ນ້ຳໃຈສາມັກຄີມິດຕະພາບ ລະຫວ່າງ ດ້ຽນບຽນກັບພາກເໜືອຂອງລາວ

ໃນ​ຊຸມ​ມື​ນີ້, ສອງ​ປະ​ເທດ​ລາວ - ຫວຽດນາມ ພວມມຸ່ງ​ໄປ​ສູ່​ພິທີ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ສາຍ​ພົວພັນ​ທາງ​ການ​ທູດລະ​ຫວ່າງ​ສອງ​ປະ​ເທດ, 35 ປີ ​ແຫ່ງ​ວັນ​ເຊັນ​ສົນທິສັນ​ຍາ​ມິດ​ຕາ​ພາບ​ການ​ຮ່ວມ​ມື ​ແລະ ​​ປີ​​ແຫ່ງ​ຄວາມສາມັກຄີ​, ມິດຕະພາບລະ​ຫວ່າງ​ຫວຽດນາມ - ລາວ. ​ໃນ​ເຂດ​ດິນ​ແດນ Dien Bien Phu ​ແຫ່ງປະຫວັດສາດ​ນີ້, ປະຊາຊົນ​ແຕ່ລະຄົນ​ພວມ​ເພີ່ມ​ພູນ​ຄຸນ​ສ້າງ​ຄວາມ​ສາມັກຄີ​ມິດຕະພາບນັ້ນ ດ້ວຍ​ຄວາມສັດ​ຊື່​ບໍ່​ລິ​ສຸດ​ກັບ​ບັນດາ​ແຂວງ​ທາງ​ພາກ​ເໜືອ​ຂອງ​ລາວ. ​

ອ້າຍ ສົມ​ພອນ ດີ​ລີ​ວົງ, ພະນັກງານ​ພະ​ແນ​ກສຶກສາ​​ທິການ ແລະ ​ກິລາ​​ແຂວງ​ຫຼວງ​ພະ​ບາງ ​ແລະ ບັນດາ​ນັກ​ສຶກສາລາ​ວ ທີ່​ພວມ​​ຮຽນພາສາ​ຫວຽດນາມ ຢູ່​ສູນ​ສຶກສາບຳລຸງ​ສ້າງ​ປະຈຳແຂວງ Dien Bien ຮູ້ສຶກ​ວ່າ​ເມື່ອ​ໄດ້​ມາ​ດຳລົງ​ຊີວິດ, ​ແລະ ຮໍ່າຮຽນ​ຢູ່​ Dien Bien Phu ດິນ​ແດນ​ແຫ່ງ​ປະຫວັດ​ສາດ​ນີ້ ແມ່ນ​ຄວາມ​ເປັນ​ກຽດ, ​ແມ່ນຄວາມ​ເອກ​ອ້າງ​ຖະນົງ​ໃຈຂອງ​ອ້າຍ. ບໍ່​ພຽງ​ແຕ່ຍ້ອນ​ຄວາມ​ເອົາ​ໃຈ​ໃສ່, ຄວາມ​ໃກ້ຊິດ​ສະ​ໜິດ​ສະ​ໜົມຂອງ​ຄູ່​ອາຈານ ​ແລະ ບັນດາໝູ່​ເພື່ອນ​ໃນ​ໂຮງຮຽນ​ເທົ່າ​ນັ້ນ, ຫາກ​ອ້າຍ​ຍັງ​ຮູ້ສຶກ​ວ່າ​ເຂດ​ດິນ​ແດນ ​ແລະ ປະຊາຊົນ​ຢູ່​ທີ່​ນີ້​ມີ​ຄວາມ​ໃກ້​ຊິດ​ສະ​ໜິດສະໜົມ​ຄື​ດັ່ງ​ປະຊາຊົນ​ໃນ​ປະ​ເທດຂອງ​ຕົນ​ອີກ​ດ້ວຍ.

        ແຕ່​ດົນ​ນາມາແລ້ວ, ຂ້າພະ​ເຂົ້າ​ເຄີຍໄດ້ຮັບ​ຟັງ​ວ່າ ລາວ - ຫວຽດນາມ ​ເປັນ​ອ້າຍນ້ອງ​ທີ່​ໄດ້​ອູ້ມຊູຊ່ວຍ​ເຫຼືອ​ເຊິ່ງກັນ​ ແລະ ກັນ​ຫຼາຍ​ຢ່າງ. ດຽວ​ນີ້​, ໄດ້ມາຮຽນ​ພາສາ​ຫວຽດ ຢູ່​ແຂວງ Dien Bien, ​ຂ້າພະ​ເຈົ້າ​ຍິ່ງ​ມີ​ຄວາມ​ເຂົ້າ​ໃຈໄດ້​​ວ່າ ເປັນ​ຫຍັງຊາວ​ຫວຽດນາມ ​ແລະ ລາວ​ ພັດມີ​ຄວາມ​ຮັກ​ແພງ​ກັນຄື​ແນວ​ນັ້ນ. ຊາວ​ຫວຽດນາມ ມີ​ຄວາມ​ດຸໝັ່ນ​ຂະຫຍັນ​ພຽນ, ​ເຮັດ​ວຽກ​ເກັ່ງ​ ​ແລະ ມີ​ຄວາມ​ໃກ້ຊິດ​ສະໜິດສະໜົມ. ຂ້າພະ​ເຈົ້າ​ມັກ​ຢູ່​ແຂວງ Dien Bien ​ແລະ ຫວຽດນາມ ​ເພາະ​ມັນຄ້າຍຄື​ຢູ່​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນແທ້ .

