ມອບລາງວັນການເສັງແຕ່ງບົດເພງກ່ຽວ​ກັບສາຍພົວພັນຫວຽດນາມ - ລາວ ປີ 2017

(VOVWORLD) -ໃນອາທິດຜ່ານມາ, ລະບົບກະຈາຍສຽງພາກພາສາຕ່າງປະເທດແຫ່ງຊາດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ 216 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງຢູ່ຫຼາຍປະເທດໃນໂລກ. ໃນນັ້ນລາຍກະຈາຍສຽງພາກພາສາລາວ ໄດ້ຮັບ ຈົດໝາຍ, ອີແມວ 6 ສະບັບ ແລະ ໂທລະສັບ ຈາກທ່ານຜູ້ຟັງລາວ. 

ມອບລາງວັນການເສັງແຕ່ງບົດເພງກ່ຽວ​ກັບສາຍພົວພັນຫວຽດນາມ - ລາວ ປີ 2017 - ảnh 1ພິທີມອບລາງວັນການເສັງແຕ່ງບົດເພງ 

(ພາບ: hoinhacsi.vn)

ເພື່ອນສຸກມະລີ ທຳມະວົງສາ, ຢູ່ແຂວງ ວຽງຈັນ ໄດ້ສົ່ງອີແມວມາຫາລາຍການໂດຍແບ່ງປັນວ່າ: ຂ້າພະເຈົ້າມີຄວາມສົນໃຈທີ່ສຸດເຖິງສະພາບການພົວພັນລະຫວ່າງ 2 ປະເທດລາວ - ຫວຽດນາມ, ໃນນັ້ນພິເສດແມ່ນໃນຂົງເຂດວັດນະທຳ. ໃນໄລຍະຜ່ານມາ, ຂ້າພະເຈົ້າໄດ້ຟັງຂ່າວວ່າ, ຢູ່ຮ່າໂນ້ຍ ໄດ້ຈັດພິທີມອບລາງວັນການແຕ່ງບົດເພງຍ້ອງຍໍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ນ້ຳໃຈສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ລາວ ປີ 2017. ຜ່ານລາຍການ, ຂ້າພະເຈົ້າຢາກຮູ້ໝາກຜົນຂອງການເສັງນັ້ນ.

ເພື່ອນສຸກມະລີ ທຳມະວົງສາ ທີ່ຮັກແພງ, ໃນໄລຍະຜ່ານມາ, ກົມສິລະປະການສະແດງ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ໄດ້ມອບລາງວັນການເສັງແຕ່ງບົດເພງຍ້ອງຍໍສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານຫວຽດນາມ - ລາວ ປີ 2017. ພາຍຫຼັງປຸກລະດົມມາເປັນເວລາ 5 ເດືອນ, ຄະນະຈັດຕັ້ງໄດ້ຮັບບົດເພງເຂົ້າຮ່ວມການເສັງ 100 ບົດ. ສະພາສິລະປະໄດ້ຄັດເລືອກເອົາ 35 ບົດເພງເຂົ້າຮອບທີ 2, ຫຼັງຈາກນັ້ນໄດ້ຄັດເລືອກ 22 ບົດເພງເຂົ້າຮອບຊິງຊະນະເລີດ, ຕໍ່ຈາກນັ້ນຄັດເລືອກ 10 ບົດເພງດີເດັ່ນທີ່ສຸດເພື່ອມອບລາງວັນ. ໃນການເສັງຄັ້ງນີ້, ບໍ່ມີລາງວັນທີ 1, ມີພຽງລາງວັນທີ 2, 3 ລາງວັນ; ລາງວັນທີ 3, 3 ລາງວັນ ແລະ ລາງວັນຊົມເຊີຍ 4 ລາງວັນ. ທ່ານຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວຫວຽດນາມ ເວືອງຢຸຍບຽນ ໄດ້ມອບລາງວັນທີ 2 ໃຫ້ບັນດານັກແຕ່ງ ແລະ ບົດເພງຄື: “ຫວຽດ - ລາວ ຊາຍແດນສາມັກຄີ” (ນັກແຕ່ງ ຟານວັນມິງ, ແຂວງກວາງນາມ); “ໄມຕີຈິດມິດຕະພາບຫວຽດ - ລາວ” (ຂອງທ໋າຍເຢືອງ, ຢູ່ແຂວງທ໋າຍບິ່ງ) ແລະ “ນຳ້ໃຈມິດຕະພາບຫວຽດ - ລາວ ຂຽວສົດງົດງາມຕະຫຼອດໄປ” (ຂອງວັນແທງຍໍ, ນະຄອນໂຮ່ຈິມິນ). ຜ່ານການເສັງນີ້ ໄດ້ປຸກລຸກມູນເຊື້ອອັນສະຫງ່າລາສີ, ປັບປຸງ, ເພີ່ມພູນຄູນສ້າງນ້ຳໃຈສາມັກຄີ, ສັດຊື່ບໍລິສຸດ, ໂປ່ງໃສຂອງ 2 ຊາດຫວຽດນາມ - ລາວ; ເປັນການເພີ່ມເອກະສານອັນລ້ຳຄ່າເຂົ້າໃນສາງມໍລະດົກວັດທະນະທຳຂອງ 2 ປະເທດ, ສ້າງກຳລັງໜູນທີ່ສຳຄັນເພື່ອພັດທະນາການພົວພັນຫວຽດນາມ - ລາວ ໃນໄລຍະໃໝ່. ແລະ ນີ້ກໍແມ່ນໜຶ່ງໃນບັນດາການເຄື່ອນໄຫວຢ່າງແທດຈິງສະເຫຼີມສະຫຼອງ 55 ປີແຫ່ງວັນສ້າງການພົວພັນທາງການທູດ (05 ກັນຍາ 1962 – 05 ກັນຍາ 2017) ແລະ 40 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະ ຮ່ວມມືຮອບດ້ານລະຫວ່າງ 2 ປະເທດ (18 ກໍລະກົດ 1977 – 18 ກໍລະກົດ 2017).

