ບັນດາຜົນງານພົ້ນເດັ່ນໃນການພົວພັນລະຫວ່າງ ຫວຽດນາມ ແລະ ລາວ ໃນປີ 2014

ບັນດາຜົນງານພົ້ນເດັ່ນໃນການພົວພັນລະຫວ່າງ ຫວຽດນາມ ແລະ ລາວ ໃນປີ 2014 - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ລາວ ຈຸມ​ມະ​ລີ ໄຊ​ຍະ​ສ​ອນ ແລະ ເລ​ຂາ​ທິ​ການ​ໃຫຍ່ ຫວຽດ​ນາມ ຫງວຽນ​ຟູ໋​ຈ້ອງ

(vovworld) – ໃນ​ລາຍ​ການ “ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້ນີ້, ພວກ​ເຮົາ​ຂໍ​ສະຫຼຸບ​ໂດຍ​ຫຍໍ້​ບັນ​ດາ​ຜົນ​ງານ​ພົ້ນ​ເດັ່ນ​ໃນ​ການ​ພົວ​ພັນ​ດ້ານ​ການ​ທູ​ດ, ການ​ລົງ​ທຶນ, ກ​ານ​ຄ້າ, ການ​ສຶກ​ສາ… ລະ​ຫວ່າງ ຫວຽດ​ນາມ ແລະ ລາວ ໃນ​ປີ 2014.

 ໃນ​ປີ 2014, ການ​ພົວ​ພັນ​ດ້ານ​ການ​ທູ​ດ​ລະ​ຫວ່າງ 2 ປະ​ເທດມ​ີ​ບາດ​ກ້າວ​ພັດ​ທະ​ນາ​ອັນ​ດີ​ງາມ, ເຊິ່ງ​ໄດ້​ຮັບ​ການສະ​ແດງ​​ອອກ​ຜ່ານກາ​ນ​ຢ້ຽມ​ຢາມ ຫວຽດ​ນາມ ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ປະ​ທານ​ປະ​ເທດ ສ​ປ​ປ ລາວ ຈຸມ​ມາ​ລີ ໄຊ​ຍະ​ສອນ ພ້ອມ​ກ​ັບ​ພັນ​ລະ​ຍາ ໃນ​ເດືອນ 8. ການເຂົ້າ​ຮ່ວມກອງ​ປະ​ຊຸມ​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດ​ໂລກ (AIPA) ຄັ້ງ​ທີ 35, ຢູ່​ນະ​ຄອນຫຼວງ ວຽງ​ຈັນ,  ​ລະ​ການເຂົ້າ​ຢ້ຽມ​ຂ່ຳ​ນັບ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ລາວ ຈຸມ​ມະ​ລີ ໄຊ​ຍະ​ສອນ ຂອງທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ຊິງ​ຮ​ູ່ງ ເມື່ອກາງ​ເດືອນ 9​. ການ​ພົບ​ປະ 2 ຝ່າຍລະ​ຫວ່າງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູ້ງ ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ທອງ​ສິງ​ທຳ​ມະ​ວົງໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປ​ະ​ຊຸມ​ຂັ້ນ​ສູງ​ເຂດ 3 ຫຼ່ຽມ​ພັດ​ທະ​ນາ ກຳ​ປູ​ເຈຍ - ລາວ - ຫວຽດ​ນາມ ຄັ້ງ​ທີ 8 ຢູ່​ວຽງ​ຈັນ ເມື່ອທ້າຍ​ເດືອນ 11/2014 ຜ່ານ​ມາ. ທີ່​ການ​ພົບ​ປະ​​ເຫຼົ່າ​ນັ້ນ​ການ​ນຳ​ຂັ້ນ​ສູງ 2 ປະ​ເທດ, ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ ແລະ ຊົມ​ເຊີຍ​ບັນ​ດາ​ຜົນ​ງານ​ອັນ​ໃຫຍ່ຫຼວງ, ສຳ​ຄັນ​ໃນ​ທຸກໆ​ຂົງ​ເຂດ​ເຊິ່ງ​ພັກ, ລັດ, ປະ​ຊາ​ຊົນ ສອງ​ປະ​ເທດ​ບັນ​ລຸ​ໄດ້​ໃນ​ໄລ​ຍະ​ຜ່ານ​ມາ. ການນ​ຳ​ຫວຽດ​ນາມ - ລາວ​ຍັງ​ຢັ້ນ​ຢືນ​ວ່າ: ການ​ພົວ​ພັນ ຫວຽດ​ນາມ - ລາວ ແມ່ນ​ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ​ຍາວ​ນານ, ບໍ​ລິ​ສຸດ, ເຊິ່ງ​ແມ່ນ​ການ​ພົວ​ພັນ​​ທີ່ຫາ​ຍາກ​​ຢູ່​ໃນ​ໂລກ, ​ແລະຈະ​​ມາ​ນະ​ພະ​ຍາ​ຍາມເຮັດ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອພັດ​ທະ​ນາ​ການ​ພົວ​ພັນ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບດ​້ານ​ລະ​ຫວ່າງ ຫວຽດ​ນາມ ແລະ ລາວ ໃຫ້​ນັບ​ມື້​ນັບ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ມ​ີ​ປະ​ສິດ​ທິ​ຜົນ ແລະ ແທດ​ຈິງ, ເພື່ອ​ການ​ພັດ​ທະ​ນາ​ວັດ​ທະ​ນາ​ຖາ​ວອນ​ຂອງ​ແຕ່​ລະ​ປະ​ເທດ, ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ​ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຢູ່​ພາກ​ພື້ນ ແລະ ຢູ່​ໃນ​ໂລກ.