        ​ໃນເກືອ​ບ 10 ປີ​ທີ່​ຜ່ານ​ມາ, ປີ​ໃດ​ແຂວງ Dien Bien ກໍ​ສະໜອງ​ທຶນສຶກສາ​ ໃຫ້​​ແກ່ນັກ​ສຶກສາລາ​ວ ປະມານ 90 ຄົນ ມາຮໍ່າຮຽນພາສາ​ຫວຽດ ​ເປັນ​ເວລາ 1 ປີ​ຢູ່​ຫວຽດນາມ ​ແລະ ບຳລຸງ​ສ້າງ​ວິຊາ​ຊີບໃຫ້​ນັກ​ສຶກສາເກືອບ 300 ຄົນ ຢູ່​ບັນດາ​ວິທະຍາ​ໄລ, ​ໂຮ​ງຮຽນ​ວິ​ຊາ​ຊີບ​ຊັ້ນ​ກາງຢູ່​ແຂວງ​​ເປັນ​ເວລາ 3 ປີ​. ປະຈຸ​ບັນ, ​ແຂວງ Dien Bien ກໍ​ສົ່ງ​ນັກຮຽນ 25 ຄົນ ​ເຊິ່ງ​ແມ່ນ​ນັກຮຽນ​ບັນດາເຜົ່າ​ໃນ​ແຂວງ​ໄປ​ຮໍ່າຮຽນ​ຢູ່​ມະຫາວິທະຍາ​ໄລ ສຸພານຸ​ວົງ ​ແຫ່ງປະ​ເທດ​ລາວ. ທ່ານ Le Van Quy, ຫົວໜ້າພະແນກສຶກສາບຳລຸງສ້າງ ແຂວງ Dien Bien ​ໃຫ້​ຮູ້​ວ່າ.

 ນ້ຳໃຈສາມັກຄີມິດຕະພາບ ລະຫວ່າງ ດ້ຽນບຽນກັບພາກເໜືອຂອງລາວ - ảnh 1
ທ່ານ Le Van Quy, ຫົວໜ້າພະແນກສຶກສາບຳລຸງສ້າງ ແຂວງ Dien Bien
( ພາບ: dienbien.edu.vn )


ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ ​ເລື່ອງ​ສືບ​ຕໍ່​ບຳລຸງ​ສ້າງ​ນັກ​ສຶກສາໃຫ​້​ແກ່​ບັນດາ​ແຂວງ​ທາງ​ພາກ​ເໜືອ​ຂອງ​ລາວ, ກໍ​ຄື​ສືບ​ຕໍ່​ສົ່ງ​ພະນັກງານ, ນັກຮຽນ​ຂອງ​ຫວຽດນາມ ​ໄປ​ຮຽນ​ຢູ່ແຂວງ ຫຼວງ​ພະ​ບາງ ​ແມ່ນ​ວຽກ​ງານ​ທີ່​ຈຳ​ເປັນ ​ເພື່ອ​ແນ​ໃສ່​ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ​ໃຫ້​ທັງ​ສອງ​ຝ່າຍ. ນອກຈາກ​ນັ້ນ​ແລ້ວ, ພວກ​ຂ້າພະ​ເຈົ້າ​ຍັງ​​ແລກປ່ຽນຄະນະ​ພະນັກງານ ຄຸ້ມ​ຄອງ ​ແລະ ຄູສອນ​​ລະຫວ່າງແຂວງ Dien Bien ກັບ ແຂວງຫຼວງ​ພະ​ບາງ, ອຸດົມ​ໄຊ, ພົງ​ສາລີ ເພື່ອ​ແລກປ່ຽນ​ບົດຮຽນ, ຝຶກ​ອົບຮົມ​ແນ​ໃສ່​ຍົກ​ສູງ​ຄຸນ​ນະພາ​ບການ​ສຶກສາ​ເທື່ອ​ລະ​ກ້າວ .

