RSF ແລະ CPJ ໃຊ້ຄັນຕະລະບັດ“ເສລີພາບທາງສື່ມວນຊົນ” ຄືນໃໝ່


ຫວ່າງ​ແລ້ວ​ນີ້, ອົງການ​ນັກ​ຂ່າວ​ບໍ່​ມີ​ພົມ​ແດນ (RSF) , ຫາ​ກໍ​ຍົກ​ອອກ​ອັນ​ທີ່​ເອີ້​ນ ວ່າ “ ບົດ​ລາຍ​ງານ​ດັດຊະນີ​ເສລີພາບ​ທາງ​ສື່​ມວນ​ຊົນ​ທົ່ວ​ໂລກ​ປີ 2014”, ​ໃນ​ນັ້ນ ​ໄດ້​ຈັດ​ຫວຽດນາມ​ນອນ​ໃນ​ຈຳນວນ​ບັນດາ​ປະ​ເທດ​ຢືນ​ອັນ​ດັບ​ສຸດ​ທ້າຍ​ໃນ​ຕາຕະລາງ​ຈັດ​ອັນ​ດັບ. ​ໃນ​ຂະນະ​ດຽວ​ກັນ, ຜູ້ຕາງໜ້າ​ຂັ້ນ​ສູງ​ຂອງ​ຄະນະ​ກຳມາ​ທິການ​ປົກ​ປ້ອງ​ນັກ​ຂ່າວ (CPJ) ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ທ່ານ Shawn Cripin ກໍ​ໄດ້​ໃຫ້​ຂ່າວ​ວ່າ ຫວຽດນາມ​ກັກ​ຂັງ​ນັກ​ຂ່າວ​ຫຼາຍ​ຄົນ. ​ໂດຍ​ມອບ​ໃຫ້​ຕົນ​ເອງ​ສິດ​ໄດ້​ພິຈາລະນາ​ຄົນ​ອື່ນ​ນັ້ນ, ບັນດາ​ອົງການ, ສ່ວນບຸກຄົນ​ທີ່​ຂາດ​ເຈດ​ຕະນາ​ດີ​ກັບ​ຫວຽດນາມ​ນີ້ ​ໄດ້ ​ແລະ ພວມ​​ໃສ່​ຮ້າຍ​ປ້າຍ​ສີສະ​ພາບ​ຕົວ​ຈິງ​ກ່ຽວ​ກັບ ເສລີພາບ​ທາງ​ສື່​ມວນ​ຊົນ, ແຊກແຊງເຂົ້າວຽກງານພາຍໃນຂອງຫວຽດນາມ.

RSF ແລະ CPJ ໃຊ້ຄັນຕະລະບັດ“ເສລີພາບທາງສື່ມວນຊົນ” ຄືນໃໝ່ - ảnh 1
ການເຄື່ອນໄຫວສື່ມວນຊົນຢູ່ຫວຽດນາມໃນຊຸຸມມື້ຕົ້ນລະດູບານໃໝ່

 

