ສັບ​ປະ​ດາ “ເຮົາ​ໄປຂີ່​ລົດ​ຖີບ” ຢູ່​ເຫ້ວ ປົກ​ປັກ​ຮັກ​ສາ​ສິ່ງ​ແວ​ດ​ລ້ອມ

(VOVWORLD) -ໂດຍໄດ້ດຳເນີນໃນອາທິດທຳອິດຂອງເດືອນມິຖຸນາ ຂອງແຕ່ລະປີ, ສັບປະດາ “ເຮົາໄປຂີ່ລົດຖີບ” ໄດ້ຈັດຂຶ້ນດ້ວຍເປົ້າໝາຍຢາກຊຸກຍູ້ວັດທະນະທຳຖີບລົດ ຂອງບັນດານະຄອນໃຫຍ່, ຜ່ານນັ້ນປ່ຽນແປງຄວາມລືງເຄີຍໃນການເດີນທາງດ້ວຍລົດໂອໂຕ ແລະ ລົດຈັກຂອງປະຊາຊົນເພື່ອ ຫັນປ່ຽນໄປຂີ່ລົດຖີບ ເຊິ່ງແມ່ນພາຫະນະທີ່ມີຄວາມປອດໄພ ແລະ ເປັນມິດກັບສິ່ງແວດລ້ອມ
ສັບ​ປະ​ດາ “ເຮົາ​ໄປຂີ່​ລົດ​ຖີບ” ຢູ່​ເຫ້ວ ປົກ​ປັກ​ຮັກ​ສາ​ສິ່ງ​ແວ​ດ​ລ້ອມ - ảnh 1ສັບປະດາ “ເຮົາໄປຂີ່ລົດຖີບ" ໄດ້ຮັບການເຂົ້າຮ່ວມຂອງຊາວເຫ້ວ ເປັນຈຳນວນຫຼວງຫຼາຍ
(ພາບ: ສະຖານທູດ ແດນມາກປະຈຳ ຫວຽດນາມ)

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີແມວ ແລະ ໂທລະສັບຈາກທ່ານຜູ້ຟັງຢູ່ບັນດາປະເທດ ແລະ ເຂດແຄ້ວນຄື: ແອັດສະປາຍ, ອັງກິດ, ຝຣັ່ງ, ຍີ່ປຸ່ນ, ລາວ…ໃນນັ້ນ, ທ່ານຜູ້ຟັງລາວ ຫລາຍຄົນໄດ້ສົ່ງຈົດໝາຍມາຫາລາຍການຢາກຊອກຮູ້ກ່ຽວກັບສະຖານທີ່ທ່ອງທ່ຽວຢູ່ ຫວຍດນາມ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ, ເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ.

ເພື່ອນຄຳນ້ອຍ ໄດ້ສົ່ງຂໍ້ຄວາມມາຍັງລາຍການຜ່ານທາງ Facebook ດ້ວຍເນື້ອໃນທີ່ວ່າ: ຂ້າພະເຈົ້າໄດ້ຮູ້ຂ່າວວ່າກະຊວງສາທາລະນະສຸກ ຫວຽດນາມ ໄດ້ຍົກເລີກບັນດາມາດຕະການປ້ອງກັນ, ຕ້ານພະຍາດໂຄວິດ - 19 ແລະ ຂໍ້ຈຳກັດຕໍ່ແຂກທ່ອງທ່ຽວ ເພື່ອເປີດປະຕູໂດຍສົມບູນພາຍຫຼັງ 2 ປີທີ່ຖືກພະຍາດໂຄວິດ - 19 ຄຸກຄາມ. ນີ້ກໍ່ແມ່ນຂ່າວດີສຳລັບຜູ້ໃດທີ່ຢາກມາ ຫວຽດນາມ. ຂ້າພະເຈົ້າກໍ່ຫວັງວ່າຈະໄດ້ໄປ ຫວຽດນາມ ອີກຄັ້ງໜຶ່ງ, ກ່ອນນີ້ຫຼາຍປີຂ້າພະເຈົ້າກໍ່ໄດ້ໄປນະຄອນ ໂຮ່ຈີມິນແລ້ວ. ຂໍຂອບໃຈລາຍການທີ່ໄດ້ສະໜອງຂໍ້ມູນທີ່ມີຜົນປະໂຫຍດໃຫ້ແກ່ຜູ້ອ່ານຊາວລາວເວົ້າສະເພາະ ແລະ ໃນທົ່ວໂລກເວົ້າລວມ.

