ແນະນໍາບາງສະຖານທີ່ທ່ອງທ່ຽວຢູ່ເຂດໄຕບັກ ຫວຽດນາມ

(VOVWORLD) -ໃນອາທິດຜ່ານມາ, ລາຍການກະຈາຍສຽງພາກພາສາລາວ ວິທະຍຸກະຈາຍ ສຽງຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີເມວຫຼາຍສະບັບ ແລະໂທລະສັບຫຼາຍສາຍຈາກທ່ານຜູ້ຟັງ, ຜູ້ອ່ານ. ທ່ານຜູ້ຟັງ, ຜູ້ອ່ານສ່ວນຫຼາຍ ໄດ້ ສະແດງຄວາມຄິດເຫັນ, ຄວາມຮູ້ສຶກ ແລະ ຕັ້ງບາງຄໍາຖາມຢາກຊອກຮູ້ກ່ຽວກັບກິລາປະເພດຕ່າງໆ ແລະ ບັນດາສະຖານທີ່ທ່ອງທ່ຽວຢູ່ຫວຽດນາມ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ພາກນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະຕອບບາງຄໍາຖາມທີ່ທ່ານຜູ້ຟັງຝາກມາລາຍການ.

ທ່ານ ຄຳສີ ປ່ຽງວໍລະວົງ ໄດ້ສົ່ງອີແມວເຖິງລາຍການ ໂດຍສະແດງຄວາມໃນໃຈວ່າ:

“ບັນດາບົດຂຽນທີ່ກ່ຽວຂ້ອງເຖິງການປະຕິວັດອຸດສາຫະກຳ 4,0 ແມ່ນມີຄວາມສຳຄັນຫຼາຍ ສຳລັບໄລຍະພັດທະນາເສດຖະກິດ-ສັງຄົມ ຕາມທິດເຊື່ອມໂຍງເຂົ້າກັບສາກົນ ແລະເຕັກນິກດີຈີຕອນ, ສ້າງເງື່ອນໄຂສະດວກໃຫ້ແກ່ການຄ້າຂາຍສິນຄ້າ, ການລົງທຶນລະຫວ່າງບັນດາປະເທດໃນທົ່ວໂລກ. ດັ່ງນັ້ນ, ເລື່ອງສື່ສານ, ສະໜອງບັນດາຂໍ້ມູນຂ່າວສານກ່ຽວກັບຂົງເຂດວິທະຍາສາດ ທີ່ມີການພົວພັນເຖິງການປະຕິວັດອຸດສາຫະກຳ 4.0 ຂອງລາຍການນັ້ນ ແມ່ນມີຄວາມຈຳເປັນ ແລະ ເປັນປະໂຫຍດທີ່ສຸດ. ຜ່ານລາຍການດັ່ງກ່າວ, ຂ້າພະເຈົ້າ ຢາກສະແດງຄວາມຮູ້ບຸນຄູນອັນເລິກເຊິ່ງມາຍັງບັນດາບຸກຄົນທີ່ຄົ້ນຄວ້າກ່ຽວກັບບັນດາເນື້ອໃນດັ່ງກ່າວ ແລະ ຂໍຂອບໃຈບັນດາເອື້ອຍອ້າຍບັນນາທິການພາກພາສາລາວ ຜູ້ທີ່ເກັບກຳຂໍ້ມູນ, ແປເປັນພາສາລາວ ແລະ ສື່ສານບັນດາຂໍ້ມູນທີ່ເປັນປະໂຫຍດ ແລະ ທັນການ ໃຫ້ແກ່ມະຫາຊົນ. ຂ້າພະເຈົ້າຈະສືບຕໍ່ຕິດຕາມເວັບໄຊຂອງພວກເພື່ອນ ແລະ ມີຄວາມປາດຖະໜາຢາກສືບຕໍ່ໄດ້ຮຽນຮູ້ນຳຊ່ຽວຊານຫວຽດນາມ ຜ່ານລາຍການ ແລະ ເວັບໄຊ vovworld.vn  ຂອງພວກເພື່ອນ. ຂອບໃຈຫຼາຍໆ”.

