ບັນ​ດາ​ງານ​ບຸນ​ໄດ້​ໄຂ​ຂຶ້ນ​ໃນ​ເດືອນ​ຈຽງ​ຢູ່​ຫວຽດ​ນາມ

ໃນ​ລາຍ​ການ “ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້ນີ້, ພວກ​ເຮົາ​ຂໍຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ, ອີ​ແມວ ແລະ ຕອບ​ຄຳ​ຖາມ​ເຊິ່ງ​ທ່ານ​ຜູ້​ຟັງ​ຝາກ​ມາ​ລາຍ​ການ​ໃນ​ອາ​ທິດ​ຜ່ານ​ມາ.

ເພື່ອ​ເປັນ​ການ​ເປີດ​ສາກ​ລາຍ​ການມື້ນີ້, ພວກ​ເຮົາ​ຂໍ​​ຝາກ​ຄຳ​ຂອ​ບ​ອົກ​ຂອບ​ໃຈ​ເຖິງທ່ານ: ຫງວຽນ​ວັນ​ແຕ້ວ, ເພັດ​ສະ​ຫວັນ, ເພັດ​ສະ​ໝອນ, ຄຳ​ວອນ, ວັນ​ວິ​ໄລ, ຄຳ​ເຜີຍ… ທີ່​ໄດ້​ຝາກ​ຄຳ​ອວຍ​ພອນ​ປີ​ໃໝ່​ອັນ​ດີ​ງາມມ​າ​ຍັງ​ພວກ​ເຮົາ. ເນື່ອງ​ໃນ​ໂອ​ກາດນີ້, ບັນ​ນາ​ທິ​ການ, ໂຄ​ສົກ​ຂອງ​ພາກ​ພາ​ສາ​ລາວ, ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ກໍ່​ອວຍ​ພອນ​ໃຫ້​​ຜູ້​ຝັງ​ທ​ຸກ​ທ່ານ​ຈົ່ງ​ມີ​ສຸ​ຂະ​ພາບ​ເຂັ້ມ​ແຂງ, ມ​ີ​ຄວາມ​ຜາ​ສ​ຸກ​ພ້ອມ​ກັບ​ຄອບ​ຄົວ ແລະ ປະ​ສົບ​ຜົນ​ສ​ຳ​ເລັດ​ໃນ​​ໜ້​າ​ທີ່ວຽກ​ງານ​ຂອງ​ຕົນ… ຫວັງ​ວ່າ​ໃນ​ປີ​ໃໝ່​ນີ້, ທ່ານ​ຜູ້​ຟັງ​ຈະ​ສົ່ງ​ຈົດ​ໝາຍ, ອີ​ແມວ, ໂທ​ລະ​ສັບ​ມ​າ​ຍັງລາຍ​ການຫຼາຍ​ກ່​ວາ​ອີກ​ເພື່ອ​ໃຫ້​ລາຍ​ການ​ນັບ​ມື້​ນັບ​ດູດ​ດື່ມ​​ຕໍ່ຜູ້​ຟັງ, ຜູ້​ອ່ານ.

