ແນະນໍາກ່ຽວກັບຊ່ອງໂທລະພາບສະເພາະ ກ່ຽວກັບການທ່ອງທ່ຽວ ແລະ ວັດທະນະທໍາ Vietnam Journeys

(VOVWORLD) -ໃນອາທິດຜ່ານມາ, ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບຈົດໝາຍ, ອີແມວຫຼາຍສະບັບຈາກທ່ານຜູ້ຟັງຜູ້ອ່ານຝາກເຖິງລາຍການ ໂດຍສະແດງຄວາມຮູ້ສຶກ ເມື່ອຮັບຊົມບັນດາຄໍລໍາຂອງລາຍການ ກໍຄືຢາກຊອກຮູ້ບາງຂໍ້ມູນຂ່າວ ທີ່ກ່ຽວຂ້ອງເຖິງກິລາປະເພດບານເຕະ ແລະ ການທ່ອງທ່ຽວ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະ ຕອບບາງຄໍາຖາມ ເຊິ່ງທ່ານຜູ້ຟັງ, ຜູ້ອ່ານໄດ້ຝາກມາລາຍການໃນອາທິດຜ່ານມາ.

“ປະເທດລາວ ຍາມໃດກໍໄດ້ຮັບການຂະໜານນາມວ່າ ແມ່ນປະເທດທີ່ມີສີສັນ ແລະ ວັດທະນະທໍາຫຼາກຫຼາຍ ດ້ວຍ 49 ຊົນເຜົ່າ. ແຕ່ພາຍຫຼັງຕິດຕາມ ເວັບໄຊ  vov.world.vn,  ຂ້າພະເຈົ້າເຫັນວ່າ ຫວຽດນາມ ຍັງມີງານບຸນ ແລະ ຮີດຄອງປະເພນີຫຼາຍກວ່າລາວອີກ. ພິເສດ, ຫວ່າງມໍ່ໆມານີ້ ຂ້າພະເຈົ້າມີຄວາມປະທັບໃຈຕໍ່ງານບຸນ ກາເຕ ຂອງຊົນເຜົ່າຈໍາ ໃນຄໍລໍາວັດທະນະທໍາຫວຽດນາມຫຼາຍ. ຂອບໃຈລາຍການ ຍາມໃດກໍນໍາບັນດາຄວາມຮູ້ກ່ຽວກັບວັດທະນະທໍາ, ຊາວຫວຽດນາມ ມາສູ່ພວກຂ້າພະເຈົ້າ. ຂ້າພະເຈົ້າຫວັງວ່າ ຈະມີໂອກາດໄປຢ້ຽມຢາມຫວຽດນາມໃນໄວໆນີ້”. ນັ້ນແມ່ນຄໍາແບ່ງປັນຂອງເພື່ອນ ຫົງລືດີ ທີ່ໄດ້ສົ່ງເຖິງລາຍການໃນອາທິດຜ່ານມາ. ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈ ເພື່ອນທີ່ໄດ້ຕິດຕາມບັນດາຄໍລໍາຂອງລາຍການຂອງພວກເຮົາເປັນປະຈໍາ ແລະ ສົ່ງຄໍາຕອບມາຍັງລາຍການ. ພວກຂ້າພະເຈົ້າຍາມໃດກໍຍິນດີຕ້ອນຮັບເພື່ອນ ມາຄົ້ນຫາວັດທະນະທໍາຫວຽດນາມ ເພື່ອໄດ້ເຫັນປະຈັກຕາບັນດາທິວທັດທໍາມະຊາດທີ່ສວຍສົດງົດງາມ ກໍຄືບັນດາຮີດຄອງປະເພນີຂອງບັນດາເຜົ່າຢູ່ຫວຽດນາມ.