    RSF ມີ​ສຳນັກງານຕັ້ງ​ຢູ່​ຝະລັ່ງ, ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 1985, ດ້ວຍ​ທິດ​ນຳ​ປົກປ້ອງ ເສລີພາບ​ທາງ​ສື່​ມວນ​ຊົນ​ໃນ​ໂລກ, ຕ້​ານການຄວບ​ຄຸມ ​ແລະ ສ້າງ​ກຳລັງ​ດັນ​​ຊ່ວຍ​ເຫຼືອ​ບັນດາ​ນັກ​ຂ່າວ​ພວມ​ຖືກ​ກັກ​ຂັງ. ​ໃນ​ຂະນະ​ນັ້ນ, CPJ ມີ​ສຳນັກງານຕັ້ງ​ຢູ່​ອາ​ເມ​ລິ​ກາ, ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ເມື່ອ​ປີ 1981, ດ້ວຍ​ທິດ​ນຳ​ເບື້ອງ​ຕົ້ນ​ແມ່ນ “ ຊຸກຍູ້ເສລີພາບ​​ໃນ​ການ​ປາກ​ເວົ້າ​ໃນ​ທົ່ວ​ໂລກ​ໂດຍ​ຜ່ານ​ການ​ເຄື່ອນ​ໄຫວ​ປົກ​ປ້ອງ​ສິດ​ຖະ​ແຫຼ​ງຂ່າວ ​ແລະ ພື້ນຖານເສລີພາບ​ທາງ​ສື່​ມວນ​ຊົນ. ​ໃນ​ແຕ່ລະ​ປີ, RSF ປະກາດ​ອັນ​ທີ່​ເອີ້ນ​ວ່າ “ ດັດຊະນີເສລີພາບ​ທາງ​ສື່​ມວນ​ຊົນ”, ທີ່​ຈິງ​ແລ້ວ, ນີ້​ແມ່ນ​ບັນຊີ​ລາຍຊື່ຈັດ​ອັນ​ດັບ​ກ່ຽວ​ກັບ ເສລີພາບ​ທາງ​ສື່​ມວນ​ຊົນ​ໃນ​ໂລກ. CPJ ກໍ​ໄດ້​ຍົກ​ອອກ​ບັນດາ​ບົດ​ລາຍ​ງານ​ກ່ຽວ​ກັບ​ສະພາບ​ການ​ປາບ​ປາມ​ນັກ​ຂ່າວ​ໃນ​ໂລກ​ໃນ​ແຕ່ລະປີ. ສິ່ງທີ່​ເປັນ​ໜ້າ​ໃສ່​ໃຈ, ນັ້ນ​ແມ່ນ 2 ອົງການ​ທີ່​ຂາດ​ເຈດ​ຕະນາ​ດີ​ນີ້, ​ເຄີຍ​ຍົກ​ອອກ​ບັນດາ​ຂໍ້​ມູນ​ຂ່າວສານ​ບໍ່​ມີ​ມຸນ​ຄວາມ​ຈິງ, ​ເສກ​ສັ້ນ​ປັ້ນ​ແຕ່ງ​ ​ແລະ ຕູ່​ຫາ​ຫວຽດນາມ​ແມ່ນ​ປະ​ເທດ​ຂາດເສລີພາບ​ທາງ​ສື່​ມວນ​ຊົນແນ​ໃສ່​ຮັບ​ໃຊ້​ບັນດາ​ກົນອຸບາຍ, ​ເລ່ລ່ຽມດ້ານ​ການ​ເມືອງ.

