ສະເຫຼີມສະຫຼອງ39ປີແຫ່ງວັນສະຖາປະນາປະເທດສປປລາວ

ອາ​ທິດ​ຜ່ານ​ມາ, ລາຍ​ການ​ພາກ​ພາ​ສາ​ລາວໄດ້​ຮັບ​ຈົດ​ໝາຍ, ອີ​ແມວ, ພິ​ເສດ​ແມ່​ນ​ໂທ​ລະ​ສັບຈາກ​ທ່າ​ນ​ຜູ້​ຟັງ​ ຫວຽດ​ນາມ ຫຼາຍ​ທ່ານຝາກ​ມາ​ລາຍ​ການ. ເນື້ອ​ໃນ​ຈົດ​ໝາຍ ແລະ ໂທ​ລະ​ສັບ​ສ່ວນຫຼາຍ​ແມ່ນ​ຝາກ​ຄຳ​ອວຍ​ພອນ​ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ​ລາວ (2/12). ໃນ​ລາຍ​ການ “ໂອ້​ລົມ​ກັບ​ເພື່ອນ​ລາວ” ມື້ນີ້, ພວກ​ຂ້າ​ພະ​ເຈົ້າ​ຂໍ​ຄັດ​ສະ​ເໜີ​ເນື້ອ​ໃນ​ຈົດ​ໝາຍ, ອີ​ແມວ, ໂທ​ລະ​ສັບ​ທີ່​ທ່ານ​ຜູ້​ຟັງ​ຝາກ​ມາ​ລາຍ​ການ. ເຊີນ​ທ່ານ​ຕິດ​ຕາມ​ຮັບ​ຟັງ.

ເພື່ອນ ເຈີ່ນ​ວຽດ​ຮ່າ, ອະ​ດີ​ດ​ນັກ​ສຶກ​ສາ​ມະ​ຫາ​ວິ​ທ​ະ​ຍາ​ໄລ ສຸ​ພາ​ນຸ​ວົງ ໄດ້​ຝາກ​ຈົດ​ໝາຍ​ມາ​ຍັງ​ລາຍ​ການ ດ້ວຍ​ເນື້ອ​ໃນ​ວ່າ: ຂ້າ​ພະ​ເຈົ້າ​ຮຽນ​ຈົບ​ກ່ອນນີ້ 3 ປີ​ແລ້ວ​ແຕ່ບໍ່​ທັນ​ມີ​ໂອ​ກາດ​ກັບ​ຄືນ​ປະ​ເທດ​ລາວ​ຈັກ​ເທື່ອ, ຂ້າ​ພະ​ເຈົ້າ​ຄິດ​ຮອດ​ປະ​ເທດ​ລາວ ທີ່​ສວຍ​ງາມ ແລະ ປະ​ຊາ​ຊົນ​ລາ​ວ​ສະ​ໜິດ​ສະ​ໜົມ, ຮັກ​ແພງ​ແຂກ​ຄົນຫຼາຍ. ຂ້າ​ພະ​ເຈົ້າ​ມີ​ສ່ຽວ​ຄົນ​ລາວຫຼາຍ​ຄົນ, ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະຫຼອງ 39 ປີ​ແຫ່ງວັນ​ສະ​ຖາ​ປະ​ນາ​ປະ​ເທດ ສ​ປ​ປ​ ລາວ, ຂ້າ​ພະ​ເຈົ້າ​ຂໍ​ອວຍ​ພອ​ນ​ໃຫ້​ສ່ຽວ​ຄົນ​ຕົນ​ນັ້ນ​ແມ່ນ:  ໄຊ​ສົມ​ພອນ, ວິ​ໄລ, ບົວ​ທອງ… ພ້ອມ​ກັບ​ຄອບ​ຄົວ​ໄດ້​ຕ້ອນ​ຮັບ​ວັນ​ຊາດ​ຢ່າງ​ເບີກ​ບານ​ມ່ວນ​ຊື່ນ.ອວຍ​ພອນ​ໃຫ້​ປະ​ເທດ​ລ້າ​ນ​ຊ້າງ​ນັບ​ມື້​ນັບ​ພັດ​ທະ​ນາ, ສິ​ວິ​ໄລ, ວັດ​ທະ​ນາ​ຖາ​ວອນ. ປະ​ຊາ​ຊົນ​ລາວທຸກ​ຄົນ​ມີ​ຄວາມ​ອິ່ມ​ໜຳ​ສຳ​ລານ ແລະ ມີ​ຄວາມ​ຜາ​ສຸກ​ຕະ​ຫຼອດ​ການ.

