​ການ​ເສັງ “ເພື່ອ​ນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ ຫວຽດ​ນາມ ປີ 2025”

(VOVWORLD) - ອາທິດຜ່ານມາ, ພະແນກກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ, ວິທະຍຸກະຈາຍສຽງຫວຽດນາມ (VOV5) ໄດ້ຮັບຈົດໝາຍອີເມວ 368 ສະບັບ ແລະ ໂທລະສັບຫຼາຍສາຍຂອງທ່ານຜູ້ຟັງທີ່ມາຈາກ 33 ປະເທດ ແລະ ເຂດແຄ້ວນ. ໃນນັ້ນ ມີທ່ານຜູ້ຟັງຫຼາຍຄົນໄດ້ສົ່ງຈົດໝາຍດ້ວຍເນື້ອໃນຢາກຊອກຮູ້ກ່ຽວກັບການເສັງ “ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ ປີ 2025”. ໃນລາຍການໂອ້ລົມກັບເພື່ອນລາວມື້ນີ້ ພວກຂ້າພະເຈົ້າຂໍຄັດສະເໜີບາງຄຳເຫັນ ແລະ ຄຳຖາມຈຳນວນໜຶ່ງເຊິ່ງທ່ານຜູ້ຟັງໄດ້ສົ່ງມາລາຍການໃນອາທິດຜ່ານມາ. ເຊີນທ່ານຕິດຕາມຮັບຟັງ.



​ການ​ເສັງ “ເພື່ອ​ນ​ຮູ້​ຫຍັງ​ແດ່​ກ່ຽວ​ກັບ ຫວຽດ​ນາມ ປີ 2025” - ảnh 1ພາບປະກອບ: VOV

ເພື່ອນ Héctor Gregorio Goicoechea ຜູ້ຟັງດົນນານຂອງ VOV ແບ່ງປັນວ່າ: ໂດຍແມ່ນຜູ້ຟັງທີ່ມົວເມົາຟັງລາຍການກະຈາຍສຽງມາແຕ່ດົນນານ, ຂ້າພະເຈົ້າຍາມໃດກໍ່ຕິດຕາມບັນດາລາຍການກະຈາຍສຽງຂອງວິທະຍຸກະຈາຍສຽງ ຫວຽດນາມ. ເມື່ອໄດ້ຮັບຄຳຖາມຂອງການເສັງ, ຂ້າພະເຈົ້າຮູ້ສຶກກະຕືລືລົ້ນໃນການກະກຽມສົ່ງບົດເຂົ້າຮ່ວມການເສັງດ້ວຍຄວາມຫວັງຈະຍາດໄດ້ລາງວັນພິເສດ ແມ່ນການໄປທ່ອງທ່ຽວ ຫວຽດນາມ.

ສ່ວນເພື່ອນ Johnny Antonio Ramírez López ກໍ່ສະແດງຄວາມກະຕືລືລົ້ນຕໍ່ການເສັງທົ່ວໂລກຄັ້ງນີ້ ແລະ ໄດ້ຕີລາຄາສູງເລື່ອງຄະນະຈັດຕັ້ງສະຫງວນລາງວັນໃຫ້ແກ່ຜູ້ມີອາຍຸສູງທີ່ສຸດ ແລະ ໜຸ່ມທີ່ສຸດ. ສິ່ງນີ້ສະແດງໃຫ້ເຫັນຈິດໃຈຄວາມສະເໝີພາບ ແລະ ວັດທະນະທຳມະນຸດຂອງການເສັງ: “ຂ້າພະເຈົ້າຂໍອວຍພອນໃຫ້ຜູ້ຟັງໃນທົ່ວໂລກປະສົບຜົນສຳເລັດ. ນີ້ຈະແມ່ນຂະບວນການທີ່ດີ, ແມ່ນສະຖານທີ່ທີ່ພວກເຮົາພ້ອມກັນຄົ້ນຫາ, ຮ່ຳຮຽນ ແລະ ສະແດງນ້ຳໃຈຄວາມຮັກແພງຕໍ່ ຫວຽດນາມ”.

