ຫຼັກໝາຍຕັ້ງຢູ່ເຂດ 3 ແຍກຊາຍແດນຂອງ ຫວຽດນາມ, ລາວ, ກຳປູເຈຍ

(VOVWORLD) - ຫຼັກໝາຍຊາຍແດນຂອງ 3 ປະເທດ ອິນດູຈີນໂດຍ ຫວຽດນາມ, ລາວ ແລະ ກຳປູເຈຍ ພ້ອມກັນເປັນເອກະພາບກໍ່ສ້າງຂຶ້ນຢູ່ຍອດພູທີ່ມີຄວາມສູງ 1.086 ມ ເມື່ອທຽບກັບໜ້ານ້ຳທະເລ.
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 552 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 25 ສະບັບຈາກທ່ານຜູ້ຟັງລາວ.
ຫຼັກໝາຍຕັ້ງຢູ່ເຂດ 3 ແຍກຊາຍແດນຂອງ ຫວຽດນາມ, ລາວ, ກຳປູເຈຍ - ảnh 1 ທາງ VOV ພວມພັດທະນາທັງໃນບັນດາພື້ນຖານດີຈີຕອນ ແລະ ຊຸກຍູ້ການສື່ສານທາງສື່ສັງຄົມອອນລາຍ
(ພາບປະກອບ)

ເພື່ອນ ພອນແສງ ຢູ່ແຂວງ ຫົວພັນ, ໄດ້ສົ່ງອີເມວມາຫາລາຍການ, ໂດຍແບ່ງປັນວ່າ: “ວັນທີ 01 ກໍລະກົດ ຜ່ານມາ, ລາຍການກະຈາຍສຽງພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ ເລີ່ມອອກອາກາດລາຍການ ຕາມເວລາໃໝ່, ນັ້ນແມ່ນ: 17 ໂມງ 30 ນາທີ - 18 ໂມງ 30 ນາທີ ແລະ 20 ໂມງ 00 - 21 ໂມງ 00. ນີ້ແມ່ນຈຸດເວລາທີ່ຫຼາຍຄົນຈະສາມາດຮັບຟັງວິທະຍຸຢູ່ເຮືອນໄດ້. ລາຍການມີຫຼາຍເນື້ອໃນທີ່ອຸດົມສົມບູນ. ຫວັງວ່າ, ໃນໄລຍະຈະມາເຖິງ, ລາຍການຈະສືບຕໍ່ນຳສະເໜີບັນດາຂໍ້ມູນທີ່ມີປະໂຫຍດຕໍ່ທ່ານຜູ້ຟັງຕື່ມອີກ”.

ເພື່ອນ ຈັນທະວິໄຊ, ຢູ່ແຂວງ ຜົ້ງສາລີ, ໄດ້ໂທລະສັບມາຫາລາຍການ, ດ້ວຍເນື້ອໃນທີ່ວ່າ: “ວິທະຍຸກະຈາຍສຽງ ຫວຽດນາມ (VOV) ມຸ່ງໄປເຖິງສື່ມວນຊົນຫຼາຍປະເພດ ດ້ວຍບັນດາຮູບແບບຄື: ໂທລະພາບ, ວິທະຍຸ, ໜັງສືພິມ, ສື່ເອເລັກໂຕນິກ. ຂ້າພະເຈົ້າໄດ້ຮູ້ວ່າ, ທາງ VOV ພວມພັດທະນາທັງໃນບັນດາພື້ນຖານດີຈີຕອນ ແລະ ຊຸກຍູ້ການສື່ສານທາງສື່ສັງຄົມອອນລາຍ. ຫວັງວ່າ, ໃນໄລຍະຈະມາເຖິງ, ລາຍການຈະອອກອາກາດໃນຫຼາຍພື້ນຖານສື່ສັງຄົມອອນລາຍຕື່ມອີກ. ຂໍຂອບໃຈບັນດາຄວາມມານະພະຍາຍາມຂອງພວກເພື່ອນ”.