ສະເຫຼີມສະຫຼອງ39ປີແຫ່ງວັນສະຖາປະນາປະເທດສປປລາວ - ảnh 1

ພາບ​ປະ​ກອບ

ໃນ​ອາ​ທິດ, ພວກ​ຂ້າ​ພະ​ເຈົ້າ​ກໍ່​ໄດ້​ຮັບ ອີ​ແມວ​ຈາກ​ເພື່ອນ ວັນ​ວິ​ໄລ, ນັກ​ສ​ຶກ​ສາ​ສະ​ຖາ​ບັນ​ການ​​ປົກຄອງ​ແຫ່ງ​ຊາດ, ໃນ​ອີ​ແມວ​ໄດ້​ຂຽນ​ວ່າ: ຂ້າ​ພະ​ເຈົ້າ​ແມ່ນ​ນັກ​ຮຽນ​ປີ​ສຸດ​ທ​້າຍ​ຂ​ອງ​ສະ​ຖາ​ບັນ​ການ​ປົກ​ຄອງ​ແຫ່ງ​ຊາດ ແລະ ພວມ​ກະ​ກຽມ​ການ​ເສັງ. ເຖິງວ່າ​​​ຂ້າງ​ຄາ​ກັບ​ການ​ສອບ​ເສັງ​ກໍ່​ຕາມ​ແຕ່​ພວ​ກ​ຂ້າ​ພະ​ເຈົ້າ​ບໍ່​ອາດ​ລືມ​ວັນ​ນີ້​ໄດ້, ໃນ​ຊຸມ​ວັນ​ນີ້, ນັກ​ສຶກ​ສາ​ລາວ ພວມ​ຮ່ຳ​ຮຽນ​ຢູ່​ແຫ່ງນີ້​ເວົ້າ​ສະ​ເພາະ ແລະ ບັນ​ດາ​ນັ​ກ​ສຶກ​ສາ ລາວ ຢູ່​ໂຮງ​ຮຽນ​ອື່ນໆ​ເວົ້າ​ລວມ ພວມ​ເບີກ​ບານ​ມ່ວນ​ຊື່ນ​ພ້ອມ​ກັນ​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງວັນ​ຊາດ (2/12). ເຖິງວ່າ, ຢູ່​ຫ່າງ​ໄກ​ກັບ​ບ້ານ​ເກີດ​ເມື​ອງນອນກໍ່​ຕາມ, ແຕ່​ບັນ​ດາ​ນັກ​ສຶກ​ສາ​ລາວ ພວກ​ຂ້າ​ພະ​ເຈົ້າ​ຍາມ​ໃດ​ກໍ​ອວຍ​ໜ້າ​ເມືອ​ຫາ​ປະ​ເທດ​ຊາດ.