+++

ໃນ​ອາ​ທິດ, ພວກ​ເຮົາ​ກໍ່​ໄດ້​ຮັບ​ອີ​ແມວ​ຈາກ​ເພື່ອນ ລັດ​ດາ​ພອນ, ຢູ່​ນະ​ຄອນຫຼວງ ວຽງ​ຈັນ ດ້ວຍ​ເນື້ອ​ໃນ​ວ່າ: ອາ​ທິດ​ຜ່ານ​ມາ, ເມື່ອ​ອ່ານ​ຂ່າວ​ຕ່າງໆ​ໃນ​ແວບ​ໄຊ vovworld.vn ຂ້າ​ພະ​ເຈົ້າ​ໄດ້​ຮູ້​ຢ່າງ​ຈະ​ແຈ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ຕ້ອນ​ຮັບ​ປີ​ໃໝ່​ຢູ່​ປະ​ເທດ​ຂອງ​ພວກ​ເພື່ອນ. ຈາກ​ບັນ​ດາ ​ການ​ເຄື່ອນ​ໄຫວຢື້​ຢາມ​ຖາມ​ຂ່າວ, ມອບ​ຂອງ​ຂວັນ​ໃຫ້​ຄອບ​ຄົນ​ທ​ຸກ​ຍາກ, ຜູ້​ມີ​ຄຸນ​ງາ​ມ​ຄວາມ​ດີ ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ໃນ​ບັນ​ດາ​ຂ່າວ​ຄາວ​ໃນ​ອາ​ທິດ. ສະ​ເພາະ​ຂ້າ​ພະ​ເຈົ້າ​ມັກ​ອ່ານ​ບັນ​ດາ​ບົດ​ຂຽນ​ກ່ຽວ​ກັບ​ຮີດ​ຄອງ​ປະ​ເພ​ນີ​ໃນ​ບຸນ​ເຕັດ ຫວຽດ​ນາມ. ພິ​ເສດ​​ແມ່ນ​ບົດ “ຕອນບ່າຍວັນສຸດທ້າຍຂອງປີເກົ່າ ແລະ ເລື່ອງລາວ ຕົ໋ງກື້ວເງັງເຕິນ”, ຜ່ານ​ບົດ​ຂຽນ​ດັ່ງ​ກ່າວ​ຂ້າ​ພະ​ເຈົ້າ​ເຂົ້າ​ໃຈ​ໄດ້​ວ່າ​ຈຸ​ດ​ເວ​ລາ​ສົ່ງ​ທ້າຍ​ປີ​ເກົ່າ ຕ້ອນ​ຮັບ​ປີ​ໃໝ່​ແມ່ນ​ຈຸດ​ເວ​ລາ​ສຳ​ຄັນ​ ແລະ ມີ​ຄວາ​ມ​ໝາຍ​ທີ່​ສ​ຸດ​ສຳ​​ລັບປະ​ຊາ​ຊົນ ຫວຽດ​ນາມ.

ເພື່ອ​ນ​ລັດ​ດາ​ພອນ ທີ່​ຮັກ​ແພງ, ​​ຈຸດ​ເວ​ລາ​ສົ່ງ​ທ້າຍ​ປິ​ເກົ່າ​ຕ້ອນຮັບ​ປີ​ໃໝ່​ແມ່ນ​ຈຸດ​ເວລາສັກສິດ​ທີ່​ສຸດ. ຕາມ​ປະ​ເພນີ​ແລ້ວ, ຊາວ​ຫວຽດນາມ ຈະ​ລົບລ້າງທຸກສິ່ງ​ທຸກ​ຢ່າງ​ທີ່​ບໍ່​ຈົບ​ບໍ່​ງາມ​ໃນ​ປີ​ເກົ່າ​ ​ເພື່ອ​ກ້າວ​ເຂົ້າ​ສູ່​ປີ​ໃໝ່​ດ້ວຍສິ່ງ​ທີ່​ຈົບງາມ. ບັນດາ​ປະ​ເພນີ​ດັ່ງກ່າວ​ໄດ້​ມີ​ມາ​ແຕ່​ດົນ​ນານ​ແລ້ວ ​ແລະ ມັນ​ຕິດ​ພັນ​ກັບ​ການ​ປະພຶດ​ຕໍ່​ທີ່​ເຕັມ​ໄປ​ດ້ວຍ​ລັກສະນະ​ວັດທະນະທຳ​ມະນຸດ, ​ເຊິ່ງພຽງ​ແຕ່​ມີ​ໃນ​ໂອກາດ​ບຸນ​ເຕັດ​ຢູ່​ຫວຽດນາມ​ ເທົ່າ​ນັ້ນ. ກ່ອນ​ບຸນ​ເຕັດ​ເຄິ່ງ​ເດືອນ, ບັນດາ​ສະມາຊິກ​ໃນ​ຄອບຄົວ​ຕ່າງໆ​ເລີ່​ມ​ເຮັດອະນາ​ໄມ​ທຳ​ຄວາມ​ສະອາດ​ເຮືອນ​ຊານ ​ບ້ານ​ຊ່ອງ. ປະ​ເພນີ “ຕົ໋ງກື້ວ​ເງັງ​ເຕິ​ນ“, ໝາຍ​ຄວາມ​ວ່າ​ປະລະ​ອັນ​ເກົ່າ, ລົບ​ລ້າງ​ຄວາມ​ສ່ຽງ​ຂອງ​ປີ​ເກົ່າ​ເພື່ອ​ຕ້ອນຮັບ​ອັນ​ໃໝ່ ​ແລະ ຄວາມ​ໂຊກດີ​ໃນ​ປີ​ໃໝ່.