ເພື່ອນ Juan Diez ຢູ່ ແອັດສະປາຍ ໄດ້ໃຫ້ຂໍ້ສັງເກດວ່າ: ບັນດາການເສັງສາກົນຜ່ານຄື້ນຂອງວິທະຍຸນັບມື້ນັບໜ້ອຍລົງ. ໃນສະພາບການໂລກທີ່ເຕັມໄປດ້ວຍການຜັນແປ, ນີ້ແມ່ນໂອກາດເພື່ອປຸກລຸກຈິດໃຈຊອກຮູ້ປະຫວັດສາດ ແລະ ຮັກສາສັນຕິພາບ. ການເສັງບໍ່ພຽງແຕ່ຊ່ວຍຜູ້ຄົນຫວນຄືນບັນດາບົດຮຽນຈາກອະດີດຕະການເທົ່ານັ້ນ ຫາກຍັງສົ່ງເສີມຈິນຕະນາການຕີລາຄາ, ເປັນກຳລັງໃຈໃຫ້ແກ່ສັນຕິພາບຜ່ານຄື້ນກະຈາຍສຽງ ແລະ ອິນເຕີເນັດ. ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ມີບາດກ້າວສຳຄັນ ແລະ ມີຄວາມໝາຍ, ແມ່ນແບບຢ່າງເພື່ອໃຫ້ບັນດາວິທະຍຸທີ່ຮັກຫອມສັນຕິພາບປະຕິບັດຕາມ.

ເພື່ອນ ເທ່ຍປີ່ ຢູ່ ຫຼຽວນິງ ຈີນ ໄດ້ຂຽນວ່າ: ການເສັງເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ ປີ 2025 ໄດ້ເລີ່ມຕົ້ນຢ່າງເປັນທາງການ. ປີນີ້, ຂ້າພະເຈົ້າຈະສືບຕໍ່ເຂົ້າຮ່ວມ, ຕອບບັນດາຄຳຖາມ. ຂ້າພະເຈົ້າຫວັງວ່າ ການເສັງຄັ້ງນີ້ຂ້າພະເຈົ້າຈະບັນລຸໄດ້ໝາກຜົນທີ່ດີທີ່ສຸດ.

ຄືໄດ້ລົງຂ່າວແລ້ວ, ນັບແຕ່ວັນທີ 10 ມີນາ 2025 – 15 ມິຖຸນາ 2025, ວິທະຍຸກະຈາຍສຽງ ຫວຽດນາມ ໄດ້ຈັດການເສັງ ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ ໃຫ້ສຳລັບຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ຊາວຕ່າງປະເທດ ທີ່ພວມດຳລົງຊີວິດຢູ່ທົ່ວໂລກ ແລະ ຢູ່ ຫວຽດນາມ. ການເສັງແມ່ນໜຶ່ງໃນບັນດາການເຄື່ອນໄຫວຈຸດສຸມມຸ່ງໄປເຖິງການສະເຫຼີມສະຫຼອງ 80 ປີແຫ່ງວັນສ້າງຕັ້ງວິທະຍຸກະຈາຍສຽງ ຫວຽດນາມ (7/9/1945 -7/9/2025).

ມາຮອດປັດຈຸບັນ, ພາຍຫຼັງ 2 ອາທິດປຸກລະດົມການເສັງ ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ ໃນປີ 2025, ນອກຈາກບັນດາການແບ່ງປັນ, ຄວາມຄິດເຫັນຂອງຜູ້ຟັງໃນທຸກແຖບຖິ່ນໃນໂລກ, ວິທະຍຸກະຈາຍສຽງ ຫວຽດນາມ ກໍ່ຍັງໄດ້ຮັບບົດສົ່ງເຂົ້າຮ່ວມການເສັງຂອງທ່ານຜູ້ຟັງຈີນ, ລັດເຊຍ ແລະ ອິນໂດເນເຊຍ… ໃນນັ້ນທ່ານ Aviv Yuniar Rahman ໄດ້ສົ່ງບົດເຂົ້າຮ່ວມການເສັງມາຍັງລາຍການພາກພາສາ ອິນໂດເນເຊຍ ພ້ອມກັບເນື້ອໃນທີ່ວ່າ:

ຂ້າພະເຈົ້າເປັນຜູ້ຟັງຂອງ VOV5, ລາຍການກະຈາຍສຽງພາກພາສາ ອິນໂດເນເຊຍ ມາແຕ່ດົນນານ, ໄດ້ສົ່ງໃບລົງທະບຽນເຂົ້າຮ່ວມການເສັງ ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ ປີ 2025. ເພື່ອປະກອບສ່ວນໃຫ້ການເສັງນີ້, ຂ້າພະເຈົ້າໄດ້ຕິດຄັດບົດຂຽນຂອງຕົນໃນອີເມວນີ້ດ້ວຍຫົວຂໍ້ “ບົດບາດຂອງ ຫວຽດນາມ ໃນອາຊຽນ ແລະ ການພົວພັນກັບ ອິນໂດເນເຊຍ”. ຂ້າພະເຈົ້າຫວັງວ່າ ບົດຂຽນນີ້ອາດຈະສະໜອງບັນດາຄວາມຮູ້ທີ່ເປັນປະໂຫຍດ ແລະ ປະກອບສ່ວນເພີ່ມທະວີການພົວພັນລະຫວ່າງ ຫວຽດນາມ ແລະ ອິນໂດເນເຊຍ. ຂ້າພະເຈົ້າຂໍຂອບໃຈວິທະຍຸກະຈາຍສຽງ ຫວຽດນາມ ທີ່ໄດ້ສ້າງເງື່ອນໄຂໃຫ້ແກ່ຂ້າພະເຈົ້າເຂົ້າຮ່ວມການເສັງຄັ້ງນີ້. ຫວັງວ່າ ການເສັງຈະປະສົບຜົນສຳເລັດ ແລະ ສືບຕໍ່ແມ່ນເຫດການເພີ່ມທະວີການພົວພັນວັດທະນະທຳ ແລະ ນ້ຳໃຈມິດຕະພາບລະຫວ່າງບັນດາປະເທດ.

