ແນະ​ນຳ​ກ່ຽວ​ກັບພາບ​ຖ່າຍ “ການ​ຫາ​ປາ​ຢູ່​ປ່າ​ຊາຍ​ເລນ” ຂອງ​ຊ່າງ​ຖ່າຍ​ຮູບ ຫວຽດ​ນາມ ທີ່​ຫາ​ກໍ​​ໄດ້​ຮັບລາງວັນ​ທີ​ໜຶ່ງ​ໃນ​ການ​ປະກວດພາບ​ຖ່າຍສາ​ກົນ

(VOVWORLD) -ພວກຂ້າເຈົ້າມີຄວາມຕິຊົມຊື່ນທີ່ໄດ້ກັບມາພົບກັບທ່ານຜູ້ຟັງໃນລາຍການໂອ້ລົມກັບເພື່ອນລາວ ປະຈຳ ວັນພະຫັດ ອີກຕາມເຄີຍ ແລະພ້ອມກັນມາແບ່ງປັນເນື້ອໃນຈົດໝາຍ ແລະ ຕອບຄຳຖາມທີ່ທ່ານຜູ້ຟັງໄດ້ຝາກມາ VOV5 ກໍຄື ລາຍການກະຈາຍສຽງພາກພາສາລາວໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍອີເມວລວມທັງໝົດ 593  ສະບັບ ຈາກທ່ານຜູ້ຟັງທີ່ມາຈາກ 36 ປະເທດ ແລະ ເຂດແຄວ້ນໃນນັ້ນ ລາຍການພາກພາສາ ລາວ ໄດ້ຮັບຈົດໝາຍຈຳນວນ 10 ສະບັບເນື້ອໃນຈົດໝາຍຈະມີຄືແນວໃດນັ້ນເຊີນທ່ານຜູ້ຟັງພ້ອມກັບບັນນາທິການຂອງພວກເຮົາໄປຮັບຟັງພ້ອມກັນເລີຍ.
  ທ່ານຜູ້ຟັງທີ່ເຄົາລົບ! ວັນທີ 7 ກັນຍາ ຜ່ານມາ ແມ່ນວັນສະເຫຼີມສະຫຼອງການອອກອາກາດລາຍການກະຈາຍສຽງທຳອິດຂອງ ວິທະຍຸກະຈາຍສຽງ ຫວຽດນາມ (VOV) ຄົບຮອບ 76 ປີ. ເນື່ອງໃນໂອກາດນີ້, ພວກຂ້າພະເຈົ້າໄດ້ຮັບຄຳອວຍພອນຢ່າງຫຼວງຫຼາຍຈາກທ່ານຜູ້ຟັງທີ່ມາຈາກ ອິນເດຍ, ຍີ່ປຸ່ນ, ແອັດສະປາຍ, ເມັກຊີໂກ, ອິນໂດເນເຊຍ, ໄທ. ໃນນັ້ນ, ທ່ານຜູ້ຟັງລາວ ຊື່ ຄຳຕັນ ແລະ ຄຳສີ  ກໍໄດ້ສົ່ງຈົດໝາຍອວຍພອນລາຍການກະຈາຍສຽງພາກພາສາ ລາວ ແລະ VOV ມາໃນໂອກາດນີ້ດ້ວຍ. ທ່ານ ຄຳຕັນ ຂຽນວ່າ: ຂໍອວຍພອນໃຫ້ບັນນາທິການ ລາຍການກະາຍສຽງພາກພາສາ ລາວ ແລະ VOV ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ VOV ຄົບຮອບ 76 ປີ. ຂໍອວຍພອນໃຫ້ພວກທ່ານຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ສືບຕໍ່ເປັນຜູ້ສື່ຂ່າວທີ່ເປັນໂຫຍດ ແລະ ຈັດທຳລາຍການທີ່ຈັບອົກຈັບໃຈພວກຂ້າພະເຈົ້າທີ່ເປັນຜູ້ຟັງຜູ້ອ່ານ. ຂໍອວຍພອນໃຫ້ VOV ນັບມື້ນັບພັດທະນາກວ່າອີກ.”