+++

ສ່ວນ​ທ່ານ ຄຳ​ຫຼ້າ, ແຂວງ ຊຽງ​ຂວາງ ໄດ້​ຝາກ ອີ​ແມວ ມາ​ຍັງ​ລາຍ​ການ​ທີ່​ໄດ້​ມີ​ບັນ​ດາ​ການ​ສ່ອງ​ແສງ​ຕັ້ງ​ໜ້າ​ກ່ຽວ​ກັບ​ບັນ​ດາ​ບົດ​ຂຽນ​ໃນ​ໂອ​ກາດ​ບຸນ​ເຕັດ. ໃນ​ນັ້ນ​ມີ​ຄວາມ​ສົນ​ໃຈ​ທີ່​ສຸດ​ແມ່​ນ​ບົດ​ຂຽນ​ “ການຕ້ອນຮັບບຸນເຕັດຢູ່ພາກເໜືອ ແລະ ພາກໃຕ້ຫວຽດນາມ”, ທ່ານ ຄຳຫຼ້າ ໃຫ້​ຮູ້​ວ່າ: ຜ່ານ​ບົດ​ຂຽນ​ຂ້າ​ພະ​ເຈົ້າ​ຈຶ່ງ​ຮູ້​ວ່າ​ການ​ກະ​ກຽມ​, ຕ້ອນ​ຮັບ​ບຸນ​ເຕັດ​ຢູ່​ບັນ​ດາ​ເຂດ​ພາກ​ຕ່າງໆ​ຂອງ ຫວຽດ​ນາມ ມ​ີ​ຄວາມ​ແຕກ​ຕ່າ​ງ​ກັນຫຼາຍ. ຕົວ​ຢ່າງ​ຄື, ຢູ່​ພາກ​ເໜືອ​ມັກ​​ປະ​ດັບ​ປະ​ດາ​ດ້ວຍສະ​ແດງດອກ​ຄາຍ ແຕ່​ຢູ່​ພາກ​ໃຕ້​​ແມ່ນດອກ​ເໝີຍ. ນີ້​ແມ່ນ​ຍ້ອນ​ບັນ​ຫາ​ດິນ​ຟ້າ​ອາກາດ, ອຸນ​ຫະ​ພຸມ​ຢູ່​ແຕ່​ລະ​ເຂດ​ພາກ, ແຕ່​ຜ່ານນີ້ກໍ່​ສ້າງ​ສີ​ສັນ​ຕ່າງໆ​ໃນ​ບຸນ​ເຕັດ ຫວຽດ​ນາມ.”

ຂໍ​ຂອບ​ໃຈ​ຕໍ່​ການ​ປະ​ກອບ​ຄຳ​ເຫັນ​ຂອງ​ທ່ານ ຄຳຫຼ້າ, ຜ່ານ​ຈົດ​ໝາຍ​ທີ່​ທ່ານ​ຝາກ​ມາ​ລາຍ​ການ ພວກ​ເຮົາ​ຮູ້​ວ່າ​ໄດ້​ທ່ານ​ແມ່ນ​ຜູ້​ຕິດ​ຕາມ​ລາຍ​ການ​ເປັນ​ປະ​ຈຳ. ຫວັງ​ວ່າ, ຜ່ານ​ບັນ​ດາ​ບົດ​ຂຽນ​ດັ່ງ​ກ່າວ, ທ່ານ​ຈະ​ເຂົ້າ​ໃຈຫຼາຍ​ກ່​ວາ​ກ່ຽວ​ກັບ​ປະ​ເທດ​ຊາ​ດ ແລະ ຊາວ ຫວຽດ​ນາມ ກ່​ວາ​ອີກ. ຫວັງ​ວ່າ, ໄລ​ຍະ​ຈະ​ມາ​ເຖິງ, ທ່ານ​ຈະ​ຂຽນ​ຈົດ​ໝາຍ, ອີ​ແມ​ວ​ປະ​ກອບ​ຄຳ​ເຫັນ​ໃຫ້​ລາຍ​ການຫຼາຍ​ກ່​ວາ​ອີກ. ​ຜູ້​ຟັງ​ທ່ານ​ໃດ​ມີ​ຄວາມ​ສົນ​ໃຈ​ຕໍ່​ບັນ​ດາ​ບົດ​ຂຽນ​ໃນ​ໂອ​ກາດ​ບຸນ​ເຕັດ​ຂອງ​ພວກ​ເຮົາ​ສາ​ມາ​ດ​ອ່​ານ, ຟັງ​ຄື​ນ​ໃນ​ແວບ​ໄຊ: vovworld.vn.

