ແນະ​ນຳການປະກວດ “ໃຫ້ຂອງທີ່ລະນຶກເລົ່າເລື່ອງ”

(VOVWORLD) -

ໃນອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຮັບຈົດໝາຍ, ອີເມວ 375 ສະບັບ ແລະ ໂທລະສັບຫຼາຍສາຍ ຈາກທ່ານຜູ້ຟັງທີ່ມາຈາກ 35 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການພາກພາສາລາວ ໄດ້ຮັບຈົດໝາຍ, ອີເມວ 25 ສະບັບຈາກທ່ານຜູ້ຟັງ.


ແນະ​ນຳການປະກວດ “ໃຫ້ຂອງທີ່ລະນຶກເລົ່າເລື່ອງ” - ảnh 1ພິທີປຸກລະດົມໄດ້ເຮັດຢູ່ທັງ ຫວຽດນາມ ແລະ ລາວ
(ພາບ:dangcongsan.vn)

ໃນອາທິດ, ເພື່ອນ ລັດດາພອນ, ຢູ່ນະຄອນຫຼວງ ວຽງຈັນ ແຈ້ງໃຫ້ຊາວວ່າ: ຫວ່າງແລ້ວນີ້, ໝູ່ຂອງຂ້າພະເຈົ້າຈັດຕັ້ງການປະກວດ “ໃຫ້ຂອງທີ່ລະນຶກເລົ່າເລື່ອງ”, ຂ້າພະເຈົ້າຮູ້ວ່າ ການປະກວດນີ້ໄດ້ຈັດຂຶ້ນເນື່ອງໃນໂອກາດ “ປີສາມັກຄີ ມິດຕະພາບ ຫວຽດນາມ - ລາວ, ລາວ - ຫວຽດນາມ 2022”. ຢາກໃຫ້ທາງລາຍການສະໜອງຂໍ້ມູນຫຼາຍກ່ວາກ່ຽວກັບການປະກວດນີ້ໄດ້ບໍ່?

ເພື່ອນ ລັດດາພອນ ທີ່ຮັກແພງ, ວັນທີ 9 ພຶດສາພາ, ຢູ່ຮ່າໂນ້ຍ, ສະມາຄົມມິດຕະພາບ ຫວຽດນາມ - ລາວ (ຂຶ້ນກັບສະຫະພັນບັນດາອົງການມິດຕະພາບ ຫວຽດນາມ) ໄດ້ສົມທົບກັບສະມາຄົມມິດຕະພາບ ລາວ - ຫວຽດນາມ, ສະຖານທູດ ສປປ ລາວ ປະຈຳ ສສ ຫວຽດນາມ, ວາລະສານ ເທີ່ຍດ້າຍ ຈັດຕັ້ງພິທີປຸກລະດົມການປະກວດ “ໃຫ້ຂອງທີ່ລະນຶກເລົ່າເລື່ອງ”. ຄະນະຈັດຕັ້ງໄດ້ຮັບບົດສົ່ງເຂົ້າມາປະກວດ ແມ່ນເລີ່ມແຕ່ວັນທີ 9 ພຶດສະພາ 2022 ຮອດວັນທີ 31 ສິງຫາ 2022. ດ້ວຍລາງວັນລວມມີຄືດັ່ງນີ້: ລາງວັນພິເສດ 1 ລາງວັນ, ລາງວັນທີໜຶ່ງ 5 ລາງວັນ, ລາງວັນທີສອງ 15 ລາງວັນ, ລາງວັນທີສາມ 20 ລາງວັນ ແລະ ລາງວັນຊົມເຊີຍ 30 ລາງວັນ. ຂໍ້ມູນຂ່າວສຳຄັນກ່ຽວກັບການປະກວດນີ້ ແມ່ນ, ວັນທີ 13 ທັນວາ 2022 ທີ່ຈະມາເຖິງນີ້ ທາງຄະນະຈັດຕັ້ງຈະຈັດພິທີສະຫລຸບ ແລະ ມອບລາງວັນຢູ່ຮ່າໂນ້ຍ, ແນ່ນອນວ່າ ພວກຂ້າພະເຈົ້າຈະອັບເດດຂໍ້ມູນຂ່າວດັ່ງກ່າວໃຫ້ເພື່ອນ ແລະ ຜູ້ຟັງທ່ານໃດທີ່ມີຄວາມສົນໃຈ.