ແນະນໍາກ່ຽວກັບຊ່ອງໂທລະພາບສະເພາະ ກ່ຽວກັບການທ່ອງທ່ຽວ ແລະ ວັດທະນະທໍາ Vietnam Journeys - ảnh 1ບັນດາລາຍການສະແດງສິລະປະທີ່ງານບຸນ ກາເຕ ຢູ່ນິງທ້ວນ 

ທ່ານຜູ້ຟັງທີ່ຮັກແພງ! ທິມບານເຕະຫວຽດນາມ ຍາດໄດ້ໄຊຊະນະຕໍ່່ທິມບານເຕະ ຟີລິບປິນ 4 ປະຕູຕໍ່ 2 ແລະ ໄດ້ເຂົ້າໄປແຂ່ງຂັນໃນຮອບຊິງຊະນະເລີດ AFF Cup 2018. ເນື່ອງໃນໂອກາດນີ້, ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບຂໍ້ຄວາມຜ່ານທາງ facebook ເປັນຈໍານວນຫຼວງຫຼາຍ ດ້ວຍຄໍາອວຍພອນ ແລະ ຊົມເຊີຍບັນດານັກກິລາຂອງທິມບານເຕະຫວຽດນາມ, ພິເສດແມ່ນ ນັກເຕະ ກວາງຫ໋າຍ. ໃນນັ້ນ, ເພື່ອນ ອຸເທ ສີບຸນເຮືອງ, ຢູ່ແຂວງຫຼວງນໍ້າທາ ຢາກຮູ້ຂໍ້ມູນເພີ່ມເຕີມກ່ຽວກັບນັກເຕະໜຸ່ມຜູ້ນີ້.

ແນະນໍາກ່ຽວກັບຊ່ອງໂທລະພາບສະເພາະ ກ່ຽວກັບການທ່ອງທ່ຽວ ແລະ ວັດທະນະທໍາ Vietnam Journeys - ảnh 2 ນັກເຕະກວາງຫ໋າຍ

ນັກເຕະ ກວາງຫ໋າຍ, ມີຊື່ເຕັມວ່າ ຫງວຽນກວາງຫ໋າຍ, ເກີດວັນທີ 12 ເມສາ 1997; ບ້ານເກີດຢູ່ ເມືອງ ດົງແອັງ, ຮ່າໂນ້ຍ. ລາວໄດ້ຮັບເຂົ້າຝຶກຊ້ອມ ແລະ ບໍາລຸງສ້າງ ຢູ່ ສະໂມສອນບານເຕະຮ່າໂນ້ຍ T&T ນັບແຕ່ຄາວລາວມີອາຍຸ 9 ປີ. ປັດຈຸບັນ, ລາວພວມເປັນສະມາຊິກຂອງສະໂມສອນບານເຕະຮ່າໂນ້ຍ ແລະ ແມ່ນໜຶ່ງໃນບັນດານັກເຕະໜຸ່ມທີ່ດີເດັ່ນທີ່ສຸດຂອງວົງການບານເຕະຫວຽດນາມ ແລະ ອາຊີ. ກ່ອນໜ້ານັ້ນ, ເມື່ອປີີ 2013, ລາວໄດ້ຮັບນາມມະຍົດ ເປັນນັກເຕະທີ່ມີອາຍຸ 16 ປີ ຜູ້ທໍາອິດ ທີ່ຄວ້າໄດ້ລາງວັນຊະນະເລີດ ໃນການແຂ່ງຂັນ U21ແຫ່ງຊາດຫວຽດນາມ. ປີ 2014, ລາວຄວ້າໄດ້ສອງນາມມະຍົດສ່ວນບຸກຄົນຢ່າງລຽນຕິດ ນັ້ນແມ່ນ “ນັກກິລາດີເດັ່ນທີ່ສຸດ” ໃນການແຂ່ງຂັນ U17 ແລະ U19 ແຫ່ງຊາດ. ພ້ອມກັນນັ້ນ, ທິມບານເຕະ U17 ຄວ້າໄດ້ນາມມະຍົດຮອງຊະນະເລີດ  ແລະ U19 ຮ່າໂນ້ຍ T&T ຄວ້າໄດ້ນາມມະຍົດຊະນະເລີດ... ບໍ່ພຽງແຕ່ເທົ່ານັ້ນ, ກວາງຫ໋າຍ ຍັງໄດ້ຮັບຫຼຽນໄຊແຮງງານຊັ້ນ 3 ຍ້ອນມີຜົນງານແຂ່ງຂັນດີເລີດພິເສດໃນຮອບຊິງຊະນະເລີດບານເຕະຊາຍ U23 ອາຊີ  2018 ທີ່ໄດ້ຈັດຂຶ້ນຢູ່ປະເທດຈີນ ຜ່ານມາ ໂດຍນາຍົກລັດຖະມົນຕີ ຫວຽດນາມ ມອບໃຫ້. ຍ້ອນມີເຕັກນິກການຫຼິ້ນທີ່ປະທັບໃຈ ທີ່ການແຂ່ງຂັນບານເຕະ U23 ອາຊີ ປີ 2018 ດ້ວຍການເຕະເຂົ້າປະຕູ 5 ລູກ ຊ່ວຍໃຫ້ທິມຫວຽດນາມໄດ້ລອດເຂົ້າໃນຮອບຊີງຊະນະເລີດນັ້ນ, ກວາງຫ໋າຍ ໄດ້ເປັນທີ່ຮູ້ຈັກຂອງແຟນບານຫຼາຍຄົນທັງຢູ່ພາຍໃນ ແລະ ຕ່າງປະເທດ.