ບັນ​ດາ​ງານ​ບຸນ​ໄດ້​ໄຂ​ຂຶ້ນ​ໃນ​ເດືອນ​ຈຽງ​ຢູ່​ຫວຽດ​ນາມ - ảnh 1
ງານ​ບຸນ​ເຈົ້າ​ແມ່
(ພາບ: dulichlehoi.com)

ເພື່ອນ​ໝອນ, ຢູ່​ແຂວງ ຈ​ຳ​ປາ​ສັກ ໄດ້​ໂທ​ລະ​ສັບ​ມາ​ຍັງ​ລາຍ​ການ ແລະ ຖາມ​ວ່າ ໃນ​ເດືອນ​ຈຽງ ຢ​ູ່ ຫວຽດ​ນາມ ມີ​ງານ​ບຸນ​ໃດ​ແດ່?

          ເພື່ອນ​ໝອນ​ທີ່​ຮັກ​ແພງ, ໃນ​ເດືອນ​ຈຽງ​ແຕ​່​ລະ​ປີ ຢູ່ ຫວຽດ​ນາມ, ພິ​ເສດ​ແມ່ນຢ​ູ່​ພາກ​ເໜື​ອ​ມີຫຼາຍ​ງານ​ບຸນ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຂຶ້ນ, ໃນ​ນັ້ນ​ມີ​ບັນ​ດາ​ງານ​ບຸນ​ໃຫຍ່​ຄື:

            ງານ​ບຸ​ນ​ນະ​ວັດ​ສະ​ການ​ວັດ​ເຮືອງ: ນີ້​ແມ່​ນ​ງານ​ບຸນ​ທີ່​ດຶງ​ດູດ​ຄວາມ​ສົນ​ໃຈ​ຂອງ​ປະ​ຊາ​ຊົນ​ໃນ​ທົ່ວ​ປະ​ເທດ​ທີ່​ສຸດ. ຕາມ​ທຳ​ນຽມ​ແລ້ວ, ວັນ​ໄຂ​ງານ​ບຸນ​ແມ່ນ​ວັນ​ທີ 6 ເດືອນ ຈຽງ ແລະ ແກ່​ຍາວ​ຮອດ​ເດືອນ 3 ໄລ່​ຕາມ​ຈັນ​ທະ​ປະ​ຕິ​ທິນ. ​ຕາມຄະ​ນະ​ຈັດ​ຕັ້ງ​ງານ​​ບຸນ​ແລ້ວ, ປີນີ້​ຈະ​ມີ​ບັນ​ດາ​ຈຸດໃໝ່​ເພື່ອ​ສ້າງ​ຄວາ​ມ​ສະ​ດວກ​ໃຫ້​ແກ່​ແຂກ​ເຂົ້າ​ຮ່ວມ.

            ງານ​ບຸນ ອຽນ​ຕື​໋: ງານ​ບຸນ ອຽນ​ຕື໋ ໄດ​້​ຮັບ​ການ​ຈັດ​ຕັ້ງ​ຢູ່​ຕາ​ແສງ ເທື້ອງ​ອຽນ​ກົງ, ເມືອງ ອວງ​ບີ໋, ແຂວງ ກວາງ​ນິງ. ໄດ້​ຮັບ​ການ​ໄຂ​ຂຶ້ນ​ໃນ​ວັນ​ທີ 10 ເດືອນ​ຈຽງ. ດ້ວຍ​ບັນ​ດາ​ພິ​ທີ​ທີ່​ເປັນ​​ປະ​ເພ​ນີ​ຄື: ພິ​ທີ​ຖະ​ຫວາຍ​ທູບ​ທຽນ, ພິ​ທີ​ພາ​ວະ​ນາ​ຂໍ​ໃຫ້​ປະ​ຊາ​ຊົນ​ມີ​ຄວາມ​ສ​ະ​ຫງົບ​ສ​ຸກ, ກາ​ນ​ສະ​ແດງ​ບັນ​ດາ​ລາຍ​ການ​ສິ​ລະ​ປະ​ທີ່​ເປັນ​ມູນ​ເຊື້ອ, ພິ​ທີ​ຕັ້ງ​ທັບ​ສັກ​ສິດ ອຽນ​ຕື໋…

