ສະຫລຸບຄຳເຫັນຂອງທ່ານຜູ້ຟັງໃນອາທິດຜ່ານມາ


(vovworld)-   ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ອັບ​​ເດດ​​​ຂ່າວ​ກ່ຽວ​ກັບ​ເລື່ອງ​ຈີນ ​ ຕັ້ງຮ້ານ​ເຈາະ​ນ້ຳມັນ​ຢ່າງ​ຜິດ​ກົດໝາຍ​ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫຼ່​ທະວີບຂອງ​ຫວຽດນາ​ມ ​ໃນ​ພາຫະນະ​ສື່​ມວນ​ຊົນ​ປະ​ເພດ​ຕ່າງ​​ເປັນ​ປະຈຳ, ພິ​ເສດ​ແມ່ນ​ໃນ​ຄື້ນກະຈາຍສຽງ ​ແລະ ​ໃນ​ເວັບ​ໄຊ vovworld.vn ຂອງ​ລະບົບ​ລາຍການກະຈາຍສຽງ​ດ້ວຍ 12 ພາສາ, ນັບ​ທັງ​ພາສາ​ລາວ ​ແຕ່​ວັນ​ທີ 2/5/2014 ມາ​ຮອດ​ປະຈຸ​ບັນ. ​ໃນ​ເວລາ 1 ​ເດືອນ​ເຕັມທີ່​ຜ່ານ​ມາ ນັບ​ແຕ່ບັນດາຂ່າວ​ຄາວທຳ​ອິດ​ກ່ຽວ​ກັບ​ເຫດການ​ນີ້​ໄດ້​ອອກ​ອາກາດ​,    ວິທະຍຸ​ກະຈາຍສຽງ​ຫວຽດນາມ ​ໄດ້​ຮັບ​ຈົດໝາຍ, ອີ​ແມວ ​ແລະ ບົດ​ວິຈານຂອງ​ຜູ້​ຟັງ, ຜູ້​ອ່ານ​ໃນ​ທົ່ວ​ໂລກ ສະ​ແດງ​ຄວາມຄັດຄ້ານ​ຕໍ່ການ​ກະທຳ​ຜິດພາດ​ຂອງ​ຈີນ, ພ້ອມ​ທັງ​ອອກສຽງ​ສະໜັບສະໜູນ​ຫວຽດນາມ ​ແລະ ບັນດາ​ວິທີ​​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ​ໃນ​ປະຈຸ​ບັນ​ຂອງຫວຽດນາມ. ໃນ​ລາຍການ​ມື້​ນີ້, ພວກ​ເຮົາ​ຂໍ​ຄັດ​ສະ​ເໜີ​ບາງ​ຄຳ​ເຫັນທີ່​ທ່ານ​ຜູ້​ຟັງ​ຝາກ​​ເຖິງວິທະຍຸ​ກະຈາຍສຽງ​ຫວຽດນາມ ສະໜັບສະໜູນ​ອະທິປະ​ໄຕ, ຄວາມ​ເປັນ​ທຳ​ຂອງ​ຫວຽດນາມ.

ສະຫລຸບຄຳເຫັນຂອງທ່ານຜູ້ຟັງໃນອາທິດຜ່ານມາ - ảnh 1
(ພາບປະກອບ: http://vietbao.vn)

