ຜົນສຳເລັດຂອງກອງປະຊຸມ AMM 46ແລະການປະກອບສ່ວນທີ່ຕັ້ງຫນ້າຂອງຫວຽດນາມ

(vovworld)- ​ໃນ​ອາທິດ​ຜ່ານ​ມາ, ພວກ​ຂ້າພະ​ເຈົ້າ​ສືບ​ຕໍ່​ໄດ້​ຮັບ​ຈົດໝາຍ, ​ໂທລະສັບ, ອີ​ແມວ​ຈາກ​ຜູ້​ຟັງ​ລາວ​ຫລາຍ​ຄົນ. ​ໃນ​ນັ້ນ ມີ​ຈົດໝາຍ​ຂອງ​ທ່ານ ສົມຫວັງ ​ແລະ ຄຳ​ຜູ​ຍຢູ່ ​ແຂວງ ບໍ່​ແກ້ວ. ບັນດາ​ທ່ານ​ຜູ້​ຟັງ​ໄດ້​ແບ່ງປັນ​ວ່າ: ຍ້ອນ​ຕ້ອງໄປ​ປະຕິບັດ​ງານ​ຢູ່​ຫ່າງ​ໄກ ​ແລະ ສຸຂະພາບ​ບໍ່​ເປັນ​ປົກກະຕິ ສະ​ນັ້ນ ​​ບໍ່​ຕິດຕາມ​ລາຍການ​ຂ່າວ​ໄດ້, ຫວັງ​ວ່າ​ລາຍການ​ພາກ​ພາສາ​ລາວ​ຈະ​​ແຈ້ງ​ໃຫ້​ຊາບ​ກ່ຽວ​ກັບ​ໝາກຜົນ​ຂອງ​ກອງ​ປະຊຸມ AMM 46 ຊື່​ງຈັດ​ຕັ້ງ​ຢູ່ ບຣູ​ໄນ ຫວ່າງ​ແລ້ວ​ນີ້ ກໍ​ຄື​ຢາກ​ຮູ້​ການ​ປະກອບສ່ວນ​ຂອງ ຫວຽດນາມ ທີ່​ກອງ​ປະຊຸມ​ດັ່ງກ່າວ. ຂໍ​ຂອບ​ໃຈ​ທ່ານ ສົມ​ຫວັງ ​ແລະ ຄຳ​ຜູ​ຍ ​ທີ່ໄດ້​ສົນ​ໃຈ​ບັນດາລາຍການ​ VOV 5​ ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ. ​ໃນ​ລາຍການ​ໂອ້​ລົມ​ກັບ​ເພື່ອນ​ລາວ​ພາກ​ນີ້, ພວກ​ເຮົາຂໍ​ແນະນຳ​ໃຫ້​ທ່ານ​ສົມ​ຫວັງ​, ຄຳ​ຜູ​ຍ ​ແລະ ທ່ານ​ຜູ້​ຟັງ​ກ່ຽວ​ກັບ​ບັນຫາ​ດັ່ງກ່າວ. ​

        ​        ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າ​ງປະ​ເທດ ອາ​ຊຽນ ຄັ້ງ​ທີ 46 (AMM 46) ​ແມ່ນ​ຫນຶ່ງ​ໃນ​ບັນດາ​ເວທີ​ປາ​ໄສ​ການຮ່ວມ​ມືສຳຄັນ​ທີ່​ສຸດ​ຂອງ ອາ​ຊຽນ ຊື່​ງ​ດຳ​ເນີນ​ໄປ​ແຕ່​ວັນ​ທີ 30/6 - 2/7/2013 ຢູ່ ນະຄອນຫລວງ Ban da Xe ri Begawoan ປະ​ເທດ ບຣູ​ໄນ ຊື່​ງ​ແມ່ນ​ປະ​ເທດ​ເຈົ້າພາບ ອາ​ຊຽນ 2013 ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ​ບັນລຸ​ຜົນສຳ​ເລັດຢ່າງຈົບງາມ. ກອງ​ປະຊຸມ​ບໍ່​ພຽງ​ແຕ່​ອອກ​ຖະ​ແຫລ​ງການ​ຮ່ວມ ຢືນຢັນ​ຄວາມ​ຕັດສິນ​ໃຈ​ຂອງ ອາ​ຊຽນ ​ໃນ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015, ​ເປີດ​ກວ້າງ​ການ​ຮ່ວມ​ມື​ກັບ​ບັນດາ​ຄູ່​ຮ່ວມ​ມື​ເທົ່າ​ນັ້ນ ຫາກ​ຍັງ​ບັນລຸ​ຄວາມ​ເປັນ​ເອກະ​ພາບ​ສູງ​ໃນ​ການ​ແກ້​ໄຂ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ອີກ​ດ້ວຍ.

