ແນະ​ນຳຊອບແວ VOV Media

(VOVWORLD) -ທ່ານຜູ້ຟັງ ຜູ້ຊົມ ໂປດຊາບ,
ວິທະຍຸກະຈາຍສຽງຫວຽດນາມ ຫາກໍ່ສ້າງສຳເລັດຊອບແວ VOV Media ເຊິ່ງແມ່ນຮູບການສົ່ງຄື້ນວິທະຍຸໃຫມ່ຜ່ານທາງໂທລະສັບມືຖືທັນສະໄຫມ ແລະ ipad. 
ແນະ​ນຳຊອບແວ VOV Media  - ảnh 1 ພາບປະກອບ

ຜູ້ນຳໃຊ້ໂທລະສັບມືຖື ແລະ ipad ພຽງແຕ່ ດາວໂລດ ຊອບແວ VOV Media ຈາກ CH Play (ສຳລັບລະບົບ Android )  ແລະ App Store (ສຳລັບລະບົບ IOS). ກົດເຂົ້າຕັ້ງຄ່າ ແລະ ຫລັງຈາກນັ້ນ, ສັນຍາລັກ ຊອບແວ VOV Media ປະກົດຂຶ້ນໃນທັນທີ.

VOV Media ຫນູນຊ່ວຍໃຫ້ທ່ານຜູ້ຟັງ, ຜູ້ຊົມໄດ້ຮັບຟັງ, ຊົມ ແລະ ອ່ານບັນດາລາຍການກະຈາຍສຽງ, ໂທລະພາບ, ສື່ເອເລັກໂຕນິກຂອງ ວິທະຍຸກະຈາຍສຽງຫວຽດນາມ ຢູ່ທຸກບ່ອນ, ທຸກເວລາ ພຽງແຕ່ຜ່ານໂທລະສັບມືຖື ແລະ ipad ທີ່ເຊື່ອມຕໍ່ Wifi, 3G, 4G. ຈຸດເດັ່ນຂອງ VOV Media ເມື່ອທຽບໃສ່ບັນດາສື່ເອເລັກໂຕນິກ ຫລື ພາຫະນະສື່ສານອື່ນນັ້ນແມ່ນ ຄຸນສົມບັດ Streaming ບັນດາລາຍການອອນລາຍ.

ຕອບກັບ

ຂ່າວ/ບົດ​ອື່ນ