WEF ASEAN 2018: ສ້າງທີ່ຕັ້ງບົດບາດໃຫ້ແກ່ ອາຊຽນ ໃນການເຊື່ອມໂຍງ

(VOVWORLD) - ກອງປະຊຸມເວທີປາໄສເສດຖະກິດໂລກ ກ່ຽວກັບ ອາຊຽນ (WEF ASEAN) 2018 ໄດ້ຈັດຕັ້ງຢູ່ຮ່າໂນ້ຍ ໃນລະຫວ່າງວັນທີ 11 13 ກັນຍາ, ດ້ວຍຫົວຂໍ້ວ່າ: “ASEAN 4.0: ຈິດໃຈຂອງວິສາຫະກິດ ແລະ ການປະຕິວັດອຸດສາຫະກຳ 4.0” ໄດ້ອັດລົງພາຍຫຼັງດຳເນີນວາລະປຶກສາຫາລືຫົວເລື່ອງສະເພາະເກືອບ 60 ວາລະ, ມີຂໍ້ສະເໜີຫຼາຍຂໍ້ໄດ້ຍົກອອກມາເພື່ອແນໃສ່ຊຸກຍູ້ການຮ່ວມມືພັດທະນາແບບຍືນຍົງ.
WEF ASEAN 2018: ສ້າງທີ່ຕັ້ງບົດບາດໃຫ້ແກ່ ອາຊຽນ ໃນການເຊື່ອມໂຍງ - ảnh 1ພາບປະກອບ

ບັນດາເນື້ອໃນນີ້ໄດ້ປະກອບສ່ວນປະຕິບັດວິໄສທັດ ອາຊຽນ 2025 ເພື່ອຜົນປະໂຫຍດ ແລະ ການພັດທະນາຂອງທົ່ວທັງພາກພື້ນ ແລະ ຂອງແຕ່ລະປະເທດ, ປະກອບສ່ວນໃຫ້ແກ່ຄວາມວັດຖະນາຖາວອນລວມຂອງພາກພື້ນ ແລະ ຢູ່ໃນໂລກ.

        ໃນຖານະເປັນປະເທດເຈົ້າພາບຈັດຕັ້ງກອງປະຊຸມ WEF ASEAN 2018, ຫວຽດນາມ ໄດ້ປະຕິບັດສຳເລັດໜ້າທີ່ພ້ອມກັບ WEF ແລະ ບັນດາປະເທດ ອາຊຽນ ສຸມໃສ່ປຶກສາຫາລືບັນດາບັນຫາສຳຄັນ ແລະ ສ້າງຕັ້ງບັນດາແນວຄວາມຄິດ, ການກຳນົດທິດໃຫຍ່ກ່ຽວກັບການພັດທະນາຂອງບັນດາປະເທດ ອາຊຽນ ໃນການປະຕິວັດອຸດສາຫະກຳຄັ້ງທີ 4 (ການປະຕິວັດອຸດສາຫະກຳ 4.0) ເພື່ອແນໃສ່ປະກອບສ່ວນປະຕິບັດວິໄສທັດ ອາຊຽນ 2025 ໃຫ້ປະສົບຜົນສຳເລັດ.

ເຫດການທີ່ປະສົບຜົນສຳເລັດທີ່ສຸດໃນການປີຈັດຕັ້ງ WEF ASEAN ຫຼາຍປີມານີ້

       ທ່ານ Klaus Schwab, ຜູ້ກໍ່ຕັ້ງທັງເປັນປະທານເວທີປາໄສເສດຖະກິດໂລກ (WEF) ໃຫ້ຮູ້ວ່າ: WEF ASEAN 2018 ແມ່ນເຫດການປະສົບຜົນສຳເລັດທີ່ສຸດໃນຕະຫຼອດ 27 ປີທີ່ຈັດຕັ້ງເວທີປາໄສກ່ຽວກັບ ອາຊຽນ. ເນື້ອໃນຂອງກອງປະຊຸມໄດ້ຮັບການຕີລາຄາວ່າແມ່ນເໝາະສົມກັບບັນດາປະເທດ ອາຊຽນ ແລະ ຫວຽດນາມ, ໃນສະພາບການ ບັນດາປະເທດ ລ້ວນແຕ່ຕ້ອງບືນຕົວຂຶ້ນໃນການປະຕິວັດອຸດສາຫະກຳ 4.0, ຖ້າບໍ່ດັ່ງນັ້ນຈະຖືກຖອຍຫຼັງ.