        ງານ​ບຸນ ​ເຈົ້າ​ແມ່: ນີ້​ແມ່ນ​ງານ​ບຸນ​ໃຫຍ່​ຢູ່​ພາກ​ເໜືອ, ພິ​ເສດ​ແມ່ນ​ສຳ​ລັບ​ວົງ​ການ​ນັກ​ທຸ​ລ​ະ​ກິດ, ຄ້າ​ຂາຍ. ທ້າຍ​ປີ​ໄປ​ຊຳ​ລະ​ໜີ້, ຕົ້ນ​ປີ​​ໄປ​ກູ້​ຢື​ມ​ເງິນ​ຈາກ ເຈົ້​າ​ແມ່ ໄດ້​ກາຍ​ເປັນ​ປະ​ເພ​ນີ​ທີ່​ມີ​ມາ​ແຕ່​ດົນ​ນານ​ຢູ່ ຫວຽດ​ນາມ. ວິ​ຫານ​ຂອງ​ເຈົ້າ​ແມ່​​ຕັ້ງ​ຢູ່ ບ້ານ ໂກ໋​ເໝ, ເມືອງ ຫວູ​ນິງ, ແຂວງ ບັກ​ນິງ. ງານ​ບຸນ​ນີ້​ໄດ້​ຖື​ກ​ໄຂ​ຂຶ້ນ​ໃນ​ວັນ​ທີ 14 ເດືອນ​ຈຽງ.

        ງານ​ບຸນ ລີມ (ບັກ​ນິງ): ງານ​ບຸນ ລີມ ແມ່ນ​ງານ​ບຸນ​ໃຫຍ່​ຢູ່​ແຂວງ ບັກ​ນິງ, ງານ​ບຸນ​ໄດ້​ຮັບ​ການ​ຈັດ​ຕັ້ງ​ໃນ​ວັນ​ທີ 13 ເດືອນ​ຈຽງ ປະ​ຈຳ​ປີ, ໃນ​ເມືອງ ຕຽນ​ຢູ. ງານ​ບຸນ​ນີ້​ແມ່ນ​ການດ​ຳ​ລົງ​ຊີ​ວິດ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອກ​ະ​ລັກ​ສະ​ເພາະ​ຂອງ​ປະ​ຊາ​ຊົນ​ຂັບ ກວານ​ຫໍ້.

            ນອກ​ຈາກນັ້ນ​ຍັງ​ມີ​ນັບ​ສິບໆ​ງານ​ບຸນ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ແຂວງ​ຕ່າງໆ​ໃນ​ທົ່ວ​ປ​ະ​ເທດ. ຖ້າ​ມີ​ໂອ​ກາດ​ເຊີນ​ທ່ານ​ຜູ້​ຟັງ​ມາ​ເຂົ້າ​ຮ່ວມ​ບັນ​ດາ​ງານ​ບຸ​ນ​ປະ​ເພ​ນີ​ຢູ່​ຫວຽດ​ນາມ.

ລາຍການ​ໂອ້​ລົມ​ກັບ​ເພື່ອນ​ລາວ​ຂອງ​ພວກ​ເຮົາ​ຂໍ້​ສິ້ນ​ສຸດ​ລົງ​ພຽງ​ເທົ່າ​ນີ້. ຖ້າ​ຫາກ​ຜູ້​ໃດ​ມີ​ຄວາມ​ສົນ​ໃຈ ​ແລະ ຢາກ​​ປະກອບ​ຄຳ​ເຫັນ​ໃຫ້​ລາຍການກະລຸນາ​ສົ່ງ​ຈົດໝາຍ​ມາ​ຍັງ​ລາຍການໂດຍ​ຈ່າໜ້າ​ຊອງ​ວ່າ: ວິທະຍຸ​ກະຈາຍສຽງ​ຫວຽດນາມ-ພາກ​ພາສາ​ລາວ-​ເຮືອນ​ເລກທີ 45 ຖະໜົມ​ບາ​ຈ້ຽວ-ຮ່າ​ໂນ້ຍ ຫຼື​ໂທລະສັບ​ມາ​​ໂດຍ​ກົງ​ຕາມ​ເບີ​ໂທ: 0084.43.8256631, ອີ​ແມວ: Laovov@yahoo.com ຫຼື laovov5@gmail.com. ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ ​ແລະ ພ້ອມ​ແລ້ວຈະ​ຕອບ​ຄຳ​ຖາມ​ຂອງ​ທ່ານ​ທຸກ​ປະການ. ຂໍ​ຂອບ​ໃຈທ່ານທີ່​​ໄດ້ຕິດຕາມ​ຮັບ​ຟັງ ​ແລະ ຊົມ​ລາຍການ​ຂອງ​ພວກ​ເຮົາ.       

       


ຕອບກັບ

ຂ່າວ/ບົດ​ອື່ນ