ໃນ​ປີ​ຜ່ານ​ມາ, ຂົງ​ເຂດ​ລົງ​ທຶນ, ການ​ຄ້າ​ລະ​ຫວ່າງ ຫວຽດ​ນາມ ແລະ ລາວ ບັນ​ລຸ​ໄດ້​ຜົນງານທີ່​​ໜ້າ​ປະ​ທັບ​ໃຈ. ປະ​ຈຸ​ບັນ, ຫວຽດ​ນາມ ນອນ​ໃນຈຳນວນ 3 ປະ​ເທດ​ລົງ​ທຶນ​​ໃຫຍ່​ກວ່າ​ໝູ່​ຢູ່​ລາວ. ຮອດ​ເດືອນ 9/2014, ການ​ລົງ​ທຶນ​ຂອງ ຫວຽດ​ນາມ ຢູ່ ລາວ ບັນ​ລຸ​ລະ​ດັບ​ສະ​​ຖິຕິ​ແມ່ນ 5 ຕື້ USD. ມາ​ຮອດ​ປະ​ຈຸ​ບັນ, ລັດ​ຖະ​ບານ ລາວ ໄດ້​ອະ​ນຸ​ມັດ​ຜ່ານ 423 ໂຄງ​ການລົງທຶນ​ຂອງ​ບັນ​ດາ​ບໍ​ລິ​ສັດ ຫວ​ຽດ​ນາມ ຢູ່​ລາວ, ​ໃນ​ນັ້ນ 95% ແມ່ນ​ບັນ​ດາ​ໂຄງ​ການ​ລົງ​ທຶນ​ຢູ່​ທິດ​ໃຕ້​ພາກ​ກາງຂອງ​ລາວ, ​ເຂດ​ທີ່​ມີ​ພື້ນ​ຖານ​ເສດ​ຖະ​ກິດ​ດ້ອຍ​ພັດ​ທະ​ນາ​ກ່​ວາ​ໝູ່​ຢູ່​ລາວ. ມີຫຼາຍ​ໂຄງ​ການ​ລົງ​ທຶນ​​ເຂົ້າ​ຂົງ​ເຂດ​ກະ​ສິ​ກຳ ແລະ ຂຸດ​ຄົ້ນ​ບໍ່​ແຮ່. ວົງ​ເງິນ​ການ​ຄ້າ 2 ຝ່າຍ​ລະ​ຫວ່າງຫວຽດນາມ - ລາວ​ໄລ່ຮອດ​ເດືອນ 9/2014 ບັນ​ລຸ 995 ລ້ານ USD ເພີ່ມ​ຂຶ້​ນ 37,3% ເມື່ອ​ທ​ຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ. ການ​ລົງ​ທຶນ ແລະ ການ​ຄ້າ​ຂອງ ຫວຽດ​ນາມ ຢູ່​ລາວ ໄດ້​ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ຜູ້​ອອກ​ແຮງ​ງານລາວປະ​ມານ 30.000 ຄົນ. ລັດ​ຖະ​ບານ 2 ປະ​ເທດ​ໄດ້​ວາງ​ອອກ​ຈຸດ​ໝາຍ​ສູ້​ຊົນ​ຍົກ​ວົງ​ເງິນ​ການ​ຄ້າສອງ​ສົ້ນ​ໃຫ້​ບັນ​ລຸ 2 ຕື້ USD ໃນ​ປີ 2015. ບັນ​ດາ​ປະ​ເພດ​ສິນ​ຄ້າ​ເຊິ່ງວິ​ສາ​ຫະ​ກິດ ຫວຽດ​ນາມ ສົ່ງ​ໄປ​ຂາຍ​ຢູ່ລາວ​ລ​ວມ​ມີ: ເຫຼັກ​ກ້າ​ປະ​ເພດ​ຕ່າງໆ, ນ້ຳ​ມັນ​ອາຍ​ແກຼ​ສ, ເຄື່ອງ​ອາ​​ໄຫຼ່​ລົ​ດ​ຈັກ… ສ່ວນ​ວົງ​ເງິນສົ່ງ​ອອກ​ຂອງ​ລາວ​ເຂົ້າ​ຫວຽດນາມ​ບັນລຸ 668 ລ້ານ USD ເພີ່ມ​ຂຶ້ນ 61,8% ເມື່ອ​ທ​ຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ.

