ແນະນໍາສະຖານທີ່ທ່ອງທ່ຽວບາງແຫ່ງຢູ່ຮ່າໂນ້ຍ

(VOVWORLD) -ໃນອາທິດຜ່ານມາ, ລາຍການກະຈາຍສຽງພາກພາສາລາວ ວິທະຍຸກະຈາຍ ສຽງຫວຽດນາມ ສືບຕໍ່ໄດ້ຮັບຈົດໝາຍ, ອີເມວຫຼາຍສະບັບ ແລະໂທລະສັບຫຼາຍສາຍຈາກທ່ານຜູ້ຟັງ, ຜູ້ອ່ານ. ທ່ານຜູ້ຟັງ, ຜູ້ອ່ານສ່ວນຫຼາຍ ໄດ້ສະແດງຄວາມຮູ້ສຶກ ແລະ ມີບາງຄໍາຖາມກ່ຽວກັບການທ່ອງທ່ຽວຢູ່ຫວຽດນາມ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ພາກນີ້, ພວກຂ້າພະເຈົ້າຂໍຄັດສະເໜີເນື້ອໃນຈົດໝາຍບາງສະບັບ ແລະຕອບບາງຄໍາຖາມທີ່ທ່ານຜູ້ຟັງຝາກມາລາຍການ.

ເພື່ອນ ຄໍາດີ ດວງດີ ໄດ້ສົ່ງຂໍ້ຄວາມຜ່ານທາງ facebook ເຖິງລາຍການ ໂດຍແບ່ງປັນວ່າ: ລາຍການຄົ້ນຫາຫວຽດນາມຂອງພາກພາສາລາວ VOV5 ເປັນຕາອອນຊອນ ແລະ ໜ້າຈັບອົກຈັບໃຈຫຼາຍ. ຂ້າພະເຈົ້າມັກຕິດຕາມລາຍການນີ້ທີ່ສຸດ. ຜ່ານນັ້ນ, ຂ້າພະເຈົ້າໄດ້ຮູ້ຈັກເຖິງທັດສະນີຍະພາບ, ຮີດຄອງປະເພນີ ແລະຈຸດວັດທະນະທໍາຫຼາຍຮູບຫຼາຍສີຂອງຫວຽດນາມຕື່ມອີກ. ໃນລາຍການຄົ້ນຫາຫວຽດນາມ ອາທິດກ່ອນນີ້, ຂ້າພະເຈົ້າມີຄວາມປະທັບໃຈກັບ ເມືອງລໍ່ ທີ່ສຸດ, ພິເສດແມ່ນເຍື່ອງອາຫານເຂົ້າໜຽວ 5 ສີ, ຈຸດວັດທະນະທໍາ ຂອງຊົນເຜົ່າຜູ້ໄທ ກໍຄືຄວາມໝາຍທີ່ຊ້ອນແຝງໃນອາຫານເຍື່ອງດັ່ງກ່າວ.

        ເພື່ອນ ເພັດ ອິນທະລາດ ແບ່ງປັນວ່າ: ຂ້າພະເຈົ້າຍັງບໍ່ທັນມີໂອກາດໄປຢ້ຽມຢາມຫວຽດນາມເທື່ອ, ແຕ່ຜ່ານລາຍການເສດຖະກິດໃນເວັບໄຊ vovworld.vn  ຂ້າພະເຈົ້າເຫັນໄດ້ສະພາບການເສດຖະກິດຢູ່ຫວຽດນາມ ໂດຍສັງເຂບ, ບັນດາຮູບແບບດໍາເນີນທຸລະກິດ start up, ບັນດາວິສາຫະກິດຂອງຫວຽດນາມ ມີຄວາມສະຫຼາດ ແລະ ມີຫົວຄິດປະດິດສ້າງທີ່ສຸດ. ຂ້າພະເຈົ້າມັກຮູບແບບດໍາເນີນທຸລະກິດ start up ສ້າງໝາກໄມ້ ຝູກຸຍ ເປັນຮູບປະເພດຕ່າງໆຢູ່ແຂວງເປັ໊ນແຈ ເຊິ່ງແມ່ນຮູບແບບດໍາເນີນທຸລະກິດ start up ທີ່ຈັບອົກຈັບໃຈ  ແລະ ອາດຈະເອົາໄປໝູນໃຊ້ຢູ່ປະເທດຂອງຂ້າພະເຈົ້າໄດ້.

