ຊາປາ ດຶງດູດແຂກທ່ອງທ່ຽວດ້ວຍຄວາມງາມຂອງຫຼາຍແຫ່ງ

(VOVWORLD) - ໄປທ່ອງທ່ຽວຢູ່ ຊາປາ ໃນເດືອນ ກັນຍາ ນີ້, ແຂກທ່ອງທ່ຽວຈະມີໂອກາດຊົມພາບພູຜາປ່າໄມ້ເຂດ ໄຕບັກ ພິເສດທີ່ສຸດໃນປີ.
ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 487 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຄວ້ນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 26 ສະບັບຈາກທ່ານຜູ້ຟັງລາວ.
ຊາປາ ດຶງດູດແຂກທ່ອງທ່ຽວດ້ວຍຄວາມງາມຂອງຫຼາຍແຫ່ງ - ảnh 1ວັນທີ 19 ສິງຫາ 1945 ແມ່ນວັນການປະຕິວັດເດືອນສິງຫາ ບັນລຸຜົນສຳເລັດ
(ພາບເອກະສານ: dangcongsan.vn)

ເພື່ອນ ຄຳຫຼ້າ ທອງສຸກ, ດຳລົງຊີວິດຢູ່ນະຄອນຫຼວງ ວຽງຈັນ, ໄດ້ສົ່ງຂໍ້ຄວາມມາຫາລາຍການແບ່ງປັນວ່າ: ວັນທີ 19 ສິງຫາ 1945 ແມ່ນວັນການປະຕິວັດເດືອນສິງຫາ ບັນລຸຜົນສຳເລັດ. ນີ້ໄດ້ຮັບຖືວ່າແມ່ນຂີດໝາຍຮຸ່ງເຮືອງເຫຼືອງເຫຼື້ອມ, ສ້າງຂີດໝາຍເປັນບາດລ້ຽວໃຫຍ່ບົນເສັ້ນທາງພັດທະນາ, ນຳ ຫວຽດນາມ ກ້າວເຂົ້າສູ່ສັງກາດເອກະລາດ ຕິດພັນກັບລັດທິສັງຄົມນິຍົມ. ການປະຕິວັດເດືອນສິງຫາ ແມ່ນໜຶ່ງໃນບັນດາໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດ ຫວຽດນາມ ໃນສະຕະວັດທີ 20. ນອກນັ້ນ, ການປະຕິວັດເດືອນສິງຫາ ປີ 1945 ຍັງນຳມາເຊິ່ງບົດຮຽນລ້ຳຄ່າຫຼາຍຢ່າງ ເພື່ອນຳໃຊ້ໃນໄລຍະຫຼັງການຕໍ່ສູ້ ແລະ ນັບທັງໃນໄລຍະປະຈຸບັນ.  ແລະ ໜຶ່ງໃນບັນດາບົດຮຽນນັ້ນແມ່ນການປັບປຸງ, ເສີມຂະຫຍາຍກຳລັງແຮງຂອງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ເນື່ອງໃນໂອກາດນີ້, ຂ້າພະເຈົ້າຂໍອວຍພອນໃຫ້ປະເທດ ຫວຽດນາມ ພັດທະນາຍິ່ງໆກວ່າ ແລະ ປະຕິບັດສຳເລັດມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ, ແຜນການພັດທະນາເສດຖະກິດ - ສັງຄົມໄລຍະ 5 ປີ 2021 – 2025, ປະຕິບັດສຳເລັດບັນດາເປົ້າໝາຍຍຸດທະສາດເຊິ່ງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ໄດ້ວາງອອກ.

ຊາປາ ດຶງດູດແຂກທ່ອງທ່ຽວດ້ວຍຄວາມງາມຂອງຫຼາຍແຫ່ງ - ảnh 2ທ່ານພົນເອກ ຫວໍ້ງວຽນຢາບ
(ພາບ: baochinhphu.vn)

ເພື່ອນ ວັນວິໄລ, ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງຂໍ້ຄວາມມາຫາລາຍການ, ແບ່ງປັນວ່າ: ເນື່ອງໃນໂອກາດສະເຫຼີມສະຫຼອງ 113 ປີແຫ່ງວັນຄ້າຍວັນເກີດ ທ່ານພົນເອກ ຫວໍ້ງວຽນຢາບ (25 ສິງຫາ 1911 – 25 ສິງຫາ 2024). ປະເທດ ລາວ ແລະ ຂ້າພະເຈົ້າເອງ ກໍ່ບໍ່ອາດຫຼົງລືມຄຸນງາມຄວາມດີຂອງປະທານ ໂຮ່ຈີມິນ ແລະ ພົນເອກ ຫວໍ້ງວຽນຢາບ ໃນການສ້າງຕັ້ງພັກປະຊາຊົນປະຕິວັດ ລາວ, ແນວລາວຮັກຊາດ ແລະ ສະພາແຫ່ງຊາດ ລາວ. ປະຊາຊົນ ລາວ ຍາມໃດກໍ່ຄິດເຖິງຮູບພາບຂອງ ທ່ານພົນເອກ ຫວໍງວຽນຢາບ ພ້ອມກັບລັດຖະບານຕໍ່ຕ້ານຂອງປະເທດລາວ ໃນບັ້ນຮົບພາກເໜືອຂອງລາວ ປີ 1953, ສ້າງບາດລ້ຽວສຳຄັນ ນຳພາລະກິດແຫ່ງການຕໍ່ສູ້ຕ້ານ ຝລັ່ງ ຂອງປະຊາຊົນ 2 ປະເທດໄປສູ່ໄຊຊະນະໃນສຸດທ້າຍ. ຂ້າພະເຈົ້າຂໍອວຍພອນໃຫ້ນ້ຳໃຈສາມັກຄີ ລາວ - ຫວຽດນາມ ຈົ່ງພັດທະນາຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດ, ຮຽງບ່າຮຽງໄຫຼ່ພ້ອມກັນເພື່ອບັນລຸຜົນງານຫຼາຍກວ່າໃນພາລະກິດແຫ່ງການພັດທະນາຢູ່ແຕ່ລະປະເທດ.