ພວກຂ້າພະເຈົ້າ ຂໍສະແດງຄວາມຂອບອົກຂອບໃຈຕໍ່ຄຳອວຍພອນໄຊອັນປະເສີດຂອງທ່ານຜູ້ຟັງທຸກໆທ່ານ. ຂໍພອນໄຊມາຍັງທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນຊີວິດ, ສືບຕໍ່ເປັນເພື່ອນຜູ້ຟັງລາຍການກະຈາຍສຽງຂອງ VOV ເປັນປະຈຳ ແລະ ຕະຫຼອດໄປ.

  ນອກຈາກຄຳອວຍພອນໄຊອັນປະເສີດເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງ VOV ແລ້ວ, ພວກຂ້າພະເຈົ້າຍັງໄດ້ຮັບຄຳຖາມຈາກທ່ານຜູ້ຟັງຫຼາຍທ່ານທີ່ມີຄວາມສົນໃຈເຖິງສະພາບການໂລກລະບາດໂຄວິດ - 19 ແລະ ວັກຊິນກັນພະຍາດໂຄວິດ - 19 ຢູ່ ຫວຽດນາມ ອີກດ້ວຍ.

ຈົດໝາຍສະບັບທຳອິດ ແມ່ນຂອງເພື່ອນ ແກ້ວມະນີ, ຢູ່ນະຄອນຫຼວງ ວຽງຈັນ, ລາວ. ເພື່ອນ ແກ້ວມະນີ ໄດ້ສົ່ງຄຳຢື້ຢາມຖາມຂ່າວກ່ຽວກັບສະພາບການໂລກລະບາດຢູ່ ຫວຽດນາມ ແລະ ແບ່ງປັນກ່ຽວກັບສະພາບການໂລກລະບາດຢູ່ ລາວ ອີກດ້ວຍ. ເພື່ອນໃຫ້ຮູ້ວ່າ: ອາທິດຜ່ານມາ, ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ໃນຊຸມຊົນຢູ່ ລາວ ກໍມີທ່າອ່ຽງກັບມາເພີ່ມຂຶ້ນຄືນໃໝ່. ສະນັ້ນ, ບັນດາແຂວງ, ນະຄອນຂອງ ລາວ ກໍພວມເພີ່ມທະວີມາດຕະການຕ່າງໆເພື່ອຄວບຄຸມໂລກລະບາດ”.

ເພື່ອນ ແກວ້ມະນີ ທີ່ຮັກແພງ! ຂອບໃຈເພື່ອນທີ່ໄດ້ສົ່ງຈົດໝາຍມາຢື້ຢາມຖາມຂ່າວ ກໍຄືແບ່ງປັນກ່ຽວກັບສະພາບການໂລກລະບາດໂຄວິດ - 19 ຢູ່ ລາວ ໃຫ້ພວກຂ້າພະເຈົ້າຮັບຊາບ. ບໍ່ພຽງແຕ່ຢູ່ ຫວຽດນາມ ແລະ ລາວ ເທົ່ານັ້ນ, ປັດຈຸບັນ, ໂລກລະບາດໂຄວິດ - 19 ພວມມີການຜັນແປຢ່າງສັບສົນໃນທົ່ວໂລກ. ເຖິງຢ່າງໃດກໍຕາມ, ຢູ່ ຫວຽດນາມ, ຕາມແຈ້ງການຂອງຄະນະຊີ້ນຳວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນວັນທີ 11 ກັນຍາ ແລ້ວ, ຫວຽດນາມ ພວມຄວບຄຸມໂລກລະບາດໄດ້ໂດຍພື້ນຖານ, ອັດຕາຜູ້ຕິດເຊື້ອໃໝ່ໃນຊຸມຊົນໃນອາທິດຜ່ານມາກໍຫຼຸດລົງ, ພິເສດ, ອັດຕາຜູ້ຕິດເຊື້ອໂຄວິດ - 19 ຢູ່ເຂດມີຄວາມສ່ຽງສູງເປັນຕົ້ນແມ່ນຢູ່ນະຄອນ ໂຮ່ຈີມິນ ໄດ້ຫຼຸດລົງຢ່າງເຫັນໄດ້ຊັດ. ປັດຈຸບັນ, ຫວຽດນາມ ພວມເພີ່ມທະວີຈັດຕັ້ງການກວດຫາເຊື້ອໄວຣັດ ໃນວົງກວ້າງ, ເພີ່ມທະວີວຽກງານການທູດວັກຊິນ ແລະ ຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ - 19 ໃນວົງກວ້າງ, ຖືວັກຊິນເປັນກຸນແຈເພື່ອຄວບຄຸມໂລກລະບາດ ແລະ ຟື້ນຟູເສດຖະກິດ. ພິເສດ, ຢູ່ 5 ແຂວງ, ນະຄອນ ທີ່ມີຈຳນວນຜູ້ຕິດເຊື້ອສູງຄື  ໂຮ່ຈີມິນ, ບິ່ງເຢືອງ, ລອງອານ, ດົ່ງນາຍ ແລະ ຮ່າໂນ້ຍ ພວມຈັດການສັກວັກຊິນໃຫ້ແກ່ປະຊາຊົນທຸກຄົນທີ່ມີອາຍຸແຕ່ 18 ປີຂຶ້ນໄປ ແລະ ປະຕິບັດ ການສັກເຂັມທຳອິດ ໃຫ້ສຳເລັດກ່ອນວັນທີ 15 ກັນຍາ 2021 ເພື່ອນຳການເຄື່ອນໄຫວເສດຖະກິດ - ສັງຄົມກັບມາເຄື່ອນໄຫວເປັນປົກກະຕິໃນສະພາບການໃໝ່.