ທ່ານ​ຜູ້​ຟັງ​ທີ່​ເຄົາ​ລົບ, ອາ​ທິດ​ຜ່ານ​ມາ, ​ຢູ່ມະ​ຫາ​ວິ​ທະ​ຍາ​ໄລຫຼາຍ​ແຫ່ງ​ຂອງ​ຫວຽດ​ນາມ ທີ່ມ​ີ​ນັກ​ສຶກ​ສາ​ລາວ​ເປັນ​ຈຳ​ນວນຫຼາຍ​ໄດ້​ຈັດ​ຕັ້ງ​​ພິ​ທີ​ສະ​ເຫຼີມ​ສະຫຼອງ 39 ປີ​ແຫ່ງວັນ​ສະ​ຖາ​ປະ​ນາ ສ​ປ​ປ ລາວ. ໃນ​ນັ້ນມີ​ພິ​ທີ​ສະ​ເຫຼີມ​ສະຫຼອງ​ຢູ່​​ວິ​ທະ​ຍາ​ຄານ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ປະ​ຊາ​ຊົນ ໂດຍ​ສະ​ຖານ​ທູ​ດ ລາ​ວ ປະ​ຈຳ ຫວຽດ​ນາມ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ລາວ ແລະ ກະ​ຊວງ​ຕຳຫຼວດ ຫວຽດ​ນາມ ສົມ​ທົບ​ກັນ​ຈັດ​ຕັ້ງ. ນະ​ທີ່ນີ້, ທ່ານ​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ຕຳຫຼ​ວດ, ພົນ​ໂທ ໂຕ​ເລີມ ຢືນ​ຢັນ​ວ່າ: ການ​ພົວ​ພັນ​ທີ່​ເປັນ​ມູນ​ເຊື້ອ​ນ້ຳ​ໃຈ​ສາ​ມັກ​ຄີ​ແບບ​ພິ​ເສດ ແລະ ການ​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ລາວ​ໄດ້​ກາຍ​ເປັນ​ການ​ພົວ​ພັນ​ບໍ​ລິ​ສຸດ​ຜຸດ​ຜ່ອງ, ທີ່​ຫາ​ຍາກ, ກາຍ​ເປັນ​ຊັບ​ສົມ​ບັດ​ອັນ​ລ້ຳ​ຄ່າ​ຂອງ​ທັງ 2 ຊາດ.  ພົນ​ໂທ ໂຕ​ເລີມ ເນັ້ນ​ໜັກ​ວ່າ: ຊຸມ​ວັນ​ມໍ່ໆ​ມານີ້, ດ້ວຍ​ຄວາມ​ຕັດ​ສິນ​ໃຈ ແລະ ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ 2 ພັກ ແລ​ະ ປະ​ຊາ​ຊົນ 2 ປະ​ເທດ, ການ​ພົວ​ພັນ ຫວຽດ​ນາມ - ລາວ ສືບ​ຕໍ່​ມີບ​ັ​ນ​ດາ​ບາດ​ກ້າວ​ພັດ​ທະ​ນາ ແລະ ໄດ້​ຍົກ​ຂຶ້ນ​ສູ່​ລະ​ດັບ​ສູງ​ໃໝ່, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ຄວາມ​ສະ​ໜິດ​ຕິດ​ພັນ, ເຊື່ອ​ໝັ້ນ​ເຊິ່ງ​ກັນ ​ແລະ ​ກັນ, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ຮອບ​ດ້ານ​ໃນຫຼາຍ​ຂົງ​ເຂດ​ລະ​ຫວ່າງ 2 ປະ​ເທດ​ໃຫ້​ນັບ​ມື້​ນັບ​ກ້າວ​ສູ່​ລວງ​ເລິກ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ແທດ​ຈິງ ແລະ ໃຫຍ່ຫຼວງ​ໃນ​ພາ​ລະ​ກິດ​ສ້າງ​ສາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຂອງ​ແຕ່​ລະ​ປະ​ເທດ. ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ​ວິ​ສາ​ມັນ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ ສ​ປ​ປ ລາວ ປະ​ຈຳ ຫວຽດ​ນາມ ສົມ​ພອນ ສີ​ຈະ​ເລີນ ໃຫ້​ຮູ້​ວ່າ: ໃນ​ໄລ​ຍະ​ຜ່ານ​ມາ, ບັນ​ດາ​ໂຄງ​ການ​ຮ່ວມ​ມື​ລະ​ຫວ່າງ 2 ປະ​ເທດ​ພັດ​ທະ​ນາ​ອັນ​ດີ​ງາມ, ພິ​ເສດ​ໃນ​ຂົງ​ເຂດ​ເສດ​ຖະ​ກິດ. ຫວຽດ​ນາມ ຍື່ນ​ອັນ​ດັບ 2 ໃນ​ຈຳ​ນວນ​ນັກ​ລົງ​ທຶນ​ຢູ່ ລາວ, ມີ 423 ໂຄງ​ການ​ດ້ວຍຍອດ​ຈຳ​ນວນ​ເງິນ 5,3 ຕື້ USD. ຫວຽດ​ນາມ ສືບ​ຕໍ່​ຊ່ວຍ​ເຫຼືອ ລ​າວ ບຳ​ລ​ຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ ແລະ ບັນ​ດ​າ​ຂົງ​ເຂດ​ອື່ນໆ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ ແລະ ສ້າງ​ສາ​ປະ​ເທດ​ລາວ ປະ​ຈຸ​ບັນ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສົມ​ພອນ ສີ​ຈະ​ເລີນ ເນັ້ນ​ໜັກ​ວ່າ: ບັນ​ດາ​ຜົນ​ງານ​ອັນ​ໃຫຍ່ຫຼວງເຊິ່ງ​ປະ​ຊາ​ຊົນ ລາວ ຍາດ​ມາ​ໄດ້​ໃນ​ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ ແລະ ສ້າງ​ສາ​ປະ​ເທດ​ຊາດ​ໃນ​ຕະຫຼອດ​ໄລ​ຍະ​ຜ່ານ​ມາ​ລ້ວນ​ແຕ່​ມີ​ການ​ປະ​ກອບ​ສ່ວນ, ຊ່ວຍ​ເຫຼືອ, ສະ​ໜັບ​ສະ​ໜູນ​ຈາກ​ປະ​ເທດ​ຕ່າງໆ, ພິ​ເສດ​ແມ່ນ​ຈາກ​ພັກ, ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ຫວຽດ​ນາມ ອ້າຍນ​້ອງ. ພັກ, ລັດ​ຖະ​ບານ ແລະ ປະ​ຊາ​ຊົນ ລາວ ຍາມ​ໃດ​ກໍ່​ຈົດ​ຈຳ ແລະ ຮູ້​ບຸນ​ຄຸນ​ຢ່າງ​ເລິກ​ເຊິ່ງ​ທີ່​ມີ​ຕໍ່​ການ​ສະ​ໜັບ​ສະ​ໜູນອັນ​ໃຫຍ່ຫຼວງ, ລ້ຳ​ຄ່າ, ທັນ​ການ ແລະ ມີ​ປະ​ສິດ​ທິ​ຜົນ​ຂອງ ຫວຽດ​ນາມ.