        ຕາມການສະຖິຕິຂອງ WEF ແລ້ວ, ປີນີ້, ມີບົດຂຽນກ່ຽວກັບບັນດາກອງປະຊຸມເກືອບ 8.000 ບົດ, ເມື່ອທຽບໃສ່ 2.000 ບົດຂອງປີ 2017, ມີ 7 ລ້ານເທື່ອຄົນໄດ້ມີການກະທົບຕອບໃນສື່ສັງຄົມອອນລາຍກ່ຽວກັບ WEF, ມີ 13.000 ບົດ ແລະ ການສະແດງຄວາມຄິດເຫັນໃນ Facebook, ມີ 90.000 ເທື່ອຄົນໄດ້ຮັບຊົມອອນລາຍໃນໜ້າເວັບຂອງ WEF.

        ASEAN ແມ່ນພາກພື້ນພວມຢູ່ໃນວິວັດການສ້າງປະຊາຄົມສາມັກຄີ, ສະໜິດຕິດພັນ, ການພັດທະນາວັດທະນາຖາວອນແບບຍືນຍົງ, ດັ່ງນັ້ນ, ການຈັດຕັ້ງກອງປະຊຸມນີ້ກໍ່ໄດ້ດຶງດູດຄວາມສົນໃຈຢ່າງໃຫຍ່ຫຼວງຈາກປະຊາຄົມວິສາຫະກິດ ແລະ ລັດຖະບານປະເທດຕ່າງໆ. ມີການນຳຂັ້ນສູງສຸດຫຼາຍຄົນຂອງບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ແລະ ນອກພາກພື້ນພ້ອມກັບວິສາຫະກິດແຖວໜ້າກ່ວາ 1.000 ແຫ່ງ, ເຊິ່ງເປັນສະມາຊິກຂອງ WEF, ເຂົ້າຮ່ວມກອງປະຊຸມ. ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມເອົາໃຈໃສ່ຢ່າງໃຫຍ່ຫຼວງຂອງປະຊາຄົມສາກົນຕໍ່ ອາຊຽນ. WEF ASEAN 2018 ແມ່ນວັນບຸນແຫ່ງການພົບປະແລກປ່ຽນບັນດາແນວຄວາມຄິດຢ່າງແທ້ຈິງ, ຕີລາຄາຢ່າງເລິກເຊິ່ງໃນຫຼາຍດ້ານກ່ຽວກັບບັນດາບັນຫາສຳຄັນສຳລັບການພັດທະນາຂອງບັນດາປະເທດ ອາຊຽນ ໃນສະພາບການປະຕິວັດອຸດສາຫະກຳຄັ້ງທີ 4. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕີລາຄາວ່າ:

WEF ASEAN 2018: ສ້າງທີ່ຕັ້ງບົດບາດໃຫ້ແກ່ ອາຊຽນ ໃນການເຊື່ອມໂຍງ - ảnh 2 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

WEF ASEAN ໄດ້ສິ້ນສຸດລົງຢ່າງຈົບງາມ ເຊິ່ງໄດ້ສ້າງພາບພົດທີ່ສວຍງາມໃນປະຊາຄົມສາກົນ ກ່ຽວກັບການຮ່ວມມືທີ່ີມີປະສິດທິຜົນລະຫວ່າງພື້ນຖານເສດຖະກິດໂລກ ກັບ ຫວຽດນາມ ກໍຄືບັນດາປະເທດອາຊຽນ. ທີ່ເວທີປາໄສ, ພວກເຮົາໄດ້ປຶກສາຫາລື 60 ຫົວເລື່ອງສະເພາະ, ມີຜູ້ເຂົ້າຮ່ວມນັບພັນໆຄົນ, ໂດຍສະເພາະແມ່ນມີຫຼາຍກອງປະຊຸມໄດ້ດໍາເນີນໄປດ້ວຍຄຸນນະພາບສູງທີ່ສຸດ”.

