ບັນ​ດາ​ເຍື່ອງ​ອາ​ຫານ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຍາມ​ລະ​ດູ​ໃບ​ໄມ້ຫຼົ່ນ​ຂອງ​ຮ່າ​ໂນ້ຍ

(VOVWORLD) - ລະດູໃບໄມ້ຫຼົ່ນຢູ່ຮ່າໂນ້ຍ ຍາມໃດກໍ່ມີຄວາມງາມທີ່ປະທັບໃຈ ພ້ອມກັບອາກາດທີ່ປອດໂປ່ງ, ກີ່ນຫອມຫວນຂອງດອກໄມ້. ລະດູໃບໄມ້ຫຼົ່ນຢູ່ຮ່າໂນ້ຍ ບໍ່ພຽງແຕ່ມີຄວາມງາມແບບໂຣແມນຕິກ ແລະ ກີ່ນຫອມຫວນຂອງດອກໄມ້ເທົ່ານັ້ນ ຫາກຍັງແມ່ນໂອກາດທີ່ດີເພື່ອຊິມເຍື່ອງອາຫານຕ່າງໆຂອງຮ່າໂນ້ຍອີກແລ້ວ. 

ອາທິດຜ່ານມາ, ພະແນກກະຈາຍສຽງບັນດາພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ 421 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກກ 33 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ ລາຍການພາກພາສາລາວໄດ້ຮັບຈົດໝາຍ 21 ສະບັບ. ໃນລາຍການໂອ້ລົມກັບເພື່ອນລາວ ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີຄຳເຫັນ ແລະ ຈະຕອບຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາຍັງລາຍການໃນອາທິດຜ່ານມາ.

ທ່ານຜູ້ຟັງ ເຊວໄພຢູ່ແຂວງ ຫຼຽວໜິງ, ຈີນ ໄດ້ສົ່ງຈົດໝາຍມາຍັງລາຍການພາກພາສາຈີນ ໂດຍຂຽນວ່າ: ຂ້າພະເຈົ້າເບິ່ງຂ່າວແລ້ວ ໄດ້ຮູ້ວ່າ ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ໂຕເລິມ ມາຢ້ຽມຢາມທາງລັດຖະກິດຢູ່ຈີນ ໃນລະຫວ່າງວັນທີ 18 – 20 ສິງຫາ. ນີ້ແມ່ນເຫດການໃຫຍ່ຢ່າງແທ້ຈິງ; ຂໍສະແດງຄວາມຍິນດີທີ່ໄດ້ຕ້ອນຮັບທ່ານເລຂາທິການໃຫຍ່,ປະທານປະເທດ ຫວຽດນາມ ໂຕເລິມ ມາຢ້ຽມຢາມຈີນ ຢ່າງສຸດຈິດສຸດໃຈ. ປະທານໂຮ່ຈີມິນ ນັກປະຕິວັດລຸ້ນກ່ອນຂອງ ຫວຽດນາມ ເມື່ອມາຈີນເຄື່ອນໄຫວປະຕິວັດ ສະຖານທີ່ທຳອິດທີ່ເພິ່ນມາແມ່ນ ກວາງຊີ. ໃນການຢ້ຽມຢາມຄັ້ງນີ້, ສະຖານທີ່ທຳອິດຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມກໍ່ແມ່ນກວາງໂຈ, ນີ້ແມ່ນການຢ້ຽມຢາມທີ່ພິເສດ ແລະ ມີຄວາມໝາຍສືບທອດ.