ຜົນສຳເລັດຂອງກອງປະຊຸມ AMM 46ແລະການປະກອບສ່ວນທີ່ຕັ້ງຫນ້າຂອງຫວຽດນາມ - ảnh 1
ລັດຖະມົນຕີການຕ່າງປະເທດບັນດາປະເທດອາຊຽນເຂົ້າຮ່ວມກອງປະຊຸມ
ພາບ:internet

        ທີ່​ກອງ​ປະຊຸມ​ຄັ້ງ​ນີ້, ບັນດາ​ປະ​ເທດ ອາ​ຊຽນ ຢືນຢັນ​ຄວາມ​ຕັດສິນ​ໃຈ​ເພີ່ມ​ທະວີ​ຄວາມ​ມານະ​ພະຍາຍາມ​ເພື່ອ​ສ້າງ​ປະຊາ​ຄົມ​ອາຊຽນ​ໃຫ້​ສຳ​ເລັດ​ໃນ​ປີ 2015 ​ໃນ​ສາມ​ເສົາ​ຄ້ຳ​ຄື: ຄວາມ​ໝັ້ນຄົງ ການ​ເມືອງ, ​ເສດຖະກິດ ​ແລະ ວັດທະນະທຳ​ສັງຄົມ. ບັນດາ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ​ແລະ ຄູ່​ຮ່ວມ​ມື​ຂອງ​ອາ​ຊຽນ ລ້ວນ​ແຕ່​ຢືນຢັນ​ບົດບາດ​ໃຈກາງ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ​ໃນ​​ໂຄງ​ປະກອບ​ຂອງ​ພາກ​ພື້ນ. ບັນດາ​ປະ​ເທດ ອາ​ຊຽນ ​ເຫັນ​ດີ ສືບ​ຕໍ່​ເພີ່ມ​ທະວີ ​ແລະ ປັບປຸງ​ຄວາມ​ສາມັກຄີ, ຖື​ອາ​ຊຽນ ​​ແມ່ນ​ກຸ່ມ​ເປັນ​ເອກະ​ພາບ. ນອກ​ນັ້ນ ກອງ​ປະຊຸມ​ກໍ່​ໄດ້​ຍາດ​ເວລາ​ຫລາຍ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບີ່​ງມີນ, ຫົວຫນ້າ​ຄະນະ​ຜູ້​ແທນ​ຫວຽດນາມ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫ້​ຮູ້​ວ່າ: ກ່ຽວ​ກັບ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ, ບັນດາ​ປະ​ເທດ ອາ​ຊຽນ ​ເນັ້ນ​ຫນັກ​ວ່າ: ຄວນ​ສະ​ແດງ​ນ້ຳ​​ໃຈ​ສາມັກຄີ​ຂອງ​ກຸ່ມ​ອາ​ຊຽນ ​ແລະ ອີງ​ບົນ​​ຫລັກການ 6 ຂໍ້ ຂອງ​ອາ​ຊຽນ ​ເພື່ອ​ແກ້​ໄຂ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ທ່ານ ຟ້າມ​ບິ່ງມີນ ກ່າວ​ວ່າ:

        “ກ່ຽວ​ກັບ​ບັນຫາ​ທະ​​ເລ​ຕາ​​ເວັນ​ອອກ ບັນດາ​ປະ​ເທດ​ລ້ວນ​ແຕ່​ເນັ້ນ​ຫນັກ​ເຖິງ​ຄວາມ​ສຳຄັນ​ຂອງ​ສັນຕິພາບ, ຄວາມ​ໝັ້ນຄົງ, ຄວາມ​ປອດ​ໄພ​, ​ເສລີ​ໃນ​ການ​ເດີນ​ທະ​ເລ​ຢູ່​ທະ​ເລ​ຕາ​ເວັນ​ອອກ. ພິ​ເສດ ບັນດາ​ປະ​ເທດ​ລ້ວນ​ແຕ່​ເນັ້ນ​ຫນັກ​ຄວາມ​ຈຳ​ເປັນ​ຕ້ອງ​ສ້າງ​ປະມວນ​ຂໍ້​ກຳນົດ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC).”