    ບັນດາ​ຖ້ອຍ​ທຳນອງເສກ​ສັ້ນ​ປັ້ນ​ແຕ່ງ​​ແບບ​ເກົ່າ

 ​ໃນບົດ​ລາຍ​ງານ​ດັດຊະນີ​ເສລີພາບ​ທາງ​ສື່​ມວນ​ຊົນ​ທົ່ວ​ໂລກ​ປີ 2014, RSF ​ ​ຂາດ​ຄວາມ​ຈິງ​ເມື່ອ​ໃຫ້​ຂໍ້​ສັງ​ເກດ​ວ່າ ຫວຽດນາມ​ເພີ່ມ​ທະວີ​ການ​ປາບ​ປາມ ​ແລະ ຄວບ​ຄຸມ​ຂໍ້​ມູນ​ຂ່າວສານ. ສ່ວນ CPJ ພັດສະ​ແດງ​ໃຫ້​ເຫັນ​ຄວາມ​ຮູ້​ເທົ້າບໍ່​ເຖິງ​ການ​ເມື່ອ​ຖື​ວ່າ ຫວຽດນາມ​ພວມ​ສືບ​ຕໍ່​ນະ​ໂຍບາຍ​ຄວບ​ຄຸມ​ຂໍ້​ມູນ​ຂ່າ​ວສານ​ທີ່​ຮ້າຍ​ແຮງ​ທີ່​ສຸດ​ໃນ​ອາຊີ. CPJ ສືບ​ຕໍ່ ເສກ​ສັ້ນ​ປັ້ນ​ແຕ່ງ​ບິດ​ເບືອນ​ຄວາມ​ຈິງ​ກ່ຽວ​ກັບ ດຳ​ລັດ​ເລກທີ 72 ຂອງ​ລັດຖະບານ​ຫວຽດນາມ​ວ່າ​ດ້ວຍ​ການ​ຄຸ້ມ​ຄອງ, ສະໜອງ ​ແລະ ນຳ​ໃຊ້​ອິນ​ເຕີ​ເນັດ ​ແລະ ຖື​ວ່າ​ນັ້ນ​ແມ່ນ​ນິຕິ​ກຳ​ເກືອດ​ຫ້າມສິດເສລີພາບ​​ໃນ​ການ​ປາກ​ເວົ້າ, ຂັດຂວາງ​ສະພາບ​ແວດ​ລ້ອມ​ການ​ເຄື່ອນ​ໄຫວ​ Blog ​ແລະ ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ. ນີ້​ແມ່ນ​ຖ້ອຍ​ທຳນອງ​ແບບ​ເກົ່າ, ​ເຄີຍ​ຖືກ RSF ​ແລະ CPJ ​ໃຊ້​ຫຼາຍ​ເທືອ່​ໃນ​ບັນດາ​ບົດ​ລາຍ​ງານ​ກ່ຽວ​ກັບ ເສລີພາບ​ທາງ​ສື່​ມວນ​ຊົນທົ່ວ​ໂລກ​ປະຈຳ​ປີ. ບັນດາ​ຂໍ້​ກ່າວ​ຫາ​ໂດຍ RSF ​ແລະ  CPJ ​ຍົກ​ອອກ​ມາ​ແມ່ນ​ຜິດພາດ​ຢ່າງ​ສິ້ນ​ເຊິ່ງ, ​ໂດຍ​ບໍ່​ຫົວຊາ​ຕໍ່​ສະພາບ​ການ​ຕົວ​ຈິງ​ກ່ຽວ​ກັບ​ເສດຖະກິດ​ສັງຄົມ​ຂອງ​ຫວຽດນາມ​ກ່ຽວ​ກັບ ເສລີພາບ​ທາງ​ສື່​ມວນ​ຊົນ, ປະຊາ​ທິປະ​ໄຕ ​ແລະ ສິດທິ​ມະນຸດ.

    ເສລີພາບ​​ໃນ​ການ​ປາກ​ເວົ້າ, ເສລີພາບ​ທາງ​ສື່​ມວນ​ຊົນຢູ່​ຫວຽດນາມ​ແມ່ນ​ຄວາມ​ຈິງ​ທີ່​ບໍ່​ອາດ​ປະຕິ​ເສດ​ໄດ້.