ບັນດາຜົນງານພົ້ນເດັ່ນໃນການພົວພັນລະຫວ່າງ ຫວຽດນາມ ແລະ ລາວ ໃນປີ 2014 - ảnh 2
ພາບ​ປະ​ກອບ

ນອກ​ຈາກ​ບັນ​ດາ​ຂົງ​ເຂດ​ດັ່ງ​ກ່າວ, ຂົງ​ເຂດ​ສຶກ​ສາກໍ່​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ບຸ​ລິ​ມະ​ສິດ​ອັນ​ດັບ​ໜຶ່ງ​ໃນ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ. ຮອດ​ທ້າຍ​ປີ 2014, ຈຳ​ນວນ​ພະ​ນັກ​ງານ, ນັກ​ຮຽນ, ນັກ​ສຶ​ກ​ສາ ລາວ ທີ່ພ​ວມ​ຄົ້ນ​ຄ້​ວາ, ຮ່ຳ​ຮຽນ​ຢູ່​ ຫວຽດ​ນາມ ແມ່ນ​ກ່​ວາ 7.782 ຄົນ, ໃນ​ນັ້ນ 2.558 ຄົນ​ໄດ້​ຮັບ​ທຶນ​ສຶກ​ສາ​ຈາກ​ລັດ​ຖະ​ບານ 2 ປະ​ເທດ, 3.224 ຄົນ​ໄດ້​ຮັບ​ທຶນ​ສຶກ​ສາ​ຂອງ​ບັນ​ດາ​ທ້ອງ​ຖີ່ນ, 165 ຄົນ​ໄດ້​ຮັບ​ທຶນ​ສຶກ​ສາ​ຈາກ​ບັນ​ດາ​ວິ​ສາ​ຫະ​ກິດ, 34 ຄົນ​ໄດ້​ຮັບ​ທຶນ​ສຶກ​ສາ​ຈາກ​ບັນ​ດາ​ອົງ​ການ​ສາ​ກົນ ແລະ 1.801 ຄົນ​ແມ່ນ​ທຶນ​ສ່ວນ​ຕົວ​. ສ່ວນ​ຈຳ​ນວນ​ນັກ​ຮຽນ, ນັກ​ສຶກ​ສາ ຫວຽດ​ນ​າມ ພວ​ມ​ຮ່ຳ​ຮຽນ​ຢູ່​ລາວ​ແມ່ນ 455 ຄົນ, ໃນ​ນັ້ນ 190 ຄົນ​ໄດ້​ຮັບ​ທຶນ​ສຶກ​ສາ​ຈາກ​ລັດ​ຖະ​ບານ 2 ປະ​ເທດ, 265 ຄົນ​ໄດ້​ຮັບ​ທຶນ​ສຶກ​ສາ​ຈາກ​ກະ​ຊວງ, ຂະ​ແໜງ​ການຕ່າງໆ​ແລະ ທຶນ​ສ່ວນ​ຕົວ.