ສ່ວນເພື່ອນ ຄຳປະສົງ, ໄດ້ແບ່ງປັນທາງ Facebook ດ້ວຍເນື້ອໃນທີ່ວ່າ: “ຫວຽດນາມ ໄດ້ ແລະ ພວມພັດທະນາຢ່າງກະໂດດຂັ້ນກ່ຽວກັບການກໍ່ສ້າງພື້ນຖານໂຄງລ່າງການທ່ອງທ່ຽວ, ໃນນັ້ນຕ້ອງເວົ້າເຖິງທ້ອງຖິ່ນເຂດພູດອຍທາງພາກເໜືອຈຳນວນໜຶ່ງ. ຂ້າພະເຈົ້າມີຄວາມປະທັບໃຈຕໍ່ກິດຈະກຳ ເກົ່າເມີຍ (ຂົວແກ້ວ), ຢູ່ເມືອງ ມົກເຈົາ, ແຂວງ ເຊີນລາ. ຂ້າພະເຈົ້າມີຄວາມປິຕິຊົມຊື່ນຕໍ່ການພັດທະນາຂອງ ຫວຽດນາມ ແລະ ຍາມໃດກໍ່ລໍຖ້າຮັບຟັງບົດຂຽນກ່ຽວກັບການພັດທະນາ, ການປ່ຽນແປງໃໝ່ຂອງ ຫວຽດນາມ, ພິເສດແມ່ນບັນດາແຂວງເຂດຫ່າງໄກສອກຫຼີກ”.

ຊາປາ ດຶງດູດແຂກທ່ອງທ່ຽວດ້ວຍຄວາມງາມຂອງຫຼາຍແຫ່ງ - ảnh 3ຊາປາ ຕັ້ງຢູ່ທາງທິດຕາເວັນຕົກສຽງເໜືອຂອງ ຫວຽດນາມ
(ພາບອິນເຕີເນັດ)

ເພື່ອນ ວົງຄຳ, ຢູແຂວງ ອຸດົມໄຊ ໄດ້ໂທລະສັບມາຫາລາຍການແບ່ງປັນວ່າ: ໃນເດືອນ ກັນຍາ ຈະມາເຖິງນີ້, ຂ້າພະເຈົ້າຈະໄປທ່ອງທ່ຽວຢູ່ບາງແຂວງ, ຄອນຂອງ ຫວຽດນາມ. ຂ້າພະເຈົ້າຢາຄົ້ນຫາບັນດາສະຖານີ່ມີທິວທັດທຳມະຊາດໃຫຍ່ໂຕມະໂຫຖານ. ໃນຕົ້ນປີ 2024 ຜ່ານມາ, ຂ້າພະເຈົ້າໄດ້ໄປທ່ອງທ່ຽວຢູ່ ຮ່າໂນ້ຍ, ກວາງນິງ, ຫາຍຟ່ອງ ແລະ ບາງແຂວງເຂດໃກ້ຄຽງແລ້ວ. ຂ້າພະເຈົ້າກໍ່ໄດ້ຮັບຟັງຫຼາຍບົດຂຽນແນະນຳກ່ຽວກັບ ຊາປາ. ຂ້າພະເຈົ້າຢາກຮູ້ວ່າ, ໃນເດືອນ ກັນຍາ ແມ່ນຈຸດເວລາທີ່ເໝາະສົມໃຫ້ແກ່ການທ່ອງທ່ຽວຢູ່ແຫ່ງນີ້ບໍ່? ຂໍຂອໃຈລາຍການ.

