ແນະ​ນຳ​ວິ​ທີ​ໄປ​ທ່ອງ​ທ່ຽ​ວ​ຊາ​ປາ ແລະ ທຳ​ນຽບ​ປະ​ທານ​ປະ​ເທດ ຫວ​ຽດ​ນາມ

(VOVWORLD) - “ຂ້າພະເຈົ້າພ້ອມກັບໝູ່ເພື່ອນຢາກໄປທ່ອງທ່ຽວ ຊາປາ ທີ່ສຸດ, ບັນນາທິການພາກພາສາລາວ ສາມາດແນະນຳກ່ຽວກັບວິທີການໄປແຕ່ຮ່າໂນ້ຍ ເຖິງຊາປາ (ແຂວງລາວກາຍ) ໃຫ້ແດ່ໄດ້ບໍ່?”
ແນະ​ນຳ​ວິ​ທີ​ໄປ​ທ່ອງ​ທ່ຽ​ວ​ຊາ​ປາ ແລະ ທຳ​ນຽບ​ປະ​ທານ​ປະ​ເທດ ຫວ​ຽດ​ນາມ - ảnh 1ຊາປາ 

ໃນອາທິດ, ລະບົບກະຈາຍສຽງພາສາຕ່າງປະເທດແຫ່ງຊາດ ໄດ້ຮັບຈົດໝາຍ, ອີແມວ 270 ສະບັບ ແລະ ໂທລະສັບຫຼາຍສາຍຈາກທ່ານຜູ້ຟັງທີ່ມາຈາກ 45 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ, ລາຍການກະຈາຍສຽງພາກພາສາລາວ ໄດ້ຮັບຈົດໝາຍ, ອີແມວ 9 ສະບັບຈາກທ່ານຜູ້ຟັງທີ່ມີຄວາມສົນໃຈເຖິງທັດສະນີຍະພາບຂອງ ຫວຽດນາມ, ພິເສດແມ່ນກ່ຽວກັບເຂດທ່ອງທ່ຽວຊາປາ ແລະ ຢາກຊອກຮູ້ກ່ຽວກັບທຳນຽບປະທານປະເທດ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ຶ້ນີ້, ພວກຂ້າພະເຈົ້າຂໍຄັດສະເໜີບາງເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມເຊິ່ງທ່ານຜູ້ຟັງມີຄວາມສົນໃຈ.

ເພື່ອນ ແສງອາທິດ, ນັກສຶກສາມະຫາວິທະຍາໄລເສດຖະກິດແຫ່ງຊາດ (ຮ່າໂນ້ຍ) ໄດ້ສົ່ງອີແມວເຖິງລາຍການດ້ວຍເນື້ອໃນວ່າ: “ຂ້າພະເຈົ້າພ້ອມກັບໝູ່ເພື່ອນຢາກໄປທ່ອງທ່ຽວ ຊາປາ ທີ່ສຸດ, ບັນນາທິການພາກພາສາລາວ ສາມາດແນະນຳກ່ຽວກັບວິທີການໄປແຕ່ຮ່າໂນ້ຍ ເຖິງຊາປາ (ແຂວງລາວກາຍ) ໃຫ້ແດ່ໄດ້ບໍ່?”

+ ເພື່ອນ ແສງອາທິດ ທີ່ຮັກແພງ, ເພື່ອນສາມາດພ້ອມກັບໝູ່ເພື່ອນຂອງຕົນໄປທ່ອງທ່ຽວ ຊາປາ, ແຂວງ ລາວກາຍ ດ້ວຍບາງວິທີຄືດັ່ງນີ້:

ໄປດ້ວຍລົດຈັກ: ຂີ່ລົດຈັກແຕ່ ຮ່າໂນ້ຍ ໄປເຖິງ ຊາປາ ມີຫຼາຍທາງໄປ ແລະ ເພື່ອນກໍ່ເປັນເຈົ້າໃນເວລາໄປ. ຂີ່ລົດຈັກ ແຕ່ຮ່າໂນ້ຍ ໄປເຖິງຊາປາ ສາມາດໄປຕາມບັນດາເສັ້ນທາງຄື:

ເສັ້ນທາງທີ 1: ແມ່ນ ຮ່າໂນ້ຍ -ຫວີງຟຸກ - ວຽດຈີ່ - ຟອງເຈົາ - ດວານຮູ່ງ - ອຽນບ໋າຍ - ລາວກາຍ - ຊາປາ (ລວມໄລຍະທາງທັງໝົດແມ່ນປະມານ 360 ກມ)