    ຕາມ​ຂໍ້​ມູນ​ຂອງ​ອົງການ​ທີ່​ມີໜ້າ​ທີ່​ຮັບຜິດຊອບ​ແລ້ວ, ຮອດ​ເດືອນ 3/2013, ຫວຽດນາມ​ມີ​ສຳ​ນັກ​ໜັງສືພິມ 812 ​ແຫ່ງ​ດ້ວຍ 1.084 ສິ່ງ​ພິມ; ​ນັກ​ຂ່າວເກືອບ 17.000 ຄົນ​ໄດ້​ຮັບ​ບັດ​ນັກ​ຂ່າວ; ມີ​ສຳນັກ​ຂ່າ​ວສານ​ແຫ່ງ​ 1  , ສະຖາ​ນີວິທະຍຸ​ກະຈາຍສຽງ, ​ໂທລະພາບ 67 ​ແຫ່ງ, 101 ຊອງ​ໂທລະພາບ, 78 ຊອງ​ວິທະຍຸ​ກະຈາຍສຽງ, 74 ໜັງສືພິມ, ວາລະສານ​ເອ​ເລກ​ໂຕ​ນິກ, 336 ​​ເຄືອ​ຂ່າຍສັງຄົມ, 1174 ​ເວ​ບ​ໄຊ ​ໄດ້​ຮັບ​ອະນຸຍາດ​ເຄື່ອນ​ໄຫວ. ສະ​ເພາະ ຄື້ນຂອງວິທະຍຸ​ກະຈາຍສຽງ ຫວຽດນາມ​ແມ່ນ​ໄດ້​ປົກ​ຄຸ​ມ 99,5% ​ເນື້ອ​ທີ​ທົ່ວ​ປະ​ເທດ, ອອກ​ອາກາດຜ່ານ​ດາວ​ທຽ​ມ​ໄປ​ຍັງ​ຫຼາຍ​ປະ​ເທດ​ໃນ​ໂລກ. ປະຈຸ​ບັນ ມີ​ກ່ວາ 90% ຈຳນວນ​ຄອບຄົວ​ຫວຽດນາມ​ໄດ້​ຮັບ​ຊົ​ມລາຍການ​ໂທລະພາບ​ຂອງສະຖານີ​ໂທລະພາບ​​ແຫ່ງ​ຊາດ​ຫວຽດນາມ. ຊາວ​ຫວຽດນາມ​ຍັງ​ສາມາດ​ຮັບ​ຊົມ​ລາຍການ​ໂທລະພາບ​ຂອງ 75 ຊອງ​ໂທລະພາບ​ຂອງ​ຕ່າງ​ປະ​ເທດ, ມີ​ອົງການ​ສື່​ມວນ​ຊົນ​ສາກົນ 20 ​ແຫ່ງ​ໄດ້​ສົ​່ງນັກ​ຂ່າວ​ມາ​ເຄື່ອນ​ໄຫວ​ປະຈຳ​ຢູ່​ຫວຽດນາມ, ນອກຈາກ​ນັ້ນ ຍັງ​ມີ​ໜັງສືພິມ​ວາລະສານ​ຫຼາຍໆ​ສະບັບ​ຖືກ​ຈັດ​ພິມ​ເປັນ​ຫຼາຍ​ພາສາ​ຕ່າງປະ​ເທດ​ໄດ້​ຖືກ​ຈຳ​ໜ່າຍ​ຢ່າງ​ກ້ວາງ​ຂວາງ. ​ໃນ​ຂົງ​ເຂດ​ພິມ​ຈຳໜ່າຍ, ຫວຽດນາມ​ມີ​ສຳນັກ​ພິມ​ຈຳໜ່າຍ 64 ​ແຫ່ງ​ໂດຍ​ສາມາດ​ຈຳ​ໜາ່ຍ ​ນັບ​ຮ້ອຍ​ລ້ານສິ່ງ​ພິມ​ໃນ​ແຕ່ລະ​ປີ. ດ້ວຍ​ຈຳນວນ​ກ່ວາ 31,3 ລ້ານ​ຄົນ​ນຳ​ໃຊ້​ການ​ບໍລິການ​ອິນ​ເຕິ​ເນັດ, ກວມ​ເອົາ 35,58%ຈຳນວນ​ປະຊາກອນ, ອົງການ​ສຳພັນ​ທະ​ມິດ​ໂທລະ​ຄົມ​ສາກົນ ITU ​ພວມ​ຈັດ​ຫວຽດນາມ​ຢືນ​ອັນ​ດັບ​ທີ 3 ​ໃນ​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ​ແລະ ຢືນ​ອັນ​ດັບ​ທີ 8 ​ໃນ​ອາຊີ​ກ່ຽວ​ກັບຈຳນວນ​ຄົນ ນຳ​ໃຊ້​ການ​ບໍລິການ​ອິນ​ເຕິ​ເນັດ....