****NC****

ເພື່ອນ ວິໄລສອນ, ຢູ່ແຂວງຄຳມ່ວນ, ໄດ້ຝາກຈົດໝາຍມາຫາລາຍການດ້ວຍເນື້ອໃນ: ຂ້າພະເຈົ້າມີຄວາມສົນໃຈໂຄງການ OCOP ຂອງ ຫວຽດນາມ. ຜ່ານບັນດາຂ່າວຄາວ, ບົດຂຽນຕ່າງໆໃນເວັນໄຊຂອງພວກເພື່ອນ, ຂ້າພະເຈົ້າຮູ້ວ່າໂຄງການດັ່ງກ່າວພວມພັດທະນາດີຢູ່ຕາມທ້ອງຖິ່ນຕ່າງໆ ແລະ ສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນຫຼາຍຄົນ. ຂ້າພະເຈົ້າຢາກຮູ້ແຈ້ງກ່ຽວກັບຕົວເລກທີ່ໂຄງການດັ່ງກ່າວບັນລຸໄດ້ໃນໄລຍະຜ່ານມາໄດ້ບໍ່? ຂໍຂອບໃຈ.

ເພື່ອນ ວິໄລສອນ ທີ່ຮັກແພງ, ໂຄງການ “ໜຶ່ງຕາແສງ ໜຶ່ງຜະລິດຕະພັນ” (ຫຼື OCOP) ແມ່ນໂຄງການພັດທະນາເສດຖະກິດເຂດຊົນນະບົດຕາມທິດພັດທະນາກຳລັງພາຍໃນ ແລະ ເພີ່ມທະວີຄຸນຄ່າ, ແມ່ນມາດຕະການ, ໜ້າທີ່ໃນການຜັນຂະຫຍາຍປະຕິບັດໂຄງການເປົ້າໝາຍແຫ່ງຊາດກໍ່ສ້າງຊົນນະບົດໃໝ່. ຈຸດສຸມຂອງໂຄງການ OCOP ແມ່ນພັດທະນາຜະລິດຕະພັນກະສິກຳ, ບໍ່ແມ່ນກະສິກຳ, ການບໍລິການມີທ່າແຮງຢູ່ແຕ່ລະທ້ອງຖິ່ນຕາມລະບົບມູນຄ່າ, ໂດຍບັນດາພາກສ່ວນເສດຖະກິດພາກເອກະຊົນ (ວິສາຫະກິດ, ຄອບຄົວຜະລິດ) ແລະ ເສດຖະກິດລວມໝູ່ປະຕິບັດ. ລັດສວມບົດບາດສ້າງ, ປະກາດໃຊ້ກອບນິຕິກຳ ແລະ ນະໂຍບາຍເພື່ອປະຕິບັດ; ກຳນົດທິດ, ການວາງແຜນຜັງຂອງເຂດຜະລິດເປັນສິນຄ້າ, ບໍລິການ; ຄຸ້ມຄອງ ແລະ ຕິດຕາມກວດກາມາດຖານຄຸນນະພາບຜະລິດຕະພັນ; ໜູນຊ່ວຍ: ການບຳລຸງສ້າງ, ຝຶກອົບຮົມ, ແນະນຳດ້ານເຕັກນິກ, ໝູນໃຊ້ວິທະຍາສາດ, ເຕັກໂນໂລຊີ, ສ້າງເຄື່ອງໝາຍການຄ້າ, ສົ່ງເສີມການຄ້າ, ໂຄສະນາຜະລິດຕະພັນ, ສິນເຊື່ອ. ໂດຍໄດ້ຮັບການຜັນຂະຫຍາຍມາແຕ່ປີ 2018, ມາຮອດປະຈຸບັນ, ໂຄງການ “ໜຶ່ງຕາແສງ ໜຶ່ງຜະລິດຕະພັນ” ບັນລຸໄດ້ຫຼາຍຜົນງານພໍສົມຄວນ, ມີກຳລັງແຜ່ຂະຫຍາຍຢ່າງກ້ວາງຂວາງ, ມີຜົນກະທົບຢ່າງແຮງຕໍ່ການພັດທະນາເສດຖະກິດ - ສັງຄົມຢູ່ເຂດຊົນນະບົດ. ຈຳນວນແຂວງເຂົ້າຮ່ວມແມ່ນ 63 ແຂວງ. ຈຳນວນຜະລິດຕະພັນ OCOP ທັງໝົດແມ່ນ 5.401 ຊະນິດ.