ຫຼັກໝາຍຕັ້ງຢູ່ເຂດ 3 ແຍກຊາຍແດນຂອງ ຫວຽດນາມ, ລາວ, ກຳປູເຈຍ - ảnh 2ປະທານ ໂຮ່ຈີມິນ ຂຽນ “ບົດຖະແຫຼງການປະກາດເອກະລາດ” ສ້າງຕັ້ງປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ ຢູ່ຊັ້ນ 2 ເຮືອນເລກທີ 48 ຖະໜົນ ຮ່າງງາງ
(ພາບ: tienphong.vn)

ເພື່ອນ ຄຳສຸວັນ, ນັກສຶກສາມະຫາວິທະຍາໄລແພດສາດ ທາຍບິ່ງ ໄດ້ສົ່ງຂໍ້ຄວາມທາງ Facebook ດ້ວຍເນື້ອໃນທີ່ວ່າ: ຂ້າພະເຈົ້າໄດ້ຮັບຟັງການເລົ່າເລື່ອງ ແລະ ຮັບຊົມບັນດາຮູບເງົາປະຫວັດສາດກ່ຽວກັບວັນປະທານ ໂຮ່ຈີມິນ ອ່ານ ບົດຖະແຫຼງການປະກາດເອກະລາດສ້າງຕັ້ງປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ. ຂ້າພະເຈົ້າຢາກຮູ້ຂໍ້ມູນທີ່ວ່າ, ປະທານ ໂຮ່ຈີມິນ ໄດ້ຂຽນບົດຖະແຫຼງການປະກາດເອກະລາດຢູ່ໃສ?

ເພື່ອນ ຄຳສຸວັນ ທີ່ຮັກແພງ, ວັນທີ 02 ກັນຍາ 1945, ຢູ່ສະໜາມຫຼວງ ບາດິ່ງ ແຫ່ງປະຫວັດສາດ, ຕໍ່ໜ້າພໍ່ແມ່ປະຊາຊົນກວ່າ 500.000 ຄົນ, ບົດຖະແຫຼງການປະກາດເອກະລາດ, ສ້າງຕັ້ງປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ, ລັດຂອງຊົນຊັ້ນກຳມະກອນ ແລະ ຊາວນາ ທຳອິດຢູ່ ອາຊີຕາເວັນອອກສ່ຽງໃຕ້ ໄດ້ດັງກ້ອງຂຶ້ນ, ຢຸດຕິລະບອບສັກດີນາ ແລະ ແອກປົກຄອງນັບຮ້ອຍປີຂອງລັດທິລ່າເມືອງຂຶ້ນທີ່ເຂົ້າມາຮຸກຮານ, ເປີດສັງກາດໃໝ່ໃຫ້ແກ່ປະຫວັດສາດ ຫວຽດນາມ. ຢູ່ຊັ້ນ 2 ເຮືອນເລກທີ 48 ຖະໜົນ ຮ່າງງາງ, ຕາແສງ ຮ່າງດ່າວ, ເມືອງ ຮວ່ານກຽມ, ຮ່າໂນ້ຍ, ປະທານ ໂຮ່ຈີມິນ ໄດ້ພ້ອມກັບຄະນະປະຈຳສູນກາງພັກ ຕົກລົງຫຼາຍແຜນນະໂຍບາຍສຳຄັນກ່ຽວກັບການພົວພັນຢູ່ພາຍໃນ ແລະ ຕ່າງປະເທດ, ກ່ຽວກັບລະບອບການ ແລະ ພາກສ່ວນລັດຖະບານຊົ່ວຄາວ. ພິເສດ, ຢູ່ທີ່ນີ້, ເພີ່ນ ໄດ້ຂຽນ “ບົດຖະແຫຼງການປະກາດເອກະລາດ” ສ້າງຕັ້ງປະເທດສາທາລະນະລັດ ປະຊາທິປະໄຕ ຫວຽດນາມ. ນີ້ແມ່ນເຫດການປະຫວັດສາດສຳຄັນ, ມີຄວາມໝາຍຢ່າງໃຫຍ່ຫຼວງ, ສ້າງບາດລ້ຽວພັດທະນາຂອງປະຫວັດສາດຊາດ ຫວຽດນາມ. ແຫ່ງນີ້ກໍ່ກາຍເປັນໜຶ່ງໃນບັນດາສະຖານທີ່ຮ່ອງຮອຍພົ້ນເດັ່ນກ່ຽວກັບປະທານ ໂຮ່ຈີມິນ ໃນທົ່ວປະເທດ.

ຫຼັກໝາຍຕັ້ງຢູ່ເຂດ 3 ແຍກຊາຍແດນຂອງ ຫວຽດນາມ, ລາວ, ກຳປູເຈຍ - ảnh 3ຫຼັກໝາຍຕັ້ງຢູ່ເຂດ 3 ແຍກຊາຍແດນຂອງ ຫວຽດນາມ, ລາວ, ກຳປູເຈຍ
(ພາບ: dangcongsan.vn)

ເພື່ອນ ບຸນຜາວົງ, ດຳລົງຊີວິດຢູ່ແຂວງ ສະຫວັນນະເຂດ ສົ່ງອີເມວມາຫາລາຍການຢາກຊອກຮູ້ຂໍ້ມູນກ່ຽວກັບຫຼັກໝາຍຕັ້ງຢູ່ເຂດ 3 ແຍກຊາຍແດນຂອງ ຫວຽດນາມ, ລາວ, ກຳປູເຈຍ (ເຂດ 3 ແຍກອິນດູຈີນ).