    ການ​ພັດທະນາ​ຂອງ​ລະບົບ​ສື່ສານ​ຢູ່​ຫວຽດນາມ ບໍ່​ພຽງ​ແຕ່​ສາມາດ​ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການດ້ານ​ວັດທະນະທຳ, ​ເປີດ​ກ້ວາງ​ຄວາມ​ຮູ້​ໃຫ້​ປະຊາຊົນ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ເວ​ທີ່​ປາ​ໄສ​ເພື່ອ​ໃຫ້​ບັນດາ​ອົງການ​ຈັດ​ຕັ້ງ​ສັງ​ຄົມ ​ແລະ ປະຊາ​ຊົນ​ທຸກ​ຄົນ​ມີ​ສຽງ​ເວົ້າ​ທີ່​ສົດ​​ໃສ, ປະກອບ​ຄຳ​ເຫັນ, ວິຈານ​ຕໍ່​ບັນດາ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ລັດ ​ແລະ ອຳນາດ​ການ​ປົກຄອງ​ຂັ້ນ​ຕ່າງໆ, ຍົກ​ສູງ​ປະຊາທິປະ​ໄຕ, ປົກ​ປ້ອງ ​ແລະ ​ເສີມ​ຂະຫຍາຍ​ບັນດາ​ຄຸນຄ່າ​ຂອງ​ສິດທິ​ມະນຸດ. ​ເປັນ​ທີ່​ຈະ​ແຈ້ງວ່າ ​ໃນ​ສັງຄົມ​ໜຶ່ງ​ນັ້ນ, ສິດທິ​ມະນຸດ​ໄດ້​ຮັບ​ການ​ຢັ້ງຢືນ ​ແລະ ລັດ​ຍາມ​ໃດ​ກໍ​ສ້າງ​ເງື່ອນ​ໄຂ ອຳນວຍ​ຄວາມ​ສະດວກ​ເພື່ອ​ຮັບປະກັນ​ການ​ພັດທະນາ​ດ້ານສິດທິ​ມະນຸດຄືຢູ່​ຫວຽດນາມ, ເສລີພາບ​​ໃນ​ການ​ປາກ​ເວົ້າ  ​ແລະ ເສລີພາບ​ທາງ​ສື່​ມວນ​ຊົນ ​ໄດ້​ມີ​ບັນດາ​ບາດກ້າວ​ທີ່​ບໍ່​ອາດ​ປະຕິ​ເສດ​ໄດ້.

    RSF  ​ແລະ CPJ ຄວນ​ເຄົາລົບ​ບັນດາ​ສິດທິ​ຂອງ​ຊາດ​ຫວຽດນາມ.