ແນະ​ນຳການປະກວດ “ໃຫ້ຂອງທີ່ລະນຶກເລົ່າເລື່ອງ” - ảnh 2ອ່າວລານຮະ ໃນແຂວງ ຫາຍຟ່ອງ
(ພາບ: kinhtedothi.vn)

          ສ່ວນເພື່ອນ ຄຳໄຊ ຈັນທະຈັກ, ຢູ່ແຂວງ ຫຼວງນ້ຳທາ ໄດ້ສົ່ງອີແມວມາຫາລາຍການດ້ວຍເນື້ອໃນທີ່ວ່າ: ເວລາຈະມາເຖິງ, ຂ້າພະເຈົ້າຈະໄປທ່ອງທ່ຽວນະຄອນ ຫາຍຟ່ອງ, ແຕ່ຍ້ອນບໍ່ມີເວລາເພື່ອແວ່ຢາມຢ້ຽມຊົມຫຼາຍບ່ອນ, ຂ້າພະເຈົ້າຫວັງວ່າທາງລາຍການຈະແນະນຳສະຖານທີ່ທ່ອງທ່ຽວບາງແຫ່ງທີ່ຄວນໄປຢູ່ນະຄອນຫາຍຟ່ອງ ໃຫ້ແດ່ໄດ້ບໍ່? ຂໍຂອບໃຈ.

        ເພື່ອນ ຄຳໄຊ ຈັນທະຈັກ ທີ່ຮັກແພງ, ເມື່ອໄປທ່ຽວຢູ່ນະຄອນ ຫາຍຟ່ອງ, ເພື່ອນຄວນໄປແວ່ຢາມສະຖານທີ່ດັ່ງຕໍ່ໄປນີ້: ໜອງພູຫີນປູນ ຈ້າຍເຊີນ, ສະຖານີລົດໄຟ ຫາຍຟ່ອງ, ປ່າສະຫງວນແຫ່ງຊາດ ກາດບ່າ, ທີ່ປະທັບຂອງເຈົ້າຊີວິດ ບ໋າວດ້າຍ, ອ່າວ ລານຮ້າ, ເກາະກາດບ່າ, ຮ່ອນເຢົ້າ ຣິສອດ. ນອກຈາກບັນດາສະຖານທີ່ທ່ອງທ່ຽວດັ່ງກ່່າວແລ້ວ, ເພື່ອນຢ່າລືມໄປຊີມລົດຊາດອາຫານການກິນຢູ່ ຫາຍຟ່ອງແດ່ເດີ, ພິເສດແມ່ນ ເຂົ້າຈີ່ ປາເຕ, ຫອຍສົດປະເພດຕ່າງໆທີ່ໄດ້ປຸງແຕ່ງຕາມເອກະລັກຂອງ ຫາຍຟ່ອງ, ບັນແບ່ວ… ເມື່ອສຳເລັດການທ່ອງທ່ຽວ ຫາຍຟ່ອງ ແລ້ວ, ເພື່ອນຢ່າລືມຂຽນຈົດໝາຍມາຫາລາຍການແດ່ເດີ. ຫວັງວ່າ, ບັນດາຂໍ້ມູນດັ່ງກ່າວຈະຊ່ວຍໃຫ້ລາຍການທ່ອງທ່ຽວນະຄອນ ຫາຍຟ່ອງຂອງເພື່ອນມີຄວາມສະດວກສະບາຍກ່ວາ.

ທ່ານຜູ້ຟັງທີ່ເຄົາລົບ, ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນຂອງທ່ານຜູ້ຟັງທີ່ຝາກມາລາຍການໃນອາທິດຜ່ານມາ, ຫວັງວ່າ ທ່ານຜູ້ຟັງຈະສືບຕໍ່ຝາກຈົດໝາຍ, ອີເມວ ຫຼື ໂທລະສັບມາຫາລາຍການ ເພື່ອປະກອບຄຳເຫັນຊ່ວຍລາຍການຂອງພວກເຮົາໃຫ້ນັບມື້ນັບດີກວ່າເກົ່າ. ພວກເພື່ອນກໍ່ສາມາດຝາກຈົດໝາຍມາຍັງລາຍການໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ ຫຼືໂທມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.8256631 ຫຼື ອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດເຂົ້າເບິ່ງໃນເວັບໄຊ vovworld.vn ເພື່ອແລກປ່ຽນຄຳເຫັນ ແລະ ຕິຊົມບັນດາລາຍການທີ່ໄດ້ເອົາລົງໃນເວັບໄຊດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