ທ່ານ Armando Francisco ຢູ່ ເມັກຊີໂກ ຂຽນມາວ່າ: ດ້ວຍບັ້ນການລຸກຮື້ຂຶ້ນຂອງປະຊາຊົນໃນເດືອນສິງຫາ ປີ 1945 ກ່ອນນີ້ 79 ປີ, ການປະຕິວັດຍາດໄດ້ໄຊຊະນະ, ເປີດເສັ້ນທາງເອກະລາດໃຫ້ແກ່ ຫວຽດນາມ. ປະຊາຊົນ ຫວຽດນາມ ພ້ອມກັບພັກກອມມູນິດ ຫວຽດນາມ ໃນປັດຈຸບັນ, ພາຍໃຕ້ການຊີ້ນຳນຳພາຂອງທ່ານປະທານປະເທດ ໂຕເລິມ, ສືບຕໍ່ສະເຫຼີມສະຫຼອງ ການປະຕິວັດເດືອນສິງຫາ ປີ 1945. ຢູ່ ເມັກຊີໂກ ພວກກຂ້າພະເຈົ້າກໍ່ສະເຫຼີມສະຫຼອງເຫດການສຳຄັນນີ້ຂອງປະຊາຊົນ ຫວຽດນາມ ແລະ ປະຊາຊົນໝົດທຸກຄົນທີ່ຮັກເສລີພາບ ໃນໂລກ.

ເພື່ອນ ດາວົງ, ຢູ່ນະຄອນຫຼວງ ວຽງຈັນ ໄດ້ສົ່ງຈົດໝາຍມາຍັງລາຍການໂດຍແບ່ງປັນວ່າ: ພິທີສະເຫຼີມສະຫຼອງວັນຊາດແມ່ນໂອກາດສຳຄັນທີ່ສຸດສຳລັບແຕ່ລະປະເທດ ແລະ  ຫວຽດນາມ ກໍເປັນຄືແນວນັ້ນ. ເມື່ອຮອດ

ບັນ​ດາ​ເຍື່ອງ​ອາ​ຫານ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຍາມ​ລະ​ດູ​ໃບ​ໄມ້ຫຼົ່ນ​ຂອງ​ຮ່າ​ໂນ້ຍ - ảnh 1ເຂົ້າເໝົ້າຮ່າໂນ້ຍ (ພາບ: thanglong.chinhphu.vn)

ເດືອນ ກັນຍາ ໃນແຕ່ລະປີ, ປະຊາຊົນ ຫວຽດນາມ ໄດ້ພ້ອມກັນມຸ່ງໄປເຖິງວັນຊາດ ຫວຽດນາມ ທີ 2 ກັນຍາ - ວັນສະຖາປະນາປະເທດ ຫວຽດນາມ ເອກະລາດ, ເສລີພາບ, ເປັນເຈົ້າຕົນເອງ ສະເຫຼີມສະຫຼອງ 79 ປີແຫ່ງວັນການປະຕິວັດເດືອນ ສິງຫາ ແລະ ວັນຊາດທີ 02 ກັນຍາ (02 ກັນຍາ 1945 – 02 ກັນຍາ 2022). ເນື່ອງໃນໂອກາດນີ້, ຂ້າພະເຈົ້າຂໍສົ່ງຄຳອວຍພອນອັນປະເສີດເຖິງບັນດາການນຳ, ປະຊາຊົນ ຫວຽດນາມ, ຂໍອວຍພອນໃຫ້ ຫວຽດນາມ ຍາດໄດ້ໄຊຊະນະໃໝ່ຫຼາຍກວ່າເກົ່າໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ເພື່ອນ ຄຳພັນ ມາຈາກແຂວງຊຽງຂວາງ, ໄດ້ສົ່ງຈົດໝາຍມາຍັງລາຍການດ້ວຍເນື້ອໃນ: ຂ້າພະເຈົ້າເຄີຍມີໂອກາດມາທ່ຽວ ຫວຽດນາມ ໃນເດືອນສິງຫາ ປີ 2022,ເວລານັ້ນ ແມ່ນລະດູໃບໄມ້ຫຼົ່ນ, ອາກາດປອດໂປ່ງບໍລິສຸດ, ບໍ່ຮ້ອນ, ບໍ່ໜາວປານໃດ. ຖະໜົນຫົນທາງຮ່າໂນ້ຍ ເຕັມໄປດ້ວຍສີສັນຂອງລົດຖີບຂາຍດອກໄມ້, ຂາຍໝາກໄມ້ ແລະ ຮ້ານຂາຍເຄື່ອງຕ່າງໆຢູ່ແຄມທາງຊຶ່ງໄດ້ເຮັດໃຫ້ ຂ້າພະເຈົ້າຮູ້ສຶກຈັບໃຈຫຼາຍ. ໃນໂອກາດນີ້, ຂ້າພະເຈົ້າຢາກຂໍໃຫ້ທາງລາຍການແນະນຳບັນດາເຍື່ອງອາຫານທີ່ເປັນເອກະລັກສະເພາະຍາມລະດູໃບໄມ້ຫຼົ່ນຂອງຮ່າໂນ້ຍ ແດ່ໄດ້ບໍ? ຂໍຂອບໃຈ!

