ແນະ​ນຳ​ເງື່ອນ​ໄຂ​ໄປ​ທ່ອງ​ທ່ຽວ​ຢູ່ ລາວ ໃນ​ໄລ​ຍະ​ຈະ​ມາ​ເຖິງ

(VOVWORLD) - ໃນອາທິດຜ່ານມາ, VOV5 ໄດ້ຮັບຈົດໝາຍຈຳນວນ 406 ສະບັບຈາກທ່ານຜູ້ຟັງທີ່ມາຈາກ 35ປະເທດແລະເຂດແຄວ້ນໃນນັ້ນລາຍການກະຈາຍສຽງພາກພາສາ ລາວໄດ້ຮັບຈົດໝາຍ 10ສະບັບ.

   ເນື້ອໃນຈົດໝາຍສະບັບທຳອິດທີ່ພວກຂ້າພະເຈົ້າຢາກແບ່ງປັນຕໍ່ທ່ານຜູ້ຟັງນັ້ນແມ່ນ ຄຳແບ່ງປັນຂອງເພື່ອນ ຄຳຕັນ ພາຍຫຼັງທີ່ເບິ່ງ ຄຼິບ ວີດີໂອແນະນຳກ່ຽວກັບ ເຝີໂສມງອກລິງ. ເພື່ອນໄດ້ຂຽນມາວ່າ “ນີ້ແມ່ນການປະສົມປະສານທີ່ແປກໃໝ່ອີຫຼີ, ເບິ່ງເປັນຕາແຊບຫຼາຍ ແລະ ດີຕໍ່ສຸຂະພາບ! ໃນການໄປປະຕິບັດງານຢູ່ ຮ່າໂນ້ຍ ຄັ້ງຈະມາເຖິງນີ້, ຂ້າພະເຈົ້າຈະລອງຊິມເບິ່ງວ່າ ມັນມີລົດຊາດແນວໃດ.”

ຈົດໝາຍຕໍ່ໄປແມ່ນຄໍາແບ່ງປັນຂອງເພື່ອນ ບົວລະພາ ກ່ຽວກັບການສະແດງຂອງ 2 ອ້າຍນ້ອງນັກກາຍຍະສິນ ກວັກເກີ ແລະ ກວັກງຽບ ທີ່ເອົາຫົວຕໍ່ຫົວຍ່າງຂຶ້ນຄັນໄດ 100 ຂັ້ນ ຢູ່ ໂບດ Girona  ປະເທດ ແອັດສະປາຍ ທີ່ຫາກໍທຳລາຍສະຖິຕິໂລກດ້ວຍເວລາ 53 ວິນາທີ ໃນຕອນແລງວັນທີ 23 ທັນວາ ຜ່ານມາ. ເພື່ອນແບ່ງປັນວ່າ “ໃນເວລາເບິ່ງຂ້າພະເຈົ້າທັງຕື່ນເຕັ້ນທັງເປັນຫ່ວງ, ເບິ່ງແລ້ວຫວາດສຽວທີ່ສຸດ. ແຕ່ສຸດທ້າຍເຂົາເຈົ້າກໍສຳເລັດການສະແດງຂອງຕົນຢ່າງດີເລີດ. ໜ້າເຄົາລົບ ແລະ ນັບຖືທີ່ສຸດ!”

ແນະ​ນຳ​ເງື່ອນ​ໄຂ​ໄປ​ທ່ອງ​ທ່ຽວ​ຢູ່ ລາວ ໃນ​ໄລ​ຍະ​ຈະ​ມາ​ເຖິງ - ảnh 12 ອ້າຍນ້ອງນັກກາຍຍະສິນ ກວັກເກີ ແລະ ກວັກງຽບ ທີ່ເອົາຫົວຕໍ່ຫົວຍ່າງຂຶ້ນຄັນໄດ 100 ຂັ້ນ ຢູ່ ໂບດ Girona  ປະເທດ ແອັດສະປາຍ (ພາບ: Hai Vu Nguyen)

ຄວາມຮູ້ສຶກຂອງເພື່ອນ ບົວລະພາ ກໍອາດຈະເປັນຄວາມຮູ້ສຶກຂອງຫຼາຍໆຄົນທີ່ຊົມຄຼິບ ວີດີໂອຂອງສອງອ້າຍນ້ອງນັກກາຍຍະສິນ ກວັກເກີ - ກວັກງຽບ.  ຍັງມີສິ່ງພິເສດອີກອັນໜຶ່ງນັ້ນແມ່ນ ຢູ່ໂບດ Girona ມີຂັ້ນໄດພຽງແຕ່ 90 ຂັ້ນ ເທົ່ານັ້ນ ແລະ ກ່ອນເວລາແຂ່ງຂັນບໍ່ພໍເທົ່າໃດນາທີ, ອົງການສະຖິຕິໂລກ ຈຶ່ງຕໍ່ຂັ້ນໄດໃສ່ອີກ 10 ຂັ້ນເພື່ອໃຫ້ ກວັກເກີ - ກວັກງຽບ ພິຊິດການສະແດງຂອງຕົນ ໂດຍບໍ່ໄດ້ຝຶກຊ້ອມມາກ່ອນ. 

