະ ສະຫງວນໃຫ້ພຽງແຕ່ຜູ້ມັກລາຍການປະຈົນໄພເທົ່ານັ້ນ ດັ່ງນັ້ນ ຈຶ່ງບໍ່ມີຫຼາຍຄົນໄດ້ເຫັນຖ້ຳແຫ່ງນີ້. ຫວັງວ່າ, ບັນດາຂໍ້ມູນຂ່າວດັ່ງກ່າວຈະຊ່ວຍໃຫ້ເພື່ອນ ຄຳມີ ເຂົ້າໃຈແຈ້ງກ່ວາກ່ຽວກັບຖ້ຳ ເຊີນດອງ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