ເສັ້ນທາງທີ 2: ແມ່ນຮ່າໂນ້ຍ - ຮ່ວາລາກ - ເຊີນໄຕ - ຂົວ ຈູງຮ່າ - ຂົວ ຟອງເຈົາ - ຟອງເຈົາ - ດວານຮູ່ງ - ເສັ້ນທາງເລກທີ 70 - ລາວກາຍ - ຊາປາ (ລວມໄລຍະທາງທັງໝົດແມ່ນປະມານ 370 ກມ)

+ ໄປດ້ວຍລົດໂດຍສານ: ຢູ່ບັນດາຄິວລົດ ໝີດິ່ງ, ເລືອງອຽນ ຫຼື ຢາເລີມ (ຮ່າໂນ້ຍ) ລ້ວນແຕ່ມີຖ້ຽວລົດໄປຮອດ ຊາປາ. ກ່ອນນີ້, ແຕ່ຮ່າໂນ້ຍ ໄປຫາ ຊາປາ ແມ່ນເສຍເວລາແຕ່ 8 – 9 ຊົ່ວໂມງ. ແຕ່ມາໃນປະຈຸບັນ, ເວລາໃນການເດີນທາງໄດ້ຫລຸດລົງຍັງເຫຼືອແມ່ນປະມານ 3 – 4 ຊົ່ວໂມງ  ເມື່ອເສັ້ນທາງຄວາມໄວສູງ ຮ່າໂນ້ຍ - ລາວກາຍ ໄດ້ນຳເຂົ້າເຄື່ອນໄຫວ.

+ ໄປດ້ວຍລົດໄຟ: ລົດໄຟແມ່ນພາຫະນະທີ່ຫຼາຍຄົນນຳໃຊ້ໃນໄລຍະທາງແຕ່ ຮ່າໂນ້ຍ ເຖິງຊາປາ. ລົດໄຟ ມີຫຼາຍລາຄາເພື່ອໃຫ້ທຸກຄົນເລືອກເຟັ້ນ. ຕາມປົກກະຕິແລ້ວ, ລົດໄຟເລີ່ມອອກແຕ່ສະຖານີແມ່ນໃນເວລາ 9 ຫຼື 10 ໂມງຕອນຄ່ຳຢູ່ ສະຖານີລົດໄຟ ຮ່າໂນ້ຍ ແລະ ໄປຮອດ ສະຖານີລົດໄຟ ລາວກາຍ ໃນຕອນເຊົ້າຂອງວັນຕໍ່ມາ. ແຕ່ຈຸດອ່ອນຂອງການໄປດ້ວຍລົດໄຟແມ່ນໄປຮອດແຕ່ສະຖານີເທົ່ານັ້ນ ເພື່ອນຕ້ອງໄດ້ຂີ່ລົດເມ ຫຼື ລົດໂດຍສານ ຕື່ມອີກເພື່ອໃຫ້ໄປຮອດເທດສະບານເມືອງຊາປາ.

ແນະ​ນຳ​ວິ​ທີ​ໄປ​ທ່ອງ​ທ່ຽ​ວ​ຊາ​ປາ ແລະ ທຳ​ນຽບ​ປະ​ທານ​ປະ​ເທດ ຫວ​ຽດ​ນາມ - ảnh 2 ທຳນຽບປະທານປະເທດ

ສ່ວນເພື່ອນ ລັດດາພອນ, ຢູ່ນະຄອນຫຼວງ ວຽງຈັນ ໄດ້ຝາກອີແມວ ເຖິງລາຍການໂດຍແບ່ງປັນວ່າ “ໝູ່ຂອງຂ້າພະເຈົ້າໄດ້ໄປທ່ຽວຢູ່ ຮ່າໂນ້ຍ ແລະ ຖ່າຍຮູບຢູ່ຫຼາຍສະຖານທີ່. ໃນນັ້ນ, ຂ້າພະເຈົ້າເຫັນວ່າອາຄານ “ທຳນຽບປະທານປະເທດ” ທີ່ມີສີເຫຼືອງເຂັ້ມນັ້ນມີຄວາມປະທັບໃຈທີ່ສຸດ. ບັນນາທິການພາກພາສາລາວ ສາມາດແນະນຳ ຈຸດພິເສດກ່ຽວກັບສະຖານທີ່ແຫ່ງນີ້ໃຫ້ຂ້າພະເຈົ້າໄດ້ຮັບຊາບແດ່ໄດ້ບໍ່?”