        ທ່ານ ຄຳສີ ປ່ຽງວໍລະວົງ ທີ່ຮັກແພງ! ລາຍການກະຈ່າຍສຽງພາກພາສາລາວ ຂໍສະແດງຄວາມຂອບອົກຂອບໃຈມາຍັງທ່ານ ທີ່ໄດ້ຕິດຕາມເວັບໄຊ ແລະ ລາຍການຂອງພວກຂ້າພະເຈົ້າມາຕະຫຼອດ. ການສ່ອງແສງຄືນຂອງທ່ານ ກໍຄືຂອງບັນດາທ່ານຜູ້ຟັງອື່ນ ແມ່ນ ກຳລັງໜູນທີ່ໃຫຍ່ຫຼວງ ເພື່ອໃຫ້ບັນດາບັນນາທິການພວກຂ້າພະເຈົ້າ ສືບຕໍ່ມານະພະຍາຍາມຂຸດຄົ້ນ, ເກັບກຳຂໍ້ມູນຂ່າວສານ, ແປເປັນພາສາລາວ ແລະ ຈັດທຳລາຍການໃຫ້ມ່ວນ ແລະ ເປັນປະໂຫຍດກວ່າອີກ ເພື່ອສື່ສານໄປຍັງທ່ານຜູ້ຟັງຜູ້ອ່ານ. ພວກຂ້າພະເຈົ້າຫວັງວ່າ ທ່ານຈະສືບຕໍ່ເປັນຂົວເຊື່ອມຕໍ່ຜູກພັນລາຍການຂອງພວກຂ້າພະເຈົ້າກັບທ່ານຜູ້ຟັງລາວໃຫ້ຫຼາຍກວ່າອີກ.

        ເພື່ອນ ສົມພອນ ວົງຄີລີ, ເຊິ່ງເປັນພະຍາບານເຮັດວຽກຢູ່ໂຮງໝໍມິດຕະພາບ ຢູ່ນະຄອນຫຼວງວຽງຈັນ, ລາວ, ປັດຈຸບັນ ພວມຝຶກອົບຮົມ ຢູ່ຮ່າໂນ້ຍ ໄດ້ສົ່ງຂໍ້ຄວາມຜ່ານທາງ ເຟັດບຸກ ເຖິງລາຍການ ດ້ວຍເນື້ອໃນວ່າ:

“ທ້າຍເດືອນຕຸລານີ້, ຂ້າພະເຈົ້າ ພ້ອມດ້ວຍເພື່ອນຮ່ວມງານຈະສໍາເລັດການຝຶກອົບຮົມຢູ່ຮ່າໂນ້ຍ ແລະ ຕ້ອງກັບເມືອປະເທດ. ກ່ອນກັບເມືອປະເທດ, ພວກຂ້າພະເຈົ້າຢາກຄົ້ນຫາບັນດາສະຖານທີ່ທ່ອງທ່ຽວຂອງຫວຽດນາມ ພາຍໃນ 3 – 4 ວັນ. ເພາະສະນັ້ນ, ພວກຂ້າພະເຈົ້າຫວັງວ່າ ບັນດາເອື້ອຍອ້າຍບັນນາທິການລາຍການພາສາລາວ ຈະໃຫ້ຄຳປຶກສາຊ່ວຍພວກຂ້າພະເຈົ້າແດ່ ວ່າໃນຈຸດເວລານີ້ ຄວນໄປທ່ຽວໃສແດ່? ຂໍຂອບໃຈລາຍການ”.