ດັ່ງທີ່ກ່າວມາຂ້າງເທິງນັ້ນ ແມ່ນສະພາບການໂລກລະບາດໂດຍລວມຢູ່ ຫວຽດນາມ. ພວກຂ້າພະເຈົ້າປາດຖະໜາວ່າ, ສະພາບການຢູ່ ລາວ ກໍ່ຈະມີສັນຍານດີຂຶ້ນ ແລະຍູ້ຖອຍໂດຍໄວໄດ້. ຂໍອວຍພອນໃຫ້ເພື່ອນ ແກວ້ມະນີ ແລະ ທ່ານຜູ້ຟັງ, ຜູ້ອ່ານທຸກໆທ່ານ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ມີແຕ່ຄວາມສະຫງົບສຸກ

ຈົດໝາຍສະບັບຕໍ່ໄປ ແມ່ນຂອງເພື່ອນ ສົມເພັດ ທີ່ຝາກມາຈາກ ວຽງຈັນ ເຊັ່ນດຽວກັນ. ເພື່ອນ ສົມເພັດ ໄດ້ຖາມວ່າ: ມີວັກຊິນກັນພະຍາດໂຄວິດ - 19 ຊະນິດໃດແດ່ ທີ່ອະນຸຍາດໃຫ້ນຳໃຊ້ຢູ່ ຫວຽດນາມ?

ເພື່ອນ ສົມເພັດ ທີ່ຮັກແພງ! ໄລ່ມາຮອດປັດຈຸບັນນີ້, ມີວັກຊິນກັນພະຍາດໂຄວິດ - 19 ຈຳນວນ 6 ຊະນິດ ທີ່ກະຊວງສາທາລະນະສຸກ ຫວຽດນາມ ອະນຸຍາດໃຫ້ນຳໃຊ້ເຂົ້າໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງຮີບດ່ວນ ເຊັ່ນ ວັກຊິນ AstraZeneca, Sputnik V, Vero Cell ຂອງ Sinopharm, Pfizer, Moderna ແລະ Jassen. ແຕ່ Jassen ນັ້ນມາຮອດປັດຈຸບັນ, ຫວຽດນາມ ຍັງບໍ່ທັນໄດ້ຮັບ ເທື່ອ.