ບັນດາ​ຜູ້​ຟັງ​ໄດ້​ສະ​ແດງ​ຄວາມ​ຄັດຄ້ານ​ຢ່າງ​ແຮງ, ກ່າວ​ປະນາມ​ເລື່ອງ​ຈີນ​ ຕັ້ງຮ້ານ​ເຈາະ​ນ້ຳມັນ​ຢ່າງ​ຜິດ​ກົດໝາຍ​ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫຼ່​ທະວີບຂອງ​ຫວຽດນາ​ມ ​ແລະ ຖື​ວ່າ: ນີ້​ແມ່ນ​ການ​ກະທຳ​ທີ່​ຜິດພາດ, ລະ​ເມີດ​ກົດໝາຍ​ສາກົນ. ທ່ານ Alfred Albrecht ຊາວ​​ເຢຍລະ​ມັນ ຖື​ວ່າ: ນີ້​ແມ່ນ​ການ​ກະທຳ​ “ໜ້າ​ອັບອາຍ“ “ສະ​ແດງ​ໃຫ້​ເຫັນ​ເຈດ​ຕະນາ​ບໍ່​ດີ ແລະ ບໍ່​ເຄົາລົບ​ບັນດາ​ປະ​ເທດ​ນ້ອຍ“. ສ່ວນ Ishikawa Atsushi ຜູ້​ຟັງ​ຢູ່ຍີ່ປຸ່ນ ​ໃຫ້​ຮູ້​ວ່າ: “ຫວ່າງ​​ແລ້ວນີ້, ສື່​ມວນ​ຊົນ​ຍີ່ປຸ່ນ ​ໄດ້​ໃຫ້​ຂ່າວ​ຫຼາຍ​ກ່ຽວ​ກັບ​ການ​ປະ​ທະ​ກັນ​ບົນ​ທະ​ເລ​ລະຫວ່າງ​ຫວຽດນາມ ​ແລະ ຈີນ. ການ​ກະທຳ​ເປີດ​ແປນ​ຂອງ​ຈີນ ​ແມ່ນ​ບໍ່​ສາມາດ​ຮັບ​ຮູ້​ໄດ້. ປະ​ເທດ​ຕ່າງໆ​ລ້ວນ​ແຕ່​ລໍຖ້າການ​ແກ້​ໄຂ​ຄວາມ​ເຄັ່ງ​ຕຶງ​ໂດຍ​ສັນຕິ​ວິທີ“. ທ່ານ​ຜູ້​ຟັງ ອັດ​ຕະປອນ ຢູ່​ໄທ ຖື​ວ່າ: “ນີ້​ແມ່ນ​ການ​ກະທຳ​ທີ່​ບັງອາດ, ລະ​ເມີດ​ກົດໝາຍ​ສາກົນ, ບໍ່​ຫົວຊາ​ຕໍ່​ການ​ຄັດຄ້ານ​ຂອງ​ປະຊາ​ຄົມ​ໂລກ, ລະ​ເມີດ​ອະທິປະ​ໄຕ​ຂອງ​ຫວຽດນາມ“. ເລື່ອງ​ຈີນ​ ຕັ້ງຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​ຢ່າງ​ຜິດ​ກົດໝາຍ​ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫຼ່​ທະວີບຂອງ​ຫວຽດນາ​ມ ພວມ​ກໍ່​ຄວາມ​ຂາດ​ສະຖຽນ​ລະ​ພາບ, ສົ່ງ​ຜົນ​ສະທ້ອນ​ເຖິງ​ຄວາມ​ສະຫງົບ​ປອດ​ໄພ​ຢູ່​ພາກ​ພື້ນ. ຜູ້​ຟັງ Michel Minouflet ຊາວຝະລັ່ງ ​ເວົ້າວ່າ: “ບໍ່​ມີ​ໃຜ​ໃນ​ໂລກ​ສາມາດ​ເມີນເສີຍ​ຕໍ່​ການ​ກະທຳ​ຂອງ​ຈີນ ຊື່​ງ​ໄດ້​ແຊກ​ຊືມ ​ແລະ ຕັ້ງຮ້ານ​ເຈາະ​ນ້ຳມັນຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫຼ່​ທະວີບຂອງ​ຫວຽດນາ​ມ“.