ເພື່ອນ ສົມພອນ ວົງຄີລີ ແລະ ບັນດາເພື່ອນໆທີ່ຮັກແພງ! ຫວຽດນາມ ມີສະຖານທີ່ທ່ອງທ່ຽວທີ່ຈັບອົກຈັບໃຈຫຼາຍແຫ່ງ ແລະ ມີຊື່ສຽງ. ຢູ່ໃນຕົວເມືອງຮ່າໂນ້ຍ ກໍມີສະຖານທີ່ຫຼາຍແຫ່ງເພື່ອໃຫ້ພວກເພື່ອນໄປຄົ້ນຫາ. ແຕ່ພາຍໃນ 3 – 4 ວັນ, ລາຍການຂໍແນະນຳເຖິງພວກເພື່ອນ ກ່ຽວກັບບັນດາສະຖານທີ່ທ່ອງທ່ຽວ ເຊິ່ງຫ່າງຈາກຮ່າໂນ້ຍ ໄປທາງທິດຕາເວັນອອກສ່ຽງເໜືອ ປະມານ 200 ກິໂລແມັດ, ນັ້ນແມ່ນ ເມືອງມົກເຈົາ, ແຂວງເຊີນລາ.

ແນະນໍາບາງສະຖານທີ່ທ່ອງທ່ຽວຢູ່ເຂດໄຕບັກ ຫວຽດນາມ - ảnh 1 ດອກຜັກກາດຂາວອວດອ້າງເບັ່ງບານສີສັນ 

 ພວກຂ້າພະເຈົ້າແນະນຳໃຫ້ພວກເພື່ອນໄປທ່ຽວຢູ່ ມົກເຈົາ, ຍ້ອນວ່າ ຈຸດເວລານີ້ ແມ່ນຈຸດເວລາ ທີ່ສວຍງາມທີ່ສຸດຢູ່ມົກເຈົາ. ປະມານທ້າຍເດືອນຕຸລາ, ເມື່ອລົມມໍລະສູນລະດູໜາວພັດຜ່ານດິນແດນພູພຽງ ມົກເຈົາ ກໍແມ່ນຈຸດເວລາທີ່ດອກຜັກກາດຂາວອວດອ້າງເບັ່ງບານສີສັນ ແລະ ຢູ່ລຽບຕາມແຄມທາງຫຼວງເລກທີ 6 ໄດ້ປົກຄຸມໄປດ້ວຍສີເຫຼືອງຂອງດອກຕາເວັນປ່າ ບວກກັບກິ່ນຫອມຂອງຫວງເຂົ້າສຸກເຫຼືອງ.

ແນະນໍາບາງສະຖານທີ່ທ່ອງທ່ຽວຢູ່ເຂດໄຕບັກ ຫວຽດນາມ - ảnh 2 ດອຍຊາຮູບຫົວໃຈ ຢູ່ ຕາແສງເຕິນເລິບ, ມົກເຈົາ

ໃນເສັ້ນທາງດຽວກັນນັ້ນ, ພວກເພື່ອນກໍອາດໄປຢ້ຽມຊົມດອຍຊາ ທີ່ເປັນຮູບຫົວໃຈ ຢູ່ຕາແສງເຕິນເລິບ - ເຊິ່ງເປັນສະຖານທີ່ແຂກທ່ອງທ່ຽວມາຢ້ຽມຊົມ ແລະ ຖ່າຍຮູບຫຼາຍທີ່ສຸດ ແລະ ເມື່ອມາສະຖານທີ່ນີ້, ພວກເພື່ອນກໍສາມາດຄົ້ນຫາວັດທະນະທໍາ ຂອງຊົນເຜົ່າຜູ້ໄທ ຢູ່ເຂດ ໄຕບັກ ດ້ວຍພາສາລາວຂອງພວກເພື່ອນເອງ. ນອກຈາກນັ້ນ, ພວກເພື່ອນກໍສາມາດໄປຢ້ຽມຊົມປ່າຕົ້ນແປກ ບ້ານອ໊າງ, ສວນດອກກ້ວຍໄມ້, ສວນໝາກສະຕໍເບີຣີ, ນິຄົມກະເສດລ້ຽງງົວພັນນົມ ແລະ ອື່ນໆ.