ມອບລາງວັນການເສັງແຕ່ງບົດເພງກ່ຽວ​ກັບສາຍພົວພັນຫວຽດນາມ - ລາວ ປີ 2017 - ảnh 2 (ກອງປະຊຸມໃຫຍ່ສາຂາຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ

ຢູ່ມະຫາວິທະຍາໄລແຫ່ງຊາດລາວ)

ເພື່ອນ ຫງວຽນຮ່ວາຍທູ, ອະດີດນັກສຶກສາຫວຽດນາມ ເຄີຍຮ່ຳຮຽນຢູ່ລາວ, ປະຈຸບັນພວມດຳລົງຊີວິດຢູ່ນະຄອນວິງ ໄດ້ໂທລະສັບມາຫາລາຍການໂດຍຖາມວ່າ: ໃນອາທິດຜ່ານມາ, ຢູ່ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມໃຫຍ່ສາຂາຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ຢູ່ມະຫາວິທະຍາໄລແຫ່ງຊາດລາວ. ຂ້າພະເຈົ້າຢາກຮຄວາມໝາຍຂອງການເຄື່ອນໄຫວດັ່ງກ່າວ? ແລະ ທິດທາງຂອງການເຄື່ອນໄຫວຂອງສາຂາຄະນະຊາວໜຸ່ມກອມມູນິດຢູ່ທີ່ນີ້ໃນໄລຍະຈະມາເຖິງ.

ເພື່ອນ ຫງວຽນຮ່ວາຍທູ ທີ່ຮັກແພງ, ກອງປະຊຸມໃຫຍ່ສາຂາຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ຖືກດຳເນີນໃນວັນທີ 21 ພຶດສະພາ ຢູ່ມະຫາວິທະຍາໄລແຫ່ງຊາດລາວ. ຄວາມໝາຍຂອງການຈັດຕັ້ງກອງປະຊຸມໃຫຍ່ຄັ້ງນີ້ແມ່ນເພື່ອທົບທວນຄືນບັນດາການເຄື່ອນໄຫວຂອງຄະນະຊາວໜຸ່ມ, ການພົວພັນມິດຕະພາບລະຫວ່າງນັກສຶກສາຫວຽດນາມ ແລະ ນັກສຶກສາລາວ ແລະ ວາງອອກທິດທາງວຽກງານຊາວໜຸ່ມ ແລະ ຂະບວນການຊາວໜຸ່ມອາຍຸການ 2017 – 2019. ດ້ວຍບົດບາດເປັນອົງການການເມືອງ - ສັງຄົມຂອງຊາວໜຸ່ມຫວຽດນາມ ຢູ່ມະຫາວິທະຍາໄລແຫ່ງຊາດລາວ, ສາຂາຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ຢູ່ມະຫາວິທະຍາໄລແຫ່ງຊາດລາວ ສືບຕໍ່ປ່ຽນໃໝ່, ສູ້ຊົນໃຫ້ກາຍເປັນອົງການຈັດຕັ້ງທີ່ມີຄວາມສະໜິດຕິດພັນ, ໃກ້ຊິດສະໜິດສະໜົມສຳລັບສະມາຊິກຊາວໜຸ່ມແຕ່ລະຄົນ. ບັນດາຂະບວນການ, ການເຄື່ອນໄຫວຂອງສາຂາຄະນະຊາວໜຸ່ມດັ່ງກ່າວລ້ວນແຕ່ມຸ່ງໄປເຖິງຄາດໝາຍເຕົ້າໂຮມ, ສາມັກຄີ, ສຶກສາອົບຮົມໄວໜຸ່ມ, ສ້າງສະພາບແວດລ້ອມທີ່ປອດໄສ, ສະດວກສະບາຍໃຫ້ສະມາຊິກຊາວໜຸ່ມຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ ແລະ ຢືນຢັນຕົນເອງ ດ້ວຍທິດນຳ “ເພີ່ມທະວີການບຳລຸງສ້າງອຸດົມຄະຕິ, ຄຸນສົມບັດການປະຕິວັດ, ຄຸນນະທາດດ້ານເມືອງໃຫ້ແກ່ສະມາຊິກຊາວໜຸ່ມ; ຮ່ວມເດີນທາງກັບຊາວໜຸ່ມໃນການປະຕິບັດໜ້າທີ່ຮ່ຳຮຽນ ແລະ ຝຶກຝົນ, ຍົກສູງຄຸນນະພາບຈັດຕັ້ງຄະນະຊາວໜຸມ, ເປີດກວ້າງຄວາມສາມັກຄີລະຫວ່າງຊາວໜຸ່ມດ້ວຍກັນ, ຕັ້ງໜ້າກໍ່ສ້າງພັກ, ເພີ່ມທະວີຄວາມສາມັກຄີ, ມິດຕະພາບກັບຄະນະຊາວໜຸ່ມປະຊາຊົນປະຕິວັດລາວ”.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຝັງຈະສືບຕໍ່ຝາກຈົດໝາຍ, ອີແມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບມາໂດຍກົງກໍ່ໄດ້ຕາມເບີໂທ 0084.43.8256631 ຫຼື ອີແມວ laovov5@gmail.com.

ຕອບກັບ

ຂ່າວ/ບົດ​ອື່ນ