ຕໍ່ໄປແມ່ນຈົດໝາຍຂອງນັກສຶກສາ ກຳປູເຈຍ - ເພື່ອນ Heng Vuthy ສົ່ງມາຍັງ VOV5. ເພື່ອນ Heng Vuthy ສະແດງຄວາມປະທັບໃຈຕໍ່ພາບຖ່າຍ “ການຫາປາຢູ່ປ່າຊາຍເລນ” ຂອງຊ່າງຖ່າຍຮູບ ຫວຽດນາມ ທີ່ຫາກໍໄດ້ຮັບລາງວັນທີໜຶ່ງໃນການປະກວດພາບຖ່າຍສາກົນ Drone Photo Awards 2021 ແລະ ຢາກມີຄວາມເຂົ້າໃຈຕື່ມອີກກ່ຽວກັບການປະກວດ ແລະນັກຖ່າຍຮູບຜູ້ນີ້.

ແນະ​ນຳ​ກ່ຽວ​ກັບພາບ​ຖ່າຍ “ການ​ຫາ​ປາ​ຢູ່​ປ່າ​ຊາຍ​ເລນ” ຂອງ​ຊ່າງ​ຖ່າຍ​ຮູບ ຫວຽດ​ນາມ ທີ່​ຫາ​ກໍ​​ໄດ້​ຮັບລາງວັນ​ທີ​ໜຶ່ງ​ໃນ​ການ​ປະກວດພາບ​ຖ່າຍສາ​ກົນ - ảnh 1ພາບຖ່າຍ “ການຫາປາຢູ່ປ່າຊາຍເລນ” ຂອງ ທ່ານ ຟ້າມຮຸຍຈູງ 
ເພື່ອນ Heng Vuthy ທີ່ຮັກແພງ! Drone Photo Awards 2021 ແມ່ນການປະກວດພາບຖ່າຍລະດັບໂລກທີ່ໂດດເດັ່ນ ດ້ວຍບັນດາຜະລິດຕະພັນເຂົ້າຮ່ວມການປະກວດ ເຊິ່ງໄດ້ຖ່າຍຈາກອຸປະກອນຖ່າຍຮູບຫຼາຍຊະນິດ ເຊັ່ນ Drone, ບອນລູນ ເຮຣີກອັບເຕີ… ການປະກວດມີຫຼາຍຫົວຂໍ້ຄື ພາບທຳມະຊາດ, ຜູ້ຄົນ, ຕົວເມືອງ, ພາບນາມມະທຳ, ການດຳລົງຊີວິດຢູ່ປ່າທຳມະຊາດ… ໃນຈຳນວນບັນດາພາບຖ່າຍທີ່ໄດ້ຮັບລາງວັນໃນຄັ້ງນີ້ ມີ ພາບຖ່າຍຫຼາຍແຜ່ນ ໄດ້ສ່ອງແສງໃຫ້ເຫັນຄວາມງາມໃນການອອກແຮງງານຂອງຊາວ ຫວຽດນາມ ແລະ ໄດ້ສ້າງຄວາມປະທັບໃຈຕໍ່ຜູ້ຊົມ. ພິເສດ, ພາບຖ່າຍ “ການຫາປາຢູ່ປ່າຊາຍເລນ” ນັກຖ່າຍຮູບໄດ້ຖ່າຍໃນຈຸດເວລາທີ່ປະຊາຊົນ ເຫວ້ ຫາປາຢູ່ປ່າ ຕາມຢາງ ໃນລະດູໜາວ ນັ້ນແມ່ນພາບຖ່າຍຂອງ ທ່ານ ຟ້າມຮຸຍຈູງ ຄວ້າໄດ້ລາງວັນທີ 1 ໃນຫົວຂໍ້ ຜູ້ຄົນ. ທ່ານຜູ້ຟັງກໍສາມາດເຂົ້າເບິ່ງຄວາມງາມຂອງບັນດາພາບຖ່າຍດັ່ງກ່າວໃນເວັບໄຊ vovworld.vn ຂອງພວກເຮົາ.

ເນື້ອໃນດັ່ງກ່າກໍໄດ້ປິດທ້າຍລາຍການ ໂອ້ລົມກັບເພື່ອນລາວ ໃນມື້ນີ້ແລ້ວ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ ກໍ່ສາມາດຝາກຈົດໝາຍມາຍັງລາຍການ ຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງ ຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວlaovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