ນອກຈາກ​ການ​ກ່າວ​ປະນາມ, ຄັດຄ້ານ​ຈີນ, ບັນດາ​ທ່ານ​ຜູ້​ຟັງ​ຍັງ​ລະດົມ​ກຳລັງ​ໃຈ​ປະຊາຊົນ​ຫວຽດນາມ, ສະ​ແດງ​ໃຫ້​ເຫັນການ​ສະໜັບສະໜູນ​ປະຊາຊົນ​ຫວຽ​ດນາມ ​ຜູ້​ຮັກຫອມ​ສັນຕິພາບ.​ ຜູ້​ຟັງ M.Zainal ຂອງອິນ​ໂດ​ເນ​ເຊຍ ​ໄດ້​ຝາກ​ຈົດໝາຍ​​ມີ​ເນື້ອ​ໃນວ່າ: “ອິນ​ໂດ​ເນ​ເຊຍ ​ແລະ ບັນດາປະ​ເທດ​ອາ​ຊຽນ ສະໜັບສະໜູນ​ຫວຽດນາມ ​ແລະ ປາດ​ຖະໜາ​ວ່າ, ບັນດາ​ຂໍ້​ຂັດ​ແຍ້​ງຢູ່​ທະ​ເລ​ຕາ​ເວັນ​ອອກ​ຈະ​ໄດ້​ຮັບ​ການ​ແກ້​ໄຂ​ຜ່ານ​ການ​ປຶກສາ​ຫາລື. ຫວັງ​ວ່າ ຈີນ ຈະ​ຮັບ​ຮູ້​​​ໄດ້​ການ​ກະທຳ​ທີ່​ຜິດພາດ​ຂອງ​ຕົນ​ສຳລັບບັນຫາ​ປະຊາທິປະ​ໄຕ​ຂອງ​ຫວຽດນາມ“. ​ໃນ​ຂະນະ​ນັ້ນ, ຜູ້​ຟັງ​ອາ​ເມ​ລິ​ກາ Mike Gottfried Princeton ​ໄດ້ສະໜັບສະໜູນ​ຫວຽດນາມ ດ້ວຍ​ການ​ກະທຳ​ລະອຽດ: “ຂ້າພະ​ເຈົ້າຈະ​ຂຽນ​ຈົດໝາຍ​ຝາກ​ເຖິງ​ບັນດາ​ການ​ນຳ​ຢູ່​ວໍ​ຊິງ​ຕັນ ​ເພື່ອ​ຊຸກຍູ້​ເຂົາ​ເຈົ້າສະ​ແດງ​ນ້ຳ​ໃຈ​ສາມັກຄີ​ລະຫວ່າງ​ລັດຖະບານ​ອາ​ເມ​ລິ​ກາ ​ແລະ ລັດຖະບານ​ຫວຽດນາມ ​​ໃນບັນຫາ​ຈີ​ນ. ​ເລື່ອງຈີນ​ ແຊກ​ຊືມ, ຕັ້ງຮ້ານ​ເຈາະ​ນ້ຳມັນຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫຼ່​ທະວີບຂອງ​ຫວຽດນາ​ມ ​ແມ່ນ​ການ​ກະທຳ​ຂາດຄວາມ​ຍຸດຕິ​ທຳ. ອາ​ເມ​ລິ​ກາ ສະ​ຫນັບ​ສະ​ນູນຫວຽດນາມ ຢ່າງ​ຊິ້ນ​ເຊິ​ງ. ຈີນ​ຕ້ອງ​ຢຸດຕິບັນດາ​ການ​ກະທຳ​ເກາະ​ຜິດ​ກັບ​ເພື່ອນ​ຫວຽດນາມ ຂອງ​ພວກ​ຂ້າພະ​ເຈົ້າ“.

ສະຫລຸບຄຳເຫັນຂອງທ່ານຜູ້ຟັງໃນອາທິດຜ່ານມາ - ảnh 2

ການ​ຄັດ​ຄ້ານ​ຢູ່​ຊູ​ແອດ

(ພາບ: http://dantri.com.vn)

   ບໍ່​ພຽງ​ແຕ່ບັນດາ​ທ່ານ​ຜູ້​ຟັງ​ຢູ່ປະ​ເທດ​ຕ່າງໆໃນ​ໂລກ​ເທົ່າ​ນັ້ນ, ຫາກບັນ ດາ​ຜູ້​ຟັງຊາວ​ຈີນ ກໍ່​ເຫັນ​ວ່າ, ​ເລື່ອງ​ຈີນ ຕັ້ງຮ້ານ​ເຈາະ​ນ້ຳມັນຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ເຂດ​ໄຫຼ່​ທະວີບຂອງ​ຫວຽດນາ​ມ ​ແມ່ນ​ການ​ກະທຳ​ທີ່​ຜິດພາດ. ຜູ້​ຟັງ Zhang Pei Qiang ​ໄດ້​ຝາກ​ບົດ​ວິຈານ​ມາ​ຍັງ​ເວັບ​ໄຊ www.vovworld.vn ​ດ້ວຍ​ເນື້ອ​ໃນ: “ຫວັງ​ວ່າ, ສະພາບ​ການຈະ​ບໍ່​ສົ່ງ​ຜົນ​ສະທ້ອນ​ຢ່າງ​ຮ້າຍ​ແຮງເຖິງ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ​ແລະ ຈະ​ບໍ່​ກາຍປັນ​ການ​ປະ​ທະ​ກັນ​ຄື​ໃນປີ 1979. ຖ້າ​ເກີດ​ສົງ​ຄາມ, ​ທັງ​ສອງ​ປະ​ເທດ​ກໍ່​ຕ້ອງ​ຮັບ​ຄວາມ​ເສຍ​ຫາຍ, ສະນັ້ນ, ສອງ​ປະ​ເທດ​ຕ້ອງ​ຫລຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ຜ່ານ​ການ​ເຈລະຈາ“.