ເພື່ອນຄຳນ້ອຍທີ່ຮັກແພງ! ພວກຂ້າພະເຈົ້າດີໃຈເມື່ອໄດ້ຮັບຈົດໝາຍຂອງເພື່ອນ, ອາດເວົ້າໄດ້ວ່າຄຳແບ່ງປັນຂອງເພື່ອນທີ່ສົ່ງມາຍັງລາຍການແມ່ນແຫຼ່ງກຳລັງໃຈອັນຍິ່ງໃຫຍ່ສຳລັບຖັນແຖວບັນນາທິການພວກຂ້າພະເຈົ້າ. ໃນໂອກາດນີ້, ພວກຂ້າພະເຈົ້າຂໍອວຍພອນໃຫ້ເພື່ອນຈົ່ງມີສຸຂະພາບທີ່ເຂັ້ມແຂງ, ມີຄວາມຜາສຸກ, ປະສົບຜົນສຳເລັດໃນໜ້າທີ່ວຽກງານຂອງຕົນ ແລະ ຫວັງວ່າເພື່ອນຈະສືບຕໍ່ຕິດຕາມ ກໍ່ຄືປະກອບຄຳເຫັນໃຫ້ແກ່ລາຍການພາສາລາວຫຼາຍກ່ວານີ້ຕື່ມອີກ. ຂໍຂອບໃຈເພື່ອນ!

ໃນຈົດໝາຍຂອງເພື່ອນ ພົນສີ ຢູ່ແຂວງ ຫຼວງນ້ຳທາ ທີ່ມາລາຍການໄດ້ຂຽນວ່າ: ຄາດວ່າໃນລະດູຮ້ອນປີນີ້ ຂ້າພະເຈົ້າຈະພາຄອບຄົວໄປຢ້ຽມຢາມ, ພັກຜ່ອນບຳລຸງສຸຂະພາບຢູ່ ຫວຽດນາມ, ແຕ່ຂ້າພະເຈົ້າຍັງບໍ່ທັນຮູ້ວ່າ ຈະໄປຢ້ຽມຢາມຢູ່ເຂດພາກໃດດີ? ຫວັງວ່າທາງລາຍການ ຈະແນະນຳ ສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງບາງແຫ່ງຢູ່ບັນດາເຂດພາກຂອງຫວຽດນາມໃຫ້ແກ່ຂ້າພະເຈົ້າດ້ວຍ, ຂໍຂອບໃຈ .

ເພື່ອນ ພົນສີ ທີ່ຮັກແພງ! ຖ້າຫາກເພື່ອນເປັນຄົນມັກໄປທ່ຽວແບບຄົ້ນຫາຄວາມສວຍງາມຂອງພູຜາປ່າໄມ້ ເພື່ອນອາດຈະໄປທ່ອງທ່ຽວຢູ່ພາກເໜືອ ຫວຽດນາມ ຄື: ບາວີ (ຮ່າໂນ້ຍ), ຕາມດາວ (ຫວີງຟຸກ), ຊາປາ (ລາວກາຍ). ຖ້າຫາກເພື່ອນມັກໄປທ່ຽວແບບພັກຜ່ອນບຳລຸງສຸຂະພາບ, ເພື່ອນອາດຈະໄປທາງພາກກາງ ຫວຽດນາມ ດ້ວຍບັນດາຫາດຊາຍທະເລຂາວຍາວຢຽດ ສວຍງາມ ແລະ ມີຊື່ສຽງຄື: ທ້ວນອານ (ນະຄອນ ເຫວ້), ທຽນເກີ່ມ (ຮ່າຕິງ), ໝີເຄ (ດ່າໜັງ)…ໄລຍະເວລາເໝາະສົມກັບການພັກຜ່ອນບຳລຸງສຸຂະພາບແມ່ນແຕ່ເດືອນ ມິຖຸນາ ຫາເດືອນ ກັນຍາ. ຖ້າຫາກເພື່ອນມັກໄປທ່ຽວແບບຊອກຮູ້ວັດທະນະທຳ, ຊີວະພາບ, ຄົ້ນຫາເຂດແມ່ນ້ຳລຳເຊ ເພື່ອນອາດຈະໄປຢ້ຽມຢາມທາງພາກໃຕ້ ຫວຽດນາມ ຄື: ເກິນເທີ, ກາເມົາ, ເບີ໊ນແຈ…ອາກາດຢູ່ພາກໃຕ້ສະດວກສະບາຍຕະຫລອດປີ, ອຸນຫະພູມສະເລ່ຍແມ່ນ 27 ອົງສາ C, ສະນັ້ນເພື່ອນອາດຈະໄປຢ້ຽມຢາມບໍ່ວ່າໃນເວລາໃດກໍ່ໄດ້. ຂໍອວຍພອນໃຫ້ເພື່ອນ ມີການເດີນທາງຢ່າງປອດໄພ ແລະທ່ອງທ່ຽວຢ່າງເບີກບານມ່ວນຊື່ນ.

ເພື່ອນດວງໃຈຢູ່ແຂວງຫົວພັນໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນຢາກຊອກຮູ້ກ່ຽວກັບສັບປະດາ “ເຮົາໄປຂີ່ລົດຖີບ” ຢູ່ເຫ້ວ.