        ເພື່ອນ ທະວີຄູນ ດວງພາລາ, ນັກຮຽນໂຮງຮຽນມິດຕະພາບລາວ - ຫວຽດນາມ, ຢູ່ວຽງຈັນ,ໄດ້ສົ່ງຂໍ້ຄວາມ ຜ່ານທາງ facebook ເຖິງລາຍການດ້ວຍເນື້ອໃນວ່າ: ນ້ອງມັກຮຽນວິຊາປະຫວັດສາດ ແລະ ໃນຫຼັກສູດຂອງພວກນ້ອງ ກໍໄດ້ຊອກຮູ້ກ່ຽວກັບປະທານໂຮ່ຈີມິນ ແລະບັນດາໄລຍະປະຫວັດສາດສໍາຄັນຂອງຫວຽດນາມ. ໃນໄລຍະຈະມາເຖິງ ນ້ອງພ້ອມດ້ວຍຄອບຄົວ ຈະໄປຢ້ຽມຢາມຮ່າໂນ້ຍ,ໃນການໄປຢ້ຽມຢາມຄັ້ງນີ້, ນ້ອງປາດຖະໜາຢາກພ້ອມກັບພໍ່ແມ່ຊອກຮູ້ກ່ຽວກັບປະຫວັດສາດ, ວັດທະນະທໍາຫວຽດນາມຜ່ານການເຂົ້າຊົມຫໍພິພິທະພັນແຫ່ງຕ່າງໆຢູ່ຮ່າໂນ້ຍ. ນ້ອງຫວັງວ່າ ບັນດາເອື້ອຍອ້າຍບັນນາທິການລາຍການພາກພາສາລາວ ຈະແນະນໍາໃຫ້ນ້ອງ ພ້ອມດ້ວຍຄອບຄົວ ຫໍພິພິທະພັນທີ່ມີຊື່ສຽງບາງແຫ່ງຢູ່ຮ່າໂນ້ຍ. ຂໍຂອບໃຈ!

ເພື່ອນທະວີຄູນທີ່ຮັກແພງ, ແມ່ນຄືແນວນັ້ນແທ້ ຖ້າຫາກຢາກຊອກຮູ້ ກ່ຽວກັບປະທານໂຮ່ຈີມິນ ແລະປະຫວັດສາດຫວຽດນາມໃຫ້ມີຄວາມເຂົ້າໃຈແຈ້ງກວ່່ານັ້ນ ວິທີດີທີ່ສຸດແມ່ນເຂົ້າຊົມຫໍພິພິທະພັນ. ຢູ່ຮ່າໂນ້ຍ ມີຫໍພິພິທະພັນຫຼາຍແຫ່ງ, ໃນນັ້ນອາດຈະເວົ້າເຖິງ ຫໍພິພິທະພັນບາງແຫ່ງທີ່ມີ ຊື່ສຽງຄື ຫໍພິພິທະພັນໂຮ່ຈີມິນ, ຫໍພິພິທະພັນປະຫວັດສາດແຫ່ງຊາດ, ຫໍພິພິທະພັນຮ່າໂນ້ຍ, ຫໍພິພິທະພັນຊົນເຜົ່າວິທະຍາຫວຽດນາມ... ຫໍພິພິທະພັນ ແຕ່ລະແຫ່ງໄດ້ສະແດງໃຫ້ເຫັນຈຸດທີ່ເປັນເອກະລັກສະເພາະກ່ຽວກັບປະຫວັດສາດ, ວັດທະນະທໍາຂອງປະຊາຊົນຮ່າໂນ້ຍ ກໍຄືຂອງປະຊາຊົນຫວຽດນາມ. ຕໍ່ໄປນີ້, ພວກຂ້າພະເຈົ້າຂໍແນະນໍາ ຫໍພິພິທະພັນບາງແຫ່ງໂດຍສັງເຂບ ເພື່ອໃຫ້ເພື່ອນ ພ້ອມດ້ວຍຄອບຄົວ ທາບທາມກ່ອນການມາຢ້ຽມຢາມຮ່າໂນ້ຍ.