   ທ່ານ​ຜູ້​ຟັງ​ຜູ້​ອ່ານ​ທີ່​ເຄົາລົບ!

       ພ້ອມ​ກັບກາ​ນສະໜັບສະໜູນ​ຂອງ​ເພື່ອນ​ມິດສາ​ກົນ, ບັນດາ​ຄຳ​ເຫັນ​ແບ່ງປັນ, ລະດົມ​ກຳລັງ​ໃຈ, ການ​ສະໜັບສະໜູນ​ຂອງ​ທ່ານ​ຜູ້​ຟັງ​ຈາກ​ປະ​ເທດ​ຕ່າງໆ​ໃນ​ໂລກ ​ແມ່ນ​ອາລົມ​ຈິດ​ຄວາມ​ຮັກ​ແພງ​ອັນ​ລ້ຳຄ່າ, ມີ​ຄວາມ​ໝາຍ​ທີ່​ສຸດ​ສຳລັບ​ປະຊາຊົນ​ຫວຽດນາມ. ຍາມ​ໃດ, ປະຊາຊົນ​ຫວຽດນາມ ກໍ່​ຮັກຫອມ​ສັນຕິພາບ ​ແລະ ປາດ​ຖະໜາ​ຢາກ​​ວ່າ​ຄວາມ​ເຄັ່ງ​ຕຶງ​ໃນ​ປະຈຸ​ບັນ​ໄດ້​ຮັບ​ການແກ້​ໄຂ. ຂໍ​ຂອບ​ໃຈ​ພວກ​ເພື່ອນ​ທີ່​ໄດ້​ສະໜັບສະໜູນ ປະຊາຊົນຫວຽດນາມ ບົນ​ເສັ້ນທາງ​ຕໍ່ສູ້​ເພື່ອ​ສັນຕິພາບ. ພວກ​ເຮົາ​ຈະ​ສືບ​ຕໍ່​ໃຫ້​ຂ່າວ​ກ່ຽວ​ກັບ​ເຫດການ​ດັ່ງ​ກ່າວ​​ເຖິງທ່ານ​ຜູ້​ຟັງ​ໃນ​ພາກ​ຂ່າວ​ຂອງ​ວິທະຍຸ​ກະຈາຍສຽງ​ຫວຽດນາມ ພາກ​ພາສາ​ລາວ ​ແລະ ​ໃນເວັບ​ໄຊ www.vovworld.vn. ຖ້າ​ທ່ານ​ຜູ້​ໃດ​ມີ​ຄຳ​ຖາມ ກະ​ລູນາ​ຟາກ​ມາຍັງລາຍການ​ຂອງ​ພວກ​ເຮົາ​ຕາມ​ທີ່ຢູ່: ວິທະຍຸ​ກະຈາຍສຽງ​ຫວຽດນາມ ພາກ​ພາສາ​ລາວ, ​ເຮື​ອນ​ເລກທີ 45 ຖະໜົນ​ບ່າ​ຈ້ຽວ​ຮ່າ​ໂນ້ຍ- ​​ເບີໂທ: 00844.38256631-ອີ​ແມວ:Laovov@.yahoo.com. ຂໍ​ຂອບ​ໃຈ ທ່ານ​ທີ່​ໄດ້​ຮັບ​ຟັງ ​ແລະ ຊົມ​ລາຍການ​ຂອງ​ພວກ​ເຮົາ, ສະບາຍດີ!

 

ຕອບກັບ

ຂ່າວ/ບົດ​ອື່ນ