ເພື່ອນ ບຸນຜາວົງ, ທີ່ຮັກແພງ, ຫຼັກໝາຍຕັ້ງຢູ່ 3 ແຍກຊາຍແດນຂອງ ຫວຽດນາມ, ລາວ, ກຳປູເຈຍ ຫຼື ເອີນວ່າ ຫຼັກໝາຍຊາຍແດນຂອງ 3 ປະເທດ ອິນດູຈີນ, ເຂດທີ່ຍັງໄດ້ປຽບທຽບໃສ່ວ່າ “ສຽງໄກ່ຂັນຕອນເຊົ້າ 3 ປະເທດພ້ອມກັນຟັງ”. ຫຼັກໝາຍດັ່ງກ່າວໂດຍ ຫວຽດນາມ, ລາວ ແລະ ກຳປູເຈຍ ພ້ອມກັນເປັນເອກະພາບກໍ່ສ້າງຂຶ້ນຢູ່ຍອດພູທີ່ມີຄວາມສູງ 1.086 ມ ເມື່ອທຽບກັບໜ້ານ້ຳທະເລ. ໃນແຕ່ລະເບື້ອງຂອງຫຼັກໝາຍທີ່ປິ່ນໜ້າມາໃສ່ແຕ່ລະປະເທດໄດ້ຕິດເຄື່ອງໝາຍຊາດ, ຂຽນປີປັກຫຼັກໝາຍ ແລະ ຊື່ຂອງແຕ່ລະປະເທດດ້ວຍຕົວໜັງສືຂອງປະເທດນັ້ນເປັນສີແດງ. ຝ່າຍ ຫວຽດນາມ ແມ່ນຂຶ້ນກັບຕາແສງ ເປີອີ, ເມືອງ ງອັກໂຮ່ຍ, ແຂວງ ກອນຕູມ; ຝ່າຍ ລາວ ແມ່ນຂຶ້ນກັບແຂວງ ອັດຕະປື, ຝ່າຍ ກຳປູເຈຍ ແມ່ນຂຶ້ນກັບແຂວງ ຣັດຕະນະກີຣີ. ຫຼັກໝາຍຊາຍແດນ 3 ປະເທດດັ່ງກ່າວໄດ້ເລີ່ມກໍ່ສ້າງແຕ່ວັນທີ 29 ພະຈິກ 2007 ແລະ ສຳເລັດໃນວັນທີ 18 ມັງກອນ 2008. ນີ້ແມ່ນສິ່ງພິສູດກ່ຽວກັບສັນຕິພາບ ແລະ ນ້ຳໃຈມິດຕະພາບຖານອ້າຍນ້ອງຂອງ 3 ປະເທດ ອິນດູຈີນ, ແມ່ນສັນຍາລັກສະແດງໃຫ້ເຫັນເຈດຈຳນົງ, ຄວາມມຸ່ງມາດປາດຖະໜາ ແລະ ຄວາມຕັດສິນຂອງຂອງລັດຖະບານ ແລະ ປະຊາຊົນ 3 ປະເທດ ໃນການຮ່ວມມືກັນແກ້ໄຂບັນຫາຊາຍແດນ, ເຂດດິນແດນ ແລະ ກໍ່ແມ່ນສິ່ງພິສູດສະແດງໃຫ້ເຫັນເຖິງຄວາມໄວ້ເນື້ອເຊື່ອໃຈ, ຄວາມເຂົ້າໃຈ ແລະ ຈິດໃຈຮ່ວມມືມິດຕະພາບລະຫວ່າງ ຫວຽດນາມ, ລາວ ແລະ ກຳປູເຈຍ.

ຫຼັກໝາຍຕັ້ງຢູ່ເຂດ 3 ແຍກຊາຍແດນຂອງ ຫວຽດນາມ, ລາວ, ກຳປູເຈຍ - ảnh 4 (ຕະຫຼາດນ້ຳ ກາຍຣັງ)

ແລະກໍ່ໃນອາທິດຜ່ານມາ, ເພື່ອນ ນາດຕະມອນ ພັນທຸວົງ, ດຳລົງຊີວິດຢູ່ແຂວງ ຊຽງຂວາງ ຢາກຊອກຮູ້ຂໍ້ມູນກ່ຽວກັບຕະຫຼາດນ້ຳຢູ່ທາງທິດຕາເວັນຕົກຂອງ ຫວຽດນາມ. ເຂດນີ້ມີຕະຫຼາດນ້ຳຫຼາຍບໍ່? ສິນຄ້າທີ່ໄດ້ຄ້າຂາຍຢູ່ບັນດາຕະຫຼາດດັ່ງກ່າວແມ່ນຫຍັງ?