ແງ່ຫວັງຂອງອາຊຽນ

        ກອງປະຊຸມ WEF ASEAN ປີນີ້ ໄດ້ຈັດຂຶ້ນເມື່ອ ອາຊຽນ ຢັ້ງຢືນໃຫ້ເຫັນວ່າ ນີ້ແມ່ນພາກພື້ນທີ່ມີຄວາມຂະຫຍັນຂັນເຄື່ອນ ແລະ ມີການພັດທະນາໄວ. ຜ່ານເວທີປາໄສທີ່ເປັນທາງການ ແລະ ບັນດາວາລະປຶກສາຫາລື ໄດ້ສະແດງໃຫ້ເຫັນວ່າ ມີຂໍ້ສະເໜີ, ຂໍ້ລິເລີ່ມ ແລະ ມາດຕະການຫຼາຍຢ່າງໄດ້ຍົກອອກທີ່ກອງປະຊຸມ ເພື່ອແນໃສ່ຍາດແຍ່ງບັນດາກາລະໂອກາດ ຈາກ ການປະຕິວັດອຸດສາຫະກໍາ 4.0, ພ້ອມທັງຜ່ານຜ່າສິ່ງທ້າທາຍ ເຊິ່ງສັງກາດດີຈີຕອນນໍາມາໃຫ້. ບັນດາປະເທດ ອາຊຽນ ຮັບຮູ້ວ່າ ຕ້ອງເສີມຂະຫຍາຍກໍາລັງພາຍໃນ, ສ້າງສະພາບແວດລ້ອມໃຫ້ແກ່ການປະດິດຄິດສ້າງ, ໃຫ້ແກ່ການແຜ່ຂະຫຍາຍສິ່ງໃໝ່ອ່ຽມ ແລະ ສ້າງກໍາລັງໜູນໃຫ້ແກ່ການພັດທະນາການເຕີບໂຕວັດທະນາຖາວອນໃນໂລກ ທີ່ພວມຜັນປ່ຽນຢ່າງໄວວາ. ເພາະສະນັ້ນ, ທີ່ກອງປະຊຸມ, ບັນດາປະເທດສະມາຊິກອາຊຽນ ກໍໄດ້ຍົກອອກມາດຕະການ, ຂໍ້ລິເລີ່ມຕ່າງໆ ເພື່ອແກ້ໄຂບັນດາຄວາມສ່ຽງ ແລະ ໄພອັນຕະລາຍ. ຍ້ອນສິ່ງດັ່ງກ່າວນັ້ນ ນໍາມາເຊິ່ງຄວາມປະເອີບໃຈຕໍ່ແງ່ຫວັງພັດທະນາຂອງອາຊຽນ.

        ທ່ານ Kevin Sneader, ຜູ້ອໍານວຍການບໍລິຫານຂອງກຸ່ມບໍລິສັດ MC Kinsey, ໃຫ້ຂໍ້ສັງເກດວ່າ:

        “ຈາກເວທີປາໄສຄັ້ງນີ້ ມີຫຼາຍສິ່ງຫຼາຍຢ່າງເຫັນວ່າມີຄວາມເປັນໄປໄດ້ສູງ. ຂ້າພະເຈົ້າເຊື່ອໝັ້ນວ່າ ອາຊຽນ ສາມາດຜ່ານຜ່າໄປໄດ້. ອາຊຽນ ນັບມື້ນັບປະສົບຜົນສໍາເລັດ ແລະ ເພື່ອໃຫ້ປະສົບຜົນສໍາເລັດກວ່ານັັ້ນອີກ ຄວນລົງທຶນໃຫ້ຫຼາຍກວ່າ ເພື່ອເພີ່ມສະມັດຕະພາບແຮງງານຂຶ້ນ”.

        ກອງປະຊຸມ WEF ASEAN 2018 ທີ່ຮ່າໂນ້ຍ ໄດ້ດໍາເນີນໄປໃນສະພາບທີ່ວິວັດທະນາການກໍ່ສ້າງປະຊາຄົມອາຊຽນ ສືບຕໍ່ໄດ້ຮັບການຍູ້ແຮງ, ມີຜົນກະທົບຈາກການປະຕິວັດຄັ້ງທີ 4 ນັບມື້ນັບເລິກເຊິ່ງກວ່າ. ຜົນສໍາເລັດຂອງ WEF ASEAN 2018 ໄດ້ຊ່ວຍໃຫ້ບັນດາປະເທດສະມາຊິກ ອາຊຽນ ກໍານົດທິດທາງໃຫຍ່ກ່ຽວກັບການພັດທະນາໃນການປະຕິວັດອຸດສາຫະກໍາ 4.0 ຢ່າງຈະແຈ້ງ, ປະກອບສ່ວນປະຕິບັດ ວິໄສທັດ ປະຊາຄົມ ອາຊຽນ 2025 ໃຫ້ສໍາເລັດ ເພື່ອຜົນປະໂຫຍດ ແລະ ການພັດທະນາຂອງພາກພື້ນ ແລະ ຂອງແຕ່ລະປະເທດ.

 

ຕອບກັບ

ຂ່າວ/ບົດ​ອື່ນ