ຈົດໝາຍສະບັບຕໍ່ໄປແມ່ນຂອງເພື່ອນ ຮວ່າງແອັງ ຢູ່ແຂວງ ແທັງຮວ໊າ ຂອງ ຫວຽດນາມ ໄດ້ຝາກຈົດໝາຍມາຫາລາຍການ ໂດຍມີເນື້ອໃນດັ່ງນີ້: “ຊຸມປີມໍ່ໆມານີ້, ຂ້າພະເຈົ້າເຫັນຂະແໜງການທ່ອງທ່ຽວຂອງ ລາວ ພັດທະນາຫຼາຍ, ມີສະຖານທີ່ທ່ອງທ່ຽວດູດດື່ມຫຼາຍແຫ່ງຫາກໍໄດ້ຮັບການຂຸດຄົ້ນເພື່ອຮັບໃຊ້ແຂກທ່ອງທ່ຽວ. ຂ້າພະເຈົ້າ ຫາກໍຮູ້ຂ່າວວ່າ ປະເທດລາວ ຈະເປີດປະຕູຕ້ອນຮັບແຂກທ່ອງທ່ຽວເລີ່ມແຕ່ວັນທີ 1 ມັງກອນ 2022 ແຕ່ບໍ່ຮູ້ວ່າຕ້ອງມີເງື່ອນໄຂຫຍັງແດ່ຈຶ່ງສາມາດໄປທ່ອງທ່ຽວຢູ່ລາວໄດ້. ຫວັງວ່າ ບັນນາທິການລາຍການພາກພາລາວ ຈະແນະນຳໃຫ້ຂ້າພະເຈົ້າແດ່. ຂໍຂອບໃຈ.”

ຜູ້ທີ່ເຂົ້າເມືອງໄປທ່ອງທ່ຽວຢູ່ ລາວ ຕ້ອງມີເງື່ອນໄຂດັ່ງນີ້: ເປັນນັກທ່ອງທ່ຽວ ທີ່ຈະເດີນທາງເຂົ້າ ສປປ ລາວ ຕ້ອງຜ່ານບໍລິສັດທ່ອງທ່ຽວ, ສັກວັກຊິນປ້ອງກັນໂຄວິດ-19 ຄົບສອງເຂັມ ຫລາຍກວ່າ 14 ວັນຂຶ້ນໄປ, ມີຜົນກວດເປັນລົບຈາກການກວດ RC PCR ບໍ່ເກີນ 72 ຊົ່ວໂມງ ກ່ອນເຂົ້າໄປລາວ. ກ່ອນຈະໄດ້ຮັບອະນຸຍາດເຂົ້າລາວ ແລະ ທ່ອງທ່ຽວ ຕ້ອງດາວໂຫລດແອບ Lao Stay Safe, ມີປະກັນໄພດ້ວຍມູນຄ່າຕໍ່າສຸດແມ່ນ 50 ພັນໂດລາ ແລະ ຕ້ອງກວດ RC PCR ຢູ່ສະໜາມບິນ ແລະ ລໍຖ້າຜົນບໍ່ເກີນ 24 ຊົ່ວໂມງ.

ແນະ​ນຳ​ເງື່ອນ​ໄຂ​ໄປ​ທ່ອງ​ທ່ຽວ​ຢູ່ ລາວ ໃນ​ໄລ​ຍະ​ຈະ​ມາ​ເຖິງ - ảnh 2ສະຖານທີ່ທ່ອງທ່ຽວຢູ່ ວັງວຽງ, ລາວ (ພາບ: phuonghoangtours.com)

ຫວັງວ່າ ເພື່ອນຈະມີເງື່ອນໄຂຄົບຖ້ວນ ແລະ ມີການທ່ອງທ່ຽວທີ່ໜ້າຈັບອົກຈັບໃຈ, ປອດໄພ ລາວ ໃນໄລຍະຈະມາເຖິງ.

ກ່ອນທີ່ຈະສິ້ນສຸດລາຍການໂອ້ລົມກັບເພື່ອນລາວຂອງເຮົາໃນມື້ນີ້, ພວກຂ້າພະເຈົ້າຂໍຕອບຄຳຖາມຂອງທ່ານຜູ້ຟັງລາວ ຊື່ວ່າ ອຸເທ ກ່ຽວກັບວັນເວລາຈັດຕັ້ງ ແລະ ກະກຽມງານມະຫາກຳກິລາ ຊີເກມຄັ້ງທີ 31 ຢູ່ ຫວຽດນາມ.