ໃນ​ອາ​ທິດ, ພວກ​ຂ້າ​ພະ​ເຈົ້າ​ກໍ່​ໄດ້​ຮັບ ອີ​ແມວຈາກ​ທ່ານ ເພັດ​ສະ​ຫວັນ ສີ​ຊາ​ນົນ, ແຂວງ ອັດ​ຕະ​ປື ໄດ້​ຝາກ ອີ​ແມວ ເພື່ອ​ແຈ້ງ​ໃຫ້​ພວ​ກ​ເຮົາ​​ຮັບ​ຊາບ​ວ່າ: ຢູ່​ແຂວງ ອັດ​ຕະ​ປື, ທາງ ພາກ​ໃຕ້ ລາວ ຄື້ນ 7285 KHz ບໍ່​ສາ​ມາດ​ຟັງ​ໄດ້, ຄື້ນ 1242 KHz ຟັງ​ແຈ້ງ​ດີ.

ຂໍ​ຂອບ​ໃຈ​ທ່ານ ເພັດ​ສະ​ຫວັນ ສີ​ຊາ​ນົນ, ບັນ​ດາ​ແຫຼ່ງ​ຂ່າວ​ທີ່​ທ່ານ​ຝາກ​ມາ​ໃຫ້​ລາຍ​ການ​ຈະ​ແມ່ນ​ພື້ນ​ຖານ​ເພື່ອ​ໃຫ້​ຄະ​ນະ​ການ​ນຳ VOV ກວດ​ກາ​ຄື້ນ​ຄ​ືນ​ໃໝ່.