   ​ໃນ​​ໂລກ​ປະຈຸ​ບັນ, ເສລີພາບ​ທາງ​ສື່​ມວນ​ຊົນ , ເສລີພາບ​​ໃນ​ການ​ປາກ​ເວົ້າ ​ແມ່ນ​ບັນດາ​ປັດ​ໄຈ​ທີ່​ສຳຄັນ​ທີ່​ສຸດ​ສຳລັບ​ຄວາມ​ມີ​ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຂອງ​ແຕ່ລະ​ປະ​ເທດ, ພ້ອມ​ກັນ​ນັ້ນ ກໍ​ແມ່ນ​ປະກົດ​ການ​ໂດຍ​ກົງ​ຂອງ​ຄວາມ​ສຳນຶກ, ນະ​ໂຍບາຍ ສິດທິ​ມະນຸດຢູ່​ປະ​ເທດ​ນັ້ນ​ເອງ. ຖະ​ແຫຼ​ງການ​ສາກົນ​ວ່າ​ດ້ວຍ ສິດທິ​ມະນຸດ, ສົນທິສັນຍາ​ສາກົນ​ກ່ຽວ​ກັບ​ບັນດາ​ສິດ​ພົນລະ​ເຮືອນ ​ແລະ ການ​ເມືອງ​ຂອງສະຫະ​ປະຊາ​ຊາດ​ລ້ວນ​ແຕ່​ຢືນຢັນ​ບັນດາ​ສິດ​ພື້ນຖານ​ນີ້ ​ແລະ ລັດ​ຫວຽດນາມ ຍາມ​ໃດ​ກໍ​ປະຕິບັດ​ບັນດາ​ຄຳ​ໝັ້ນ​ສັນຍາ​ຢ່າງ​​ເຂັ້ມ​ງວດ​ເພື່ອ​ຮັບປະກັນສິດທິ​ມະນຸດ. ສິ່ງ​ນີ້​ໄດ້​ຮັບ​ການ​ພິສູດ​ຜ່ານ​ເລື່ອງ​ຫວຽດນາມ​ບັນລຸ​ໄດ້​ບັນດາ​ຜົນງານ​ດ້ານ ສິດທິ​ມະນຸດ​ທີ່​ພົ້ນ​ເດັ່ນ, ​ໄດ້​ກາຍ​ເປັນ​ສະມາຊິກ​ສະພາສິດທິ​ມະນຸດສະຫະ​ປະຊາ​ຊາດ ອາຍຸ​ການ 2014-2016 ​ແລະ ຫາ​ກໍ​ປ້ອງ​ກັນ​ບົດ​ລາຍ​ງານ​ແຫ່ງ​ຊາດ​ຕາມ​ກົນ​ໄກ​ UPR ຕໍ່ໜ້າ ສະພາສິດທິ​ມະນຸດສະຫະ​ປະຊາ​ຊາດຄັ້ງ​ທີ 2 ຢ່າງ​ສຳ​ເລັດ​ຜົນ. ​ເລື່ອງ RSF ​ແລ​ະ CPJ ບໍ່​ຫົວຊາ​ຕໍ່​ຜົນງານ​ເຫຼົ້າ​ນັ້ນ, ສືບ​ຕໍ່ ເສກ​ສັ້ນ​ປັ້ນ​ແຕ່ງ​ບິດ​ເບືອນ​ຄວາມ​ຈິງ​ກ່ຽວ​ກັບ​ຫວຽດນາມ​ບໍ່​ມີເສລີພາບ​​ໃນ​ການ​ປາກ​ເວົ້າ, ບໍ່​ມີເສລີພາບ​ທາງ​ສື່​ມວນ​ຊົນ , ຕູ່​ຫາ​ຫວຽດນາມ​ລະ​ເມີດສິດເສລີພາບ​​ໃນ​ການ​ປາກ​ເວົ້າ ​ແລະ ເສລີພາບ​ທາງ​ສື່​ມວນ​ຊົນ ​ແມ່ນ​ການ​ກະທຳເສກ​ສັ້ນ​ປັ້ນ​ແຕ່ງ​, ແຊກແຊງເຂົ້າວຽກງານພາຍໃນຂອງຫວຽດນາມ ​ແລະ ​ແຕະຕ້ອງ​ສິດ​ຕັດສິນ​ດ້ວຍ​ຕົນ​ເອງ​ຂອງ​ຊາດ​ຫວຽດນາມ, ຄື​ດັ່ງຖະ​ແຫຼ​ງການ​ສາກົນ​ວ່າ​ດ້ວຍ ສິດທິ​ມະນຸດ​ໄດ້​ຢືນຢັນ​ວ່າ “ ທຸກໆ​ປະຊາ​ຊາດ​ລ້ວນ​ແຕ່ມີ ສິດ​ຕັດສິນ​ດ້ວຍ​ຕົນ​ເອງ”. ປະຈຸ​ບັນ, ຫວຽດນາມ​ໄດ້ ​ແລະ ພວມ​ຢືນຢັນ​ຜົນງານ​ດ້ານສິດທິ​ມະນຸດຂອງ​ຕົນ​ເພື່ອ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ​ຢ່າງ​ແຂງ​ແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