ເພື່ອນ ຄຳພັນ ທີ່ຮັກແພງ! ລະດູໃບໄມ້ຫຼົ່ນຢູ່ຮ່າໂນ້ຍ ຍາມໃດກໍ່ມີຄວາມງາມທີ່ປະທັບໃຈ ພ້ອມກັບອາກາດທີ່ປອດໂປ່ງ, ກີ່ນຫອມຫວນຂອງດອກໄມ້. ລະດູໃບໄມ້ຫຼົ່ນຢູ່ຮ່າໂນ້ຍ ບໍ່ພຽງແຕ່ມີຄວາມງາມແບບໂຣແມນຕິກ ແລະ ກີ່ນຫອມຫວນຂອງດອກໄມ້ເທົ່ານັ້ນ ຫາກຍັງແມ່ນໂອກາດທີ່ດີເພື່ອຊິມເຍື່ອງອາຫານຕ່າງໆຂອງຮ່າໂນ້ຍ. ຕໍ່ໄປພວກຂ້າພະເຈົ້າຈະແນະນຳບັນດາເຍື່ອງອາຫານນັ້ນໃຫ້ເພື່ອນ:

ທີໜຶ່ງແມ່ນເຂົ້າເໝົ້າໝູ່ບ້ານວ່ອງ: ແຕ່ດົນນານມາແລ້ວ, ເຂົ້າເໝົ້າໝູ່ບ້ານວ່ອງໄດ້ກາຍເປັນໜຶ່ງໃນບັນດາຂອງຂວັນທີ່ເປັນສັນຍາລັກຂອງອາຫານການກິນຍາມລະດູໃບໄມ້ຫຼົ່ນຢູ່ຮ່າໂນ້ຍ. ເມັດເຂົ້າເໝົ້າທີ່ໜຽວນຸ້ມ, ມີລົດຊາດຫອມຫວານຄືກັນກັບ ນ້ຳນົມເຫຼືອງ (colostrum). ເຂົ້າເໝົ້າແບບດັ້ງເດີມໄດ້ຫໍ່ດ້ວຍໃບບົວ, ມັດດ້ວຍເສັ້ນເຟືອງ ດັ່ງນັ້ນ ຈິ່ງມີກີ່ນຫອມ. ຈາກເຂົ້າເໝົ້າ, ຊາວຮ່າໂນ້ຍ ໄດ້ສ້າງເປັນຂອງຕ້ອນຂອງຝາກຫຼາຍຊະນິດທີ່ແຕກຕ່າງກັນ, ປະກອບສ່ວນເຮັດໃຫ້ອາຫານການກິນຮ່າໂນ້ຍ ອຸດົມສົມບູນກ່ວາເກົ່າຄື: ຢໍ່ເຂົ້າເໝົ້າ, ເຂົ້າໜຽວເຂົ້າເໝົ້າ, ເຂົ້າໜົມເຂົ້າເໝົ້າ, ຊາເຂົ້າເໝົ້າ…