ແນະນໍາບາງສະຖານທີ່ທ່ອງທ່ຽວຢູ່ເຂດໄຕບັກ ຫວຽດນາມ - ảnh 3 ພູຜາຫຼວງ ມົກເຈົ້າ

ສະຖານທີ່ທ່ອງທ່ຽວພິເສດ ໜຶ່ງອີກ  ທີ່ພວກຂ້າພະເຈົ້າ ຢາກແນະນໍາໃຫ້ພວກເພື່ອນ ນັ້ນແມ່ນການພິຊິດຈອມພູຜາຫຼວງ. ເມື່ອຢືນຢູ່ຈອມພູໜ່ວຍນີ້ ພວກເພື່ອນສາມາດສັງເກດເຫັນບັນດາພູຜາປ່າໄມ້, ໝູ່ບ້ານຂອງທັງສອງປະເທດຫວຽດນາມ - ລາວ ໄດ້ຢ່າງຈະແຈ້ງ ແລະ ຮັບຊົມກັບຄວາມສວຍສົດງົດງາມທໍາມະຊາດທີ່ໃຫຍ່ໂຕມະໂຫຖານຂອງພູຜາປ່າໄມ້ ເຂດໄຕບັກ.

        ດັ່ງທີ່ກ່າວມາຂ້າງເທິງນັ້ນ ແມ່ນບັນດາສະຖານທີ່ທ່ອງທ່ຽວທີ່ພວກຂ້າພະເຈົ້າ ຢາກໄດ້ແນະນໍາໃຫ້ພວກເພື່ອເພື່ອນ. ພວກຂ້າພະເຈົ້າຫວັງວ່າ ພວກເພື່ອນຈະມີຄວາມ ເພິ່ງພໍໃຈ ແລະ ເລືອກເອົາ ມົກເຈົາ ເປັນສະຖານທີ່ຄົ້ນຫາໃນຄັ້ງນີ້. ພວກຂ້າພະເຈົ້າ ໝັ້ນໃຈຢ່າງແນວແນ່ວ່າ, ດ້ວຍຄວາມສວຍສົດງົດງາມທໍາມະຊາດຂອງພູຜາປ່າໄມ້, ຄວາມສະໜິດສະໜົມ, ຄວາມຮັກແພງແຂກຄົນ ແລະ ຄວາມມີສະເໜ່ຂອງສາວຜູ້ໄທ ຈະເຮັດໃຫ້ພວກເພື່ອນມີຄວາມເບີກບານມ່ວນຊື່ນ, ຮັກ ຫວຽດນາມ ຫຼາຍກວ່າ ແລະ ຢາກກັບມາຄົ້ນຫາຫວຽດນາມ ຕື່ມອີກ.

        ເພື່ອນ ຈະເລີນສຸກ, ຢູ່ວຽງຈັນ ໄດ້ສົ່ງຂໍ້ຄວາມຜ່ານທາງ facebook ເຖິງລາຍການ ໂດຍຖາມວ່າ: ໃນງານມະຫະກໍາກິລາ ອາຊີ 2018 (ອາຊຽນ ເກມ 2018) ຜ່ານມາ, ມີກິລາຫຼາຍປະເພດທີ່ແປກໃໝ່ ໄດ້ນໍາເຂົ້າແຂ່ງຂັນຄື kurash, ເຈັດສະກີ ນໍ້າ, ໂບລິງ, ໂດກໍດຈ້ອງເວີ່ນເວຫາ....  ຂ້າພະເຈົ້າຢາກຮູ້ວ່າ ກິລາປະເພດ ໂດດຈ້ອງເວີ່ນເວຫາ ຢູ່ຫວຽດນາມ ໃນປັດຈຸບັນຂະຫຍາຍຕົວຄືແນວໃດ?