ແນະນໍາສະຖານທີ່ທ່ອງທ່ຽວບາງແຫ່ງຢູ່ຮ່າໂນ້ຍ - ảnh 1 ຫໍພິພິທະພັນໂຮ່ຈີີມິນ

-      ທໍາອິດແມ່ນ ຫໍພິພິທະພັນໂຮ່ຈີີມິນຕັ້ງຢູ່ເຮືອນເລກທີ 19 ຖະໜົນ ງັອກຮ່າ, ບາດິ່ງ, ຮ່າໂນ້ຍ ເຊິ່ງເປັນໜຶ່ງໃນບັນດາຫໍພິພິທະພັນໃຫຍ່ທີ່ສຸດຢູ່ຫວຽດນາມ.  ຢູ່ທີ່ນີ້ ແມ່ນສະຖານທີ່ເກັບມ້ຽນຮັກສາບັນດາວັດຖຸພັນ, ເອກະສານທັງໝົດກ່ຽວກັບຊີວິດຂອງປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່. ເມື່ອເຂົ້າຢ້ຽມຊົມຫໍພິພິທະພັນ ເພື່ອນຈະມີຄວາມເຂົ້າໃຈກ່ຽວກັບຊີວິດການເປັນຢູ່ປະຈໍາວັນຂອງລຸງໂຮ່ ຜ່ານບັນດາວັດຖຸພັນ, ອຸປະກອນເຄື່ອງໃຊ້ສອຍອັນລຽບງ່າຍ ແລະການເຄື່ອນໄຫວປະຕິວັດຂອງເພິ່ນ ຜ່ານບັນດາຈົດໝາຍ, ເອກະສານ ວັດຖຸພັນ ຫຼືບົດຂຽນສະບັບຕ່າງໆຂອງຊຸມປີຕົ້ນສະຕະວັດທີ 20.

ແນະນໍາສະຖານທີ່ທ່ອງທ່ຽວບາງແຫ່ງຢູ່ຮ່າໂນ້ຍ - ảnh 2ຫໍພິພິທະພັນປະຫວັດສາດແຫ່ງຊາດ  

-      ທີ່ສອງແມ່ນ ຫໍພິພິທະພັນປະຫວັດສາດແຫ່ງຊາດ ມີຢູ່ 02 ສາຂາ;  ສາຂາໜຶ່ງຕັ້ງຢູ່ເຮືອນເລກທີ 1 ຖະໜົນຈ່າງຕ່ຽນ, ຮວ່ານກ໊ຽມ; ສາຂາທີ 2 ຕັ້ງຢູ່ເຮືອນເລກທີ 216 ເຈິ່ນກວາງຂ໋າຍ, ຮວ່ານກ໊ຽມ. ມາທີ່ນີ້, ເພື່ອນຈະໄດ້ຊອກຮູ້ຕື່ມກ່ຽວກັບບັນດາວັດຖຸພັນນັບແຕ່ຍຸກສະໄໝປະຖົມບູຮານ, ສະໄໝບູຮານ ຕະຫຼອດຮອດສະໄໝຍຸກປັດຈຸບັນ ຂອງຫວຽດນາມ.