        ເພື່ອນ ເພັດດາລາ ດວງດີ, ຢູ່ແຂວງ ຈໍາປາສັກ  ໄດ້ສົ່ງອີແມວມາຫາລາຍການ, ໂດຍຖາມວ່າ: ຂ້າພະເຈົ້າເປັນຄົນທີ່ມັກຄົ້ນຫາ ແລະ ໄປທ່ອງທ່ຽວ, ຂ້າພະເຈົ້າຮູ້ສຶກດີໃຈຫຼາຍເມື່ອ ໄດ້ອ່ານຂ່າວວ່າ: ວັນທີ 5 ທັນວາ ຜ່ານມາ,  ວິທະຍຸກະຈາຍສຽງຫວຽດນາມ (VOV) ໄດ້ເປີດຕົວຊ່ອງໂທລະພາບ ແລະ ເວັບໄຊສະເພາະກ່ຽວກັບການທ່ອງທ່ຽວ ແລະວັດທະນະທໍາ. ຫວັງວ່າ ບັນດາເອື້ອຍອ້າຍບັນນາທິການລາຍການພາກພາສາລາວ ຈະເວົ້າແຈ້ງກວ່າ ກ່ຽວກັບຊ່ອງໂທລະພາບ ແລະ ເວັບໄຊດັ່ງກ່າວ ໃຫ້ຂ້າພະເຈົ້າຮູ້ແດ່. ຂໍຂອບໃຈ.