ແນະນໍາບາງສະຖານທີ່ທ່ອງທ່ຽວຢູ່ເຂດໄຕບັກ ຫວຽດນາມ - ảnh 4

ເພື່ອນ ຈະເລີນສຸກ ທີ່ຮັກແພງ! ໂດດຈ້ອງເວີ່ນເວຫາ ແມ່ນໜຶ່ງໃນບັນດາປະເພດກິລາສ້າງຄວາມຮູ້ສຶກທີ່ແຂງແກ່ນ ແລະ ພວມໄດ້ຮັບຄວາມນິຍົມ ແລະ ຄົ້ນຫາຈາກພວກເພື່ອນໜຸ່ມຫວຽດນາມ ໃນປັດຈຸບັນ, ໄດ້ມີຫຼາຍສະໂມສອນ ໂດດຈ້ອງເວີ່ນເວຫາ ຂອງຫວຽດນາມໄດ້ຮັບການສ້າງຕັ້ງຂຶ້ນ ແລະ ຂະຫຍາຍຕົວ ດ້ວຍສະມາຊິກຫຼາຍກວ່າ 300 ຄົນ ຄື: ສະໂມສອນ ໂດດຈ້ອງເວີ່ນເວຫາ ຮ່າໂນ້ຍ, Vietwings ຮ່າໂນ້ຍ, ດ່າໜັງ ແລະ ນະຄອນໂຮ່ຈີມິນ... ແລະ ມີຈໍານວນສະມາຊິກ ນັບມື້ນັບເພີ່ມຂຶ້ນ. ຢູ່ຫວຽດນາມ, ການພັດທະນາປະເພດກິລາ ໂດດຈ້ອງເວີ່ນເວຫາ ພວມໄດ້ຮັບຄວາມສົນໃຈ ແລະ ດຶງດູດຄວາມສົນໃຈຈາກບັນດາທ້ອງຖິ່ນ. ຫວຽດນາມ ມີບັນດາສະຖານທີ່ດີໆ ເພື່ອຂຸດຄົ້ນທ່າແຮງດັ່ງກ່າວ ຄື ກິ່ວ ເຂົາຟ້າ (ຢູ່ແຂວງ ອຽນບ໊າຍ), ແຫຼມ ເຊີນຈ່າ (ດ່າໜັງ), ດອຍ ບູ່ (ຮ່າໂນ້ຍ)... ພິເສດ, ແຂວງອຽນບາຍ ໄດ້ຈັດງານ Festival ໂດດຈ້ອງເວີ່ນເວຫາ ປະຈໍາປີ ດ້ວຍການເຂົ້າຮ່ວມຂອງ ນັກບິນທັງຢູ່ພາຍໃນ ແລະ ຕ່າງປະເທດຫຼາຍກວ່າ 100 ຄົນ.  ຕາມແຫຼ່ງຂ່າວຈາກ ວາລະສານກິລາຫວຽດນາມ ແລ້ວ, ທ່ານ ຫງວຽນງັອກແອັງ ຫົວໜ້າກົມກິລາມະຫາຊົນ, ກົມໃຫຍ່ກາຍະກໍາກິລາ ຫວຽດນາມ ໃຫ້ຮູ້ວ່າ: “ໂດດຈ້ອງເວີ່ນເວຫາ ແມ່ນກິລາປະເພດ ໜຶ່ງທີ່ມີຄວາມສາມາດບົ່ມຊ້ອນ ສໍາລັບກິລາຫວຽດນາມ. ປັດຈຸບັນ, ກົມໃຫຍ່ກາຍະກໍາກິລາ ຫວຽດນາມ ພວມສ້າງທຸກເງື່ອນໄຂ ອອກໃບອະນຸຍາດ ເພື່ອໃຫ້ ການໂດດຈ້ອງເວີ່ນເວຫາ ຂະຫຍາຍຕົວ ກໍຄືສ້າງຕັ້ງບັນດາທິມ ເຂົ້າຮ່ວມການແຂ່ງຂັນໃນພາກພື້ນ ແລະ ທະວີບ ໃນໄລຍະຈະມາເຖິງ”.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຈົດໝາຍ ແລະການຕອບບາງຄຳຖາມຂອງຜູ້ຟັງ, ຜູ້ອ່ານບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

/

ຕອບກັບ

ຂ່າວ/ບົດ​ອື່ນ