ເພື່ອນ ນາດຕະມອນ ພັນທຸວົງ ທີ່ຮັກແພງ, ເມື່ອເວົ້າເຖິງທິດຕາເວັນຕົກ, ແຂກທ່ອງທ່ຽວຫຼາຍຄົນໄດ້ຄິດເຖິງບັນດາການເຄື່ອນໄຫວຂອງຕະຫຼາດນ້ຳໃນທັນທີ, ນີ້ແມ່ນໜຶ່ງໃນບັນດາຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງແຫ່ງນີ້. ຕໍ່ໄປນີ້, ບັນນາທິການຂອງລາຍການກະຈາຍສຽງພາກພາສາ ລາວ ຈະແນະນຳຕະຫຼາດນ້ຳຈຳນວນໜຶ່ງສູ່ທ່ານຜູ້ຟັງ.

-     ຕະຫຼາດນ້ຳ ກາຍຣັງ - ເກີນເທີ: ຕະຫຼາດນີ້ແມ່ນສະຖານທີ່ລື້ງເຄີຍທີ່ແຂກທ່ອງທ່ຽວຫຼາຍຄົນມັກມາຢ້ຽມຢາມ ເມື່ອມາ ເກີນເທີ. ນີ້ກໍ່ແມ່ນຕະຫຼາດນ້ຳໃຫຍ່ສຸດຢູ່ທາງທິດຕາເວັນຕົກ, ໄດ້ຮັບການຮັບຮູ້ແມ່ນມໍລະດົກວັດທະນະທຳບໍ່ເປັນວັດຖຸລະດັບຊາດໃນປີ 2016. ຕະຫຼາດນີ້ໄດ້ຂາຍບັນດາຜະລິດຕະພັນກະເສດ, ໝາກໄມ້ສະເພາະຂອງເຂດ. ນອກນັ້ນ, ເພື່ອນກໍ່ສາມາດໄປຢ້ຽມຊົມ, ຊື້ບັນດາສິນຄ້າ, ກິນເຂົ້າເຊົ້າ ແລະ ຮັບປະທານບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຢູ່ນຳບັນດາເຮືອນ້ອຍ.

-     ຕະຫຼາດນ້ຳ ຟອງດ່ຽນ - ເກິນເທີ: ຕະຫຼາດນີ້ແມ່ນຫ່າງຈາກໃຈກາງນະຄອນ ເກີນເທີ ໄປທາງທິດຕາເວັນອອກປະມານ 17 ກມ. ຕະຫຼາດນ້ຳ ຟອງດ່ຽນ ໄດ້ເປີດແຕ່ເວລາປະມານ 4 ໂມງ ຫາ 8 ໂມງເຊົ້າ, ວາງຂາຍບັນດາສິນຄ້າເປັນເອກະລັກສະເພາະຂອງ ເກີນເທີ. ລະອຽດແມ່ນ: ບັນດາໝາກໄມ້ສົດ ແລະ ແຊບ, ຄື: ໝາກມັງກອນ, ໝາກມ່ວງ, ໝາກໝັ້ນ, ໝາກເງາະ, ໝາກສີດາ…

-     ຕະຫຼາດນ້ຳ ກາຍແບ່ - ຕ່ຽນຢາງ: ຕະຫຼາດນ້ຳ ກາຍແບ່ ຕັ້ງຢູ່ແມ່ນ້ຳ ຕ່ຽນ, ຂຶ້ນກັບເມືອງ ກາຍແບ່, ແຂວງ ຕ່ຽນຢາງ. ຕະຫຼາດໄດ້ນີ້ໄດ້ເປີດແຕ່ 2 ໂມງ ຫາ 8 ໂມງເຊົ້າ, ວາງຂາຍຫຼາຍສິນຄ້າ, ຄື: ຜ້າແພ, ເຄື່ອງໃຊ້ໃນຄົວເຮືອນຕະຫຼອດຮອດອາຫານການກິນ, ເຄື່ອງດື່ມ…

ຕອບກັບ

ຂ່າວ/ບົດ​ອື່ນ