ໃນ​ປີ 2014, ວຽກ​ງານ​ທ້ອນ​ໂຮມ​ອັດ​ຖິ​ທະ​ຫານອາສາ​ສະໝັກ ແລະ ນັກ​ຊ່ຽວ​ຊານ ຫວຽດ​ນາມ ທີ່​ໄດ້​ເສຍ​ສະຫຼະ​ຊີ​ວິດ​ຢູ່​ລາວ ກໍ່​ບັນ​ລຸ​ໄດ້​ຜົນ​ງານ​ພໍ​ສົມ​ຄວນ. ສະ​ເພາະເມືອງ ໂດ​ເລືອງ, ແຂວງ ແງ້​ອານ ​ໄດ້​ຮັບ​ອັດ​ຖິ 57 ຊຸດ​​. ໃນ​ນັ້ນ​ມີ​ອັດ​ຖິ 10 ຊຸດ​ໄດ​້​ຮັບ​ການ​ທ້ອນ​ໂຮມ​ຢູ່​ແຂວງ ວຽງ​ຈັນ ແລະ 47 ຊຸດ​ໄດ້​ຮັບ​ການ​ທ້ອນ​ໂຮມ​ຢູ່​​ແຂວງ ຊຽງ​ຂວາງ. ນອກ​ຈາກນັ້ນ ຍັງ​ມີ​ອັດ​ຖິ 32 ຊຸດ​ໂດຍກອງ​ທ້ອນ​ໂຮມ​ອັດ​ຖິ 589 ຂຶ້ນ​ກັບ​ກອງ​ບັນ​ຊາ​ການ​ທະ​ຫານ​ແຂວງກວາງ​ບີ່ງຊອກ​ຫາ ​ແລະ ທ້ອນ​ໂຮມ.

ບັນ​ດາ​ຕົ​ວ​ເລກ, ບັນ​ດາ​ໝາກ​ຜົນ​ທີ່​ບັນ​ລຸ​ໄດ້​ໃນ​ປີ 2014 ຈະ​ແມ່ນ​ກຳ​ລັງ​ໜູ​ນ, ​ເປັນ​ພື້ນຖານ​​ເພື່ອ​ໃຫ້ 2 ປະ​ເທດ​ສຸ້​ຊົນ​ບັນ​ລຸ​ບັນ​ດາ​ຄາດໝາຍ​ເຊິ່ງ​ການນ​ຳ​ສອງ​ປະ​ເທດ​ໄດ້​ວາງ​ອອກໃນ​ປີ 2015. ທັງ​ປະ​ກອບ​ສ່ວນ​ເພີ່ມ​ພຸນຄຸນ​ສ້າງ​​ສາຍ​ພົວ​ພັນ ຫວຽດ​ນາມ - ລາວ ​ໃຫ້ນັບ​ມື້​ນັບໝັ້ນ​ຄົງ​ທະ​ໜົງ​ແກ່ນ​ໄປ​ທົ່ວ​ກາ​ລະ​ນານ./.

 

 


ຂ່າວ/ບົດ​ອື່ນ