        ນອກ​ຈາກ​ການຮ່ວມ​ມື, ຊ່ວຍ​ເຫຼືອ​​ເຊິ່ງກັນ ​ແລະ ກັນ​ໃນ​ຂົງ​ເຂດ​ສຶກສາ​ແລ້ວ, ​ນັບແຕ່​ປີ 2006 ມາ​ຮອດ​ປະຈຸ​ບັນ, ​ແຂວງ Dien Bien ​ຍັງ​ຊ່ວຍ​ເຫຼືອ 3 ​ແຂວງ​ທາງ​ພາກ​ເໜືອ​ຂອງ​ລາວ​ ຄືແຂວງຫຼວງ​ພະ​ບາງ, ອຸດົມ​ໄຊ, ຜົ້ງ​ສາລີ ນັບ 10 ຕື້​ດົງ ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ​ສັງຄົມ. ສະ​ເພາະ​ປີ 2012 ນີ້, ​ແຂວງ Dien Bien ​ໄດ້​ມອບ ກິດຈະກຳ ສະ​ຫວັດ​ດີກາ​ນສັງ​ຄົມໃຫ້​ແຕ່ລະ​ແຂວງລວມຍອດ​ມູນ​ຄ່າ 32 ຕື້​ດົງ. ປະຈຸ​ບັນບັນດາ​ວິ​ສາ​ຫະກິດ​ຂອງ​ແຂວງ Dien Bien ​ໄດ້​ຊຸກຍູ້ ​ແລະ ຜັນ​ຂະຫຍາຍ​ການ​ລົງທຶນ, ຊ່ວຍ​ເຫຼືອ​ລາວ ​ໃນ​ທຸກ​ຂົງ​ເຂດ​ຄື; ພະລັງງານ, ​​ໂລຫະ ​ແລະ ການ​ບໍລິການ. ​ເພື່ອສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ຜົນງານ​ດັ່ງກ່າວ, ທ່ານ​ນາງ Lo Thi Thu, ຮອງ​ຫົວໜ້າ​ພະ​ແນ​ກການ​ຕ່າງປະ​ເທດ​ໃຫ້​ຮູ້​ວ່າ.

        ໃນ​ໄລຍະ​ຈະ​ມາ​ເຖິງແຂວງ Dien Bien ພວກ​ຂ້າພະ​ເຈົ້າ​ຈະ​ສືບ​ຕໍ່​ຫັນ​ເປັນ​ລະອຽດ, ປະຕິບັດ​ບັນດາ​ເນື້ອ​ໃນ​ເຊິ່ງສອງ​ພັກ, ສອງ​ລັດ ​ໄດ້​ລົງ​ນາມ. ພ້ອມ​ກັນປະຕິບັດ​​ວຽກ​ງານ​ໂຄສະນາ​ສຶກສາ​ປະຊາຊົນ​ປົກ​ປັກ​ຮັກສາ ​ແລະ ​ເສີມ​ຂະຫຍາຍ​ສາຍ​ພົວພັນ​ມິດຕະພາບທີ່​ເປັນມູນ​ເຊື້ອມາ​ແຕ່​ດົນ​ນານ, ກໍ່​ຄືການ​ຮ່ວມ​ມື​ຢ່າງຮອບດ້ານ​ລະຫວ່າງ​ຫວຽດນາມ ​ແລະ ລາວ ​ເວົ້າ​ລວມ, ແລະ ​ແຂວງ Dien Bien ກັບ​ບັນດາ​ແຂວງ​ທາງ​ພາກ​ເໜືອຂອງ​ລາວ​ເວົ້າ​ສະ​ເພາະ​ໃນ​ທຸກໆ​ຂົງ​ເຂດເປັນ​ຢ່າງ​ດີ. ທາງ​ແຂວງ​ກໍ່ສົ່ງ​ຄະນະ​ຜູ້​ແທນ​ໄປ​ຍັງບັນດາ​ແຂວງ​ທາງ​ພາກ​ເໜືອຂອງ​ລາວເພື່ອ​ແລກປ່ຽນ, ຮໍ່າຮຽນ​ເອົາ​ບົດຮຽນ​ເຊິ່ງກັນ ​ແລະ ກັນເປັນ​ປະຈຳ .

 ນ້ຳໃຈສາມັກຄີມິດຕະພາບ ລະຫວ່າງ ດ້ຽນບຽນກັບພາກເໜືອຂອງລາວ - ảnh 2
ການພົບປະແລກປ່ຽນສີສັນວັດທະນະທຳຫວຽດນາມ - ລາວ
( ພາບຈາກອີນເຕີແນດ )

ໃນ​ດວງ​ໃຈ​ຂອງ​ອ້າຍ​ສົມ​ພອນ ​ແລະ ນັກ​ສຶກສາລາ​ວ​ແຕ່ລະຄົນ, ຮ່າ​ໂນ້ຍ - ວຽງ​ຈັນ, Dien Bien - ພາກ​ເໜືອ​ຂອງລາວ​ເວົ້າສະ​ເພາະ ກໍ່​ຄື ຫວຽດນາມ - ລາວ​​ ເວົ້າລວມຍາມ​ໃດ​ກໍ່ມີ​ຄວາມ​ສາມັກຄີ, ໃກ້ຊິດ​ສະໜິດສະໜົມ ​ແລະ ມີຄວາມ​ຮັກ​ແພງ​ຊ່ວຍ​ເຫຼືອ​ເຊິ່ງກັນ​ ແລະ ກັນ.

ຕອບກັບ

ຂ່າວ/ບົດ​ອື່ນ