ທີສອງແມ່ນ ຢໍ່ຂີ້ກະເດືອນທະເລ - ປົກກະຕິລະດູມີຂີ້ກະເດືອນທະເລສົດໆແມ່ນສັ້ນຫຼາຍ ແຕ່ທ້າຍເດືອນກັນຍາ ຫາຕົ້ນເດືອນຕຸລາ ກໍ່ໝົດແລ້ວ. ຢໍ່ຂີ້ກະເດືອນມີລົດຊາດເຂັ້ມຂຸ້ນຂອງຂີ້ກະເດືອນປະສົມກັບໄຂ່ ພ້ອມກັບລົດຊາດຂອງເປືອກໝາກແປ້ນ, ກິ່ນຫອມຂອງໃບຂີງ, ໃບອີ່ເລີດ ເຮັດໃຫ້ຜູ້ໃດທີ່ໄດ້ເຄີຍກິນແລ້ວ ກໍ່ຢາກກິນຕື່ມ.

ທີສາມແມ່ນ ໝາກເສົ໋າສຸກ - ຖ້າວ່າ ໃນຍາມລະດູຮ້ອນ, ສິ່ງທີ່ດີທີ່ສຸດແມ່ນໄດ້ກິນນ້ຳໝາກເສົ໋າເຊື່ອມນ້ຳຕານໃສ່ນ້ຳກ່ອນທີ່ເຢັນໆ. ສ່ວນລະດູໃບໄມ້ຫຼົ່ນຢູ່ຮ່າໂນ້ຍ ແຂກທ່ອງທ່ຽວອາດຈະກິນໝາກເສົ໋າທີ່ສຸກແລ້ວ. ບັນດາໝາກເສົ໋າສຸກ ມີລົດຫວານໆສົ້ມໆ ຈະເຮັດໃຫ້ເພື່ອນຮູ້ສຶກກິນໄດ້ແບບສະບາຍສະບາຍ.

ແລະສຸດທ້າຍແມ່ນເຂົ້າໜົມວັນບຸນໄຫວ້ພະຈັນ - ຮ້ານຂາຍເຂົ້າໜົມວັນບຸນໄຫວ້ພະຈັນທີ່ມີຊື່ສຽງທີ່ສຸດຢູ່ຮ່າໂນ້ຍ ເມື່ອລະດູບານໃບໄມ້ຫຼົ່ນວຽນມາ ຄົນສ່ວນຫຼາຍມັກພາກັນມາຮ້ານຂາຍເຂົ້າໜົມ ບ໋າວເຟືອງ ທີ່ຕັ້ງຢູ່ຖະໜົນ ຖຸຍເຄວ. ແຕ່ດົນນານມາແລ້ວ, ຮ້ານຂາຍເຂົ້າໜົມທີ່ມີຊື່ສຽງນີ້ຍັງຜະລິດເຂົ້າໜົມວັນບຸນໄຫວ້ພະຈັນ ຕາມແບບດັ້ງເດີມ, ຮັກສາລົດຊາດຂອງເຂົ້າໜົມວັນບຸນໄຫວ້ພະຈັນໃນເມື່ອກ່ອນ.

ເພື່ອນ ຄຳພັນ ທີ່ຮັກແພງ! ດັ່ງທີ່ກ່າວມາຂ້າງເທິງແມ່ນຄຳຕອບພື້ນຖານໃຫ້ແກ່ຄຳຖາມຂອງເພື່ອນ, ຫວັງວ່າຈະເຮັດໃຫ້ເພື່ອນໄດ້ຮູ້ຕື່ມ.

ທ່ານຜູ້ຟັງທີ່ເຄົາລົບ, ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼື ໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວັບໄຊ vovworld.vn ເພື່ອແລກປ່ຽນຄຳເຫັນ ແລະ ຕິຊົມບັນດາລາຍການທີ່ໄດ້ເອົາລົງໃນເວັບໄຊດັ່ງກ່າວ.

ຂໍຂອບໃຈ!

ຕອບກັບ

ຂ່າວ/ບົດ​ອື່ນ