        ເພື່ອນ ເພັດດາລາ ດວງດີ ທີ່ຮັກແພງ! ຂອບໃຈເພື່ອນຫຼາຍໆທີ່ໄດ້ຕິດຕາມເວັບໄຊຂອງພວກຂ້າພະເຈົ້າມາໂດຍຕະຫຼອດ. ຕໍ່ໄປນີ້, ພວກຂ້າພະເຈົ້າ ຈະແນະນໍາໃຫ້ເພື່ອນ ກໍຄືທ່ານຜູ້ຟັງຜູ້ອ່ານ ກ່ຽວກັບລາຍລະອຽດ ຂອງຊ່ອງໂທລະພາບ ແລະ ເວັບໄຊສະເພາະກ່ຽວກັບການທ່ອງທ່ຽວ ແລະ ວັດທະນະທໍາ ຂອງ VOV. ຊ່ອງໂທລະພາບສະເພາະກ່ຽວກັບການທ່ອງທ່ຽວ ແລະ ວັດທະນະທໍາມີຊື່ວ່າ Vietnam Journey, ນີ້ແມ່ນຊ່ອງໂທລະພາບທໍາອິດ ຢູ່ຫວຽດນາມ ທີ່ໄດ້ໝູນໃຊ້ເຕັກໂນໂລຢີສໍາຜັດຈາກຫຼາຍຈຸດ, ຫຼາຍພື້ນຖານ ແລະ ໄດ້ອອກອາກາດ ຕະຫຼອດ 24 ຊົ່ວໂມງ ໃນຊ່ອງໂທລະພາບ Mobi TV, FPT, My TV, VTV Cab, SCTV, KTS, VTC ຂອງຫວຽດນາມ. ນອກຈາກນັ້ນ, Vietnam Journey ຍັງເຄື່ອນໄຫວຢູ່ໃນເວັບໄຊ truyenhinhdulich.vn. ສໍາລັບໂປຼແກຼມດັ່ງກ່າວ,  ເພື່ອນສາມາດສໍາຜັດໂດຍກົງກັບລາຍການ ແທນທີ່ໃຫ້ນັ່ງເບິ່ງໂທລະທັດຢູ່ກັບທີ່, ເພື່ອນສາມາດເຊື່ອມຕໍ່ໂດຍກົງກັບນັກຂ່າວ ຢູ່ພື້ນທີ່ຕົວຈິງ ຫຼື ຢູ່ບ່ອນຖ່າຍທໍາຕົວຈິງ ດ້ວຍໂປຼແກຼມ “video call”. ບັນດາ ຄິຼບ ວີດີໂອ ກໍໄດ້ແປເປັນພາສາ ອັງກິດ, ລັດເຊຍ, ຍີ່ປຸ່ນ ແລະ ສ.ເກົາຫຼີ ເພື່ອຮັບໃຊ້ແຂກທ່ອງທ່ຽວຕ່າງປະເທດ. ໃນໂປຼແກຼມ Vietnam Journey, ແຂກທ່ອງທ່ຽວກໍສາມາດ scan ລະຫັດ QR code  ເພື່ອຄົ້ນຫາບັນດາຂໍ້ມູນກ່ຽວກັບສະຖານທີ່ທ່ອງທ່ຽວ, ຄູ່ມືການທ່ອງທ່ຽວ, ຈ່ອງໂຮງແຮມ, ຈ່ອງປີ້ຍົນ, ເອົາຮູບລົງແບ່ງປັນ ແລະ ອື່ນໆ. ຢູ່ແຕ່ລະສະຖານທີ່ທ່ອງທ່ຽວ, ແຂກທ່ອງທ່ຽວຍັງສາມາດອັບເດດກ່ຽວກັບສະພາບການສັນຈອນ, ອາກາດ ແລະ ບັນດາຜະລິດຕະພັນທ່ອງທ່ຽວທີ່ເປັນເອກະລັກສະເພາະຂອງແຕ່ລະທ້ອງຖິ່ນອີກດ້ວຍ.

        Vietnam Journey ເລີ່ມຕົ້ນເຄື່ອນໄຫວແຕ່ວັນທີ 5 ທັນວາ, ໂດຍອອກອາກາດຢູ່ 63 ແຂວງ, ນະຄອນຂອງຫວຽດນາມ ແຕ່ ເວລາ 00 ໂມງ - 24 ໂມງໃນທຸກໆວັນ. ບັນດາລາຍການສະເພາະກ່ຽວກັບວັດທະນະທໍາ, ການທ່ອງທ່ຽວ ທີ່ເປັນໜ້າສົນໃຈຄື: ອາຫານການກິນຂອງປະຊາຊົນຢູ່ພາກ ເໜືອ  - ພາກກາງ - ພາກໃຕ້; ໃນແຕ່ລະກີໂລແມັດ; ຄວາມຍອດຍິ່ງຂອງອາຊີບຫັດຖະກໍາຫວຽດນາມ; ງານບຸນຫວຽດ  ແລະ ອື່ນໆ.

        ຫວັງວ່າບັນດາຂໍ້ມູນລະອຽດກ່ຽວກັບເວັບໄຊ ກໍຄື ຊ່ອງໂທລະພາບດັ່ງກ່າວ ຈະຊ່ວຍໃຫ້ເພື່ອນມີຄວາມສະດວກກວ່າໃນບັນດາການຄົ້ນຫາຂອງຕົນ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຈົດໝາຍ ແລະການຕອບບາງຄຳຖາມຂອງຜູ້ຟັງ, ຜູ້ອ່ານບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