           ສິ່ງ​ທີ່​ເປັນ​ຫນ້າ​ສົນ​​ໃຈ​​ໃນ​ກອງ​ປະຊຸມ​ຄັ້ງ​ນີ້ ນັ້ນ​ແມ່ນ​ການ​ພົວພັນ​ລະຫວ່າງ ອາ​ຊຽນ ​ແລະ ຈີນ ກ່ຽວ​ກັບ​ການ​ແກ້​ໄຂ​ບັນຫາ​ທະ​ເລ​ຕາ​ເວັນ​ອອກ. ຕາມ​ທ່ານ ​ເລ​ເລືອ​ງ​ມີນ ​ເລຂາທິການ​ໃຫຍ່ ອາ​ຊຽນ ​ແລ້ວ, ຈີນ ​ແລະ ອາ​ຊຽນ ບັນລຸ​ໄດ້​ຄວາມ​​ເຫັນ​ດີສືບ​ຕໍ່ພົບ​ປະ​ສົນທະນາ, ທາ​ບທາມ​ຄຳ​ເຫັນ​ຕັ້ງຫນ້າ​ເພື່ອ​ຮັບປະກັນ​ປະຕິບັດ​ຖະ​ແຫລ​ງການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ (DOC) ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນກໍ​ຄື​ສຳ​ເລັດ​ການ​ສ້າງ​ປະມວນ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ​ໂດຍ​ໄວ.

        ​ໂດຍ​ແມ່ນ​ສະມາຊິກ​ຂອງ ອາ​ຊຽນທີ່ມີ​ຄວາມ​ຮັບຜິດຊອບ​, ​ເຂົ້າ​ຮ່ວມ​ກອງ​ປະຊຸມ AMM 46 ຄັ້ງ​ນີ້ ຫວຽດນາມ ​ໄດ້​ມີ​ການ​ປະກອບສ່ວນ​ທີ່​ຕັ້ງຫນ້າ​ຫລາຍ​ຢ່າງ​ເພື່ອ​ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ອາ​ຊຽນ ​ແລະ ລະຫວ່າງ ອາ​ຊຽນ ກັບ​ບັນດາ​ຄູ່​ຮ່ວມ​ມື. ​ເມື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ​ໃນ​ປີ 2015, ຫວຽດນາມ ຢືນຢັນ​ວ່າ: ​ເພ່ືອ​ຜັນ​ຂະຫຍາຍ​ໃຫ້ຖືກ​ກັບ​ລະດັບ​ຄວາມ​ໄວ, ບັນດາ​ປະ​ເທດ ອາ​ຊຽນ ຄວນ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ແຫ່ງ​ຊາດ, ລົງທຶນ​ຢ່າງເໝາະ​ສົມ​​ໃຫ້​ແກ່​ແຫ​ລ່ງກຳລັງ​​, ສ້າງ ​ແລະ ປັບປຸງ​ກອບ​ກົດໝາຍ​ໃຫ້​ເໝາະ​ສົມ; ສຸມ​ໃສ່​ຊຸກຍູ້​ການ​ເຊື່ອມ​ຕໍ່​ລະບອບ, ​ເຊື່ອມ​ຕໍ່​ປະຊາຊົນ​ພ້ອມ​ກັບ​ເຊື່ອມ​ຕໍ່​ພື້ນຖານ​ໂຄງ​ລ່າງ. ສຳລັບ​ບົດບາດ​ໃຈກາງ​ຂອງ​ອາ​ຊຽນ, ຫວຽດນາມ ຖື​ວ່າ: ​ເພື່ອ​ປະຕິບັດ​ບັນຫາ​ນີ້​ໃຫ້​ໄດ້, ອາ​ຊຽນ ຄວນ​ສືບ​ຕໍ່​ສ້າງ ​ແລະ ​ແບ່ງປັນ​ຫລັກການກໍ່​ຄືມາດຖານ​ການ​ປະພຶດຕໍ່, ຮັບປະກັນ​ເຄົາລົບ​ບັນດາ​ຫລັກການ​ຂອງ​ກົດໝາຍ​ສາກົນ, ​ແກ້​ໄຂ​ການ​ພິພາດ​ໂດຍ​ສັນຕິ​ວິທີ, ບໍ່​ນຳ​ໃຊ້​ກຳລັງ​ອາວຸດ, ​ເສີມ​ຂະຫຍາຍ​ບັນດາ​ເຄື່ອງມືໃນ​ການ​ຮ່ວມ​ມື, ການ​ເມືອງ ຄວາມ​ໝັ້ນຄົງ​ຢູ່ ພາກ​ພື້ນ​ໃຫ້​ມີ​ປະສິດທິ​ຜົນ. ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາ ຟ້າ​ມບີ່​ນມີນ ​ໃຫ້​ຮູ້​ວ່າ:

        “ຄະນະ​ຜູ້​ແທນ​ຫວຽດນາມ​​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​ເພື່ອ​ສ້າງ​ເອກະສານ​ລວມຂອງ ອາ​ຊຽນ. ພິ​ເສດ ຫວຽດນາມ ​ໄດ້​ສະ​ເຫ​ນີອອກ​ຖະ​ແຫລ​ງການ ອາ​ຊຽນ ກ່ຽວ​ກັບ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ຄວບ​ຄຸມ​ໄພ​ທຳ​ມະ​ຊາດ​ໃນກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ ຄັ້ງ​ທີ 23 ຊື່​ງຈະຈັດ​ຕັ້ງ​ໃນ​ເດືອນ 10/2013 ​ເພື່ອ​ຊຸກຍູ້​ບົດບາດ​ຕົ້ນ​ຕໍ່ ​ແລະ ບົດບາດນຳ​ພາ​ຂອງ​ອາ​ຊຽນ.”

ຜົນສຳເລັດຂອງກອງປະຊຸມ AMM 46ແລະການປະກອບສ່ວນທີ່ຕັ້ງຫນ້າຂອງຫວຽດນາມ - ảnh 2
ວາລະໄກກອງປະຊຸມ AMM 46

        ສິ້ນ​ສຸດ​ກອງ​ປະຊຸມ, ບັນດາ​ປະ​ເທດ​ອາ​ຊຽນກໍ​ຮັບ​ຮູ້​ວ່າ: ຜົນສຳ​ເລັດ​ຂອງ​ກອງ​ປະຊຸມ AMM 46 ​ແມ່ນ​ພື້ນຖານ, ແມ່ນກຳລັງ​ຫນູນ​ສຳຄັນ​ເພື່ອ​ໃຫ້​ບັນດາ​ປະ​ເທດ​ສະມາຊິກ​ອາ​ຊຽນ ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ເທື່ອ​ລະ​ກ້າວ ​ແລະ ນຳ​ອາ​ຊຽນກ້າວ​ເຂົ້າ​ສູ່​ໄລຍະ​ໃຫມ່, ກ້າວ​ໄປ​ເຖິງ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ ວັດທະນາ​ຖາວອນ ​ແລະ ພັດທະນາ.

        ທ່ານ​ຜູ້​ຟັງ​, ຜູ້ອ່ານທີ່​ເຄົາລົບ, ທີ່ທ່າ​ນຫາ​ກໍ​ຮັບ​ຟັງ​​,  ອ່ານຜ່ານໄປແລ້ວນັ້ນ ແມ່ນການ​ທົບ​ທວນຄືນ​ບັນດາ​ໝາ​ກຜົນ​ຂອງ​ກອງ​ຊຸມ AMM 46 ຜ່ານ​ມາ ​ແລະ ການ​ປະກອບສ່ວນ​ຂອງ​ຫວຽດນາມ ທີ່​ກອງ​ປະຊຸມ. ຖ້າ​ທ່ານ​ຜູ້​ຟັງ​ທ່ານ​ໃດຢ່າງ​ຮູ້​ລາຍ​ລະອຽດ​ຂອງ​ກອງ​ປະຊຸມ ສາມາດ​ຕິດຕາມ​ໃນ​ເວັບ​ໄຊ​ຂອງ​ພວກ​ເຮົາ ດ້ວຍ​ລະຫັດ vov 5, vovworld.vn ຫລື ທ່ານ​ຜູ້​ຟັງ​ສາມາດ​ຕິດ​ຕໍ່​ກັບ​ພວກ​ເຮົາ​ຜ່ານ​ໂທລະສັບ 0084438256631, ທີ່ຢູ່: 45 Ba Trieu, Ha Noi.

email: laovov@yahoo.com

ຂໍ​ຂອບ​ໃຈ​

ຕອບກັບ

ຂ່າວ/ບົດ​ອື່ນ