ຂໍຂອບໃຈທ່ານຜູ້ຟັງທີ່ໄດ້ສະຫງວນຄວາມສົນໃຈຢ່າງເລິກເຊິ່ງໃຫ້ແກ່ການເສັງ ແລະ ພວກຂ້າພະເຈົ້າຂໍສະແດງຄວາມຊົມເຊີຍຕໍ່ການຕອບສະໜອງຢ່າງຕັ້ງໜ້າ ຂອງທ່ານຜູ້ຟັງໝົດທຸກຄົນທີ່ມາຈາກບັນດາປະເທດ ແລະ ເຂດແຄ້ວນໃນທົ່ວໂລກ.

ການເສັງ ເພື່ອນຮູ້ຫຍັງແດ່ກ່ຽວກັບ ຫວຽດນາມ ປີ 2025 ໂດຍວິທະຍຸກະຈາຍສຽງ ຫວຽດນາມ ຈັດຂຶ້ນໃນລະຫວ່າງວັນທີ 10 ມີນາ 2025 – 15 ມິຖຸນາ 2025,    ແມ່ນໂອກາດເພື່ອໃຫ້ພວກເພື່ອນ, ບັນດາທ່ານຜູ້ຟັງທີ່ຮັກແພງບັນດາລາຍການຂອງວິທະຍຸກະຈາຍສຽງ ຫວຽດນາມ ໄດ້ສະແດງຄວາມຮູ້ຄວາມເຂົ້າໃຈ, ຄວາມຮັກແພງຕໍ່ປະເທດຊາດ ແລະ ຊາວ ຫວຽດນາມ; ພ້ອມທັງກໍ່ແມ່ນໂອກາດເພື່ອໃຫ້ພວກເພື່ອນສະແດງຄວາມຮູ້ສຶກຂອງຕົນທີ່ມີຕໍ່ວິທະຍຸກະຈາຍສຽງຫວຽດນາມ ເວົ້າລວມ ແລະ ບັນດາຜູ້ເຮັດວຽກງານກະຈາຍສຽງບັນດາລາຍການພາກພາສາຕ່າງປະເທດ ເວົ້າສະເພາະ.

ຂໍເຊີນທ່ານຮັບຟັງບັນດາຂໍ້ມູນທີ່ມີປະໂຫຍດກ່ຽວກັບການເສັງໃນບັນດາລາຍການກະຈາຍສຽງ ແລະ ເວັບໄຊ vovworld.vn. ພວກຂ້າພະເຈົ້າຫວັງຢ່າງຍິ່ງວ່າ ຈະໄດ້ຮັບບົດເຂົ້າຮ່ວມການເສັງຂອງພວກເພື່ອນໃນຊຸມວັນຈະມາເຖິງເປັນຈຳນວນຫຼາຍ.

ຂໍອວຍພອນໃຫ້ທ່ານຜູ້ຟັງຈົ່ງຍາດໄດ້ລາງວັນໃນການເສັງ. ໃນນັ້ນ, ຜູ້ຟັງສາມທ່ານມີບົດເຂົ້າຮ່ວມການເສັງດີເດັ່ນທີ່ສຸດ ຈະໄດ້ຮັບລາງວັນໂດຍແມ່ນການໄປທ່ອງທ່ຽວ ຫວຽດນາມ 5 ວັນ 4 ຄືນໂດຍບໍ່ເສຍຄ່າ ພ້ອມກັບຂອງຂວັນທີ່ເປັນໜ້າສົນໃຈເປັນຈຳນວນຫຼາຍ.

ຈົ່ງເຂົ້າຮ່ວມການເສັງເພື່ອມີໂອກາດໄດ້ໄປຄົ້ນຫາຄວາມງາມຂອງປະເທດ ຫວຽດນາມ! ຂໍອວຍພອນໃຫ້ທ່ານຈົ່ງປະສົບຜົງສຳເລັດ! ຂໍຂອບໃຈ!

ຕອບກັບ

ຂ່າວ/ບົດ​ອື່ນ