ເພື່ອນດວງໃຈທີ່ຮັກແພງ! ໂດຍໄດ້ດຳເນີນໃນອາທິດທຳອິດຂອງເດືອນມິຖຸນາ ຂອງແຕ່ລະປີ, ສັບປະດາ “ເຮົາໄປຂີ່ລົດຖີບ” ໄດ້ຈັດຂຶ້ນດ້ວຍເປົ້າໝາຍຢາກຊຸກຍູ້ວັດທະນະທຳຖີບລົດ ຂອງບັນດານະຄອນໃຫຍ່, ຜ່ານນັ້ນປ່ຽນແປງຄວາມລືງເຄີຍໃນການເດີນທາງດ້ວຍລົດໂອໂຕ ແລະ ລົດຈັກຂອງປະຊາຊົນເພື່ອ ຫັນປ່ຽນໄປຂີ່ລົດຖີບ ເຊິ່ງແມ່ນພາຫະນະທີ່ມີຄວາມປອດໄພ ແລະ ເປັນມິດກັບສິ່ງແວດລ້ອມ.

ໃນຂອບເຂດຂອງສັບປະດາ, ນອກຈາກການຖີບລົດຖີບອອກກຳລັງກາຍອ້ອມພະລາຊາວັງເຫ້ວໃນຍາມເຊົ້າໆແລ້ວ, ຄະນະຈັດຕັ້ງຍັງຈັດງານວາງສະແດງພາບຖ່າຍດ້ວຍຫົວຂໍ້ "Copenhagen - ນະຄອນທີ່ເປັນໜ້າດຳລົງຊີວິດ - ນະຄອນຖີບລົດຖີບ” ແລະ ກອງປະຊຸມສຳມະນາ “ຖີບລົດຖີບ - ເລື່ອງລາວກ່ຽວກັບຂະບວນການແຫ່ງສີຂຽວ”. ເຫດການນີ້ດຶງດູດການເຂົ້າຮ່ວມຂອງນັກປາຖະກະຖາ ແລະ ບັນລະຍາຍ ຫວຽດນາມ ແລະ ບັນດາປະເທດຄື ຍີ່ປຸ່ນ, ແດນມາກ.

ໄປຄຽງຄູ່ກັນນັ້ນ, ກອງປະຊຸມສຳມະນາດັ່ງກ່າວ ໄດ້ສ້າງພື້ນຖານໃຫ້ແກ່ການເຊື່ອມຕໍ່ ແລະ ສ້າງເງື່ອນໄຂແລກປ່ຽນບົດຮຽນປະສົບການ, ຄວາມຮູ້ ແລະ ແນວຄິດປະດິດຄິດສ້າງ ລະຫວ່າງບັນດານັກຊ່ຽວຊານ ແດນມາກ ທີ່ມາຈາກສະຫະພັນຖີບລົດແດນມາກ ກັບນັກຊ່ຽວຊານ ຫວຽດນາມ ຈາກ HueIDS, ຄະນະກຳມະການຄວາມປອດໄພໃນການຈະລາຈອນແຫ່ງຊາດ ແລະ ອຳນາດການປົກຄອງທ້ອງຖິ່ນ, ບັນດານັກຊ່ຽວຊານ, ນັກຄົ້ນຄ້ວາ, ຜູ້ຕາງໜ້າອົງການຈັດຕັ້ງມະຫາຊົນ ແລະ ໜ່ວຍງານສື່ມວນຊົນ.

ບັ້ນຍຸດທະສາດນີ້ແມ່ນສ່ວນໜຶ່ງໃນຂອບເຂດການພົວພັນຮ່ວມມືຍາວນານລະຫວ່າງສະຖານທູດ ແດນມາກ ແລະ ຫວຽດນາມ, ໜູນຊ່ວຍຫວຽດນາມ ໃນວິວັດການຫັນເປັນສີຂຽວ ແລະ ມານະພະຍາຍາມບັນລຸໄດ້ການປ່ອຍທາດພິດລົງເປັນ 0 ໃນປີ 2050 ຕາມຄຳໝັ້ນສັນຍາຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢູ່ກອງປະຊຸມສຸດຍອດຄັ້ງທີ 26 ຂອງບັນດາຝ່າຍເຂົ້າຮ່ວມສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (Cop26) ຢູ່ Glasgow (ປະເທດ ອັງກິດ).

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານທີ່ຝາກມາລາຍການ. ໃນໄລຍະຈະມາເຖິງ, ລາຍການພາກພາສາລາວ ຫວັງວ່າຈະໄດ້ຮັບຈົດໝາຍ ແລະ ໂທລະສັບຈາກທ່ານຜູ້ຟັງຫຼາຍກ່ວາອີກ. ຖ້າຫາກຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com.

 

ຕອບກັບ

ຂ່າວ/ບົດ​ອື່ນ