-      ຖ້າຫາກເພື່ອນ ພ້ອມດ້ວຍຄອບຄົວ ຢາກຊອກຮູ້ກ່ຽວກັບບັນດາວັດຖຸພັນທີ່ຍັງເຫຼືອໄວ້ ແຕ່ສະໄໝລາຊະວົງລີ໊ - ເຈິ່ນ - ເລ, ບັນດາວັດຖຸພັນທີ່ເປັນເອກະລັກສະເພາະຂອງນະຄອນຫຼວງຮ່າໂນ້ຍໃນເມື່ອກ່ອນ ແລະໃນປັດຈຸບັນ ຄືຊາກໂຕເຕົ່າ-ໜອງໂຮ່ເກືອມ ນັ້ນ ແມ່ນຕ້ອງແວ່ເຂົ້າຢ້ຽມຊົມ ຫໍພິພິທະພັນຮ່າໂນ້ຍ  ຢູ່ເໝຈີ່, ນາມຕື່ລຽມ ຫຼື ຢາກມີຄວາມເຂົ້າໃຈໂດຍສັງເຂບກ່ຽວກັບປະຫວັດສາດ, ຈຸດທີ່ເປັນເອກະລັກສະເພາະຂອງວັດທະນະທໍາຂອງເຂດ, ພາກ, ຮີດຄອງປະເພນີ, ວິຖີການດໍາເນີນຊີວິດຂອງ 54 ຊົນເຜົ່າຫວຽດນາມ, ເພື່ອນພ້ອມດ້ວຍຄອບຄົວຄວນໄປຢ້ຽມຊົມຫໍພິພິທະພັນຊົນເຜົ່າວິທະຍາ ຫວຽດນາມ ຢູ່: ຫງວຽນວັນຮວຽນ,ເກົ່າໄຢ ໊.

ດັ່ງທີ່ກ່າວມາຂ້າງເທິງນັ້ນ ແມ່ນ ຫໍພິພິທະພັນບາງແຫ່ງທີ່ມີຊື່ສຽງຢູ່ຮ່າໂນ້ຍ. ພວກຂ້າພະເຈົ້າ ຂໍອວຍພອນໃຫ້ເພື່ອນ ແລະ ຄອບຄົວ ຈົ່ງມີການຢ້ຽມຢາມທີ່ມ່ວນໆຢູ່ຫວຽດນາມ ແລະ ຄົ້ນຫາຫຼາຍສິ່ງຫຼາຍຢ່າງທີ່ມີຄວາມຈັບອົກຈັບໃຈກ່ຽວກັບປະຫວັດສາດ, ຊາວຫວຽດນາມ ແລະ ການພັດທະນາ.

ເພື່ອນ ສີດາ ວົງດາລາ, ຢູ່ວຽງຈັນ ໄດ້ສົ່ງຂໍ້ຄວາມຜ່ານທາງ facebook ເຖິງລາຍການ, ໂດຍໃຫ້ຮູ້ວ່າ: ນ້ອງໄດ້ຮູ້ຈັກເຖິງ ໂຮງລະຄອນໃຫຍ່ ຮ່າໂນ້ຍ  ທີ່ສະຫງ່າລາສີ ຜ່ານ ທາງຮູບພາບຂອງໝູ່ຄົນໜຶ່ງ ທີ່ເອົາລົງໃນ facebook. ນ້ອງຢາກຊອກຮູ້ກ່ຽວກັບສະຖານທີ່ທ່ອງທ່ຽວດັ່ງກ່າວ ກ່ອນທີ່ຈະມີໂອກາດໄປທ່ອງທ່ຽວຢູ່ຫວຽດນາມ. ນ້ອງປາດຖະໜາວ່າ ເອື້ອຍອ້າຍບັນນາທິການລາຍການພາກພາສາລາວ ຈະແນະນໍາກ່ຽວກັບສະຖານທີ່ ດັ່ງກ່າວໃຫ້ນ້ອງແດ່.