ທ່ານ ວິ​ໄລ, ແຂວງ ຊຽງ​ຂວາງ,  ໄດ້​ໂທ​ລະ​ສັບ​ມາ​ຍັງ​ລາຍ​ການ​ຖາມ​ກ່ຽວ​ກັບ​ສັບ​ປະ​ດາ​ວັດ​ທະ​ນະ​ທຳ ລາວ ຢູ່ ຫວຽດ​ນາມ.

ທ່ານ ວິ​ໄລ​ທີ່​ເຄົາ​ລົບ, ສັບ​ປະ​ດາ ວັດ​ທະ​ນະ​ທຳ ລາວ ຢູ່ ຫວຽດ​ນາມ ປີ 2014 ໂດຍ​ກະ​ຊວງວັດ​ທະ​ນະ​ທຳ - ກິ​ລາ - ທ່ອງ​ທ່ຽວ ຫວຽດ​ນາມ ສົ​ມ​ທົບ​ກັບ​ກະ​ຊວງ​ຖະ​ແຫຼງ​ຂ່າວ, ວັດ​ທະ​ນະ​ທຳ ແລະ ກິ​ລາ ສ​ປ​ປ ລາວ ຈັດ​ຕັ້ງ​ແຕ່​ວັນ​ທີ 2 – 7/12 ເນື່ອງ​ໃນ​ໂອ​ກາດ​ວັນ​ຊາດ ລາວ. ຕາມນັ້ນ​ແລ້ວ, ຄະ​ນະ​ສິ​ລະ​ປະກອນ​ແຫ່ງ​ຊາດ ລາວ ຈະ​ມາ​ຢ້ຽມ​ຢາມ ແລະ ສະ​ແດງ​ສິ​ລະ​ປະ​ຢູ່​ໂຮງ​ລະ​ຄອນ ເບ໋ນ​ແທ່ງ, ນະ​ຄອນ​ໂຮ່​ຈີ​ມິນ (2/12), ສວນ​ສາ​ທາ​ລະ​ນະ ຊ່າ​ຊໍ, ແຂວງ​ເຫົ້າ​ຢາງ (ວັນ​ທີ 4/12) ແລະ ຢູ່​ຫໍ​ປະ​ຊຸມ​ຄະ​ນະ​ພັກ​ແຂວງ ຫວີ້ງ​ລອງ (ວັນ​ທີ 5/12). ຄະ​ນະ​ສະ​ແດງ​ສິ​ລະ​ປະ​ແຫ່ງ​ຊາດ ລາວ ຈະ​ສະ​ແດງ​ບັນ​ດາ​ລາຍ​ການ​ສິ​ລະ​ປະ​ຄື: ຟ້ອນ, ຮ້ອງ​ລຳ​ທຳ​ເພງ…

ທ່ານ​ຜູ້​ຟັງສາມາດ​ຝາກ​ຈົດໝາຍ​ມາ​ຍັງ​ລາຍການໂດຍ​ຈ່າໜ້າ​ຊອງ​ວ່າ: ວິທະຍຸ​ກະຈາຍສຽງ​ຫວຽດນາມ-ພາກ​ພາສາ​ລາວ-​ເຮືອນ​ເລກທີ 45 ຖະໜົມ​ບາ​ຈ້ຽວ-ຮ່າ​ໂນ້ຍ ຫຼື​ໂທລະສັບ​ມາ​​ໂດຍ​ກົງ​ຕາມ​ເບີ​ໂທ: 00844.38256631, ອີ​ແມວ: Laovov@.yahoo.com. ພວກ​ເຮົາ​ຍິນ​ດີ​ຕ້ອນຮັບ ​ແລະ ພ້ອມ​ແລ້ວຈະ​ຕອບ​ຄຳ​ຖາມ​ຂອງ​ທ່ານ​ທຸກ​ປະການ. ຂໍ​ຂອບ​ໃຈທ່ານທີ່​​ໄດ້ຕິດຕາມ​ຮັບ​ຟັງ ​ແລະ ຊົມ​ລາຍການ​ຂອງ​ພວກ​ເຮົາ.       

 

ຕອບກັບ

ຂ່າວ/ບົດ​ອື່ນ