       ງານມະຫາກຳກິລາ ຊີເກມຄັ້ງທີ 31 ຈະດຳເນີນໃນລະຫວ່າງວັນທີ 12 ຫາວັນທີ 23 ພຶດສະພາ 2022 ຢູ່ ຮ່າໂນ້ຍ ແລະ 12 ແຂວງ, ນະຄອນທີ່ອ້ອມຂ້າງ.

ກ່ຽວກັບວຽກງານກະກຽມ, ມາຮອດປັດຈຸບັນ ຄະນະຈັດຕັ້ງ ແລະ ທ້ອງຖິ່ນຕ່າງໆພວມສຸມທຸກແຫຼ່ງກຳລັງເພື່ອກະກຽມ ແລະ ຈັດຕັ້ງງານມະຫາກຳກິລາຢ່າງລອບຄອບຖີ່ຖ້ວນ, ປອດໄພ ແລະ ຍຸຕິທຳ. ເພື່ອຮັບປະກັນຄວາມຄືບໜ້າຂອງວຽກງານນີ້ ບັນດາບັນຫາຄືສາທາລະນະສຸກ, ວຽກງານປ້ອງກັນ, ຕ້ານໂລກລະບາດຮັບໃຊ້ງານມະຫາກຳກິລາແມ່ນສຳຄັນທີ່ສຸດ. ນັບແຕ່ນີ້ໄປຮອດເວລາດຳເນີນງານມະຫາກຳກິລາ, ຖັນແຖວພະນັກການຮັບໃຊ້ ຈະໄດ້ຮັບການສັກວັກຊິນກັນພະຍາດໂຄວິດ - 19 ຄົບ 2 ເຂັມ ແລະ ໄດ້ຮັບໃບຢັ້ງຢືນກ່ຽວກັບວຽກງານປ້ອງກັນໂລກລະບາດ. ໃນໄລຍະຈະມາເຖິງ, ອະນຸກຳມະການສາທາລະນະສຸກ (ຄະນະຈັດຕັ້ງງານມະຫາກຳກິລາ ຊີເກມ ຄັ້ງທີ 31) ຈະໄດ້ປະກາດປື້ມຄູ່ມືສາທາລະນະສຸກ ເຊິ່ງໄດ້ແນະນຳລະອຽດກ່ຽວກັບວຽກງານປ້ອງກັນໂລກລະບາດ, ການໄປມາ, ການປະຕິບັດການກວດສຸຂະພາບໃຫ້ແກ່ນັກກິລາທຸກຄົນທີ່ເຂົ້າເມືອງ ຫວຽດນາມ ກໍຄື ຖັນແຖວພະນັກງານ, ຜູ້ຮັບໃຊ້ງານມະຫາກຳກິລາຄັ້ງນີ້.

ກ່ຽວກັບດ້ານພື້ນຖານໂຄງລ່າງຮັບໃຊ້ງານມະຫາກຳກິລາ ຊີເກມ 31, ທາງກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໄດ້ລົງກວດກາຄວາມຄືບໜ້າ ແລະ ຄຸນນະພາບຂອງກິດຈະກຳຕ່າງໆ ຢູ່ ມະຫາວິທະຍາໄລກິລາກາຍຍະກຳແຂວງ ບັກນິງ. ນີ້ແມ່ນສະຖານທີ່ຈັດຕັ້ງການແຂ່ງຂັນກິລາໃນຮົ່ມ handball. ປັດຈຸບັນ ແມ່ນໄລຍະຈຸດສູງຂອງວຽກງານກະກຽມ ຊີເກມ 31. ຊ້າສຸດແມ່ນຮອດທ້າຍເດືອນເມສາ 2022, ທຸກວຽກງານກະກຽມຮັບໃຊ້ ຊີເກມ 31 ຕ້ອງໃຫ້ສຳເລັດ, ນຳໃຊ້ທົດລອງ  ແລະ ກຽມພ້ອມຮັບໃຊ້ງານມະຫາກຳກິລາ ຊີເກມ 31.

ເນື້ອໃນດັ່ງກ່າວກໍເປັນການປິດທ້າຍລາຍການໂອ້ລົມກັບເພື່ອນລາວໃນມື້ນີ້. ຂອບໃຈທ່ານຜູ້ຟັງທຸກໆທ່ານທີ່ໄດ້ໃຫ້ກຽດຕິດຕາມຮັບຟັງ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.825.6631 ຫຼືອີເມວ laovov5@gmail.com. ທ່ານຜູ້ຟັງກໍ່ສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