ເພື່ອນ ວົງຄຳ ທີ່ຮັກແພງ, ໂດຍຕັ້ງຢູ່ທາງທິດຕາເວັນຕົກສຽງເໜືອຂອງ ຫວຽດນາມ, ຢູ່ເຂດຕີນພູ ຮວ່າງລຽນເຊີນ ໃຫຍ່ໂຕມະໂຫຖານ ແລະ ໃຊ້ເວລາຂີ່ລົດໄປຕາມເສັ້ນທາງຄວາມໄວສູງ ຈາກນະຄອນ ຮ່າໂນ້ຍ ພຽງແຕ່ປະມານ 5 – 6 ຊົ່ວໂມງ, ຊາປາ ແມ່ນສະຖານທີ່ໜ້າໄປທີ່ສຸດ. ໄປທ່ອງທ່ຽວຢູ່ ຊາປາ ໃນເດືອນ ກັນຍາ ນີ້, ແຂກທ່ອງທ່ຽວຈະມີໂອກາດຊົມພາບພູຜາປ່າໄມ້ເຂດ ໄຕບັກ ພິເສດທີ່ສຸດໃນປີ. ນີ້ແມ່ນຈຸດເວລາບັນດາເຂດຮ່ອມພູນາຂັ້ນໄດສຸກເຫຼືອງ. ພິເສດ, ໃນວັນບຸນເກັບກ່ຽວເຂົ້າຢູ່ ຊາປາ, ແຂກທ່ອງທ່ຽວຈະມີໂອກາດເຂົ້າໃຈກ່ຽວກັບຮີດຄອງປະເພນີຂອງຊາວທ້ອງຖິ່ນຫຼາຍກວ່າ. ອາກາດຢູ່ ຊາປາ ໃນເດືອນ ກັນຍາ ກໍ່ເຢັນສະບາຍກວ່າ, ແຂກທ່ອງທ່ຽວກໍ່ສາມາດຮັບປະທານບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຂອງແຫ່ງນີ້. ນອກນັ້ນ, ຊາປາ ຍັງດຶງດູດແຂກທ່ອງທ່ຽວດ້ວຍຄວາມງາມຂອງຫຼາຍແຫ່ງອື່ນ, ຄື: ອີຕີ, ບ້ານ ກາດກາດ, ທາດ ບາກ, ຍອດພູ Fansipan… ອີກດ້ວຍ. ບັນດາທິວທັດທຳມະຊາດຫົກເຫື້ອ, ໃຫຍ່ໂຕມະໂຫຖານນີ້ ມີພຽງແຕ່ຢູ່ ຊາປາ ເທົ່ານັ້ນ.

ເພື່ອນ ບຸນທະວີ ອິດທະວົງ, ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງອີເມວມາຫາລາຍການຢາກຊອກຮູ້ວ່າ, ຫວຽດນາມ ໄດ້ເຂົ້າຮ່ວມການສ້າງປັນຍາປະດິດ (AI) ສະເພາະໃຫ້ແກ່ ຫວຽດນາມ ບໍ່?

ເພື່ອນ ບຸນທະວີ ອິດທະວົງ ທີ່ຮັກແພງ. ໃນຊຸມປີມໍ່ໆມານີ້, ຫຼາຍປະເທດໃນໂລກໄດ້ເລີ່ມຮັບຮູ້ທ່າອ່ຽງພັດທະນາຕົ້ນຕໍ ແລະ ຜົນກະທົບການຫັນປ່ຽນຢ່າງໃຫຍ່ຫຼວງຂອງ AI ໃນທຸກດ້ານຂອງຊີວິດສັງຄົມ. ຫວຽດນາມ ກໍ່ບໍ່ຢູ່ນອກເໜືອທ່າອ່ຽງດັ່ງກ່າວ. ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຫວຽດນາມ ໄດ້ສະເໜີຕໍ່ລັດຖະບານອະນຸມັດຜ່ານຍຸດທະສາດແຫ່ງຊາດກ່ຽວກັບການຄົ້ນຄວ້າ, ພັດທະນາ ແລະ ນຳໃຊ້ປັນຍາປະດິດ (AI) ຮອດປີ 2030, ເພື່ອປະກອບສ່ວນພັດທະນາເສດຖະກິດ - ສັງຄົມ ແລະ ນຳ ຫວຽດນາມ ກາຍເປັນໜຶ່ງໃນບັນດາຈຸດພົ້ນເດັ່ນກ່ຽວກັບ AI ເທື່ອລະກ້າວ. ຕາມທ່ານສາດສະດາຈານ ເລວຽດກວກ, ນັກຊ່ຽວຊານຂັ້ນສູງຈາກ Google ແລ້ວ, ລັດຖະບານ ຫວຽດນາມ ໄດ້ ແລະ ພວມຍົກອອກຫຼາຍນະໂຍບາຍສົ່ງເສີມການ startup ແລະ ລົງທຶນເຂົ້າເຕັກໂນໂລຊີ. ສິ່ງດັ່ງກ່າວໄດ້ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດ AI ພັດທະນາ ແລະ ແກ່ງແຍ້ງໃນຕະຫຼາດສາກົນ. ຫວຽດນາມ ດຶງດູດໄດ້ຈຳນວນເງິນລົງທຶນກວ່າ 1 ຕື້ USD ເຂົ້າບັນດາ startup ເຕັກໂນໂລຊີ ໃນປີ 2023.

ຕອບກັບ

ຂ່າວ/ບົດ​ອື່ນ