ແນະນໍາສະຖານທີ່ທ່ອງທ່ຽວບາງແຫ່ງຢູ່ຮ່າໂນ້ຍ - ảnh 3ຄວາມງາມອັນສະຫງ່າລາສີຂອງຂອງໂຮງລະຄອນໃຫຍ່ຮ່າໂນ້ຍ 

  ເພື່ອນສີດາທີ່ຮັກແພງ! ໂຮງລະຄອນໃຫຍ່ຮ່າໂນ້ຍ ຕັ້ງຢູ່ ເຮືອນເລກທີ 1, ຖະໜົນຈ່າງຕ່ຽນ, ຮວ່ານກ໊ຽມ. ກິດຈະກໍາດັ່ງກ່າວ ໄດ້ເລີ່ມດໍາເນີນການກໍ່ສ້າງແຕ່ປີ 1901 – 1911, ຕາມຮູບຊົງຂອງໂຮງລະຄອນ Opera Garnier ຢູ່ປາຣີ ແຕ່ມີຂອບຂະໜາດນ້ອຍກວ່າ. ນີ້ແມ່ນຜົນງານຂອງນັກສະຖາປະນິກຊາວ ຝລັ່ງ 02 ຄົນ ດ້ວຍສີສັນຫຼາກຫຼາຍ ແລະມີລວດລາຍສະຖາປັດຕະຍາກໍາຂອງບັນດາໂຮງລະຄອນຢູ່ພາກໃຕ້ຂອງຝລັ່ງ.  ປັດຈຸບັນ,ໂຮງລະຄອນໃຫຍ່ ແມ່ນໜຶ່ງໃນບັນດາສະຖານທີ່ສະແດງ ສໍາຄັນທີ່ສຸດຢູ່ຮ່າໂນ້ຍ, ເຊິ່ງບັນດານັກສິລະປິນໄດ້ຖືນີ້ວ່າ ແມ່ນ “ວິຫານ” ສໍາລັບສິລະປະຄຣາດຊິກ, ແມ່ນສະຖານທີ່ຈັດຕັ້ງບັນດາລາຍການສະແດງດົນຕີ Opera ຝລັ່ງ, ອີຕາລີ ຄຣາດຊິກ ຕະຫຼອດຮອດບັນດາລະຄອນຫວຽດນາມ, ບັນດາການສະແດງ Ballet ຫຼືບັນດາລາຍການຂອງກອງສິລະປະພື້ນເມືອງ. ໂຮງລະຄອນໃຫຍ່ຮ່າໂນ້ຍ ບໍ່ໄດ້ຈັດຕັ້ງໃຫ້ແຂກທ່ອງທ່ຽວເຂົ້າຢ້ຽມຊົມ, ສະນັ້ນ ເພື່ອເຂົ້າຊົມຄວາມງາມທີ່ສະຫງ່າລາສີນັ້ນ ເພື່ອນຕ້ອງຊື້ປີ້ເຂົ້າຊົມລາຍການສະແດງໃດໜຶ່ງທີ່ທາງໂຮງລະຄອນຈັດຕັ້ງ.

ພວກຂ້າພະເຈົ້າຫວັງວ່າ ເພື່ອນຈະມາຢ້ຽມຢາມຮ່າໂນ້ຍ, ແວ່ຢ້ຽມຊົມໂຮງລະຄອນໃຫຍ່ໃນໄວໆນີ້ ແລະ ຊົມລາຍການສະແດງສິລະປະ, ຮັບຊົມຄວາມງາມອັນສະຫງ່າລາສີຂອງສະຖານທີ່ແຫ່ງນີ້!

         ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຈົດໝາຍ ແລະການຕອບບາງຄຳຖາມຂອງຜູ້ຟັງ, ຜູ້ອ່ານບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