ເພື່ອນ ລັດດາພອນ ທີ່ຮັກແພງ, ທຳນຽບປະທານປະເທດ ແມ່ນບ່ອນເຮັດວຽກຂອງປະທານປະເທດແຫ່ງ ສສ ຫວຽດນາມ. ອາຄານນີ້ຕັ້ງຢູ່ໃນບໍລິເວນ ຂອບເຂດທຳນຽບປະທານປະເທດ, ໃກ້ກັບສຸສານປະທານ ໂຮ່ຈີມິນ ແລະ ສະໜາມຫຼວງ ບາດິ່ງ, ຮ່າໂນ້ຍ. ນີ້ກໍ່ແມ່ນບ່ອນດຳເນີນບັນດາພິທີຕ້ອນຮັບບັນດາປະມຸກລັດ ຫຼື ຜູ້ນຳລັດຖະບານທີ່ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ. ພາຍຫຼັງທີ່ຢຶດຄອງ ຮ່າໂນ້ຍ ເມື່ອປີ 1883, ຝຣັ່ງ ໄດ້ດຳເນີນການກໍ່ສ້າງນະຄອນ ຮ່າໂນ້ຍ ໃໝ່, ສ້າງກິດຈະກຳພື້ນຖານໂຄງລ່າງຕ່າງໆ, ໃນນັ້ນມີສຳນັກງານອຳນາດການປົກຄອງລ່າເມືອງຂຶ້ນ ຝຣັ່ງ ອິນດູຈີນ, ຮັບໃຊ້ໃຫ້ພາລະກິດຂຸດຄົ້ນຫົວເມືອງຂຶ້ນຄັ້ງທີໜຶ່ງ. ໃນເວລາ 15 ປີນັບແຕ່ປີ (1954 – 1969), ທີ່ທຳນຽບປະທານປະເທດ, ປະທານ ໂຮ່ຈີມິນ ໄດ້ຕ້ອນຮັບຄະນະຜູ້ແທນທັງຢູ່ພາຍໃນ ແລະ ຕ່າງປະເທດກ່ວາ 1000 ຄະນະ. ນີ້ແມ່ນສະຖານທີ່ທີ່ປະທານ ໂຮ່ຈີມິນ ອ່ານບົດກະວີອວຍພອນປະຊາຊົນໃນໂອກາດປີໃໝ່. ທ່ານປະທານ ໂຮ່ຈີມິນ ມີຊື່ສຽງຍ້ອນວ່າບໍ່ມີຍາມໃດທີ່ທ່ານໄດ້ດຳລົງຊີວິດ ແລະ ເຮັດວຽກຢູ່ທຳນຽບມີພຽງແຕ່ຕ້ອນຮັບແຂກຢູ່ທີ່ນີ້ເທົ່ານັ້ນ. ພາຍຫຼັງປະທານ ໂຮ່ຈີມິນ ເຖິງແກ່ມໍລະນະກຳໃນວັນທີ (2 ກັນຍາ 1969), ອາຄານທຳນຽບປະທານປະເທດ ໄດ້ກາຍເປັນໜຶ່ງໃນບັນດາເຂດປູຊະນີຍະສະຖານອານຸສອນກ່ຽວກັບປະທານ ໂຮ່ຈີມິນ ແລະໄດ້ຮັບການຈັດອັນດັບເປັນເຂດປູຊະນີຍະສະຖານສຳຄັນພິເສດໃນຂອບເຂດປູຊະນີຍະສະຖານ ໂຮ່ຈີມິນ ຢູ່ທຳນຽບປະທານປະເທດ.  ນັບແຕ່ນັ້ນເປັນຕົ້ນມາ, ອາຄານແຫ່ງນີ້ຍັງແມ່ນສະຖານທີ່ເຮັດວຽກຂອງປະທານປະເທດ; ບັນດາການເຄື່ອນໄຫວມີຄວາມໝາຍສຳຄັນຂອງພັກກອມມູນິດ ຫວຽດນາມ ແລະ ລັດຖະບານ ຫວຽດນາມ ຍັງໄດ້ຮັບການດຳເນີນຢ່າງສົມກຽດຢູ່ທີ່ນີ້. ທີ່ກ່າວມາຂ້າງເທິງແມ່ນບາງຈຸດກ່ຽວກັບທຳນຽບປະທານປະເທດ. ຖ້າມີເວລາມາຢ້ຽມຢາມ ຮ່າໂນ້ຍ, ເພື່ອນຢ່າລື່ມມາຢ້ຽມຊົມສະຖານທີ່ແຫ່ງນີ້ແດ່ເດີ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຄຳເຫັນ ແລະ ຄຳຖາມຂອງຜູ້ຟັງບາງທ່ານ ທີ່ຝາກມາລາຍການ ໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດ ມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາ ໄດ້ເລີຍ ໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນ ບ່າຈ້ຽວ, ຮ່າໂນ້ຍ. ຫຼື ໂທລະສັບມາໂດຍກົງກໍ່ໄດ້ ຕາມເບີໂທ 0084.243.825.6631 ຫຼື ອີແມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາ.

ຕອບກັບ

ຂ່າວ/ບົດ​ອື່ນ